ເລກລຳດັບທີ: 128
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2024-10-20
ເຫັດຖ່ານ
Charcoal Russula
Russula densifolia Secr. ex Gillet
ເຊື້ອເຫັດ
ເຊື້ອຣາທີ່ເກີດຕາມດິນ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Crowded Brittlegill, Dense-Gilled Russula)
ອະນຸກົມວິຖານ
ອານາຈັກ
Fungi
ເຫຼົາ
Basidiomycota
ຊັ້ນ
Agaricomycetes
ອັນດັບ
Russulales
ຊື່ສະກຸນ
Russulaceae
ສະກຸນ
Russula
ຊະນິດ
Russula densifolia
ຊື່ພ້ອງ
Russula densifolia Secr.
Russula densifolia f. cremeispora Shaffer
Russula densifolia f. dilatoria Shaffer
Russula densifolia f. fragrans Shaffer
Russula densifolia f. gregata Shaffer
Russula densifolia var. caucasica Singer
Russula densifolia var. colettarum Dagron
Russula densifolia var. fumosella R.Socha
Russula nigricans var. densifolia (Secr. ex Gillet) Bataille
ຊະນິດໃກ້ຄຽງ
ເຫັດໄຄ/ Green-cracking Russula
ເຫັດໜ້າງົວ / Stinking Russula
ເຫັດນ້ຳແປ້ງ/ White Russula
ເຫັດກໍ່ແດງ/ Rosy Russula
ເຫັດແດງໃຫຍ່/ Bloody Brittlegill
ບັນຍາຍລັກສະນະທາງພືດສາດ
ກ້ານເຫັດຖ່ານມີຄວາມຍາວ 3 ຫາ 7,5 ຊມ. ແລະ ໜາ 2 ຫາ 4 ຊມ. ເຮດໃຫ້ແໜ້ນ ແລະ ແຂງແຮງ, ອາດມີຄວາມໜາເທົ່າກັນ ຫຼື ບາງກ່ວາເລັກນ້ອຍ 7ໂຄນກ້ານເປັນປຸ່ມ), ຜິວຂອງກ້ານເຮັດມີຮອຍຮຽວຍົ້ນເລັກນ້ອຍ ແລະ ເປັນສີຂາວເມື່ອຍັງອ່ອນ ແລະ ຈະປ່ຽນເປັນສີເທົາຈົນເກືອບດຳເມື່ອແກ່ຂື້ນ, ແຕ່ລຳຕົ້ນທີ່ຊ້ຳຈະມີສີຄ້າຍນ້ຳສົ້ມສາຍຊູ ຈາກນັ້ນຈະປ່ຽນສີເປັນສີເທົາ, ສີນ້ຳຕານຈົນກາຍເປັນສີດຳ, ເນື້ອດ້ານໃນຂອງກ້ານຈະເປັນສີຂາວ.
ໝວກເຫັດມີຂະໜາດກວ້າງ 7 ຫາ 13 ຊມໃ ແລະ ນູນເມື່ອຍັງອ່ອນ ແຕ່ເມືອຂະໃຫຍ່ໃຫຍ່ຂື້ນຈະປ່ຽນຮູບຮ່າງເປັນຊົງແບນ ຫຼື ວ້ຳເລັກນ້ອຍ, ໂດຍຈະມີລັກສະນະເປັນຄື້ນ, ຂອບຈະເລີ່ມມ້ວນເຂົ້າດ້ານໃນ ແລະ ຄ່ອຍໆໂຄ້ງລົງ, ພື້ນຜິວລຽບ ແລະ ອາດມີຄວມໜ້ຽວເລັກນ້ອຍເມື່ອອາກາດຊຸ່ມ ແລະ ມັກມີສິງເສດເຫຼືອປົກຄຸມ, ສີຂອງໝວກເຫັດຊະນິດນີ້ເປັນສີຄີມເຂັ້ມ ແລະ ປ່ຽນເປັນສີນ້ຳຕານປົນເທົາເມື່ອແກ່ຂື້ນ.
ເນື້ອເຫັດຈະຈືດ, ແຂງ ແລະ ກອບ ເມື່ອມີບາດແຜເນື້ອຈະຄ່ອຍປ່ຽນເປັນສີເທົາ, ນ້ຳຕານ ຫຼື ເກືອບດຳ, ມີກິ່ນອ່ອນໆ ແລະ ຣົດຊາດແຕກຕ່າງກັນໄປຕັ້ງແຕ່ຣົດຊາດອ່ອນໄປຈົນຮອດຣົດຊາດສົ້ມ.
ເງືອກເຫັດຖ່ານມີລັກສະນະເປັນແສກຕິດກັບກ້ານ ຫຼື ຍື່ນລົງມາເລັກນ້ອຍຕາມກ້ານ, ເງືອກຈະຮຽງໃກ້ກັນ ແລະ ກວ້າງປານກາງ ໃນໄລຍະທຳອິດ ເງືອກຈະມີສີຄີມປົນສີນ້ຳຕານ ຈາກນັ້ນຈະປ່ຽນເປັນສີນ້ຳຕານປົນເທົາ ແລະ ປ່ຽນເປັນສີບົວປົນສົ້ມ ກ່ອນຈະຄ່ອຍໆປ່ຽນເປັນສີເທົາ, ສີນ້ຳຕານ ແລະ ສີດຳໃນທີ່ສຸດ.
ທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Andorra, Armenia, Austria, Azerbaijan, Belgium, Benin, Bhutan, Bosnia and Herzegovina, Canada, China, Croatia, Cuba, Czechia, Denmark, Estonia, Finland, France, Georgia, Germany, Gibraltar, Greece, Holy See, Hong Kong, Hungary, Iceland, India, Ireland, Isle of Man, Italy, Japan, Korea, Lao People's Democratic Republic, Latvia, Liechtenstein, Lithuania, Luxembourg, Macao, Malaysia, Mexico, Monaco, Montenegro, Nepal, Netherlands, North Macedonia, Norway, Poland, Portugal, Russian Federation, Saint Pierre and Miquelon, San Marino, Serbia, Singapore, Slovakia, Slovenia, Spain, Sweden, Switzerland, Thailand, Türkiye, United Kingdom, United States. [3]

Global distribution of the Russula densifolia between 2004 to 2024. Source: [2]
ເຂດກະຈາຍພັນໃນລາວ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າປະສົມປ່ຽນໃບ, ປ່າແປກ, ປ່າແປກປະສົມປ່າໃບກ້ວາງ
ເຫັດຊະນິດນີ້ພົບອອກດ່ຽວໆ ຫຼື ກະຈັດກະຈາຍ ໃນປ່າໄມ້ເນື້ອແຂງປະສົມປ່າໄມ້ແປກ [1]. ເຫັດຊະນິດນີ້ສາມາດພົບໄດ້ໃນປ່າເຂດໜາວ ປ່າເຂດອົບອຸ່ນ ຕະຫຼອດຮອດປ່າດົງດິບຊຸ່ມ ແລະ ປ່າດົງດິບເທິງພູໃນເຂດຮ້ອນ ຫຼື ເຂດຮ້ອນຊຸ່ມ [3]. ສາມາດພົບເຫັດນີ້ອອກດ່ຽວໆ ຫຼື ກະຈັດກະຈາຍ ຫຼື ເປັນກຸ່ມໃນພື້ນດິນໃນປ່າປ່ຽນໃບ, ປ່າແປກ ຫຼື ປ່າປະສົມ. [6]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ເຫັດຊະນິດນີ້ມີການກະຈາຍພັນຢ່າງກວ້າງຂວາງ ແລະ ມີປະຊາກອນຈຳນວນຫຼາຍ, ປົດຈຸບັນບໍ່ພົບໄພຂົ່ມຂູ່ຮ້າຍແຮງໃດໆ ແລະ ຍັງບໍ່ມີການລະບຸໄພຂົ່ມຂູ່ທີ່ສຳຄັນໃນອານາຄົດ, ດັງນັ້ນເຫັດຊະນິດນີ້ຈຶ່ງໄດ້ຮັບການປະເມີນວ່າຢູ່ໃນກຸ່ມທີ່ມີຄວາມສ່ຽງໜ້ອຍທີ່ສຸດ. [3]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ອາຫານ: ໃນຫຼວງພະບາງມີເຫັດປ່າຫຼາຍຊະນິດເຊັ່ນ ເຫັດຖ່ານກໍ່ມີຢູ່ໃນຕະຫຼາດເຫຼົ່ານີ້. ເຖິ່ງແມ່ນວ່າເຫັດຊະນິດອາດບໍ່ແມ່ນເຫັດທີ່ຄົນນິຍົມບໍລິໂພກຫຼາຍທີ່ສຸດ ແຕ່ເຫັດຊະນິດນີ້ມີວາງຈຳນ່າຍທົ່ວໄປ ເຊິ່ງສະແດງໃຫ້ເຫັນເຖິ່ງການນຳໃຊ້ເຫັດປ່າໃນອາາຫານລາວ ຢ່າງກວ້າງຂວາງ ໂດຍມັກຈະນຳເຫັດຊະນິດນີ້ປະສົມກັບອາຫານອື່ນໆ ເພື່ອເຮັດໃຫ້ມີຣົດຊາດທີ່ແຊັບເປັນເອກະລັກ. [4]
ການປູກ ການລ້ຽງ
ຊະນິດທຳມະຊາດ
ເຫັດຖ່ານເປັນເຫັດປ່າທີ່ພົບວ່າງຂາຍໃນຕຫຼາດຫຼວງພະບາງ. [4]
ລະດູການເກັບກູ້
ເມສາ, ພຶກສະພາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,