ປາຂັ້ນເຮືອລາຍຈາງ
Stream Barilius
Opsarius koratensis (Smith, 1931)
ສັດ
ປາ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ປາເສືອ (Pa Khan Heua)
ອະນຸກົມວິຖານ
- ຊື່ສະກຸນ
- Cyprinidae
ຊື່ພ້ອງ
Barilius koratensis Smith, 1931
Barilius nanensis Smith, 1945
Danio menglaensis He & Chen, 1994
Opsarus koratensis (Smith, 1931)
Barilius nanensis Smith, 1945
Danio menglaensis He & Chen, 1994
Opsarus koratensis (Smith, 1931)
ຊະນິດໃກ້ຄຽງ
ປາຂັ້ນເຮືອລາຍແຈ້ງ/ Pa Khan Heua Laiy Jang
ບັນຍາຍລັກສະນະທາງພືດສາດ
ປາຂັ້ນເຮືອລາຍຈ່າງມີລຳຕົວທີ່ຮຽວ ແລະ ຍາວ ຊ່ວຍໃຫ້ເຄື່ອນທີ່ໄດ້ຢ່າງມີປະສິດທິພາບໃນນ້ຳໄຫຼ. ລຳຕົວຖືກຄຸມດ້ວຍເກັດ (cycloid) ຂະໜາດນ້ອຍ, ໂດຍມີ 32–36 ເກັດຕາມເສັ້ນຂ້າງລຳຕົວ ແລະ 15–18 ເກັດກ່ອນຄີບຫຼັງ, ມີເສັ້ນຂ້າງລຳຕົວທີ່ສົມບູນຍາວໄປຕາມຂ້າງ ແລະ ມີໄຂມັນຢູ່ລະຫວ່າງຄີຫຼັງ ແລະ ຄີຫາງ.
ຫົວມີປາກຢູ່ດ້ານໜ້າ ເໝາະສຳລັບກິນອາຫານຕາມຜິວນ້ຳ ຕາມຈາກປາຊະນິດອື່ນທີ່ບໍ່ມີໜວດ. ຄີບຫາງແຍກເປັນສອງແສກ ຊ່ວຍໃຫ້ລອຍນ້ຳໄດ້ໄວ.
ໃນຂະນະທີ່ຍັງມີຊີວິດຢູ່ ລຳຕົວຈະມີສີຟ້າປົນສີເທົາ, ມີແຖບຂ້າງຈາງໆພາດພາດຕາມຂ້າງແຕ່ລະດ້ານ ແລະ ມີແຖບແນວຕັ້ງສັ້ນໆ 2 ຫາ 9 ແຖບ, ແຖບເຫຼົ່ານີ້ຈະເຫັນໄດ້ຢ່າງຊັດເຈນຂື້ນໃນຕົວຢ່າງທີ່ເກັບຮັກສາໄວ້, ຄີມີສີເຫຼືອງອ່ອນໆ. ປາຕົວຜູ້ຂອງປາຊະນິດນີ້ບໍ່ສະແດງສີສັນທີ່ສົດໄສ ຫຼື ຊັດເຈນໃນຊ່ວງລະດູປະສົມພັນ ເຮັດໃຫ້ເບິ່ງເຫັນໄດ້ຍາກໃນຊ່ວງລະດູປະສົມພັນ.
ຂະໜາດ: 7.2 ຊມ SL.
ແຫຼ່ງທີ່ມາ: [1], [2]

