ເລກລຳດັບທີ: 1234
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-05-13
ປາອີ່ໄທຈ້ຳ
Bonylip Barb
Osteochilus vittatus (Valenciennes, 1842)
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Hard-lipped Barb and Silver Sharkminnow.)
ອະນຸກົມວິຖານ
ຊື່ສະກຸນ
Cyprinidae
ຊື່ພ້ອງ
Labeo neilli Day, 1870
Osteochilus duostigma Fowler, 1937
Osteochilus hasselti (Valenciennes, 1842)
Osteochilus hasselti subsp. tweediei Menon, 1954
Osteochilus kuhlii (Bleeker, 1860)
Osteochilus melanopterus Tirant, 1883
Osteochilus neilli (Day, 1870)
Rohita erythrura Valenciennes, 1842
Rohita hasseltii Valenciennes, 1842
Rohita kuhli Bleeker, 1860
Rohita rostellatus Valenciennes, 1842
Rohita vittata Valenciennes, 1842
ຊະນິດໃກ້ຄຽງ
ປາອີ່ໄທ/ E-Thai
ປານົກເຂົາ/ Ikan Kelabau
ປາຂີ້ຂົມ / Dusky Face Carp
ປາອີ່ໄທຂ້າງແຖບ/ Waandersii's Hard-lipped Barb
ປາອີ່ໄທຂ້າງແຖບຈາງ/ E-Thai Khang Laiy Jang
ບັນຍາຍລັກສະນະທາງພືດສາດ
ດັງຂອງປາອີ່ໄທຈ້ຳມີລັກສະນະກົມມົນ ແລະ ເດັ່ນຊັດ, ພື້ນຜິວດ້ານໜ້າຂອງດັງມີຮູຮັບຄວາມຮູ້ສຶກສາມຮູຮຽງເປັນແນວອ່ຽງໂດຍປະມານ ອາດມີຮູຂະໜາດນ້ອຍກ່ວາເພີ່ມເຕີມ ໂດຍສະເພາະໃນຕົວອອ່ນ. ໜວດຄາງກະໄຕເທິງມີຄວາມຍາວປະມານເທົ່າກັບເສັ້ນຜ່າສູນກາງຂອງເບົ້າຕາ, ສ່ວນໜວດບໍລິເວນຈະງອຍປາກນັ້ນສັ້ນກວ່າຢ່າງເຫັນໄດ້ຊັດ.
ຈຸດເລີ່ມຕົ້ນຂອງຄີຫຼັງຢູ່ກົງກັນຂ້າມກັບເກັດທີ່8 ຫຼື 9 ຂອງເສັ້ນຂ້າງລຳຕົວ ແລະ ຂັ້ນຈາກທ້າຍຫົວດ້ວຍເກັດເສັ້ນຂ້າງລຳຕົວ 10 ຫາ 12 ເກັດ, ເສັ້ນຂ້າງລຳຕົວປະກອບດ້ວຍເກັດ 33 ຫາ 34 ເກັດ. ກ້ານໜ້າຂອງຄີຫຼັງຍາວຮຽວ, ຄວາມຍາວຂອງກ້ານຄີໜ້າເທົ່າກັບ ຫຼື ເທົ່າກັບຄວາມຍາວຂອງຫົວ. ຄີທະວານເລີ່ມຈາກຈຸດກົງກັນຂ້າມກັບເກັດທີ່ 21 ຫາ 23 ຂອງເສັ້ນຂ້າງລຳຕົວປະມານ 2 ເກັດ ໄປທາງດ້ານຫຼັງຂອງປາຍຄີຫຼັງ ກ້ານໜ້າຂອງຄີທະວານກໍ່ຍາວຄືກັນ ແຕ່ສັ້ນກ່ວາຄວາມຍາວຂອງຫົວ. ຄີທ້ອງຍາວກ່ວາຄີເອິກເລັກນ້ອຍ ແລະ ໂດຍທົ່ວໄປຈະຮອດທະວານໜັກ ແຕ່ອາກຈະສັ້ນກ່ວາ ຫຼື ຍາວໄປຮອດຈຸດເລີ່ມຕົ້ນຂອງຄີທະວານ. ຈຸດເລີ່ມຕົ້ນຂອງຄີທ້ອງຢູ່ກົງກັນຂ້າມກັບເກັດທີ່ 11 ຫຼື 12 ຂອງເສັ້ນຂ້າງລຳຕົວ ແລະ ກົງກັນຂ້າມກັບກ້ານຄີຫຼັງທີ່ແຕກຂະແໜ່ງທີ່ 2 ຫຼື 3 ໂດຍຈຸດເລີ່ມຕົ້ນຂອງຄີທ້ອງແຍກຈາກເສັ້ນຂ້າງລຳຕົວດ້ວຍເກັດ 4 ຫາ 4½ ເກັດ, ຄີຫາງວ້ຳເລິກ ແລະ ມີແສກແຫຼມຄົມ.
