ເລກລຳດັບທີ: 1271
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19
ເຄືອໝາກບ້າ
Callingcard vine
Entada glandulosa Gagnepain
ພືດ
ພືດລົ້ມລຸກ
ພືດເຄືອ (ບໍ່ມີເນື້ອໄມ້)
×
ຊື່ທ້ອງຖີ່ນ:
Thai: ຕົ້ນສະບ້າລິງ
ຊື່ພ້ອງ
:
Entada tamarindifolia Gagnep.
ຊື່ສະກຸນ:
Fabaceae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ເຄືອໝາກບ້າຈັດເປັນພັນໄມ້ເຄືອເນື້ອແຂງ, ເລືອພາດຕາມຕົ້ນໄມ້ໃຫຍ່, ຕາມກິ່ງມີຂົນ. ໃບປະກອບແບບຂົນນົກ 2 ຊັ້ນ ປາຍໃບຄູ່, ອອກລຽງສະຫຼັບ, ກ້ານໃບຍາວປະມານ 1.8-4 ຊມ, ມີໃບຍ່ອຍ 5-8 ຄູ່ ອອກລຽງກົງກັນຂ້າມກັນ, ໃບມີຂະໜາດປະມານ 0.5-1.7 ຊມ ແລະ ຍາວປະມານ 1.2-4 ຊມ. ອອກດອກເປັນຊໍ່ກະຈະ ໂດຍອອກຢູ່ງ່າມໃບ ຍາວປະມານ 7-12 ຊມ, ກີບດອກເປັນສີຂາວແກມເຫຼືອງມີ 5 ກີບ, ແຍກກັນ, ລັກສະນະຂອງກີບດອກເປັນຮູບຫອກ ຫຼື ຮູບຂອບຂະໜານ. ໝາກມີລັກສະນະເປັນຝັກຮູບຂອບຂະໜານ, ແປ, ໂຄ້ງງໍ ແລະ ມີຮອຍຄອດຕາມແກ່ນ, ຝັກມີຂະໜາດກວ້າງປະມານ 2.2-2.6 ຊມ ແລະ ຍາວໄດ້ 35 ຊມ, ຝັກເປັນສີນໍ້າຕານ ເປືອກດ້ານນອກຂ້ອນຂ້າງໜາ ເມື່ອແກ່ຈະຫັກເປັນທ່ອນໆ ແຕ່ລະທ່ອນຈະມີແກ່ນ 1 ແກ່ນ, ແກ່ນມີລັກສະນະເປັນຮູບເກືອບກົມ, ແປ ເປືອກນອກແຂງເປັນສີນໍ້າຕານ.
ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A
ເຂດກະຈາຍພັນໃນລາວ
:
ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະພາບການອະນູຮັກ IUCN
:
N/A
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ບັນຍາຍການນຳໃຊ້:
ປະໂຫຍດ ແລະ ສັບພະຄຸນ:
- ຕາມຕໍາລາຢາໄທຈະໃຊ້ເນື້ອຂອງແກ່ນດິບ ນໍາມາເຜົາໄຟໃຫ້ແຫມດໍາແລ້ວປະສົມກັບຢາອື່ນໆ ຮັບປະທານເປັນຢາແກ້ໄຂພິດເຊື່ອງຊືມໄດ້.
- ເນື້ອໃນແກ່ນດິບ ມີລົດເບື່ອເມົາ ໃຊ້ເປັນຢາແກ້ພະຍາດຜິວໜັງ, ຜື່ນຄັນ, ພະຍາດມະເຮັງ, ຂ້າເຊື້ອແບັກທີເລຍ ແລະ ເປັນຢາເບື່າເມົາ.
- ຢາພື່ນບ້ານອີສານຈະໃຊ້ແກ່ນ ຫຼື ຮາກຂອງເຄືອໝາກບ້າ ນໍາມາຝົນກັບເຫຼົ້າທາ ແລະ ຝົນກັບນໍ້າກິນເປັນຢາແກ້ພະຍາດຜິວໜັງ...
- ທັ້ງຕົ້ນໃຊ້ປະສົມກັບລູກປະຄົບເປັນຢາແກ້ປວດຂໍ້, ປວດເມືອຍ.
- ຍອດອ່ອນສາມາດນຳມາລວກເປັນຜັກແຈ່ວ ຫຼື ໃຊ້ຊູບຜັກປົນກັບຜັກຊະນິດອື່ນໆ.
- ນອກນັ້ນແກ່ນຍັງໃສ່ເປັນເຄື່ອງກີລາພື້ນເມືອງຊະນິດໜື່ງເອີ້ນວ່າ ຫຼີ້ນໝາກແລ ຫຼື ຫລີ້ນໝາກບ້ານັ້ນເອງ.
ການປູກ ການລ້ຽງ:
N/A
ລະດູການເກັບກູ້:
ການຄຸ້ມຄອງຈັດການ:
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
ຖານຂໍ້ມູນສະໝຸນໄພ ຄະນະເພສັດສາດ ມະຫາວິທະຍາໄລອຸບົນລາດສະຖານີ. 2019. ສະບ້າລິງ. Phargarden.
Touchkanin Jonjitvimol, Pisit Poolprasert. 2014. Pollen Sources of Stingless Bees (Hymenoptera: Meliponinae) in Nam Nao National Park, Thailand. International Journal ofScience. Pages 1-10.
Bethany G. Elkington, Phaivanh Phiapalath, Kongmany Sydar, Vongtakoune Somsamouth, Nichole I. Goodsmith, D. Doel Soejarto. 2014. Assessment of the importance of medicinal plants among communities around Khiat Ngong of Southern Laos. Journal of Environmental Biology. Vol 35. Pages 607-615. ISSN 0254-8704.
Kumar, S. & Sane, P.V. 2003. Legumes of South Asia. A Checklist: 1-536. Royal Botanic Gardens, Kew.
Medthai. 2017. ສະບ້າລິງ ສັບພະຄຸນ ແລະ ປະໂຫຍດຂອງຕົ້ນສະບ້າລິງ 4 ຂໍ້ (ສົນຂີ້ມົດ).
Nielsen, I. 1981. Leg-Mim. In: Flore du Cambodge, du Laos et Viet-nam, Vol 19. A.
The Legume Phylogeny Working Group (LPWG). 2017. A new subfamily classification of the Leguminosae based on a taxonomically comprehensive phylogeny". Taxon. 66 (1): 44–77.

ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: