ເລກລຳດັບທີ: 1294
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-03-25
ຕົ້ນຊໍ້
Gamhar
Gmelina arborea Roxb. ex Sm.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ຊື່ທ້ອງຖີ່ນ:
ດອກຊໍ້ ( Gmelina, Goomar teak, Kashmir tree, Malay beechwood, Malay bush-beech, Snapdragon tree, White beech and White teak)
ຊື່ພ້ອງ
:
melina arborea f. dentata Moldenke
Gmelina arborea var. canescens Haines
Gmelina arborea var. glaucescens C.B.Clarke
Gmelina oblongifolia Roxb.
Gmelina rheedei Hook.
Gmelina sinuata Link
Premna arborea Roth
Gmelina arborea var. canescens Haines
Gmelina arborea var. glaucescens C.B.Clarke
Gmelina oblongifolia Roxb.
Gmelina rheedei Hook.
Gmelina sinuata Link
Premna arborea Roth
ຊື່ສະກຸນ:
Lamiaceae
ຊະນິດໃກ້ຄຽງ:
ຕົ້ນທອງແມວ/ Asiatic beechberry
ບັນຍາຍລັກສະນະທາງພືດສາດ:
ຕົ້ນດອກຊໍ້ເປັນໄມ້ຢືນຕົ້ນທີ່ປ່ຽນໃບ, ມກ້ານໃບຍາວອອກຮຽງສະຫຼັບກັນ. ໃບຮູບໄຂ່ກວ້າງ ຍາວ 10 ຫາ 25 ຊມ., ກວ້າງ 7 ຫາ 20 ຊມ., ປາຍໃບແຫຼມ ຫຼື ຮູບຫົວໃຈ ບາງໃບມີໂຄນແຄບເລັກນ້ອຍ ຫຼື ຮູບຫຼິ່ມ. ດອກໄມ້ສີເຫຼືອງຈຳນວນຫຼາຍ, ອອກເປັນກະຈຸກບໍລິເວນກິ່ງກ້ານ, ຍາວ 8 ຫາ 40 ຊມ. ດອກຍ່ອຍອອກເປັນກະຈຸກ 1 ຫາ 3 ດອກ, ມີເສັ້ນຜ່າສູນກາງປະມານ 2,5 ຫາ 5 ຊມ. ກີບດອກແຄບ ແລະ ໂຄ້ງເລັກນ້ອຍ, ຮູບຫອກ ແລະ ບາງ, ມີເສັ້ນຜ່າສູນກາງ 8 ມມ. ໝາກຮູບກົມ, ຍາວ 1,8 ຫາ 3 ຊມ. ແລະເມືອສຸກເປືອກຈະມັນເງົາ ເນື້ອສີເຫຼືອງ, ອົມນ້ຳ ແລະ ມີກິ່ນຫອມ. ແກ່ນຮູບໄຂ່ແຄບ, ມີ 1 ຫາ 3 ແກ່ນ. ປາຍແຫຼມແຕ່ລະດ້ານຍາວ 1,5 ຫາ 2 ຊມ. [1]
ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Andaman Is., Assam, Bangladesh, Cambodia, China South-Central, East Himalaya, India, Laos, Myanmar, Nepal, Pakistan, Sri Lanka, Thailand, Vietnam. [4]
ຊະນິດພັນພື້ນໃນເກາະອັນດາມັນ, ອັສສຳ, ບັງກາລາເທດ, ກຳປູເຈຍ, ຈີນຕອນໃຕ້-ຕອນກາງ, ຫິມາໄລຕາເວັນອອກ, ອິນເດຍ, ລາວ, ມຽນມາ, ເນປານ, ປາກີສະຖານ, ສີລັງກາ, ໄທ ແລະ ຫວຽດນາມ. [4]
Global distribution between 2004 to 2024. Source: [2]
ເຂດກະຈາຍພັນທົ່ວໂລກລະຫວ່າງປີ 2004 ຫາ 2024. ແຫຼ່ງທີ່ມາ: [2]