ສີສັນໃນປານ້ອຍອາດຈະລວມທັງຈຸດດຳເທິງເກັດແຕ່ລະເກັດ ແລະ ບາງຄັ້ງອາດຈະພົບຈຸດດຳໜຶ່ງ ຫຼື ສອງແຖມເທິງຄີຫາງ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; China; Indonesia; Lao People's Democratic Republic; Malaysia; Myanmar; Thailand; Viet Nam. [2]

Global distribution of Osteochilus vittatus between 1850 to 2026. Source: [3]
ເຂດກະຈາຍພັນໃນລາວ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ການບັນທຶກຂໍ້ມູນຂອງປາຊະນິດນີ້ຈາກ GBIF ລະບຸວ່າພົບຢູ່ໃນແຂວງວຽງຈັນ (ອ່າງເກັບນ້ຳງຶມ). [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ປາຊະນິດນີ້ອາໄສຢູ່ໃນແຫຼ່ງທີ່ຢູ່ອາໄສທີ່ຫຼາກຫຼາຍ ລວມທັງພື້ນທີ່ຊຸ່ມນ້ຳໃນພື້ນທີ່ທົ່ງພຽງ, ບຶງ, ແມ່ນ້ຳ, ແມ່ນ້ຳສາຂາ ແລະ ຫວ້ຍນ້ຳຕາມເນີນພູ ມັກຈະກະຈາຍຕົວຕາມລະດູການໄປຍັງພື້ນທີ່ນ້ຳຖ້ວມຮອດ ແລະ ປັບຕົວໄດ້ດີກັບນ້ຳທີ່ຖືກກັກເກັບໄວ້ [2]. ປາໂຕເຕັມໄວພົບໄດ້ໃນທຸກປະເພດຂອງແຫຼ່ງທີ່ຢູ່ອາໄສ ແຕ່ສ່ວນໃຫຍ່ມັກພົບໃນແມ່ນ້ຳຂະໜາດໃຫຍ່ທີ່ມີກະແສນ້ຳໄຫຼຊ້າ ແລະ ພື້ນເປັນຕົມຫາພື້ນຊາຍ ໃນຊ່ວງເລີ່ມຕົ້ນຂອງລະດູນ້ຳຖ້ວມ ຕົວເຕັມໄວຈະອົບພະຍົບຈາກແມ່ນ້ຳໄປໃນພື້ນທີ່ນ້ຳຖ້ວມ ແລະ ກັບໄປຍັງແຫຼ່ງທີ່ຢູ່ອາໄສໃນແມ່ນ້ຳເມື່ອນ້ຳຫຼຸດ, ໃນແມ່ນ້ຳມັກຈະພົບພວກມັນເກາະຕາມພື້ນຟຸ່ມໄມ້, ຮາກໄມ້ ແລະ ໂຄງສ້າງທີ່ແຂງອື່ນໆ. [4]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ປະຊາກອນຂອງສາຍພັນນີ້ໃນປັດຈຸບັນຍັງຖືວ່າມີສະຖຽນລະພາບ ໂດຍບໍ່ພົບໄພຂົ່ມຂູ່ທີ່ສຳຄັນໃນວົງກວ້າງ ດັງນັ້ນຈຶ່ງຈັດຢູ່ໃນຄວາມສ່ຽງຕ່ຳ. [2]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ກິດຈະກຳການກະເສດ, ອາຫານ
ອາຫານ: ປາຊະນິດນີ້ເປັນປາສຳຄັນໃນລຸ່ມແມ່ນ້ຳຂອງ ແລະ ແມ່ນ້ຳເຈົ້າພະຍາ ແລະ ມີການຈຳນ່າຍທົ່ວໄປໃນພູມມິພາກອື່ນໆ ບາງຄັ້ງກໍ່ພົບໄດ້ໃນການຄ້າປາສວຍງາມ, ມີການສົ່ງອອກໃນປະລິມານຫຼາຍໃນຮູບແບບຜະລິດຕະພັນອົບແຫ້ງ. ຊີ້ນປາຊະນິດມີຄຸນນະພາບດີແຕ່ມີກ້າງຫຼາຍ ແລະ ນຳມາປຸ່ງເປັນລາບປາ ຫຼື ປີ້ງ, ມີການຈຳນ່າຍແບບສົດ ຫຼື ແປຮູບເປັນປາແດກ [2]. ປາອີ່ໄທຈ້ຳເປັນປານ້ຳຈືດທີ່ກິນພືດທີ່ມີຄວາມສໍາຄັນທາງການຄ້າ ໂດຍສ່ວນໃຫຍ່ໃຊ້ສຳຫຼັບບໍລິໂພກຂອງມະນຸດ. [4]
