ເລກລຳດັບທີ: 1227
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-05-20
ປານົກເຂົາ
Ikan Kelabau
Osteochilus melanopleurus (Bleeker, 1852)
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Giant Bonylipped Barb)
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Teleostei
ອັນດັບ
Cypriniformes
ຊື່ສະກຸນ
Cyprinidae
ສະກຸນ
Osteochilus
ຊະນິດ
Osteochilus melanopleurus
ຊື່ພ້ອງ
Osteochilus malanopleurus (Bleeker, 1852)
Rohita melanopleura Bleeker, 1852
ຊະນິດໃກ້ຄຽງ
ປາອີ່ໄທ/ E-Thai
ປາຂີ້ຂົມ / Dusky Face Carp
ປາອີ່ໄທຂ້າງແຖບ/ Waandersii's Hard-lipped Barb
ປາອີ່ໄທຂ້າງແຖບຈາງ/ E-Thai Khang Laiy Jang
ປາອີ່ໄທຈ້ຳ/ Bonylip Barb
ບັນຍາຍລັກສະນະທາງພືດສາດ
ລຳຕົວມີຮູບຮ່າງຍາວຄ້າຍກະສວຍ, ມີເກັດແນວເສັ້ນຂ້າງລຳຕົວ 45 ຫາ 53 ເກັດ ແລະ ມີກ້ານຄີຫຼັງ 16 ຫາ 18 ກ້ານ, ປາກເຊີດຂື້ນ ແລະ ມີສີລຳຕົວຕັ້ງແຕ່ສີຂຽວອົມເທົາ, ມີຈຸດສີດຳຍາວຕາມແນວຕັ້ງຂະໜາດໃຫຍ່ຢູ່ເທິງຕີເອິກ ແລະ ບາງຄັ້ງອາດເຫັນຈຸດກົມຈາງໆຢູ່ບໍລິເວນໂຄນຫາງ (ສ່ວນແຄບຂອງລຳຕົວໃກ້ຫາງ).
ຂະໜາດ: ຄວາມຍາວສູງສຸດຢູ່ທີ່ 60 ຊມ. (SL)
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Indonesia; Lao People's Democratic Republic; Malaysia; Thailand; Viet Nam. [2]

Global distribution of Osteochilus melanopleurus between 1934 to 2026. Source: [3]
ເຂດກະຈາຍພັນໃນລາວ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ຂໍ້ມູນຈາກ GBIF ໄດ້ບັນທອກເຂດກະຈາຍພັນຂອງປາຊະນິດໃນແຂວງຊຽງຂວາງ (ອ່າງນ້ຳງຳ, ມ. ໂພນສະຫວັນ). [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ປາຊະນິດນີອາໄສຢູ່ແຫຼ່ງນ້ຳຫຼາຍປະເພດຕາມພື້ນນ້ຳ ແລະ ລະດັບກາງນ້ຳ, ມີການບັນທຶກວ່າພົບໃນໄນແມ່ນ້ຳສາຍຫຼັກ, ໜອງນ້ຳ ແລະ ພື້ນທີ່ຊຸ່ມນ້ຳທີ່ຖືກກັບເກັບ, ປາຊະນິດນີ້ຈະເຄືອນຫຍາຍໄປຍັງພື້ນທີ່ນ້ຳຖ້ວມຕາມລະດູການ ແຕ່ບໍ່ແມ່ນແຮູບແບບການອົບພະຍົບ. [2]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ປາຊະນິດມີການກະຈາຍພັນໃນອາຊີຕາເວັນອອກສ່ຽງໃຕ້ ແລະ ພົບໄດ້ທົ່ວໄປໃນພື້ນທີ່ຕ່າງໆທົ່ວທັງເຂດກະຈາຍພັນ ສະແດງໃຫ້ເຫັນເຖິ່ງຄວາມສາມາດປັບຕົວເຂົ້າກັບແຫຼ່ງນ້ຳທີ່ຖືກເກັບເັກບໄວ້. ປາຊະນິດນນີ້ບໍ່ໄດ້ຮັບຜົນກະທົບຈາກໄພຂົ່ມຂູ່ທີ່ສຳຄັນໃດໆ ໃນລະດັບທົ່ວທັງເຂດກະຈາຍພັນ ດັງນັ້ນ, ສາຍພັນນີ້ຈຶ່ງໄດ້ຮັບການປະເມີນວ່າມີຄວາມສ່ຽງຕ່ຳ. [2]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ການໃຊ້ປະໂຫຍດດ້ານອາຫານ: ປາຊະນິດນີ້ມີການບໍລິພວກກັນໃນທ້ອງຖິ່ນເພື່ອເປັນອາຫານ, ເປັນທີ່ນິຍົມໃນບາງພື້ນທີ່ ແລະ ມັກນຳໄປແປຮູບເປັນຜະລິດຕະພັນໝັກດອງ [2]. ໂຕເຕັມໄວມັກຈະຂາຍສົດ ຫຼື ຕາກແຫ້ງ ແລະ ໃສ່ເກືອ, ໃນຂະນະທີ່ປານ້ອຍມັກຈະແປຮູບເປັນປາແດກ. [1]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ພຶດຕິກຳ: ປາຊະນິດນີ້ຈະເຄື່ອນຫຍ້າຍໄປຍັງພື້ນທີ່ນ້ຳທ້ວມຕາມລະດູການ ແລະ ເຄື່ອນຫຍ້າຍກັບແມ່ນ້ຳໃນຊ່ວງເດືອນຕຸລາ. [1]
ອາຫານ: ປາຊະນິດນີ້ກິນເພີຣີໄຟຕອນ ແລະ ພືດໃບ ເຊັ່ນພືດນ້ຳຂະໜາດໃຫຍ່ ແລະ ພືດບົກທີ່ຖືກນ້ຳຖ້ວມເປັນຫຼັກ, ນອກຈາກນນີ້ຍັງກິນໄຟໂຕແພຼງຕອນ, ສາຫຼ່າຍເສັ້ນໄຍ ແລະ ສາຫຼ່າຍເບັນຕິກອີກດ້ວຍ. [1], [2]