ເຂດກະຈາຍພັນໃນລາວ
:
ລຽບແມ່ນ້ຳຂອງພາກເໜືອ

ເຂດກະຈາຍພັນຕາມພູມສັນຖານ
:
ປ່າດົງດິບ
ປ່າເຫຼົ່າເກົ່າ
ປ່າເຫຼົ່າເກົ່າ

ສະເພາະຖິ່ນໃນລາວ:
ພື້ນເມືອງ
ຮຸກຮານ
:
ບໍ່ຮຸກຮານ
ສະຖານະພາບການອະນູຮັກ IUCN
:
ມີຄວາມສ່ຽງໜ້ອຍສຸດ
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
ບໍ່ຖືກລະບຸໃນບັນຊີປະເພດໃດ
ການນຳໃຊ້
ປະເພດການນຳໃຊ້:
ພືດປະດັບ
ອຸປະກອນ ແລະ ເຄື່ອງມື
ອາຫານ
ພືດເປັນຢາ
ອຸປະກອນ ແລະ ເຄື່ອງມື
ອາຫານ
ພືດເປັນຢາ
ບັນຍາຍການນຳໃຊ້:
ອາຫານ: ຄົນລາວມັກເວົ້າເປັນສຽງດຽວກັນວ່າ ດອກຂອງພືດຊະນິດນີ້ມີຣົດຊາດແຊບ, ດອກສີເຫຼືອງສວຍງາມຍັງສາມາດນຳມາເຮັດເຂົ້າໜົມ ແລະ ເຄັກທີ່ມີສີສັນສວຍງາມ ເຮັດຈາກເຂົ້າໜຽວໜື້ງ ທີ່ເອີ້ນວ່າ ເຂົ້າຕົ້ມດອກຊໍ້. ດອກສາມາດຕາກແຫ້ງ ແລະ ເກັບໄວ້ໄດ້ດົນ ເຊິ່ງເ້ປັນອາຫານພິເສດຂອງຊົນເຜົ່າລື້. [5]
ຢາ: ຕົ້ນດອກຊໍ້ ຖືເປັນຢາທີ່ມີຄຸນສົມບັດທາງສະໝຸນໄພ ໂດຍນ້ຳຕົ້ມຈາກຮາກຊ່ວຍຮັກສາອາການໄຂ້ ແລະ ໄຂ້ຂີ້ຮາກ [5]. ໃບຊ່ວຍປ້ອງກັນເຊື້ອຣາຫຼາຍຊະນິດ [5]. ຊ່ວຍຫຼຸດອາການບວມນໍ້າ, ຂັບປັດສະວະ ແລະ ໝາກຊ່ວຍບັນເທົາອາການກະຫາຍນ້ຳ ແລະ ແກ້ອາການແຊບຮ້ອນຜິວໜັງ. [6]
ໃບປະດັບ: ນິຍົມໃຊ້ໃນປະເທດເຂດຮ້ອນ ເຊິ່ງໃຊ້ເປັນໄມ້ໃຫ້ຮົ່ມເງົາ ຫຼື ໄມ້ປະດັບ [3]. ນອກຈາກນີ້ຍັງມີການເລືອກສາຍພັນນີ້ເພື່ອການປົກປ້ອງ ແລະ ຂະຫຍາຍພັນ ເນື່ອງຈາກໄມ້ມີຄຸນນະພາບດີ ແລະ ຂະຫຍາຍຕົວໄດ້ໄວ. [5]

ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ
ລະດູການເກັບກູ້:
ພຶກສະພາ
ມິຖຸນາ
ກໍລະກົດ
ມິຖຸນາ
ກໍລະກົດ
ການຄຸ້ມຄອງຈັດການ:
ໄພຄຸກຄາມ: ໄພຄຸກຄາມຫຼັກຕໍ່ພືດຊະນິດນີ້ຄື ການຕັດໄມ້ທຳລາຍປ່າ ແລະ ການທຳລາຍແຫຼ່ງທີ່ຢູ່ອາໄສ, ຜ່ານການເຮັດກະສິກຳ ແລະ ກິດຈະກຳການປູກປ່າ ລວມທັງການຕັດໄມ້ເພື່ອແປຮູບ, ນອກຈາກນີ້ການສ້າງເຄື່ອນໃນອິນໂດຈີນ ແລະ ຄວາມສ່ຽງຈາກໄຟໄໝ້ ໃນພື້ນທີ່ແຫ້ງແລ້ງ ຍັງເປັນເປັນໄພຄຸກຄາມອີກດ້ວຍ. [3]
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
Kashmir Tree. [1] iNaturalist [Online]. Uploaded on 07 February 2024 by: bencostama-gna. Available: www.inaturalist.org/observations/198668342. [Accessed: 27 October 2024]
Flowers of the Kashmir Tree. [2] iNaturalist [Online]. Uploaded on 23 March 2023 by: iles-ecologiques. Available: www.inaturalist.org/photos/263499808. [Accessed: 27 October 2024]
Upclose image of the leaves from the Kashmir Tree. [3] iNaturalist [Online]. Uploaded on 11 April 2024 by: purabchowdhury. Available: www.inaturalist.org/photos/365412691. [Accessed: 27 October 2024]

ອ້າງອິງ:
[1] V. Weber and D. Carvalho, "Crescimento volumétrico de Gmelina ar-borea roxb. Ex sm na região sudoeste do paraná," Curso de Engenharia Florestal, 2018.
[2] Global Biodiversity Information Facility, “Gmelina arborea Roxb. ex Sm.,” [Online]. Available: https://www.gbif.org/species/8247889. [Accessed: 27 October 2024]
[3] IUCN Red List, “Gmelina arborea,” [Online]. Available: https://www.iucnredlist.org/species/32354/67741197. [Ac-cessed: 06 March 2024]
[4] Plants of the World Online (POWO), “Breynia androgyna (L.) Chakrab. & N.P.Balakr.” Royal Botanic Gardens, Kew. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:77159191-1. [Accessed: 29 January 2024]
[5] PhatadkeBotanicalGarden, “phab tad ke” [Online]. Available: https://www.pha-tad-ke.com/plant/piper-ribesioides/. [Ac-cessed: 05 March 2024]
[6] R. Warrier et al., "Gmelina arborea – an indigenous timber species of India with high medicinal value: A review on its pharmacology, pharmacognosy and phytochemistry," Journal of Ethnopharma-cology, vol. 267, 2021.
[7] R. Kok, "A revision of the genus Gmelina (Lamiaceae)," Royal Botanic Gardens, Kew, pp. 293-329, 2012.

ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet:
Biologists Daniela Barcelo