ເລກລຳດັບທີ: 1232
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-05-21
ປາອີ່ໄທຂ້າງແຖບຈາງ
E-Thai Khang Laiy Jang
Osteochilus microcephalus (Valenciennes, 1842)
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
ຊື່ສະກຸນ
Cyprinidae
ຊື່ພ້ອງ
Osteochilus brachynotopterus (Bleeker, 1855)
Osteochilus tripore (Bleeker, 1852)
Osteochilus triporos (Bleeker, 1852)
Osteochilus triporus (Bleeker, 1852)
Rohita brachynotopterus Bleeker, 1855
Rohita microcephalus Valenciennes, 1842
Rohita triporos Bleeker, 1852
ຊະນິດໃກ້ຄຽງ
ປາຂີ້ຂົມ / Dusky Face Carp
ປາອີ່ໄທ/ E-Thai
ປາອີ່ໄທຈ້ຳ/ Bonylip Barb
ປາອີ່ໄທຂ້າງແຖບ/ Waandersii's Hard-lipped Barb
ປານົກເຂົາ/ Ikan Kelabau
ບັນຍາຍລັກສະນະທາງພືດສາດ
ປາອີ່ໄທຂ້າງແຖບຈາງເປັນປາຊະນິດໜຶ່ງທີ່ມີລຳຕົວຮຽວຍາວ ແລະ ແບນເລັກນອຍຈາກດ້ານຂ້າງ, ຫົວມີຂະໜາດຂ້ອນຂ້າງນ້ອຍ ແລະ ປາກຈະຢູ່ດ້ານລຸ່ມຂອງລຳຕົວ, ມີຮິມຝີປາກໜາ ແລະ ອວບອິ່ມ ໂດຍບໍ່ມີໜວດ ແຕ່ຮິມຝີປາກເຫຼົ່ານີ້ມີແຜ່ນເນື້ອຍື່ນອອກມາປິດຮິມຝີປາກດ້ານເທິງບາງສ່ວນກ ຄີຫຼັງມີກ້ານຄີ 10-13 ກ້ານ, ຄີກົ້ນມີກ້ານຄີ 12-14 ກ້ານ ແລະ ມີເສັ້ນຂ້າງລຳຕົວທີ່ປະກອບດ້ວຍເກັດ 34-36 ເກັດ, ຄີຫາງແຍກອອກເປັນສອງແສກຢ່າງຊັດເຈນ.
ປາຊະນິດນີ້ສາມາດໃຫຍ່ເຕັມໄວຍາວໄດ້ຮອດ 24 ຊມ, ແຕ່ສ່ວນໃຫຍ່ຄວາມຍາວຈະຢູ່ລະຫວ່າງ 10 ຫາ 18 ຊມ ຂື້ນກັບຖິ່ນທີ່ຢູ່ອາໄສ ແລະ ຈຳນວນຂອງປະຊາກອນ.
ລຳຕົວມີສີຟ້າ, ບາງຄັ້ງອາດມີສີຂຽວໝາກກອກເລັກນ້ອຍ ແລະ ມີແຖບສີດຳເດັ່ນຊັດພາດຈາກລຳຕົວຈາກດັງ ຫຼື ຝາເຫງືອກໄປຈົນຮອດໂຄນຄີຫາງ, ຄີໂດຍທົ່ວໄປຈະມີສີເຂັ້ມ ໂດຍຄີຫາງມັກມີສີແດງປົນຢູ່, ປານ້ອຍຈະມີສີອອ່ນກ່ວາ ເຮັດໃຫ້ແຖບສີດຳທີ່ເຫັນໄດ້ຊັດເຈນຫຼາຍຂື້ນ.
ປາເພດຜູ້ ແລະ ປາເພດແມ່ມີລັກສະນະຄ້າຍຄືກັນຫຼາຍ ແຕ່ເພດຜູ້ຈະມີສີເຫຼືອງສົດໃສຂື້ນຕາມລຳຕົວ ແລະ ຄີໃນຊ່ວງລະດູປະສົມພັນ ພ້ອມທັງມີຕຸມຂະນາດນ້ອຍ 1-3 ຕຸ່ມ (ປຸ່ມ) ບໍລິເວນປາຍດັງ. ປາເພດແມ່ມັກຈະມີຂະໜາດໃຫຍ່ກ່ວາ ແລະ ແຂງແຮງກ່ວາ ເຊິ່ງຊ່ວຍເຮັດໃຫ້ມັນຜະລິດໄຂ່ໄດ້ຫຼາຍໃນລະຫວ່າງການສືບພັນ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Brunei Darussalam; Cambodia; Indonesia; Lao People's Democratic Republic; Malaysia; Thailand; Viet Nam. [2]

