ເລກລຳດັບທີ: 1307
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-11-24

ປາມັນ
Flying Fox Fish

Garra cambodgiensis (Tirant, 1884)


ສັດ
ປາ

1 / 1
Image 1


ຊື່ທ້ອງຖີ່ນ:

ຊື່ພ້ອງ :
Cirrhina cambodgiensis Tirant, 1883
Garra parvifilum Fowler, 1939
Garra taeniata Smith, 1931
Garra taeniatops Fowler, 1935

ຊື່ສະກຸນ:
Cyprinidae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
D: 9-10; A: 5; P1: 14; P2: 7. ຮູບແບບລຳໂຕສັ້ນ (oblong)  ແລະ ກົມ, ມີຄວາມເລິກຂອງລຳໂຕ 23.07-27.95%  ຂອງ ຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 21.17-25.58% ຂອງ SL. ຫົວ: ມີຫົວຂະໜາດນ້ອຍ, ຢູ່ປາກຈະມີຕຸ່ມທີ່ ຂະຫຍາຍຕົວດີ, ຮີມສົບດ້ານເທິງຈະຍາວກວ່າດ້ານລຸ່ມ, ຮີມສົບດ້ານລຸ່ມປ່ຽນແປງໄປເປັນແຜນຢ່າງຈະແຈ້ງ, ມີໜວດ 1 ຄູ່, ຕາຂ້ອນຂ້າງນ້ອຍ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 22.10-23.61% ຂອງຄວາມຍາວຫົວ (HL). ລຳໂຕ: ບໍລິເວນພື້ນ ດ້ານລຸ່ມຄາງກະໄຕໄປຫາກົກຂອງຄີຫາງມີສີຂາວ, ຢູ່ສ່ວນຂ້າງໂຕມີແຖບສີດຳ ຫຼື ສີນໍ້າຕານໄໝ້ຂະໜາດໃຫຍ່, ກວ້າງປະມານ ສອງແຖວເກັດ ແລະ ຢູ່ສອງຟາກຂ້າງຂອງແຖບສີດໍາມີແຖບສີອອກເຫຼືອງ ແຕ່ປາຍສຸດຂອງເງີບ ຫາກົກຂອງຄີຫາງ, ສ່ວນ ດ້ານຫຼັງມີສີດຳ,  ເສັ້ນຂ້າງໂຕສົມບູນ, ເກັດເສັ້ນຂ້າງໂຕ 31-32 ເກັດ, ເກັດກ່ອນຄີຫຼັງ 10 ເກັດ, ເກັດອ້ອມກົກຫາງ 10 ເກັດ, ເກັດຈາກເກັດກ່ອນຄີຫຼັງລົງໄປຫາເສັ້ນຂ້າງ ຕົວຕາມແນວສະຫຼຽງ 4 ແລະ ເກັດໜ້າຄີກົ້ນຂຶ້ນໄປຫາຕາມເສັ້ນຂ້າງ ຕົວຕາມ ແນວສະຫຼຽງ 4 ເກັດ; ຄີຕ່າງໆ ເປັນສີອອກເຫຼືອງ ອົມສົ້ມ, ຄີຫຼັງ ແລະ ຄີທ້ອງສີເຫຼືອງ, ຄີຫຼັງມີແຖບສີເຫຼືອງຢູ່ບໍລິເວນ ກາງເຄິ່ງຂອງຄວາມສູງຂອງຄີຫຼັງ ແລະ ມີ 10 ເສັ້ນກ້ານຄີອ່ອນ, ຄີກົ້ນສີສົ້ມ ແລະ ມີ 5 ເສັ້ນກ້ານຄີອ່ອນ, ຄີເອິກ 14 ເສັ້ນກ້ານ ຄີອ່ອນ, ຄີທ້ອງ 7 ເສັ້ນກ້ານຄີອ່ອນ. ຫາງ: ຫາງເປັນສີເຫຼືອງ ຫຼື ສົ້ມ ແລະ ມີຂອບດ້ານຂ້າງຂອງຄີຫາງສີແດງ, ຫາງເປັນງ່າມ ວ້ຳຢູ່ສ່ວນກາງເປັນ 2 ຊີກ, ສີຂອງລຳຕົວ: ຂ້າງຕົວມີແຖບສີດໍາ ຫຼື ສີນໍ້າຕານໄໝ້, ກວ້າງປະມານສອງແຖວເກັດ, ມີແຖບ ຂາວ ແຕ່ປາຍສຸດຂອງເງີບຟັນຟືມຫາກົກຂອງຄີຫາງ ແລະ ສ່ວນດ້ານຫຼັງມີສີດຳ.

ເຂດກະຈາຍພັນ: ອ່າງແມ່ນໍ້ຂອງໃນ (ສປປ ລາວ), ຢຸນນານ (ສປປ ຈີນ), ໄທ, ກໍາປູເຈຍ, ຫວຽດນາມ ແລະ ແຫຼມມາເລ, ປາຈຳພວກນີ້ຢູ່ກັນເປັນໝູ່ຢູ່ນ້ຳໄຫຼແຮງ ແລະ ພື້ນນ້ຳມີຫີນ ຫຼື ກ້ອນຫີນໃຫຍ່.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Global distribution between 1932 to 2016. Native to Cambodia, Malaysia, Myanmar, Laos Thailand and Viet Nam. Source: [5]

ເຂດກະຈາຍພັນໃນລາວ :
ເຂດພູສູງພາກເໜືອຂອງລາວ
ລຽບແມ່ນ້ຳຂອງພາກເໜືອ
ທົ່ງພຽງວຽງຈັນ
ເຂດສາຍພູຫຼວງພາກເໜືອ
ເຂດລຽບແມ່ນ້ຳຂອງພາກໃຕ້

ເຂດກະຈາຍພັນຕາມພູມສັນຖານ :
ແມ່ນ້ຳ ແລະ ລຳທານ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບໍ່ຖືກລະບຸໃນບັນຊີປະເພດໃດ

ການນຳໃຊ້
ປະເພດການນຳໃຊ້:
ອາຫານ

ບັນຍາຍການນຳໃຊ້:

ປາໃຫຍ່



ເປັນປາທີ່ຫາຂ້ອນຂ້າງຍາກ. ພວກມັນຈະຢູ່ຕາມຫ້ວຍ, ຊາວບ້ານຈະໃຊ້ສະຫວິງໄປຊ້ອນເອົາມາເຮັດກິນເປັນອາຫານ. ສາມາດເຮັດອາຫານໄດ້ຫຼາຍຮູບແບບເຊັ່ນ: ມົກ, ເອາະ ແລະ ອື່ນໆ.


ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ

ລະດູການເກັບກູ້:

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
1] Loaches [Online]. Uploaded on 04 March 2007 by E. Turner. Available: https://www.loaches.com/species-index/photos/pictorial-species-index-guide-pictures/Garra_cambodgiensis.JPG/view. [Accessed: January 10, 2025]
[2] Rybicky [Online]. Uploaded by Robert. Available: https://rybicky.net/fotogalerie.php?sekce=atlasryb&c=9589. [Accessed: January 10, 2025]
[3] Biolib [Online]. Uploaded in July 2017 by J. N. Pfleiderer. Available: https://www.biolib.cz/en/image/id481979/. [Accessed: January 10, 2025]

ອ້າງອິງ:
[1] Fish Base, “Ceratogarra cambodgiensis (Tirant, 1883),” [Online]. Available: https://www.fishbase.se/summary/SpeciesSummary.php?id=27164&lang=thai. [Accessed: January 10, 2025]

[2] S. Sutin and F. W. Tina, “Embryonic development of a mountainous fish species Garra cambodgiensis (Tirant, 1883) in southern Thailand,” J Anim Behav Biometeorol, ISSN 2318-1265, pp: 88-94, 2020 [Online]. Available: https://www.jabbnet.com/article/10.31893/jabb.20012/pdf/jabbnet-8-2-88.pdf.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet:
,