ເລກລຳດັບທີ: 1295
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນກົນທາ
Ton Khon Ta
Harrisonia perforata (Blanco) Merr.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Thai: ຕົ້ນຄົນທາ, ຕົ້ນໂກທາ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Sapindales
ຊື່ສະກຸນ
Rutaceae
ສະກຸນ
Harrisonia
ຊະນິດ
Harrisonia perforata
ຊື່ພ້ອງ
Anisifolium pubescens (Wall.) Kuntze
Feroniella puberula Yu.Tanaka
Feroniella pubescens (Wall. ex Hook.f.) Yu.Tanaka
Feroniella pubescens (Wall. ex Hook. f.) Tanaka
Harrisonia citrinaecarpa Elmer
Lasiolepis multijuga Benn.
Lasiolepis paucijuga Benn. & R. Br.
Limonia pubescens Wall. ex Hook.f.
Paliurus dubius Blanco
Paliurus perforatus Blanco
ບັນຍາຍລັກສະນະທາງພືດສາດ
ຕົ້ນກົນທາຈັດເປັນເຄິ່ງໄມ້ພຸ່ມເຄິ່ງເຄືອ, ມີຄວາມສູງປະມານ 3-6 ມ, ເປືອກລໍາຕົ້ນລຽບເປັັນສີນໍ້າຕານ ແລະ ມີໜາມແຫຼມ ແລະ ສັ້ນຕະຫຼອດທັງລໍາຕົ້ນ ແລະ ຕາມກິ່ງກ້ານ. ໃບເປັນໃບປະສົມແບບຂົນນົກ, ອອກລຽງສະຫຼັບກັນ, ມີໃບຍ່ອຍປະມານ 11-15 ໃບຍ່ອຍ, ມີລັກສະນະເປັນຮູບໄຂ່ ຫຼື ຮູບຮີ, ປາຍໃບມົນ, ໃບມີຂະໜາດກວ້າງປະມານ 1-1.5 ຊມ ແລະ ຍາວປະມານ 2-2.5 ຊມ, ໃບອ່ອນເປັນສີແດງ, ກ້ານໃບຮ່ວມເປັນປີກແຜ່ຂະຫຍາຍອອກແຄບໆ ແລະ ໃບມີລົດຂົມ. ອອກດອກເປັນຊໍ້, ດອກຍ່ອຍມີຂະໜາດປະມານ 5-6 ມມ, ພາຍໃນມີແປ້ນດອກ, ດອກຍ່ອຍດ້ານນອກເປັນສີແດງແກມມ່ວງ, ສ່ວນດ້ານໃນເປັນສີນວນ, ກີບດອກມີ 4-5 ກີບ ລັກສະນະເປັນຮູບຂອບຂະໜານ. ໝາກມີລັກສະນະຂ້ອນຂ້າງກົມ, ບ້ຽວ ແລະ ອວບໜາ, ຜິວໝາກລຽບຄ້າຍແຜ່ນໜັງ, ໝາກອ່ອນເປັນສີຂຽວອ່ອນ, ເນື້ອໝາກຂ້ອນຂ້າງແຂງ, ພາຍໃນມີແກ່ນດ່ຽວ, ແກ່ນແຂງເປັນສີນໍ້າຕານ ມີຂະໜາດປະມານ 1-2 ຊມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ປະໂຫຍດ:
- ເປືອກຕົ້ນໃຊ້ເປັນຢາແກ້ຕາເຈັບສໍາຫຼັບສັດລ້ຽງ.
- ໝາກອ່ອນນໍາໄປໝົກໄຟ ຫຼື ນໍາໄປຕົ້ມແລ້ວທຸບພໍແຕກ ນໍາໄປທາຕີນກ່ອນເຮັດນາຈະຊ່ວຍປ້ອງກັນນໍ້າກັດຕີນ.
- ເນື້ອໄມ້ມີຄວາມໜຽວ, ບໍ່ຫັກງ່າຍ ແລະ ມີຄວາມຍືດຍຸ່ນ ຈືງນໍາໄປໃຊ້ເຮັດຄານຫາບນໍ້າ.
ສັບພະຄຸນ:
- ຕົ້ນໃຊ້ເປັນຢາຟອກເລືອດ.
- ຮາກ ແລະ ຕົ້ນ ຊ່ວຍແກ້ອາການຮ້ອນໃນຢາກນໍ້າ.
- ຮາກໃຊ້ແກ້ຕາເຈັບ.
- ຮາກຊ່ວຍແກ້ອາການປວດເມື່ອຍ.
- ດອກໃຊ້ແກ້ພິດຈາກແມງໄມ້ກັດ, ແກ້ພິດຈາກແຕນຕ່ອຍ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,