Global distribution of Osteochilus microcephalus between 1949 to 2026. Source: [3]
ເຂດກະຈາຍພັນໃນລາວ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້, ເຂດສາຍພູຫຼວງພາກກາງ
ມີການບັນມຶກຈາກ GBIF ພົບເຂດກະຈາຍພັນຂອງປາຊະນິດນີ້ໃນແຂວງຈຳປາສັກ (ນ້ຳຕົກຄອນພະເພັງ, ມ. ໂຂງ), ບໍລິຄຳໄຊ (ນ້ຳງັງ, ນ້ຳເລິກ ແລະ ນ້ຳຂອງ, ມ. ທ່າພະບາດ, ປາກຊັນ ແລະ ປາກກະດິງ), ນະຄອນຫຼວງວຽງຈັນ (ນ້ຳງຶມ ແລະ ນ້ຳຂອງ, ມ. ປາກງຶມ ແລະ ໄຊທານີ), ສະຫວັນນະເຂດ (ແມ່ນ້ຳຂອງ, ໄກສອນພົມວິຫານ), ຄຳມ່ວນ (ນ້ຳເຊບັ້ງໄຟ, ມ.ໜອງບົກ), ຊຽງຂວາງ (ຫ້ວຍນໍ້າເກືອ, ມ. ຄໍາ) ແລະ ແຂວງ ອັດຕະປື (ຕະຫຼາດເຊົ້າອັດຕະປື, ມ. ສະມັກຄີໄຊ). [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ປາຊະນິດນີ້ເປັນປາຂະໜາດນ້ອຍຫາປານກາງ, ອາໄສ່ຢູ່ແຫຼ່ງນ້ຳຫຼາກຫຼາຍປະເພດຕາມພື້ນແມ່ນ້ຳ, ມີການຄົົ້ນພົບວ່າມັກອາໄສຢູ່ພື້ນທີ່ຊຸ່ມນ້ຳຈືດໃນພື້ນທີ່ຕ່ຳ, ຫ້ວຍນ້ຳຕາມຮ່ອມພູ, ຮອ່ງນ້ຳ ແລະ ແຫຼ່ງນ້ຳທີ່ມະນຸດສ້າງຂື້ນ ແລະ ຍັງມີການອົບພະຍົບເຂົ້າໄປໃນພື້ນທີ່ປ່າ, ທົ່ງຫຍ້າ ແລະ ທົ່ງນາທີ່ຖືກນ້ຳຖ້ວມ [2]. ປາອີ່ໄຂ້າງແຖບຈາງອາໄສຢູ່ແຫຼ່ງນໍ້າຈືດຫຼາກຫຼາຍປະເພດທົ່ວອາຊີ ຕັ້ງແຕ່ຫ້ວຍນ້ຳໃນພື້ນທີ່ສູງໄປຈົນຮອດແມ່ນ້ຳໃນພື້ນທີ່ທົ່ງພຽງ ແລະ ໜອງນ້ຳ ໂດຍສະເພາະຢ່າງຍິ່ງມັກພົບໃນພື້ນທີ່ນ້ຳໄຫຼຊ້າ, ນ້ຳຂຸນມົວ ແລະ ມີຕະກອນຫຼາຍ ສແດງໃຫ້ເຫັນເຖິງຄວາມທົນທານຕໍ່ຄວາມໃສຂອງນ້ຳ ແລະ ການໄຫຼທີ່ຫຼຸດລົງ, ປາຊະນິດນີ້ອາໄສຢູ່ລະດັບກາງນ້ຳຫາພື້ນນ້ຳ, ລຳທານ, ຮ່ອງນ້ຳ ແລະ ໜອງນ້ຳ. [1]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ປາຊະນິດນີ້ໄດ້ຮັບການປະເມີນວ່າ ມີຄວາມສ່ຽງຕໍ່າ ເນື່ອງຈາກມີການກະຈາຍຕົວຢ່າງກວ້າງຂວາງ, ມີປະຊາກອນຈຳນວນຫຼາຍ ແລະ ບໍ່ມີໄພຂົມຂູ່ລະດັບພື້ນທີ່. [2]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ປາອີ່ໄທຂ້າງແຖບຈາງເປັນເປົ້າໝາຍຂອງການປະມົງເພື່ອການດຳລົງຊີບຂະໜາດນ້ອຍ ແລະ ການປະມົງເພື່ອເສດຖະກິດທົ່ວພື້ນທີ່ເຂດກະຈາຍພົນໃນອາຊີຕາເວັນອອກສ່ຽງໃຕ້, ສາຍພັນນີ້ມີສ່ວນຊ່ວຍໃນການຮັກສາຄວາມໝັ້ນຄົງທາງດ້ານອາຫານໃນລະດັບພູມິພາກ ແລະ ມັກຖືກແປຮູບເປັນຜະລິດຕະພັນປາໝັກດອງແບບດັງເດີມ ເຊັ່ນ: ປາແດກ ແລະ ນ້ຳປາ [1,4]. ນິຍົມບໍລິໂພກພາຍໃນຄົວເຮືອນໃນພື້ນທີ່ເຂດກະຈາຍພັນ, ມີການຈັບເພື່ອການປະມົງຂະໜາດນ້ອຍ ແລະ ບາງຄັ້ງໄດ້ໃນຕະຫຼາດການຄ້າສັດນ້ຳ. [2]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ມັງກອນ, ກຸມພາ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ການກິນອາຫານ: ປາອີ່ໄທຂ້າງແຖບຈາງ ກິນພືດເປັນຫຼັກປະກອບດ້ວຍສາຫຼ່າຍເບັນທິກ ( benthic algae), ພືດນໍ້າ, ເພີຣີໄຟຕອນ ( periphyton) ແລະ ແພຼງຕອນພືດເປັນສ່ວນໃຫຍ່. ພື້ນທີ່ນ້ຳຖ້ວມຕາມລະດູການຂອງພື້ນທີ່ເຂດກະຈາຍພັນຂອງພວກມັນມັກເພີ່ມການເຂົ້າເຖິ່ງພືດນ້ຳ ແລະ ເພີຣີໄຟຕອນ ເຮັດໃຫ້ມີການບໍລິໂພກອາຫານຫຼາຍຂື້ນໃນຊ່ວງລະດັບນ້ຳສູງຂື້ນ. [1]

