ເລກລຳດັບທີ: 1264
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2024-10-16
ປາຄໍ່
Snakehead Murrel Fish
Channa striata (Bloch, 1793)
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Snakehead Murrel)
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Teleostei
ອັນດັບ
Perciformes
ຊື່ສະກຸນ
Channidae
ສະກຸນ
Channa
ຊະນິດ
Channa striata
ຊື່ພ້ອງ
Ophicephalus planiceps Cuvier, 1831
Ophicephalus striatus Bloch, 1793
Ophiocephalus chena Hamilton, 1822
Ophiocephalus philippinus Peters, 1868
Ophiocephalus planiceps Cuvier, 1831
Ophiocephalus striatus Bloch, 1793
Ophiocephalus striatus subsp. qualamudensis Gianferrari, 1930
Ophiocephalus vagus Peters, 1868
Ophiocephalus wrahl Lacepède, 1801
ຊະນິດໃກ້ຄຽງ
ປາກະໂຈນ / Forest snakehead
ປາກັ້ງ/ Dwarf snakehead
ປາໂດ/ Giant snakehead
ບັນຍາຍລັກສະນະທາງພືດສາດ
Channa striata (ປາຄໍ່) ມີຮູບຮ່າງຍາວ, ຄາຍຄືງູ, ຫົວແປ, ປາກໃຫ່ຍ, ມີແຂ້ວທີ່ແຫຼມຄົມຫຼາຍເຫຼັ້ມ, ມີຫາງມົນ ແລະ ມີຄີຍາວສອງຄີທີ່ພາດຍາວເກືອບເທົ່າລຳຕົວ. ໂດຍປົກກະຕິແລ້ວຈະເປັນສີນ້ຳຕານ ຫຼື ສີດຳ, ມີຈຸດ ແລະ ເສັ້ນບໍ. ສ່ວນທ້ອງມີສີຂາວ, ຕອນຍັງນ້ອຍປາຈະມີສີສົ້ມ, ແຕ່ສີສົ້ມຈະຫາຍໄປເມື່ອພວກມັນເຕີບໃຫຍ່. ປາຊະນິດໂຕທີ່ໃຫ່ຍສາມາດຍາວໄດ້ຮອດ 1 ແມັດ ແລະ ມີນ້ຳໜັກ 3 ກິໂລ, ແຕ່ໃນທຳມະຊາດບໍ່ຄ່ອຍມີຂະໜາດໃຫ່ຍຂະໜາດນີ້, ໂດຍທົ່ວໄປແລ້ວປາເພດເເມ່ ມັກຈະມີຄວາມຍາວ 300 ມມ ເມື່ອມັນມີອາຍຸ 2 ປີ.
ພຶດຕິກຳ: ປາຊະນິດນີ້ມີຄວາມແຂງແຮງຫຼາຍມັນສາມາດອາໄສຢູ່ຫຼາກຫຼາຍສະຖານທີທີ່ມີຄວາມແຕກຕ່າງກັນ, ມັນສາມາດຫາຍໃຈຢູ່ເທິງບົກ ແລະ ຢູ່ລອດໄດ້ໂດຍປະສາຈາກນ້ຳໄດ້ເປັນເວລາດົນ, ສາມາດເຄື່ອນໄດ້ຢູ່ເທິງບົກເພື່ອໜີ່ຈາກສະຖານະການທີ່ບໍ່ດີ ຫຼື ເມື່ອນ້ຳແຫ້ງມັນສາມາດລີ້ຢູ່ໃນຂີ້ຕົມ.
ປາຊະນິດນີ້ເປັນປາທີ່ມີຄວາມໂຫດຫ້ຽມ ແລະ ມັກກິນສັດປະເພດອື່ນເປັນອາຫານ, ມັກພາງຕົວເພື່ອລໍ້ຖາເຫຍື່ອ ຫລັງຈາກນັ້ນມັນກໍໂຈມຕີຢ່າງໄວ້ວາ. ມັນມັກກິນປານ້ອຍ, ກົບ, ງູ, ແມງໄມ້, ຂີ້ກະເດືອນ, ກຸ້ງ ຫຼື ແມ້ກະທັງນົກ ແລະ ສັດລ້ຽງລູກດ້ວຍນົມຂະໜາດນ້ອຍ. ປາຄໍ່ຕອນຍັງນ້ອຍມັນຈະມັກກິນໄຄນ້ຳ, ແມງໄມ້, ປາຂະຫນາດນ້ອຍຊະນິດອື່ນ ເມື່ອພວກມັນເຕີບໃຫຍ່, ພວກເຂົາກິນກຸ້ງນ້ອຍ, ແລະ ປານ້ອຍ.
ປາເຫຼົ່ານີ້ມັກຈະຢູ່ໂດດດ່ຽວ, ຍົກເວັ້ນເວລາພວກມັນມີລູກ. ຖ້າສະພາບແວດລ້ອມດີພວກມັນສາມາດມີລູກໄດ້ເກືອບທຸກເດືອນ ບາງຄັ້ງກໍ່ມີສອງຄັ້ງຕໍ່ປີ. ພວກມັນສາມາດວາງໄຂ່ໄດ້ຫຼາຍຮ້ອຍ ຫຼື ຫຼາຍພັນຟອງຕໍ່ຄັ້ງ. ເວລາທີ່ດີທີ່ສຸດສໍາລັບການມີລູກມັກຈະເປັນຊ່ວງລະດູຝົນເວລາທີ່ຝົນຕົກຫຼາຍ. ບາງຄັ້ງພໍ່ແມ່ປາຈະເຮັດບ່ອນພິເສດສໍາລັບໄຂ່ໃນພືດຫຼືພຽງແຕ່ວາງພວກມັນຢູ່ໃນນ້ຳ.
