ເລກລຳດັບທີ: 132
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2024-10-12
ເຫັດປວກ
Termite Mushroom
Termitomyces clypeatus R. Heim
ເຊື້ອເຫັດ
ເຊື້ອຣາທີ່ເກີດຕາມດິນ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ເຫັດປວກຈິດ
ອະນຸກົມວິຖານ
ອານາຈັກ
Fungi
ເຫຼົາ
Basidiomycota
ຊັ້ນ
Agaricomycetes
ອັນດັບ
Agaricales
ຊື່ສະກຸນ
Lyophyllaceae
ສະກຸນ
Termitomyces
ຊະນິດ
Termitomyces clypeatus
ຊື່ພ້ອງ
Termitomyces clypeatus R.Heim
Sinotermitomyces taiwanensis M.Zang & C.M.Chen
ຊະນິດໃກ້ຄຽງ
ເຫັດເຜາະ/ Hygroscopic Earthstar
ເຫັດໄຄ/ Green-cracking Russula
ເຫັດໜວດສີຂາວ / crown-tipped mushroom
ເຫັດຄ້ອນກອງ / Graceful parasol mushroom
ເຫັດໂຕ່ງຝົນໃຫຍ່ / Swine’s stomach mushroom
ເຫັດຂີ້ມ້າ/ Horse Mushroom
ເຫັດຂອນຂາວ/ White Log Mushroom
ເຫັດໄຂ່ຫ່ານ/ Head Man Slender Caesa
ເຫັດຫອມ/ Shiitake mushroom
ເຫັດຖ່ານ/ Charcoal Russula
ບັນຍາຍລັກສະນະທາງພືດສາດ
ເຫັດຊະນິດນີ້ມີຂະໜາດປານກາງ ແລະ ມີລັກສະນະເປັນຮູບຈວຍ ກ່ອນທີ່ຈະບານອອກ, ລັກສະນະປຸ່ມເຄິ່ງກາງເປັນສີເຂັ້ມ ແລະ ແຫຼມ. ໝວກເຫັດມີຂະໜາດ 50 ຫາ 150 ມມ. ມີຄວາມໜຽວເລັກນ້ອຍ ແລະ ປົກຫຸ້ມດ້ວຍຂົນລະອຽດ. ມີສີເທົາຫາສີນ້ຳຕານອ່ອນ, ໂດຍບໍລິເວນຂອບຈະມີສີອ່ອນກວ່າ ແລະ ແຕກອອກບໍ່ສະໝໍ່າສະເໝີ. ເຫງືອກ (ແຜ່ນໃບດ້ານລຸ່ມ) ຈັບຮຽງກັນຢ່າງໜາແໜ້ນ ແລະ ຂ້ອນຂ້າງອອກຫາງຈາກກ້ານ. ກ້ານເຫັດມີຄວາມຍາວ 100 ຫາ140 ມມ. ແລະ ໜາ 2-6 ມມ., ບໍລິເວນໂຄນກ້ານຈະບວມອອກເລັກໜ້ອຍ, ບໍ່ມີວົງແຫວນຢູ່ກ້ານ ໂຄນກ້ານເປັນສີຂາວ, ແຂງ ແລະ ເປັນສັນ (ມີລາຍ) ເອີ້ນວ່າ pseudorhiza ເຊິ່ງຈະແຄບລົງເມື່ອແກ່ [4].
ໝາຍເຫດ: ເຫັດປວກ T. clypeatus ທີ່ພົບໃນເອເຊຍ, ເປັນສາຍພັນທີ່ຖືກອະທິບາຍໂດຍ Congo ແລະ ຂໍ້ມູນໂມເລກຸນຊີ້ໃຫ້ເຫັນວ່າ Termitomyces ໃນເອເຊຍແຕກຕ່າງກັບສາຍພັນຂອງອາຟຣິກາ [5].
