ປາຫົວແງນນ້ອຍ
Indian Glass Barb
Laubuka laubuca (Hamilton, 1822)
ສັດ
ປາ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
- ຊື່ສະກຸນ
- Cyprinidae
ຊື່ພ້ອງ
Chela huae (Tirant, 1883)
Chela labauca (Hamilton, 1822)
Chela labuca (Hamilton, 1822)
Chela laubuca (Hamilton, 1822)
Clupea huae Tirant, 1883
Cyprinus laubuca Hamilton, 1822
Danio menoni Barman, 1986
Laubuca guttatus (McClelland, 1839)
Laubuca laubuca (Hamilton, 1822)
Leuciscus laubuca (Hamilton, 1822)
Perilampus fulvescens Blyth, 1860
Perilampus guttatus McClelland, 1839
Perilampus laubuca (Hamilton, 1822)
Chela labauca (Hamilton, 1822)
Chela labuca (Hamilton, 1822)
Chela laubuca (Hamilton, 1822)
Clupea huae Tirant, 1883
Cyprinus laubuca Hamilton, 1822
Danio menoni Barman, 1986
Laubuca guttatus (McClelland, 1839)
Laubuca laubuca (Hamilton, 1822)
Leuciscus laubuca (Hamilton, 1822)
Perilampus fulvescens Blyth, 1860
Perilampus guttatus McClelland, 1839
Perilampus laubuca (Hamilton, 1822)
ຊະນິດໃກ້ຄຽງ
ປາຫົວແງນ/ Flying Minnow
ປາກປາກຄຳ/ Pa Park Kham
ປາກປາກຄຳ/ Pa Park Kham
ບັນຍາຍລັກສະນະທາງພືດສາດ
ຫົວໂຄ້ງຂຶ້ນເລັກນ້ອຍ, ລຳຕົວຍາວ ແລະ ແປດ້ານຂ້າງ, ມີຫຼັງທີ່ຍົກຂື້ນປານກາງ, ເອິກ ແລະ ທ້ອງໂຄ້ງມົນ, ມີຈຸດກົມໆສີດຳຢູ່ບໍລິເວນຫຼັງຝາປິດເຫງືອກ (operculum). ມີຈຸດສີຈາງອີກໜຶ່ງຈຸດບໍລິເວນໂຄນຄີຫາງ, ມີແຖບສີດຳແຄບພາດຜ່ານກາງລຳຕົວໄປທາງຫາງ ແຕ່ຈະຫາຍໃບກ່ອນຮອດຄີຫາງ, ທ້ອງມີສີເງິນ ແລະ ມີເສັ້ນສີດຳບາງໆພາດຜ່ານກາງລຳຕົວ, ຄີເອິກຍາງ, ມີກ້ານຄີທີ່ບໍ່ແຕກແໜ່ງ 1 ກ້ານ ແລະ ມີກ້ານຄີທີ່ແຕກຂະແໜ່ງ 10 ຫາ 12 ກ້ານ ແຕ່ບໍ່ຍາວຮອດປາຍຄີຂ້າງ, ເສັ້ນຂ້າງລຳຕົວສົມບູນ, ມີເກັດ 29 ຫາ 36 ເກັດ, ມີເກັດກ່ອນຄີຫຼັງ 14 ຫາ 17 ເກັດ.
ຫົວມີຂະໜາດນ້ອຍ ແລະ ແງນຂື້ນ, ດວງຕາມີຂະໜາດໃຫຍ່ ຢູ່ດ້ານຂ້າງ ແລະ ເບິ່ງເຫັນໄດ້ຈາກທາງດ້ານເທິງ ແລະ ດ້ານລຸ່ມ. ປາກເສີດຂື້ນ (ຢູ່ດ້ານເທິງ) ຄາງກະໄຕລຸ່ມລຽບບໍ່ມີປຸ່ມ, ຫູດັງຢູ່ໃກ້ດວງຕາຫຼາຍກ່ວາປາຍດັງ ແລະ ຊີ້ຂຶ້ນເລັກນ້ອຍ ແລະ ອອກໄປທາງດ້ານນອກ, ບໍ່ມີໜວດ.
ຄວາມຍາວສູງສຸດ: 10,5 ຊມ (TL)
ນ້ຳໜັກສູງສຸດທີ່ລະບຸ: 10,40 ກຼາມ
ແຫຼ່ງທີ່ມາ: [1], [2]

