ເລກລຳດັບທີ: 1277
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນກະຈາບນົກ
Ton Nok Ka Chrap
Euonymus cochinchinensis Pierre
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Thai: ຕົ້ນກະຈັບນົກ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Celastrales
ຊື່ສະກຸນ
Celastraceae
ສະກຸນ
Euonymus
ຊະນິດ
Euonymus cochinchinensis
ຊື່ພ້ອງ
Euonymus cochinchinensis var. tonkinensis Pit. & Lecomte
Euonymus colonoides Craib
Euonymus oliganthus Merr.
Euonymus pahangensis Ridl.
Euonymus philippinensis Merr.
Euonymus similis Craib
Glyptopetalum scortechinii King
Sphaerodiscus cochinchinensis (Pierre) Nakai
ບັນຍາຍລັກສະນະທາງພືດສາດ
ຕົ້ນກະຈາບນົກຈັດເປັນໄມ້ຟຸ່ມນ້ອຍ ມີຄວາມສູງປະມານ 10-12 ມ, ເສັ້ນຮອບວົງຍາວປະມານ 5.5 ນິ້ວ, ເປືອກຕົ້ນບາງເປັນສີນໍ້າຕານຄີມ, ກະຈາຍພັນດ້ວຍການຕອນກິ່ງ ແລະ ການເພາະແກ່ນ. ໃບເປັນໃບດ່ຽວອອກລຽງກົງກັນຂ້ານກັນ, ລັກສະນະຂອງໃບເປັນຮູບວົງຣີແກມຮູບຂອບຂະໜານ, ປາຍໃບແຫຼມ, ໃບມີຂະໜາດກວ້າງປະມານ 2.5-7 ຊມ ແລະ ຍາວປະມານ 4.5-16 ຊມ, ຜິວໃບດ້ານເທິ່ງເປັນສີຂຽວເຂັ້ມເປັນມັນ, ບໍ່ມີຂົນ. ດອກອອກເປັນຊໍ່ແບບຊໍ່ແຍກຂະແໜງ, ໂດຍຈະອອກຕາມງ່າມໃບ, ສ່ວນຫຼາຍຈະອອກຢູ່ກົກຂອງກິ່ງທີ່ອອກໃໝ່ຍາວປະມານ 3-10.5 ຊມ, ສ່ວນກ້ານດອກຍາວປະມານ 1.3-8 ຊມ, ດອກມີຂະໜາດຫຼາຍ, ກາບດອກມີ 5 ກີບ ລັກສະນະຄືຮູບໄຕ, ສ່ວນກີບດອກມີ 5 ກີບ ສີເຫຼືອງອ່ອນຫາສີເຫຼືອງອົມຂຽວ. ໝາກມີລັກສະນະເປັນຮູບໄຂ່ກັບ ຫຼື ຂ້ອນຂ້າງກົມ ເບິ່ງຄືລະຄັງຂວາມ, ຍາວປະມານ 1 ຊມ, ກົກໝາກຈະນ້ອຍກ່ອນປາຍໝາກ, ປາຍໝາກຫຍັກເວົ້າພູ 5 ພູ, ໝາກອ່ອນເປັນສີຂຽວ ພໍແກ່ຈະເປັນສີບົວ ຫຼື ສີແດງເຂັ້ມ, ເມື່ອໝາກແກ່ຈະແຕກອອກເປັນ 5 ຊີກ, ໂດຍຈະແຕກເຄິ່ງກາງ, ແຕ່ລະຊີກຈະມີແກ່ນ 1 ແກ່ນ. ແກ່ນຈະເປັນສີດໍາ, ມີຂະໜາດນ້ອຍຫຼາຍ, ເປັນມັນ, ມີເຍື້ອສີສົ້ມປົກຄຸມຢູ່ຂົ້ວ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ປະໂຫຍດ:
- ໃຊ້ເປັນອາຫານສັດສ່ວນເນື້ອໄມ້ໃຊ້ເຮັດເຄື່ອງປະມົງ.
ສັບພະຄຸນ:
- ເປືອກນໍາມາດອງ ຫຼື ແຊ່ໃນເຫຼົ້າໂຮງ ໃຊ້ດື່ມກິນກ່ອນອາຫານ, ເປັນຍາຊ່ວຍຈະເລີນອາຫານ, ຊ່ວຍເຮັດໃຫ້ຮັບປະທານອາຫານໄດ້ຫຼາຍຂຶ້ນ.
- ຢາພຶ້ນບ້ານອີສານຈະໃຊ້ລໍາຕົ້ນກະຈາບນົກ, ເຂົ້າຢາບໍາລຸງເລືອດ ໂດຍນໍາມາຕົ້ມກັບນໍ້າດື່ມ.
- ຮາກກະຈາບນົກໃຊ້ແຊ່ກັບນໍ້າ ຫຼື ຝົນກັບນໍ້າກິນເປັນຢາແກ້ຜິດສໍາແດງ.
- ຮາກໃຊ້ຝົນກັບນໍ້າກິນເປັນຢາແກ້ເມົາເຫັດ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,