ກິຈະກຳໃນກະສິກຳ: ໃນການເພາະລ້ຽງສັດນ້ຳ ປາສາຍພັນນີ້ມີຄ່າທັງໃນດ້ານບົດບາດໃນການທຳຄວາມສະອາດຕາຄ່າຍລອຍນ້ຳໂດຍການກິນເພີລີໄຟຕ່ອນ ແລະ ເສດຊາກ. [4]
ການປູກ ການລ້ຽງ
ປູກ ແລະ ທຳມະຊາດ
ປາຊະນິດນີ້ມີການເພາະລ້ຽງກັນຢ່າງແພ່ຫຼາຍທົ່ວອາຊີຕາເວັນອອກສ່ຽງໃຕ້ ໂດຍສະເພາະໃນອິນໂດເນເຊຍ. [4]
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ການກິນອາຫານ: ຕົວເຕັມໄວຈະກິນຮາກພືດ, ສາຫຼ່າຍຈຸລັງດ່ຽວ ແລະ ກຸ້ງຂະໜາດນ້ອຍ. [2]

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ການຈັບປາຫຼາຍເກີນໄປ ແລະ ການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໄສຖືເປັນໄພຂົ່ມຂູ່ທີ່ອາດເກີດຂື້ນໄດ້ ເຖິ່ງວ່າຜົນກະທົບເຫຼົ່ານີ້ມັກຈະເກີດຂື້ນໃນພື້ນທີ່ຈຳກັດ ກິດຈະກຳຕ່າງໆ ເຊັ່ນ ການຕັດໄມ້ ແລະ ການສ້າງເຂື່ອນເປັນໜຶ່ງໃນປັດໄຈຫຼັກທີ່ເຮັດໃຫ້ເກີດການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໄສ. [2]

ການຕິດຕາມປະຊາກອນ:
ມີການບັນທຶກວ່າປາຊະນິດນີ້ພົບໄດ້ທົ່ວໄປຕະຫຼອດຊ່ວງກະຈາຍພັນ ແລະ ເປັນໜຶ່ງໃນປາທີ່ມີຈຳນວນຫຼາຍທີ່ສຸດໃນແມ່ນ້ຳບຼານຕັສ (ຊາວາຕາເວັນອອກ, ອິນໂດເນເຊຍ). ເຖິ່ງວ່າຂະໜາດປະຊາກອນທີ່ໂຕເຕັມໄວທັງໝົດຈະຍັງບໍ່ແນ່ນອນ ແຕ່ຄາດວ່າຈະມີຈຳນວນຫຼາຍ ໂດຍປະມານການວ່າມີຈຳນວນຫຼາຍກ່ວາ 1.000.000 ຕົວ ໂດຍພິຈາລະນາຈາກຄວາມອຸດົມສົມບູນທີ່ບັນທຶກໄວ້ ແລະ ການກະຈາຍພັນທີ່ກວ້າງຂວາງ ແນວໂນ້ມຂອງປະຊາກອນຄາດວ່າຈະຄົງທີ່. [2]

ການເກັບກູ້ແບບຍືນຍົງ:
ເຂດກະຈາຍພັນບາງເຂດຂອງຊະນິດນີ້ຢູ່ໃນພື້ນທີ່ສະຫງວນ. ແຈຳເປັນຕ້ອງມີການສຶກສາເພີ່ມເຕີມເພື່ອກຳນົດຂະໜາດປະຊາກອນ ແລະ ແນວໂນ້ມໃນປັດຈຸບັນ ເພື່ອຢືນຢັນຂອບເຂດກະຈາຍພັນ ແລະ ເພື່ອລະບຸໄພຂົ່ມຂູ່ທີ່ແທ້ຈິງ ແລະ ຜົນກະທົບທີ່ອາດຈະເກີດຂື້ນ ແນະນຳໃຫ້ມີການຕິດຕາມກວດສອບທັງປະຊາກອນ ແລະ ແຫຼ່ງທີ່ຢູ່ອາໄສທີ່ຈຳເປັນ. [2]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ 17.9 N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A Vitamin A 53.5 μg
ແຮ່ທາດ N/A Calcium 558 mg; Iron 1.4 mg; Selenium 42.4 μg; Zinc 1.94 mg
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
ກອນອຸມາ ພົງສາ ແລະ ບຸນທົບ ພະໄຊສົມບັດ
ຜູ້ກວດສອບ Factsheet
,