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; China (Yunnan); Lao People's Democratic Republic; Thailand; Viet Nam. [3]
Global distribution of Opsarius koratensis between 1964 to 2026. Source: [4]
Global distribution of Opsarius koratensis between 1964 to 2026. Source: [4]
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ເຂດລຽບແມ່ນ້ຳຂອງພາກໃຕ້, ເຂດສາຍພູຫຼວງພາກກາງ
ປາຊະນິດໄດ້ຮັບການບັນທຶກຈາກແມ່ນ້ຳຫຼາຍສາຍໃນລາວ ໄດ້ແກ່: ຫຼວງພະບາງ (ນ້ຳແຊງ ເມືອງປາກແຊງ, ນ້ຳຄານ ແລະ ນຳຂອງ ບ້ານສິງ, ມ. ຫຼວງພະບາງ), ອັດຕະປື (ແມ່ນຳເຊຂະໝານ, ມ. ໄຊເສດຖາ), ຜົງສາລີ (ນ້ຳອູ, ມ. ຍອດອູ), ສະຫວັນນະເຂດ (ນ້ຳຂອງ, ມ. ໄກສອນພົມວິຫານ), ຄຳມ່ວນ (ນ້ຳເຊບັ້ງໄຟ, ມ. ບົວລະພາ), ຫຼວງນ້ຳທາ (ນ້ຳທາ, ມ. ຫຼວງນ້ຳທາ), ອຸດົມໄຊ (ນ້ຳໂກ, ມ. ໄຊ), ບໍແກ້ວ (ນ້ຳຂອງ, ມ. ຫ້ວຍຊາຍ), ຈຳປາສັກ (ນ້ຳຂອງ, ມ. ໂຂງ), ແຂວງວຽງຈັນ (ວັງວຽງ) ແລະ ຊຽງຂວາງ (ນ້ຳງຽບ, ມ. ຄູນ). [4]
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ
ປາຊະນິດນີ້ອາໄສຢູ່ໃນແມ່ນ້ຳໃນພື້ນທີ່ຕ່ຳຫາ ເນີນພູທີ່ມີນ້ຳໃສ ແລະ ພື້ນເປັນຊາຍປົນຫີນ [3]. ໂດຍທົ່ວໄປຈະພົບໃນແຫຼ່ງນ້ຳຂະໜາດໃຫຍ່, ງຽບສະຫງົບ ແລະ ເລິກ ເຊິ່ງມັກຈະຂຸນ ແລະ ພົບໄດ້ໃນແມ່ນ້ຳຂະໜາດກາງຫາຂະໜາດໃຫຍ່ ມີລາຍງານວ່າພົບໃນພື້ນທີ່ທີ່ມີກວດຫີນໃນແມ່ນ້ຳຂະໜາດນ້ອຍທີ່ໃສ ແລະ ໄຫຼແຮງ ລວມທັງຊ່ວງທີ່ໄຫຼໄວຂອງແມ່ນ້ຳຂະໜາດໃຫຍ່ [5]. ນອກຈາກນີ້ແລ້ວສາຍພັນນີ້ຍັງອາໄສຢູ່ໃນແມ່ນ້ຳ ແລະ ລຳທານທີ່ມີອອັກຊີເຈນສູງ, ມີຄວາມລາດຊັນຕ່ຳຫາປານກາງ ມີການໄຫຼຊ້າຫາປານກາງ ແລະ ມີພື້ນຜິວເປັນກວດຫີນ, ຫີນຂະໜາດນ້ອຍ, ຫີນຂະໜາດໃຫຍ່ ແລະ ຫີນທີ່ມີການໂຜ່ຂື້ນນ້ຳ. [6]
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ສາຍພັນນີ້ພົບໄດ້ທົ່ວໄປໃນທ້ອງຖິ່ນ ທີ່ມີຄວາມນິຍົມໃນການປະມົງຕ່ຳ ແລະ ແນວໂນ້ມປະຊາກອນບໍ່ຫຼຸດລົງ ດັງນັ້ນຈຶ່ງໄດ້ຮັບການປະເມີນວ່າມີຄວາມສ່ຽງຕ່ຳ. [3]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
Food: The species has low fishery interest, is not often seen in markets, is not considered preferred food fish, and is rarely represented in the aquarium trade. [3]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ພຶດຕິກຳ: ປາຂັ້ນເຮືອລາຍຈາງ ເປັນປາທີ່ຢູ່ຮ່ວມກັນເປັນຝູງ ເປັນລັກສະນະການລອຍນ້ຳທີ່ວ່ອງໄວ ແລະ ຄ່ອງແຄ້ວ, ໂດຍທົ່ວໄປມັກອາໄສຢູ່ບໍລິເວນຜິວນ້ຳ. [6]
ອາຫານ: ປາຂັ້ນເຮືອລາຍຈາງ ເປັນສັດກິນແມງໄມ້ເປັນຫຼັກທີ່ຫາກິນຕາມຜິວນ້ຳ ໂດຍຈະກິນທັງແມງໄມ້ນ້ຳ ແລະ ແມງໄມ້ບົກທີ່ຢູ່ໃກ້ຜິວນ້ຳ ແລະ ບາງຄັ້ງອາດກິນປາຂະໜາດນ້ອຍເປັນອາຫານ. [1]
ການອານຸລັກທີ່ຢູ່ອາໄສ:
ໄຂຂົ່ມຂູ່: ການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໄສເປັນໄພຂົ່ມຂູ່ທີ່ອາດເກີດຂື້ນ. [3]

ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
[1] iNaturalist [Online]. Uploaded in May 2026 by Andaman Kaosung. Available: https://www.inaturalist.org/observations/359239869. [Accessed 17 June 2026].
[2] iNaturalist [Online]. Uploaded in February 2026 by Andaman Kaosung. Available: https://www.inaturalist.org/observations/337225364. [Accessed 17 June 2026].
[3] iNaturalist [Online]. Uploaded on 12 December 2025 by Khemthong Tonsakulrungruang. Available: https://www.inaturalist.org/observations/330420410. [Accessed 17 June 2026].

[1] “Opsarius koratensis,” Grokipedia. [Online]. Available: https://grokipedia.com/page/opsarius_koratensis. [Accessed: Jun. 17, 2026].
[2] Pha Khao Lao, “Fishes of the Mekong Delta,” Pha Khao Lao. [Online]. Available: https://phakhaolao.la/en/resource/https-www-nagaofoundation-or-jp-e-publication-e-book-mekongfishes-book-index-htmltarget-page_no13/. [Accessed: Jun. 17, 2026].
[3] D. Juffe Bignoli, “Schistura koratensis,” The IUCN Red List of Threatened Species, 2012. [Online]. Available: https://www.iucnredlist.org/species/180762/1660076. [Accessed: Jun. 17, 2026].
[4] Global Biodiversity Information Facility (GBIF), “Opsarius koratensis (Smith, 1931),” GBIF Backbone Taxonomy. [Online]. Available: https://www.gbif.org/species/5205418. [Accessed: Jun. 17, 2026].
[5] R. Froese and D. Pauly, Eds., “Opsarius koratensis,” FishBase, World Wide Web electronic publication. [Online]. Available: https://www.fishbase.se/summary/Opsarius-koratensis. [Accessed: Jun. 17, 2026].
[6] Seriously Fish, “Opsarius koratensis (Smith, 1931),” Seriously Fish. [Online]. Available: https://www.seriouslyfish.com/species/opsarius-koratensis/. [Accessed: Jun. 17, 2026].

ຜູ້ສ້າງ Factsheet
ກອນອຸມາ ພົງສາ ແລະ ບຸນທົບ ພະໄຊສົມບັດ
ຜູ້ກວດສອບ Factsheet
,