ການອານຸລັກທີ່ຢູ່ອາໄສ (ຄວາມຕ້ອງການທີ່ຢູອາໄສ, ໄພຄຸກຄາມ, ການອານຸລັກ ແລະ ການພື້ນຟູ)
ໄພຂົ່ມຂູ່: ການຫາປາຫຼາຍເກີນໄປ ແລະ ການເຊື່ອມໂຊມຂອງແຫຼ່ງທີ່ຢູ່ອາໄສຖືເປັນໄພຂົ່ມຂູ່ທີ່ອາດເກີດຂື້ນໄດ້ າເຖິ່ງວ່າສິ່ງເຫຼົ່ານີ້ມັກະເກີດຂື້ນໃນພື້ນທີ່ຈຳກັດ, ການເຊືອມໂຊມຂອງແຫຼ່ງທີ່ຢູ່ອາໄສທີ່ເກີດຈາກການພັດທະນາຕົວເມືອງ, ການຕັດໄມ້ ແລະ ການເກັບກ່ຽວໄມ້, ການຂະຫຍາຍພື້ນທີ່ກະສິກຳ ແລະ ມົນລະພິດທີ່ກ່ຽວຂ້ອງກັບກິດຈະກຳເລົ່ານີ້. [2]

ການຕິດຕາມປະຊາກອນ:

ມີການລາຍງານວ່າປາຊະນິດນີ້ສາມາດພົບໄດ້ທົ່ວໄປໃນພື້ນທີ່ເຂດກະຈາຍພັນ ໂດຍມີຈຳນວນປະຊາກາໜ້ອຍຫາປານກາງໃນແຫຼ່ງທີ່ຢູ່ອາໄສທີ່ເໝາະສົມທົ່ວທັງພື້ນທີ່ກະຈາຍພັນ, ຂະໜາດປະຊາໂຕເຕັມໄວທັງໝົດບໍ່ແນ່ນອນ ແຕ່ເຖິ່ງຢ່າງໃດກໍ່ຕາມ ມີແນວໂນ້ມວ່າຈະມີຂະໜາດໃຫຍ່ຫຼາຍ ໂດຍຄາດວ່າມີຈຳນວນຫຼສຍກ່ວາ 1,000,000 ຕົວ, ເນື່ອງຈາກມີການບັນທຶກຈຳນວນປະຊາກອນ ແລະ ມີການກະຈາຍຕົວຢ່າງກວ້າງຂວາງ ແນວໂນ້ມປະຊາກອນຄາດວ່າຄົງທີ່. [2]

ການເກັບກູ້ແບບຍືນຍົງ:

ຈຳເປັນຕ້ອງມີການສຶກສາເພີ່ມເຕີມເພື່ອກຳນົດຂະໜາດປະຊາກອນ ແລະ ແນວໂນ້ມປັດຈຸບັນ ເພື່ອຢັ້ງຢືນຂອບເຂດກະຈາຍພັນ ແລະ ເພື່ອລະບຸໄພຂົ່ມຂູ່ທີ່ແທ້ຈິງ ແລະ ປະເມີນວ່າສິ່ງເລົ່ານີ້ສົ່ງຜົນກະທົບຕໍ່ສາຍພັນນີ້ແບບໃດ. [2]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
ກອນອຸມາ ພົງສາ ແລະ ບຸນທົບ ພະໄຊສົມບັດ
ຜູ້ກວດສອບ Factsheet
,