ເລກລຳດັບທີ: 1279
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນແຄຂົນ
Petthan
Fernandoa adenophylla (Wall. ex G.Don) Steenis
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Eng: Floramaster, KatsagonViet: Ngojt nai (bihn tri thien)Thai: Khae phong, Khae khon, Khae hang khang
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Lamiales
ຊື່ສະກຸນ
Bignoniaceae
ສະກຸນ
Fernandoa
ຊະນິດ
Fernandoa adenophylla
ຊື່ພ້ອງ
Bignonia adenophylla Wall. ex G.Don
Haplophragma adenophyllum (Wall. ex G.Don) Dop
Heterophragma adenophyllum (Wall. ex G.Don) Seem. ex Benth. & Hook.f.
Spathodea adenophylla A.DC.
ບັນຍາຍລັກສະນະທາງພືດສາດ
ຕົ້ນແຄລ້າວຈັດເປັນໄມ້ຢືນຂະໜາດນ້ອຍ, ລໍາຕົ້ນສູງ 5-20 ມ, ລໍາຕົ້ນຄົດງໍ, ເປືອກເປັນສີເທົາຄ່ອນຂ້າງລຽບ, ສ່ວນເປືອກດ້ານໃນເປັນສີຂາວ, ແຕກກິ່ງອ່ອນເປັນສີນໍ້າຕານ. ໃບປະສົມ, ຈັບກົງກັນຂ້າມກັນ, ຍາວ 20-50 ຊມ, ໃບຍ່ອຍທີ່ມີລັກສະນະ ແລະ ຂະໜາດແຕກຕ່າງກັນອອກໄປ, ໃບຍ່ອຍຈະມີປະມານ 1-4 ຄູ່, ກວ້າງ 3-20 ຊມ ແລະ ຍາວ 3-30 ຊມ. ດອກມີຂະໜາດໃຫຍ່ສີເຫຼືອງອ່ອນ, ເກີດຈາກຊໍ່ທີ່ປາຍຍອດ, ຕັ້ງຊື້ຂຶ້ນ ແລະ ຍາວ 40 ຊມ, ຖານກີບດອກຕິດກັນເປັນຮູບຖ້ວຍ, ປາຍແຍກອອກເປັນ 5 ແສກ, ຂະໜາດບໍ່ທໍ່ກັນ, ດ້ານນອກມີຂົນສີນໍ້າຕານແດງຂຶ້ນໜາແໜ້ນ, ກີບດອກຖານເຊື່ອມຕິດກັນເປັນຮູບລຳໂພງ, ມີຂົນສີນໍ້າຕານຂຶ້ນຢູ່ດ້ານນອກ. ໝາກເປັນຝັກຮູບຊົງກະບອກ, ໂຄ້ງງໍ ແລະ ບິດເປັນກຽວ, ມີກວ້າງ 1.5-2.5 ຊມ ແລະ ຍາວ 35-70 ຊມ, ຝັກຈະມີສັນເປັນເສັ້ນຍາວຕາມຝັກ 5 ສັນ ແລະ ມີຂົນສີນໍ້າຕານ, ຝັກເມື່ອແກ່ຈະແຕກຕາມຮອຍປະສານ ໃນຝັກມີແກນລັກສະນະແປ, ກວ້າງ 0.7-1.2 ຊມ ແລະ ຍາວ 2-3 ຊມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ປະໂຫຍດ:
- ດອກ ແລະ ຝັກອ່ອນສາມາດນໍາມາໃຊ້ເປັນຜັກກັບແຈ່ວ ແຕ່ຕ້ອງລວກໃຫ້ສຸກກ່ອນໂດຍຈະມີລົດຂົມເລັກນ້ອຍ ຫຼື ຈະໃຊ້ດອກນໍາມາຂົ້ວ.
- ເນື້ອໄມ້ຕົ້ນແຄລ້າວ ສມາດນໍາມາໃຊ້ເຮັດສິ່ງກໍ່ສ້າງ, ເຮັດເສົາຕ່າງໆ, ເຮັດດ້າມເຄື່ອງມື, ດ້າມປືນ ແລະ ອື່ນໆ.
ສັບພະຄຸນ:
- ແກ່ນໃຊ້ເປັນຢາບໍາລຸງເລືອດ.
- ແກ່ນໃຊ້ຂັບເສມຫະ.
- ເປືອກໃຊ້ຕົ້ມກັບນໍ້າດື່ມ ແກ້ອາການທ້ອງອືດ, ແໜ້ນທ້ອງ.
- ໃບໃຊ້ຕໍາພອກຮັກສາບາດແຜ, ບາດຈາກໄຟໄໝ້ນໍ້າຮ້ອນລວກ ແລະ ຊ່ວຍຫ້າມເລືອດ.
- ໃບໃຊ້ຕໍາພອກແກ້ພະຍາດຜິວໜັງ, ຜົດຜືນຄັນ ແລະ ຫູດ.
- ເປືອກຕົ້ນນໍາມາຕົ້ມກັບນໍ້າອາບ ຊ່ວຍບັນເມໍທົາອາການປວກເມື່ອຍຕາມຮ່າງກາຍໄດ້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,