ເລກລຳດັບທີ: 1314
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-06-16
ປາຄີເກາະຫາງເຫຼືອງ
Pa Khe Kc Hang Lerng
Mystacoleucus obtusirostris (Valenciennes, 1842)
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Genggehek)
ອະນຸກົມວິຖານ
ຊື່ສະກຸນ
Cyprinidae
ຊະນິດໃກ້ຄຽງ
ປາຫຼັງໜາມ/ Pa Lang nam
ປາຫຼັງໜາມ/ Lang nam
ປາຄີເກາະຫາງຂາວ/ Pa khe kc hang khao
ປາຄີເກາະຕາແດງ/ Pa Khe Kc Ta Daeng
ປາຄີເກາະຫາງດຳ/ Drak Finned Fish
ບັນຍາຍລັກສະນະທາງພືດສາດ
ປາຄີເກາະຫາງເຫຼືອງສາມາດຈຳແນກໄດ້ຈາກເກັດຂະໜາດໃຫຍ່ທີ່ມີເກັດຕາມແນວເສັ້ນຂ້າງລຳຕົວ 24 ຫາ 26 ເກັດ ແລະ ມີຄີສີເຫຼືອງ, ຄີຫຼັງມີຂອບສີດຳແຄບໆ ແລະ ບໍລິເວນເກັດຈະມີສີດຳກະຈາຍຢູ່ທົ່ວໄປ ແຕ່ໃນປາຂະໜາດໃຫຍ່ ຂອງຂອບບໍລິເວນເກັດທີ່ຕິດກັບລຳຕົວເກືອບທັງໝົດຈະມີສີດຳ.
ຄີກົ້ນມີຂອບວ້ຳ, ຮູບຮ່າງຂອງຄີກົ້ນຈະປ່ຽນໄປເມື່ອປາໃຫຍ່ຂື້ນ ໃນປາຂະໜາດນ້ອຍຂອບຂອງຄີກົ້ນອາດຳວ້ຳ ຫຼື ຊື່ ໃນຂະນະທີ່ປາໂຕເຕັມໄວຂອບຄີກົ້ນຈະນູນຂື້ນ.
ຂະໜາດ: 15 ຊມ ຄວາມຍາວມາດຕຖານ (SL).
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; China; Indonesia; Lao People's Democratic Republic; Malaysia; Myanmar; Thailand; Viet Nam. [2]

Global distribution of Mystacoleucus obtusirostris between 1976 to 2026. Source: [3]
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ
ມີການບັນທຶກເຂດກະຈາຍພັນຂອງຊະນິດນີ້ໃນແຂວງສະຫວັນນະເຂດ ແລະ ຫຼວງພະບາງ, ປະເທດລາວ. [1]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ
ປາຊະນິດນີ້ພົບໄດ້ໃນຫ້ວຍຂະໜາດນ້ອຍຫາຂະໜາດໃຫຍ່ທີ່ມີນ້ຳໄຫຼ ແລະ ຍັງພົບໄດ້ໃນອ່າງເກັບນ້ຳອີກດ້ວຍ, ມີການພົບຕາມພື້ນທີ່ທີ່ມີພື້ນເປັນກວດ, ຫີນ ແລະ ຊາຍ, ເປັນທີ່ຮູ້ກັນດີວ່າພວກມັນມັກອາໄສຢູ່ຫ້ວຍທີ່ມີເສດໄມ້ ແລະ ກິ່ງໄມ້ [2]. ໂດຍສ່ວນໃຫຍ່ແລ້ວເປັນປາທີ່ອາໄສຢູ່ໃນຫ້ອຍນ້ຳ ມັກນ້ຳໄສທີ່ມີອອັກຊີເຈັນສູງ, ນ້ຳໄຫຼແຮງ ແລະ ມີພື້ນເປັນຊາຍ ຫຼື ກວດຫີນ ແລະ ມັກພົບໃນໃນຫ້ວຍຕົ້ນນ້ຳທີ່ເຕັບໄປດ້ວຍຫີນ ແລະ ກ້ອນຫີນໃຫຍ່. ເນື່ອງຈາກການສ້າງເຂື່ອນ ແລະ ການລົບກວນອື່ນໆ ຂອງມະນຸດ ປັດຈຸບັນຈຶ່ງພົບວ່າອາໄສຢູ່ໃນທະເລສາບ ແລະ ອ່າງເກັບນ້ຳບາງແຫ່ງອີກດ້ວຍ. [4]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ສາຍພັນນີ້ມີການກະຈາຍພັນໃນວົງກວ້າງ ແລະ ຍັງບໍ່ມີໄພຂົ່ມຂູ່ໃດໆ ທີ່ຮູ້ໄດ້ທັນທີ, ດັງນັ້ນຈຶ່ງຈັດຢູ່ໃນກຸ່ມທີ່ມີຄວາມສ່ຽງຕ່ຳ. [2]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ຖືກນຳມາໃຊ້ໃນການປະມົງເພື່ອການດຳລົງຊີວິດ ເປັນແຫຼ່ງອາຫານໃນທ້ອງຖິ່ນ ເຊິ່ງມີສ່ວນຊ່ວຍໃນການບຳລຸງທາງໂພສະນາການໃນຄົວເຮືອນ ແລະ ການດຳລົງຊີວິດຂະໜາດນ້ອຍ ບໍ່ມີການຈຳນ່າຍຫຼາຍໃນຕະຫຼາດການຄ້າ. [1]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ອາຫານ: ປາຄີເກາະຫາງເຫຼືອງໜ່າຈະເປັນສັດກິນພືດ ແລະ ສັດກິນຊີ້ນທົ່ວໄປ ໂດຍກິນແມງໄມ້, ກຸ້ງ, ປູ, ໜອນ, ສາຫຼ່າຍ ແລະ ພືດນ້ຳ ແຕ່ຍັງບໍ່ຊັດເຈນວ່າກິນສາຫຼ່າຍ ແລະ ພືດນ້ຳໂດຍຕົງ ຫຼື ຖືກດູດຊຶມທາງອອ້ມຜ່ານທາງອາຫານໃນກະເພາະຂອງເຫຍືອ. [4]

ພຶດຕິກຳ: ເປັນປາທີ່ບໍ່ຮ້າຍ ແຕ່ມີການເຄື່ອນໄຫວທີ່ຄ່ອງແຄ້ວ ອາດເປັນພຶດຕິກຳທີ່ລົບກວນສັດທີ່ເຄື່ອນໄຫວຊ້າ ຫຼື ຂີ້ອາຍ. [4]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ປັດຈຸບັນຍັງບໍ່ພົບໄພຂົ່ມຂູ່ໃດໆ ຕໍ່ສາຍພັນນີ້ໃນພື້ນທີ່ເຂດກະຈາຍພັນ. [2]

ການຕິດຕາມປະຊາກອນ:

ບໍ່ມີຂໍ້ມູນທີແນ່ນອນກ່ຽວກັບຂະນາດປະຊາກອນຂອງສາຍພັນນີ້, ເຖິ່ງຢ່າງໃດກໍ່ຕາມ ມີການຮວບຮວມຕົວຢ່າງຈຳນວນຫຼາຍ ແລະ ມີການກະຈາຍພັນຢ່າງກວ້າງຂວາງ ຈຶ່ງປະມານໄດ້ວ່າປະຊາກອນຄົງທີ່. [4]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
ກອນອຸມາ ພົງສາ ແລະ ບຸນທົບ ພະໄຊສົມບັດ
ຜູ້ກວດສອບ Factsheet
,