ເລກລຳດັບທີ: 1308
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-09
ປາຫົວແງນ
Flying Minnow
Laubuka caeruleostigmata Smith, 1931
ສັດ
ປາ
×
ຊື່ທ້ອງຖີ່ນ:
Eng: Leaping barb
ຊື່ພ້ອງ
:
ຊື່ສະກຸນ:
Cyprinidae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
D: 8; A: 18; P1: 9; P2: 5. ຮູບແບບລຳໂຕຂ້ອນຂ້າງສັ້ນ (oblong) ແລະ ແປເຂົ້າດ້ານຂ້າງ ມີຄວາມເລິກຂອງລຳຕົວ 32.69-33.96% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 22.64-23.07% ຂອງ SL, ຫົວ: ມີຂະໜາດນ້ອຍ, ຕາຂ້ອນຂ້າງໃຫຍ່, ບໍ່ມີໜວດ, ຫົວມີລັກສະນະແງນຂຶ້ນເທິງ, ຮີມສົບລຸ່ມຍາວກວ່າຮີມສົບເທິງ, ຄວາມຍາວ ຂອງເສັ້ນ ຜ່າສູນກາງຕາ 25-33.33% ຂອງຄວາມຍາວຫົວ (HL). ລຳໂຕ: ເສັ້ນຂ້າງລຳຕົວສົມບູນ, ຄີຕ່າງມີສີອອກເຫຼືອງ, ຈຸດເລີ່ມຕົ້ນ ຂອງຄີຫຼັງ ແລະ ຄີກົ້ນກົງກັນຂ້າມກັນ, ຢູ່ຂ້ອນໄປໃກ້ກັບຄີຫາງ ແລະ ຄີເອິກມີລັກສະນະຍາວແຫຼມໄປຈົນເຖິງ ຈຸດເລີ່ມຕົ້ນ ຂອງຄີກົ້ນ, ເກັດເສັ້ນຂ້າງໂຕ 26-28 ເກັດ, ເກັດກ່ອນຄີຫຼັງ 16 ເກັດ, ເກັດອ້ອມກົກຫາງ 14-16 ເກັດ, ຄີຫຼັງ 8 ເສັ້ນກ້ານຄີ ອ່ອນ, ຄີກົ້ນ 18 ເສັ້ນກ້ານຄີອ່ອນ, ຄີເອິກ 9 ເສັ້ນກ້ານຄີອ່ອນ, ຄີທ້ອງ 5 ເສັ້ນກ້ານຄີອ່ອນ. ຫາງ: ເປັນງ່າມ ວ້ຳຢູ່ສ່ວນກາງ ເປັນ 2 ຊີກ, ສີຂອງລຳຕົວ: ສີເງີນ ຫຼື ສີນໍ້າຕານອອກເຫຼືອງ, ມີແຖບສີຟ້າຢູ່ຂ້າງລໍາໂຕ ເລີ່ມແຕ່ສ່ວນກາງຂອງລໍາໂຕໄປຈົນ ເຖິງກົກຄີຫາງ ແລະ ເກັດທີ່ຢູ່ກ່ອນຄີຫຼັງມີລັກສະນະສີເຫຼືອງອອກເຫຼື້ອມ.
ເຂດກະຈາຍພັນ: ອ່າງແມ່ນໍ້າຂອງ ຂອງສປປລາວ, ໄທ, ກໍາປູເຈຍ
ເຂດກະຈາຍພັນ: ອ່າງແມ່ນໍ້າຂອງ ຂອງສປປລາວ, ໄທ, ກໍາປູເຈຍ
ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A
ເຂດກະຈາຍພັນໃນລາວ
:
ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະພາບການອະນູຮັກ IUCN
:
ໃກ້ສູນພັນ
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ບັນຍາຍການນຳໃຊ້:
ເປັນປາທີ່ປະຊາຊົນຫາກິນຕາມແມ່ນ້ຳຂອງ, ສາມາດໃສ່ມອງ. ສາມາດເຮັດໄດ້ຫຼາຍລາຍການ ເຊັ່ນ: ມົກ, ປາແຫ້ງ, ປາແດກ ແລະ ປາສົ້ມ.
ການປູກ ການລ້ຽງ:
N/A
ລະດູການເກັບກູ້:
ການຄຸ້ມຄອງຈັດການ:
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
Kottelat, M., 2001. Fishes of Laos. WHT Publications Ltd., Colombo 5, Sri Lanka. 198 p.
Kottelat, M. 2013. The fishes of the inland waters of southeast Asia: a catalogue and core bibiography of the fishes known to occur in freshwaters, mangroves and estuaries. Raffles Bulletin of Zoology Supplement 27: 1-663.
Kulabtong, S., S. Suksri and C. Nonpayom, 2012. New data of the freshwater fish genera Laubuca Bleeker, 1860 (Cypriniformes Cyprinidae) and Phenacostethus Myers, 1928 (Atheriniformes Phallostethidae) in Thailand. Biodiversity Journal 3(3): 159-164.
Smith, H. M. 1931. Descriptions of new genera and species of Siamese fishes. Proceedings of the United States National Museum v. 79 (no. 2873): 1-48

ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: