ເລກລຳດັບທີ: 1306
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-05-06
ປາຂີ້ໂກະ
Khi Kho
Crossocheilus atrilimes Kottelat, 2000
ສັດ
ປາ
 
1 / 5
Image 1
2 / 5
Image 2
3 / 5
Image 3
4 / 5
Image 4
5 / 5
Image 5
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Selimang siam Fish)
ອະນຸກົມວິຖານ
ຊື່ສະກຸນ
Cyprinidae
ຊະນິດໃກ້ຄຽງ
ຊິວຂ້າງລາຍ/ Siamese Algae-eater
ບັນຍາຍລັກສະນະທາງພືດສາດ
ຮູບຮ່າງລຳຕົວຮຽວຍາວ, ມີແຖບສີ melanophore ທີ່ຊັດເຈນຍາວຕັ້ງແຕ່ກະດູກຂ້າງຄາງກະໄຕເທິງ ໄປຈົນຮອດປາຍຄີຫາງສ່ວນກາງ ໂດຍທົ່ວໄປຈະມີຈຸດ 1-2 ແຖວຢູ່ດ້ານຫຼັງ, ເກັດປະດ້ວຍ 1.5 ຫາ 2 ແຖວລະຫວ່າງຮູທາວານ ແລະ ຈຸດເຊື່ອມຕໍ່ຂອງຄີກົ້ນ, ຄວາມເລິກຂອງລຳຕົວຕາມການວັດແທກທາງສັນຖານວິທະຍາຢູ່ໃນຊ່ວງ 23.8% ຫາ 26.4% ຂອງຄວາມຍາວມາດຕະຖານ (SL), ມີໜວດຄາງກະໄຕພຽງຄູ່ດຽວ.
ຂະໜາດ: ຄວາມຍາວມາດຕະຖານ 7.3 ຊມ (ຄວາມຍາວມາດຕະຖານແຕ່ຈະງອຍປາກຮອດປາຍຫາງ).
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Lao People's Democratic Republic; Thailand. [2]

Global distribution of Crossocheilus atrilimes between 1964 to 2016. Source: [3]
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ຕາມຂໍ້ມູນຈາກ GBIF ພົບເຂດກະຈາຍພັນຂອງປາຊະນິດນີ້ໃນແຂວງສະຫວັນນະເຂດ (ມ. ໄກສອນພົມວິຫານ), ແຂວງບໍລິຄຳໄຊ (ມ. ທ່າພະບາດ), ແຂວງວຽງຈັນ (ມ. ທຸລະຄົມ) ແລະ ແຂວງຈຳປາສັກ (ມ. ໂຂງ). [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ
ອາໄສຢູ່ໃນລຳທານທີ່ມີນ້ຳໄສໄຫຼໄວ ແລະ ມີພື້ນເປັນຫີນ ແລະ ກ້ອນຫີນ, ພົບໄດ້ໃນລຳທານ ແລະ ແມ່ນ້ຳທີ່ມີນ້ຳໄສ ແລະ ໄລ່ຂ້ອນຂ້າງໄວ [2]. ພົບໄດ້ໃນແມ່ນ້ຳ ແລະ ລຳທານທີ່ມີກະແສນ້ຳໄຫຼ່ແຮງ [4]. ອາໄສຢູ່ຕາມລຳທານ ແລະ ແມ່ນ້ຳສາຂາທີ່ມີພື້ນເປັນຫີນ, ກອ້ນກວດ ແລະ ຊາຍ, ມັກຢູ່ໃນບໍລິເວນທີ່ມີເສດໄມ້ ຫຼື ຮາກໄມ້ຈົມຢູ່ໃຕ້ນ້ຳ, ນ້ໄໃສ ແລະ ຕື້ນ ເຮັດໃຫ້ແສງແດດສ່ອງລົງຜ່ານຜິວນ້ຳໄດ້ ເຊິ່ງຊ່ວຍສະໜັບສະໜູນໃນການຈະເລີນເຕີບໂຕຂອງໃບໂອຟິວ (biofilm) ທີ່ອຸດົມສົມບູນຕາມພື້ນຜິວໃຕ້ນ້ຳ ເຊິ່ງເປັນອາຫານສັດຊະນິດໜຶ່ງ. [5]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ເຖິ່ງຊະນິດນີ້ຈະມີຄວາມອອ່ນໄຫວຕໍ່ການປ່ຽນຂອງແມ່ນ້ຳ ແຕ່ກໍ່ໄດ້ຮັບການປະເມີນວ່າມີຄວາມສ່ຽງຕ່ຳທີ່ສຸດເນື່ອງຈາກມີພື້ນທີ່ສະຫງວນ (AOO) ແລະ ພື້ນທີ່ເຂດກະຈາຍພັນ (AOO) ທີ່ກວ້າງຂວາງ. [2]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດປະດັບ, ອາຫານ
ອາຫານ ແລະ ປະດັບ: ປາຊະນິດນີ້ມີການປະມົງເພື່ອດຳລົງຊີບໃນທ້ອງຖິ່ນ ແລະ ບາງຄັ້ງກໍ່ຖືກຈັບເພື່ອການຄ້າປາສວຍງາມ. [2]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ໄພຂົ່ມຂູ່: ຍັງບໍ່ມີການລະບຸໄພຂົ່ມຂູ່ທີ່ສະເພາະເຈາະຈົງ ເຖິ່ງຢ່າງໃດກໍ່ຕາມ ການຕັດໄມ້ທຳລາຍປ່າ ແລະ ການກະສິກຳເກີດຂື້ນໃນພື້ນທີ່ ເຊິ່ງຄາດວ່າຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມທາງນ້ຳ, ນອກຈາກນີ້ ປາຊະນິດນີ້ຍັງມີແນວໂນ້ມທີ່ຈະໄດ້ຮັບຜົນກະທົບຈາກການສ້າງເຂື່ອນ ຊຶ່ງຈະຫຼຸດປະລິມານນ້ຳໄຫຼ ແລະ ເພີ່ມການຕົກຕະກອນ. [2]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
ກອນອຸມາ ພົງສາ ແລະ ບຸນທົບ ພະໄຊສົມບັດ
ຜູ້ກວດສອບ Factsheet
,