ເລກລຳດັບທີ: 1313
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-06-15
ປາຄີເກາະຫາງດຳ
Drak Finned Fish
Mystacoleucus lepturus Huang, 1979
ສັດ
ປາ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Palang Junanský)
ອະນຸກົມວິຖານ
ຊື່ສະກຸນ
Cyprinidae
ຊະນິດໃກ້ຄຽງ
ປາຄີເກາະຕາແດງ/ Greenway's Barb
ປາຄີເກາະຫາງຂາວ/ Ectypus Barb
ປາຫຼັງໜາມ/ Lang nam
ປາຫຼັງໜາມ/ Black-Backed Barb
ປາຄີເກາະຫາງເຫຼືອງ/ Blunt-Snout Barb
ບັນຍາຍລັກສະນະທາງພືດສາດ
ປາຊະນິດນີ້ສາມາດຈຳແນກໄດ້ງ່າຍ ເນື່ອງຈາກມີລຳຕົວທີຮຽວຍາວ, ມີໜວດໜຶ່ງຄູ່ (ໂຄງສ້າງຄ້າຍໜວດ) ແລະ ມີຂອບສີດຳທີຄີຫຼັງ, ເກັດລຳຕົວມີລວດລາຍຮູບເດືອນສ້ຽວສີເຂັ້ມ ເຊິ່ງເຮັດໃຫ້ມີລັກສະນະທີ່ໂດດເດັ່ນ.
ປາຊະນິດນີ້ມີເກັດຕາມແນວເສັ້ນຂ້າງລຳຕົວ 32 ຫາ 33 ເກັດ ບວກກັບເກັດເພີ່ມອີກ 2 ເກັດບໍລິເວນປາຍ ແລະ ມີເກັດ 14 ແຖວຮອບໂຄນຫາງ (ເກັດຮອບໂຄນຫາງ).
ປາຊະນິດນີ້ໂດຍທົ່ວໄປມີຄວາມຍາວ 9.5 ຊມ, ໂດຍຄວາມເລິກຂອງລຳຕົວເທົ່າກັບ 3.4 ຫາ 3.8 ເທົ່າຂອງຄວາມຍາວມາດຕະຖານ, ນອກຈາກນີ້ຍັງສາມາດລະບຸໄດ້ຈາກການມີກ້ານຄີກົ້ນທີ່ແຕກອອກ 6 ຫາ 10 ກ້ານ ແລະ ເກັດເສັ້ນຂ້າງລຳຕົວ 24 ຫາ 39 ເກັດ.
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to China; Lao People's Democratic Republic; Thailand. [3]

Global distribution of Mystacoleucus lepturus between 1986 to 2021. Source: [4]
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ
ຂໍ້ມູນຈາກການບັນທຶກຂໍ້ມູນຈາກ GBIF ລະບຸວ່າຖິ່ນທີ່ຢູ່ອາໄສຂອງສາຍພັນນີ້ມີ ແຂວງວຽງຈັນ (ນ້ຳຫຼີກ ແລະ ນ້ຳງຶມ), ອຸດົມໄຊ (ຕະຫຼາດເມືອງໄຊ) ແລະ ຫຼວງນ້ຳທາ (ນ້ຳໂຢນ, ເມືອງສິງ ແລະ ນ້ຳຄາ, ວຽງພູຄາ). [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ
ສາຍພັນນີ້ນີ້ພົບຫຼາຍໃນນ້ຳໄສທີ່ມີອອັກຊີເຈັນພຽງພໍ ແລະ ໄລຢ່າງຕໍ່ເນື່ອງ ໂດຍມີພື້ນເປັນຊາຍ ຫຼື ຫີນກຣວດ, ມັກພົບໃນຕົ້ນນ້ຳທີ່ມີຫີນ [2]. ມັກພົບໃນລຳທານຕົ້ນນ້ຳທີ່ມີຫີນ ແລະ ກ້ອນຫີນ. [1]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງສູນພັນ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ປາຄີເກາະຫາງດຳ ໄດ້ຮັບການປະເມີນວ່າຢູ່ໃນສະຖານະຄວາມສ່ຽງສູນພັນເນື່ອງຈາກມີປະຊາກອນຫຼຸດລົງຫຼາຍກ່ວາ 30% ໃນຊ່ວງທ້າຍປີທີ່ຜ່ານມາ ເຊິ່ງສາເຫດຫຼັກມາຈາກການເຊື່ອມໂຊມຂອງແຫຼ່ງທີ່ຢູ່ອາໄສອັນເນື່ອງມາຈາກເຂື່ອນ ແລະ ໂຄງການຈັດການອື່ນໆ ລວມທັງມົນລະພິດໃນແມ່ນ້ຳຂອງໃນລະດັບສູງ. [3]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ປາຄີເກາະຫາງດຳ ຖືກນຳມາໃຊ້ໃນການປະມົງເພື່ອການດຳລົງຊີວິດເປັນແຫຼ່ງອາຫານໃນທ້ອງຖິ່ນ ມີສ່ວນຊ່ວຍໃນການບຳລຸງໂພຊະນາການໃນເຮືອນຄົວ ແລະ ການດຳລົງຊີວິດໃນລະດັບເລັກ ເຖິ່ງວ່າຈະບໍ່ມີການຈຳນ່າຍຢ່າງແຜ່ຫຼາຍໃນຕະຫຼາດການຄ້າຂາຍ. [5]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ພຶດຕິກຳ: ປາຄີເກາະຫາງດຳເປັນສາຍພັນທີ່ມີຄວາມກະຊັບກະສ່າຍ ໂດຍທົ່ວໄປມັກສະແດງພຶດຕິກຳການຮວມຝູງໃນທຳມະຊາດ. [2]