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Bangladesh; India, Myanmar; Sri Lanka. [3]
Global distribution of Laubuka laubuca between 1871 to 2024. Source: [4]
Global distribution of Laubuka laubuca between 1871 to 2024. Source: [4]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດລຽບແມ່ນ້ຳຂອງພາກໃຕ້
ຕາມຂໍ້ມູນຂອງ GBIF ພົບວ່າສາຍພັນນີ້ພົບໃນແມ່ນ້ຳເຊລຳພ້າວ ໃນເມືອງມົນລະປະໂມກ, ຈຳປາສັກ ແລະ ແມ່ນ້ຳຂອງໃນເມືອງຫຼວງພະບາງ, ແຂວງຫຼວງພະບາງ. [4]
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ໂດຍທົ່ວໄປສາຍພັນນີ້ຈະອາໄສຢູ່ໃນລຳທານຕື້ນທີ່ມີການໄຫຼ່ຊ້າຫາປານກາງ ແລະ ພື້ນທີ່ຊຸ່ມຕາມລະດູການ [1]. ພົບໄດ້ທັງບໍລິເວນລຳທານຕື້ນ ແລະ ຂ້ອນຂ້າງເລິກ ເຊິ່ງມີຕັ້ງແຕ່ບໍລິເວນນ້ຳນິ້ງໄປຈົນຮອດບໍລິເວນທີ່ມີກະແສນ້ຳໄຫຼປານກາງ [2]. ໃນຂະນະດຽວກັນກໍ່ອາໄສຢູ່ໃນບໍລິເວນທີ່ມີຄວາມເລິກປານກາງຂອງລຳທານ, ສະນ້ຳ ແລະ ອ່າງເກັບນ້ຳ ແລະ ຂະຫຍາຍພັນໄດ້ຢ່າງອິດສະຫຼະໃນສະນ້ຳ ແລະ ລຳທານຂະໜາດນ້ອຍ, ເຊິ່ງມັກພົບເຫັນໄດ້ເປັນຈຳນວນຫຼາຍ ເມື່ອໃດກໍ່ຕາມທີ່ມີແຫຼ່ງທີ່ຢູ່ອາໄສ. [3]
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ປາຫົວແງນນ້ອຍເປັນສາຍພັນທີ່ມີການກະຈາຍຕົວຢ່າງກວ້າງຂວາງ ແລະ ຍັງບໍມີການລະບຸໄພຂົ່ມຂູ່ທີ່ສຳຄັນໃນວົງກວ້າງໃນປັດຈຸບັນ, ເຖິ່ງຢ່າງໃດກໍ່ຕາມ ມີການໃຊ້ເປັນປາສວຍງາມອາດກໍ່ໃຫ້ເກີດຄວາມສ່ຽງໃນອານາຄົດ ແລະ ປັດຈຸບັນສາຍພັນນີ້ໄດ້ຮັບການປະເມີນວ່າມີຄວາມສ່ຽງຕ່ຳທີ່ສຸດ. [3]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດປະດັບ, ກິດຈະກຳການກະເສດ, ອາຫານ
ອາຫານ: ພົບເຫັນໄດ້ໜ້ອຍໃນຕະຫຼາດ ແຕ່ຄາດວ່າໜ້າຈະໃຊ້ໃນການກຽມເຮັດປາແດກ. [2]
ຄວາມສວຍງາມ: ຂະໜາດນ້ອຍ, ສີລຳຕົວອົມຟ້າປົນຂຽວເຫຼືອມແສງ ແລະ ຄວາມທົນທານ ເປັນເຫດຜົນຫຼັກທີ່ເຮັດໃຫ້ປາຊະນິດນີ້ກາຍເປັນປາສວຍງາມຕູ້ເຂດຮ້ອນທີ່ໄດ້ຮັບຄວາມນິຍົມ. [3]
ກິດຈະກຳໃນກະສິກຳ: ສາຍພັນນີ້ຍັງໃຊ້ເປັນເຫຍື້ອລໍ້ສຳຫຼັບປາມະຫາຊີ (mahseer), ປາຄໍ່ (channa) ແລະ ປາກິນຊີ້ນຂະໜາດໃຫຍ່ອື່ນໆ. [3]

ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ພຶດຕິກຳ: ໂດຍທົ່ວໄປແລ້ວສາຍພັນນີ້ຈະຢູ່ຮ່ວມກັນເປັນຝູງຂະໜາດ 15 ຫາ 30 ຕົວ, ວ່າງໄຂ່ໃນຊ່ວງຄ່ຳ ຫຼື ໃກ້ເຊົ້າໃນພື້ນທີ່ນ້ຳຕື້ນ, ໂດຍກະຈາຍໄຂ່ປະມານ 30 ຟອງໃນແຕ່ລະຄັ້ງ ແລະ ໄຂ່ຈະຟັກພາຍໃນ 24 ຊມ. [2]
ການກິນອາຫານ: ມັກກິນແມງໄມ້ເປັນຫຼັກ ແຕ່ກໍ່ກິນພືດນຳ. [2]
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ສາຍພັນນີ້ອາດຕົກຢູ່ພາຍໃຕ້ການໃຊ້ປະໂຫຍກຫຼາຍເກີນໄປ ເນື່ອງຈາກມັກຖືກເກັບໄປເພື່ອວັດຖຸປະສົງໃນການປະດັບຕົບແຕ່ງ. [3]
ການຕິດຕາມປະຊາກອນ:
ສາຍພັນນີ້ພົບໄດ້ທົ່ວໃນພື້ນທີ່ສ່ວນໃຫຍ່. [3]
ການເກັບກູ້ແບບຍືນຍົງ:
ປາຫົວແງນນ້ອຍບໍ່ເປັນທີ່ຮູ້ຈັກໃນບພື້ນທີ່ຄຸ້ມຄອງໃດໆ ໂດຍເນັ້ນຍ້ຳເຖິ່ງຄວາມຈຳເປັນໃນການປັບປຸ່ງການຄຸ້ມຄອງແຫຼ່ງທີ່ຢູ່ອາໄສໃນບໍລິເວນທີ່ມີສາຍພັນດັງກ່າວເກີດຂື້ນ, ນອກຈາກນີ້ຈຳເປັນຕ້ອງມີການສຶກສາເພີ່ມເຕີມເພື່ອພິຈາລະນາວ່າສາຍພັນດັງກ່າວກຳລັງປະເຊີນກັບຄວາມຜັນຜວນຂອງປະຊາກອນຢ່າງຮຸນແຮງບໍ່. [3]

ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
[1] Wikipedia contributors, “ปลาซิวหัวตะกั่วอินเดีย,” Wikipedia, The Free Encyclopedia. [Online]. Available: https://th.wikipedia.org/wiki/ปลาซิวหัวตะกั่วอินเดีย. [Accessed: Jun. 1, 2026]
[2] Seriously Fish, “Laubuka laubuca,” Seriously Fish. [Online]. Available: https://www.seriouslyfish.com/species/laubuka-laubuca/. [Accessed: Jun. 1, 2026].
[3] iNaturalist [Online]. Uploaded on 5 February 2025 by: Fuad Rahaman. Available: https://www.inaturalist.org/observations/260703294. [Accessed: 1 June 2026]

[1] K. W. Conway, P. P. Thu, and M. K. S. Rainboth, “A review of genus Laubuka (Cypriniformes: Danionidae) in Myanmar with description of two new species,” 2025. [Online]. Available: https://www.researchgate.net/publication/390428697_A_review_of_genus_Laubuka_Cypriniformes_Danionidae_in_Myanmar_with_description_of_two_new_species. [Accessed: Jun. 1, 2026].
[2] FishBase, “Laubuka laubuca (Hamilton, 1822),” FishBase Species Summary. [Online]. Available: https://www.fishbase.se/summary/Laubuka-laubuca. [Accessed: Jun. 1, 2026].
[3] International Union for Conservation of Nature (IUCN), “Laubuka laubuca,” The IUCN Red List of Threatened Species. [Online]. Available: https://www.iucnredlist.org/species/166649/6255351. [Accessed: Jun. 1, 2026].
[4] Global Biodiversity Information Facility (GBIF), “Laubuka laubuca (Hamilton, 1822),” GBIF Backbone Taxonomy. [Online]. Available: https://www.gbif.org/species/8283254. [Accessed: Jun. 1, 2026].

ຜູ້ສ້າງ Factsheet
ກອນອຸມາ ພົງສາ ແລະ ບຸນທົບ ພະໄຊສົມບັດ
ຜູ້ກວດສອບ Factsheet
,