ເລກລຳດັບທີ: 1317
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-06-18
ປາຂັ້ນເຮືອລາຍແຈ້ງ
Beautiful Barb
Opsarius pulchellus (Smith, 1931)
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
ຊື່ສະກຸນ
Cyprinidae
ຊື່ພ້ອງ
Barilius bhuddhae Fowler, 1934
Barilius buddhae Fowler, 1934
Barilius pellegrini Fang, 1938
Barilius pulchellus Smith, 1931
Daniops macropterus Mai, 1978
Opsarus pulchellus (Smith, 1931)
ຊະນິດໃກ້ຄຽງ
ປາຂັ້ນເຮືອລາຍຈາງ/ Stream Barilius
ບັນຍາຍລັກສະນະທາງພືດສາດ

ລຳຕົວມີຮູບຮ່າງຍາວ, ຄີຫຼັງມີກ້ານຄີອອ່ນ 10 ຫາ 11 ກ້ານ, ໃນຂະນະທີ່ຄີທະວານມີກ້ານຄີອອ່ນ 14 ຫາ 16 ກ້ານ. ມີເກັດ 37 ຫາ 43 ເກັດຕາມແນວເສັ້ນຂ້າງລຳຕົວ ແລະ 21 ຫາ 25 ເກັດກ່ອນຄີຫຼັງ (ເກັດກ່ອນຄີຫຼັງ) ຂ້າງລຳຕົວມີແຖບສີດຳແນວຕັ້ງຍາວ 7 ຫາ 10 ແຖບ ເຊິ່ງຄ່ອຍໆກາຍເປັນຮູບກົມໄປທາງດ້ານຫຼັງຂອງລຳຕົວ. ຄວາມແຕັກຕ່າງທາງເພດ (ຄວາມແຕກຕ່າງລະຫວ່າງເພດຜູ້ ແລະ ເພດແມ່) ຊັດເຈນຈາກການສັງເກດສີ, ຮູບຮ່າງລຳຕົວ ແລະ ຮູບຮ່າງຄີໃຫ້ປາຂະໜາດໃຫຍ່ກ່ວາ 7 ຊມ. ຂອງຄວາມຍາວແຕ່ຈະງອຍປາກຮອດປາຍຫາງ.

ຂະໜາດ: 10.5 ຊມ (SL).

ແຫຼ່ງທີ່ມາ: [1], [5]

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; China; Lao People's Democratic Republic; Thailand; Viet Nam. [2]