ການອານຸລັກທີ່ຢູ່ອາໄສ:

ໄພຂົ່ມຂູ່: ການຫາປາຫຼາຍເກີນໄປໃນແມ່ນ້ຳຂອງ ແລະ ແມ່ນ້ຳເຈົ້າພະຍາຍັງຄົງເປັນໄພຂົ່ມຂູ່ຢ່າງຕໍ່ເນື່ອງ, ແຮງກົດດັນເພີ່ມເຕີມທີ່ອາດກໍ່ໃຫ້ເກີດການເຊື່ອມໂສມຂອງແຫຼ່ງທີ່ຢູ່ອາໄສ ໄດ້ແກ່ ການພັດທະນາໂຄງສ້າງພື້ນຖານ, ການຕັດໄມ້ ແລະ ການເກັບກ່ຽວໄມ້, ກິດຈະກຳທາງກະສິກຳ ເຖິ່ງວ່າຈະມີໄພຂົ່ມຂູ່ເຫຼົ່ານີ້ ແຕ່ກໍຖືວ່າເປັນໄພຂົ່ມຂູ່ສະເພາະຖິ່ນ ແລະ ບໍ່ມີການບັນທຶກໄພຂົ່ມຂູ່ທີ່ສຳຄັນໃນລະດັບກວ້າງ. [2]

ການຕິດຕາມປະຊາກອນ:

ມີການບັນທຶກວ່າປາຊະນິດນີ້ພົບໄດ້ທົ່ວໄປໃນພື້ນທີ່ຕ່າງໆ ທົ່ວເຂດກະຈາຍພັນ ເຖິ່ງວ່າຈະມີປະຊາກອນໜ້ອຍ ຫາ ປານກາງກໍ່ຕາມ, ຂະໜສດປະຊາກອນທັງໝົດຍັງບໍ່ແນ່ນອນ ແຕ່ເຖິ່ງຢ່າງໃດກໍ່ຕາມເມື່ອພິຈາລະນາຈາກການກະຂາຍພັນທີ່ກວ້າງຂວາງ ທົ່ວອາຊີຕາເວັນອອກສ່ຽງໃຕ້ ຄາກວ່າມີຈຳນວນຫຼາຍ ໂດຍຄາດວ່າມີຈຳນວນປະຊາກອນໂຕເຕັມໄວ 1,000,000 ຕົວ, ແນວໂນ້ມປະຊາກອນຄາດວ່າຄົງທີ່. [2]

ການເກັບກູ້ແບບຍືນຍົງ:

ຈຳເປັນຕ້ອງມີການສຶກສາເພີ່ມເຕີມ ເພື່ອກຳນົດຂະໜາດປະຊາກອນ ແລະ ແນວໂນ້ມໃນປັດຈຸບັນ ເພື່ອຢືນຢັນຂອບເຂດກະຈາຍພັນ ແລະ ເພື່ອລະບຸໄພຂົ່ມຂູ່ທີ່ແທ້ຈິງ ແລະ ປະເມີນວ່າສິ່ງເຫຼົ່ານີ້ອາດສົ່ງຜົນກະທົບຕໍ່ຊະນິດແນວໃດ. [2]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
ກອນອຸມາ ພົງສາ ແລະ ບຸນທົບ ພະໄຊສົມບັດ
ຜູ້ກວດສອບ Factsheet
,