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Kenya, South Africa, Lao, Nepal, Canada, China, Thailand
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າປະສົມປ່ຽນໃບ, ປ່າໂຄກ, ປ່າແປກ, ປ່າແປກປະສົມປ່າໃບກ້ວາງ, ປ່າປູກ, ປ່າໄມ້ປ່ອງ, ແຄມຝັ່ງນໍ້າ, ເຂດຜະລິດພືດຜົນເນີນສູງ, ປ່າເຫຼົ່າອ່ອນ, ປ່າເຫຼົ່າແກ່, ເຂດກະສິກຳອື່ນໆ
ເຫັດຊະນິດນີ້ມັກເກີດຢູ່ໂດດດ່ຽວ ແລະ ຈະເລີນເຕີບໂຕບົນໜ້າດິນທີ່ປົກຄຸມດ້ວຍໃບໄມ້ຈຳນວນຫຼາຍ ແລະ ໄມ້ແຫ້ງ [10]. ພົບເຫັນໄດ້ໃນພື້ນທີ່ເຂດກະສິກໍາ, ທົ່ງຫຍ້າ, ເດີ່ນ, ແລະ ຕາມຄູນ້ຳ (ຄູນ້ຳທີ່ຍົກສູງ) ເຂດທົ່ງນາ. ນອກນັ້ນ, ມັນຍັງສາມາດພົບຕາມພື້ນທີ່ສູງ ແລະ ຕາມຄູດິນລຽບຕາມທົ່ງນໃກ້ບ້ານ. [8].
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ເຫັດຊະນິດນີ້ໄດ້ກະຈາຍພັນຢ່າງກວ້າງຂວາງ ທົ່ວອາຟຣິກາ ແລະ ອາຊີຕາເວັນອອກສ່ຽງໃຕ້. ເຫັດຊະນິດນີ້ເປັນທີ່ຮູ້ຈັກກັນດີໃນພາກໃຕ້ຂອງແມ່ນ້ຳ ຢັງຊີ ໃນປະເທດຈີນ. [10]
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ໃຊ້ປຸ່ງແຕ່ງອາຫານເປັນຕົ້ນແມ່ນ ແກງ, ຕົ້ມ, ຂົ້ວ, ແລະ ນຳມາຕຳແຈ່ວ. ເຫັດມີເນື້ອ ແລະ ລົດຊາດຫວານເລັກນ້ອຍ. ບາງຄັ້ງຖືກນຳມາຕາກໃຫ້ແຫ້ງ ແລະ ເອົາມາບົດເປັນຜົງ ເພື່ອໃຊ້ເປັນເຄື່ອງປຸງໄດ້ [7].
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ມິຖຸນາ, ກໍລະກົດ, ສິງຫາ, ກັນຍາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ໃນຊ່ວງລະດູທີ່ເຫັດປວກອອກ ຊາວບ້ານຈະອອກໄປເກັບໃນປ່າເພື່ອມາຂາຍຢູ່ຕາມຕະຫຼາດທ້ອງຖິ່ນ ແລະ ຂາຍໃຫ້ກັບພໍ່ຄ້າຄົນກາງຈຳນວນຫຼາຍ ເພື່ອນຳໄປຂາຍຕໍ່ [8].
ເຫັດປວກເປັນແຫຼ່ງລາຍຮັບທີ່ສໍາຄັນສໍາລັບປະຊາຊົນຈໍານວນຫຼາຍໃນລາວ. ເຫັດເຫຼົ່ານີ້ຈະຖືກເກັບມາຈາກປ່າແລ້ວຂາຍຕາມທ້ອງຕະຫຼາດ ຫຼື ຮ້ານອາຫານ, ເຫັດເຫຼົ່ານີ້ສາມາດຂາຍໄດ້ໃນລາຄາສູງ ປະມານ 300,000 ກີບ/kg (ລາຄາໃນປີ 2024 ຂາຍຕາມຕະຫຼາດໃນນະຄອນຫຼວງ ແລະ ອອນໄລນ), ໂດຍສະເພາະໃນລະດູແລ້ງເພາະມີຈໍານວນໜ້ອຍ ບໍ່ພຽງພໍຕໍ່ກັບຄວາມຕ້ອງການຂອງຕະຫຼາດ [8].
ການປະເມີນການນຳໃຊ້ອາຫານຈາກທຳມະຊາດ ໄດ້ເຮັດໃຫ້ຮູ້ວ່າ ຄວາມຕ້ອງການທາງທ້ອງຕະຫຼາດແມ່ນເພີ່ມຂຶ້ນທຸກໆປີ [11]
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
ແຫຼ່ງໂປຣຕີນທີ່ສຳຄັນ, ແຫຼ່ງຄາໂບໄຮເດຣດທີ່ສຳຄັນ, ແຫຼ່ງເສັ້ນໃຍທີ່ສຳຄັນ
ສານອາຫານ /100g ໝາຍເຫດ
ໂປຣຕີນ 26.34 N/A
ຄາໂບໄຮເດຣດ 27.67 N/A
ໄຂມັນ 7.9 N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ 35.15 N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,