ອາຫານ: ປາຄີເກາະຫາງດຳ ເປັນສັດກິນພືດ ແລະ ກິນສັດ ໂດຍຈະກິນອາຫານທີ່ຫຼາຍຫຼາຍຊະນິດ ໄດ້ແກ່ ພືດ, ສາຫຼ່າຍ, ສັດບໍ່ມີກະດູກສັນຫຼັງຂະໜາດນ້ອຍ ແລະ ແພຼງຕ່ອນສັດ. [2]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ໄພຂົ່ມຂູ່ທີ່ສຳຄັນຕໍ່ຊະນິດນີ້ໃນແມ່ນ້ຳຂອງ ຄື ການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໄສອັນເນື່ອງມາຈາກການສ້າງເຂື່ອນ ແລະ ໂຄງການຈັດການນ້ຳອື່ນໆ ລວມເຖິ່ງການພັດທະນາ ເພີ່ມເຕີມທີ່ວາງແຜນໄວ້, ຜົນກະທົບຈາກໂຄງການດັງກ່າວ ເຮັດໃຫ້ເກີດການຢຸດສະງັກຂອງວົງຈັກນ້ຳທ້ວມ-ໄພແລ້ງຕາມທຳມະຊາດຂອງແມ່ນ້ຳ, ລະດັບການຕົກຕະກອນທີ່ມີການປ່ຽນແປງໄປ ແລະ ປະລິມານອອັກຊີເຈນລະລາຍທີ່ຫຼຸດລົງ ລາຍງານຍັງລາຍງານລະດັບມົນລະພິດທີ່ສູງໃນແມ່ນ້ຳຂອງ ໃນຂະນະທີ່ການດຶງນ້ຳໄປໃຊ້ໃນຊົນລະປະທານທາງການກະເສດ ແລະ ການຈັດຫານ້ຳໃນເມືອງຫຼາຍກ່ວາ ເຮັດໃຫ້ວັດທະຈັກທາງອຸທົກວິທະຍາຕາມທຳມະຊາດຍຸດສະງັກລົງ. [3]

ການຕິດຕາມປະຊາກອນ:
ຄາດວ່າປະຊາກອນຈະຫຼຸດລົງໃນອັດຕາທີ່ຫຼາຍກ່ວາ 30% ໃນຊ່ວງສິບປີທີ່ຜ່ານມາ ເຖິ່ງວ່າຈະບໍ່ມີຂໍ້ມູນທາງປະລິມານໂດຍລະອຽດກໍ່ຕາມ. [3]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
ກອນອຸມາ ພົງສາ ແລະ ບຸນທົບ ພະໄຊສົມບັດ
ຜູ້ກວດສອບ Factsheet
,