Global distribution of Opsarius pulchellus between 1937 to 2026. Source: [3]
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້, ເຂດສາຍພູຫຼວງພາກກາງ
ຂໍ້ມູນຈາກ GBIF ລະບຸເຂດກະຈາຍພັນທີ່ຫຼາກຫຼາຍໃນລາວ ລວມມີ ຫຼວງພະບາງ (ນ້ຳອູ ແລະ ນ້ຳເຊືອງ, ມ. ປາກອູ, ນ້ຳຄານ ແລະ ນ້ຳຂອງໃນນະຄອນຫຼວງພະບາງ), ຫຼວງນ້ຳທາ (ນ້ຳທຸງ ແລະ ນ້ຳຫ້າ, ມ. ຫຼວງນ້ຳທາ ແລະ ນ້ຳສິງ, ເມືອງສິງ), ເຊກອງ ( ມ. ເຊກອງ), ອຸດົມໄຊ (ຕະຫຼາດເມືອງໄຊ, ເມືອງໄຊ ແລະ ນໍ້າແບງ, ມ. ປາກແບງ), ບໍລິຄຳໄຊ, ນ້ຳເລິກ ເມືອງ ທ່າພະບາດ), ຜົງສາລີ (ນ້ຳອູ ເມືອງຍອດອູ), ບໍແກ້ວ (ນ້ຳງ້າວ ແລະ ນ້ຳຂອງ ເມືອງຫ້ວຍຊາຍ), ສະຫວັນນະເຂດ (ແມ່ນ້ຳຂອງ ເມືອງໄກສອນພົມວິຫານ) ແລະ ຈຳປາສັກ (ນ້ຳຕົກຕາດຄອນພະເພັງເມືອງໂຂງ). [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ
ໂດຍທົ່ວໄປປາຊະນິດນີ້ອາໄສຢູ່ໃນແຫຼ່ງຕົ້ນນ້ຳຕາມຮ່ອມພູ, ແມ່ນ້ຳ ແລະ ລຳທານຂະໜາດນ້ອຍ ທີ່ມີອອັກຊີເຈນສູງ, ມີຄວາມລາດຊັນຕ່ຳຫາປານກາງ ມີອັດຕາການໄຫຼປານກາງ ຫາ ໄວ, ມີພື້ນເປັນກວດຫີນ, ກ້ອນຫີນຂະໜາດໃຫຍ່ ແລະ ຫີນໂຜ່ ແລະ ຍັງພົບໄດ້ໃນບໍລິເວນທີ່ມີກະແສນ້ຳໄຫຼໄວຂອງແມ່ນ້ຳສາຍໃຫຍ່ອີກດ້ວຍ ເຖິ່ງວ່າບໍ່ຫຼາຍ. [4]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ເຖິ່ງວ່າປະຊາກອນຂອງສາຍພັນນີ້ອາດຫຼຸດລົງໃນບາງສ່ວນຂອງຖິ່ນທີ່ຢູ່ອາໃສ ເນື່ອງຈາກໄພຂົ່ມຂູ່ຫຼາຍປະການ ແຕ່ໂດຍລວມແລ້ວສາຍພັນນີ້ຍັງຄົງແຜ່ຫຼາຍ ແລະ ຈຶ່ງໄດ້ຮັບການປະເມີນວ່າມີຄວາມສ່ຽງຕ່ຳທີ່ສຸດໃນປັດຈຸບັນ. [2]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ມີລາຍງານວ່າພົບປາຊະນິດນີ້ໃນຕະຫຼາດໄດ້ໜ້ອຍ ແຕ່ສາມາດພົບເຫັນໄດ້ທົ່ວໄປໃນການປະມົງເພື່ອການດຳລົງຊີວິດ ໂດຍມີການລະບຸວ່າມັກພົບຢູ່ໃນດັກຈັບປາແບບຕາຂ່າຍໃນພາກໃຕ້ຂອງລາວ ແລະ ຍັງພົບເຫັນໃນບາງຕະຫຼາດປາສວຍງາມ. [2]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ການກິນອາຫານ: ປາຊະນິດນີ້ກິນຕົວອອ່ນຂອງແມງໄມ້ເປັນຫຼັກ ໂດຍສະເພາະແມ່ນຕົວອອ່ນຂອງແມງໄມ້ປີກແຂງ. [2]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໃສຖືເປັນໄພຂົ່ມຂູ່ຫຼັກຕໍ່ປາຊະນິດນີ້ທົ່ວທຸກພື້ນທີ່ ໂດຍມົນລະພິດທາງກະສິກຳ ແລະ ການຕົກຕະກອນອັນເນື່ອງມາຈາກການຕັດໄມ້ທຳລາຍປາ ແລະ ການເສື່ອມໂຊມຂອງປ່າ ມີແນວໂນ້ມທີ່ຈະເປັນໄພຂົ່ມຂູ່ຫຼັກຕໍ່ແຫຼ່ງທີ່ຢູ່ອາໃສໃນນ້ຳພາກກາງ ແລະ ພາກເໜືອ, ນອກຈາກນນີ້ ການມີເຂື່ອນຂະໜາດໃຫຍ່ຈຳນວນຫຼາຍ ແລະ ໂຄງການຜັກປ່ຽນນ້ຳອື່ນໆ ໃນພື້ນທີ່ຍັງກໍ່ໃຫ້ເກີດຄວາມສ່ຽງເພີ່ມເຕີມໃນພື້ນທີ່ແມ່ນ້ຳເຈົ້າພະຍາ ແລະ ແມ່ນ້ຳຂອງ ເນື່ອງຈາກໂຄງການພັດທະນາເຫຼົ່ານີ້ປ່ຽນແປງລະບົບນິເວດນ້ຳຈືດຜ່ານການປ່ຽນແປງ ວັກທະຈັກທາງອຸທົກວິທະຍາ, ລະດັບການຕົກຕະກອນ ແລະ ຄວາມເຂັ້ມຂຸ້ນຂອງອອັກຊີເຈນທີ່ລະລາຍ ແລະ ຄາດວ່າຜົນກະທົບເຫຼົ່ານີ້ຈະເພີ່ມຄວາມຮຸນແຮງຂື້ນ ເນື່ອງຈາກປັດຈຸບັນມີການສ້າງເຂື່ອນເພີ່ມເຕີມ ແລະ ມີແຜນຈະສ້າງໃນອານາຄົດ. [2]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
ກອນອຸມາ ພົງສາ ແລະ ບຸນທົບ ພະໄຊສົມບັດ
ຜູ້ກວດສອບ Factsheet
,