ເລກລຳດັບທີ: 1283
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນເດື່ອຮ່າງ
Sea Fig
Ficus subpisocarpa Gagnepain
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Thai: ຕົ້ນໄກຣEng: Sea Fig, Deciduous FigChinese: 筆管榕
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Rosales
ຊື່ສະກຸນ
Moraceae
ສະກຸນ
Ficus
ຊະນິດ
Ficus subpisocarpa
ຊະນິດຍ່ອຍ
Ficus subpisocarpa pubipoda
Ficus subpisocarpa subpisocarpa
ຊື່ພ້ອງ
Ficus superba var. japonica Miq.
ບັນຍາຍລັກສະນະທາງພືດສາດ
ຕົ້ນເດື່ອຮ່າງຈັດເປັນພັນໄມ້ຢືນຂະໜາດໃຫຍ່, ສູງ 8-10 ມ, ມີຢາງສີຂາວ, ເປືອກຕົ້ນຂ້ອນຂ້າງລຽບເປັນສີເທົາ. ໃບດ່ຽວອອກຈັັບວຽນສະຫຼັບ ແຜ່ນໃບເປັນຮູບຮີແກມຮູບຂອບຂະໜານ ຫຼື ຮູບໄຂ່ກັບ, ສ່ວນຂອບໃບລຽບ ຫຼື ເປັນຄື່ນ, ກວ້າງ 5-13 ຊມ ແລະ ຍາວ 12-25 ຊມ, ແຜ່ນໃບຂ້ອນຂ້າງໜາ ແລະ ໜຽວ, ສີຂຽວເຂັ້ມ ແລະ ເປັນມັນ, ໃບອ່ອນເປັນສີແດງ. ດອກເປັນສີຂຽວອົມເຫຼືອງ ອອກດອກເປັນຊໍ່ຮູບຮ່າງຄ້າຍໝາກ, ຊໍ່ດອກຈະເລີນແຜ່ຂະຫຍາຍໃຫຍ່ເປັນກະເປາະ, ມີຮູບເປີດປາຍໂອບດອກໄວ້, ດອກນັ້ນມີຂະໜາດນ້ອຍເປັນແບບແຍກເພດໃນກະເປາະ. ໝາກເປັນໝາກສົດ, ສີຂາວອົມບົວ, ລັກສະນະຂອງໝາກເປັນຮູບກົມແກມຮູບໄຂ່ກັບ, ກົມແປ້ນ, ອອກເປັນຄູ່ຢູ່ກິ່ງ, ໝາກມີຂະໜາດປະມານ 1.8-2.5 ຊມ, ໝາກເປັນສີຂຽວ, ມີຈຸດສີຄີມກະຈາຍຢູ່ທົ່ວໝາກ, ເມື່ອໝາກສຸກຈະປ່ຽນເປັນສີນໍ້າຕານອົມບົວມີຈຸດນໍ້າຕານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ປະໂຫຍດ:
- ໝາກສຸກໃຊ້ຮັບປະທານໄດ້ ແລະ ເປັນອາຫານຂອງນົກ ແລະ ສັດຕ່າງໆ.
- ໃບອ່ອນສາມາດນໍາມາຮັບປະທານເປັນຜັກໄດ້.
- ໃຊ້ປູກເປັນໄມ້ແຄະດັບ.
ສັບພະຄຸນ:
- ເນື້ອໄມ້ໃຊ້ເປັນຢາສະມານ ແລະ ຄຸມທາດ.
- ໃບໃຊ້ເປັນຢາແກ້ຜົດຜື່ນຄັນ, ເຂົ້າຍາຝີ, ແກ້ຣິດສີດວງ.
- ຮາກໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ພະຍາດທາງປັດສະວະ, ແກ້ຂັດເບົາ, ແກ້ຕັບພິການ ແລະ ເປັນຢາລະບາຍ.
- ເປືອກຕົ້ນໃຊ້ເປັນຢາແກ້ເຈັບທ້ອງ, ຖອກທ້ອງ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,