ແຫຼ່ງທີ່ມາ: [4], [5]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Sri Lanka, Bangladesh, Cambodia, China, India, Indonesia, Lao People's Democratic Republic, Malaysia, Myanmar, Nepal, Pakistan, Thailand, Viet Nam, Bhutan
Snakehead Murrel fish global distribution between 1828 to 2024. Source: [6]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ເຂດກະສິກຳອື່ນໆ, ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ໂດຍທົ່ວໄປ ປາຊະນິດນີ້ມັກຈະອາໄສຢູ່ໃນ ໜອງນ້ຳຕື່ນ ແລະ ສາຍນ້ຳທີ່ມີຂີ້ຕົມ. ນອກນັ້ນເຮົາຍັງສາມາດພົບເຫັນພວກມັນຢູ່ເຂດອ່າງເກັບນ້ຳ, ແມ່ນ້ຳ, ທະເລສາບ, ໜອງບຶງ, ທົ່ງນາ, ໜອງທີ່ຂຸດຄົ້ນບໍ່ແຮ່ ແລະ ຫອງເໝືອງ (ຄູນ້ຳ), ເຖິງແມ່ນວ່າມັນມັກຈະອາໄສຢູ່ແຫຼ່ງນ້ຳເປີດ ແຕ່ກໍສາມາດພົບເຫັນຢູ່ໃນເຂດທີ່ມີພືດເປັນຈຳນວນຫຼາຍ. ປາຊະນິດນີ້ສາມາດປັບຕົວໄດ້ດີ ແລະ ສາມາດອາໄສຢູ່ໃນແຫຼ່ງນ້ຳຫຼາຍປະເພດ. [4]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ມີຖິ່ນກຳເນີດຢູ່ສີລັງກາ, ບັງກະລາເທດ, ກຳປູເຈຍ, ຈີນ, ອິນເດຍ, ອິນໂດເນເຊຍ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມາເລເຊຍ, ມຽນມາ, ເນປານ, ປາກິດສະຖານ, ໄທ ແລະ ຫວຽດນາມ. [7]
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
N/A
ບັນຊີໄມ້
N/A
ປາຄໍ່ເປັນສາຍພັນທີ່ມີຄວາມຫຼາກຫຼາຍ, ມີການແພ່ກະຈາຍພັນຫຼາຍ ແລະ ບໍ່ມີໄພຄຸກຄາມຮ້າຍແຮງໃດໆ, ປັດຈຸບັນໄດ້ຮັບການປະເມີນວ່າ ຈັດຢູ່ໃນກຸ່ມທີ່ມີຄວາມສ່ຽງໜ້ອຍສຸດ ເຖິ່ງຢ່າງໃດກໍ່ຕາມ ສາຍພັນນີ້ຄວນມີການສຶກສາທາງອານຸກົມວິຖານ ແລະ ຄວນໄດ້ຮັບການປະເມີນໃໝ່ ເມື່ອສຳເລັດການສຶກສາ.
ແຫຼ່ງທີ່ມາ: [7]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ປາຄໍ່ເປັນປາຊະນິດໜຶ່ງ ທີ່ນິຍົມໃຊ້ເປັນອາຫານ ບໍ່ວ່າຈະປີ້ງ ຫຼື ຕົ້ມ, ນອກຈາກນີ້ຍັງສາມາດນຳມາປົ່ນ, ລາບ ແລະ ອື່ນໆ ໂດຍສະເພາະແມ່ນ ຕົ້ມສົ້ມທີ່ມີມາແຕ່ດົນຈົນມາຮອດປັດຈຸບັນ, ຖືວ່າເປັນອາຫານພື້ນບ້ານທີ່ແຊບປະເພດໜຶ່ງແລະ ນິຍົມຮັບປະທານປະກັນຫຼາຍ. [10]
ການປູກ ການລ້ຽງ
ປູກ ແລະ ທຳມະຊາດ
ລະດູການເກັບກູ້
ມັງກອນ, ກຸມພາ, ມີນາ, ເມສາ, ພຶກສະພາ, ມິຖຸນາ, ກໍລະກົດ, ສິງຫາ, ກັນຍາ, ຕຸລາ, ພະຈິກ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
ຕະຫຼາດໃນປະເທດລາວມີການຂາຍປາຄໍໃນລາຄາ 80,000 ຫາ 120,000 ກີບຕໍ່ກິໂລ [11]
ການຄຸ້ມຄອງຈັດການ
ການອານຸລັກທີ່ຢູ່ອາໄສ: ປະຊາກອນຂອງປາຄໍມີໄພຄຸກຄາມຈາກການສູນເສຍ ແລະ ການເຊື່ອໂຊມຂອງຖິ່ນທີ່ຢູ່ອາໃສ, ການແຂ່ງຂັນ ແລະ ການລ່າຈາກສາຍພັນຕ່າງຖິ່ນ, ການທັບຖົມຂອງຕະກອນ ແລະ ມົນລະພິດທາງນ້ຳ. [7]
ການຕິດຕາມປະຊາກອນ: ສາຍພັນນີ້ແຜ່ຫຼາຍ ແລະ ມີຫຼາຍຕະຫຼອດປີ. [7]
ລະດູປະສົມພັນ: ຈະປະສົມພັນໃນຊ່ວງລະດູຝົນ ເລີ່ມແຕ່ເດືອນ ມິຖຸນາ ຫາເດືອນ ທັນວາ. [7]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
ແຫຼ່ງໂປຣຕີນທີ່ສຳຄັນ
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,