ເລກລຳດັບທີ: 1222
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19

ແມງຊອນສີນໍ້າຕານອົມສົ້ມ
Tawny mole cricket

Neoscapteriscus vicinus (Scudder, 1869)


ສັດ
ສັດທີ່ມີຂໍ້ຕໍ່
ແມງໄມ້

1 / 1
Image 1


ຊື່ທ້ອງຖີ່ນ:
Thai: แมลงกระชอน

ຊື່ພ້ອງ :
Neoscapteriscus agassizii (Scudder, 1869)
Scapteriscus vicinus (Scudder, 1869

ຊື່ສະກຸນ:
Gryllotalpidae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ລັກສະນະທົ່ວໄປ: ຮ່າງກາຍແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອິກ ແລະ ສ່ວນທ້ອງ. ຂະໜາດຮ່າງກາຍໃຫຍ່ ຮູບຮ່າງເປັນແບບທໍ່ກົມຍາວ (ຂະໜາດຮ່າງກາຍປະມານ 29-33 ມມ). ຮ່າງກາຍເປັນສີນໍ້າຕານເຫຼືອງອ່ອນ, ພາກສ່ວນເອິກທາງດ້ານເທິງເປັນສີດໍາ, ຂາຄູ່ໜ້າເປັນຂາແບບຄັວດ, ປີກທັງສອງຄູ່ຍາວ ປີກຄູ່ຫຼັງຍາວກວ່າປີກຄູ່ໜ້າ, ປີກບ່ອນຜະລິດສຽງໃກ້ກັບຖານຂອງກົກປີກ, ໜວດສັ້ນ-ນ້ອຍແຕ່ມີປ້ອງຈຳນວນຫຼາຍ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ(Filiform), ລັກສະນະປາກ: ແບບກັດກິນ(Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ແລະ ຄູ່ຫຼັງເປັນແຜນບາງໃສ(Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ໜ້າຈະມີຂະໜາດໃຫຍ່ເປັນຂາແບບຄັວດ(Digging leg), ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ສັ້ນ ແລະ ມີໜາມແຂງ. ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວຂ້ອນຂ້າງໃຫຍ່ (Ocelli). ແຫຼ່ງທີ່ພົບແມງຊອນ: ສາມາດພົບໄດ້ທົ່ວໄປຕາມດິນຕົມຕາມທົ່ງນາ, ຕາມແຄມແມ່ນໍ້າ, ຕາມກ້ອງຊາກເສດຕ່າງໆ. ອາຫານຂອງແມງຊອນ: ກິນໃບພືດ ແລະ ສັດເປັນອາຫານ(Omnivores) 

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
N/A

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ

ບັນຍາຍການນຳໃຊ້:

ແມງຊອນສີນໍ້າຕານອົມສົ້ມ ເປັນແມງໄມ້ຊະນິດໜຶ່ງທີ່ປະຊາຊົນເຮົາສ່ວນຫຼາຍນິຍົມນໍາມາກິນເປັນອາຫານ ຄືກັນກັບແມງຊອນອັບຟຮິກາ ແລະ ແມງຊອນປີກສັ້ນ, ລາຄາຂາຍຕາມທ້ອງຕະຫຼາດ 35,000-50,000 ກີບ/ກິໂລກຼາມ.



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Weed, Aaron Scott 2003. Reproductive strategy of Pheropsophus aequinoctialis L.: fecundity, fertility, and oviposition behavior; and influence of mole cricket egg chamber depth on larval survival (PDF) (M.Sc. thesis). University of Florida.
Frank, J.H.; Walker, T.J. 2006. "Permanent control of pest mole crickets (Orthoptera: Gryllotalpidae: Scapteriscus) in Florida" (PDF). American Entomologist. 52: 138-144.
Featured Creatures. Neoscapteriscus abbreviatus (Scudder) (Insecta: Orthoptera: Gryllotalpidae): University of Florida.
Fritz GN. 1983. A technique for separating mole crickets from soil. Florida Entomologist 66: 360-362
Charles A. Triplehorn and Norman F. Johnson. 2005. Borror and delong’s introduction to the STUDY OF INSECTS. 7th edition.
Matheny Jr EL, Tsedeke A, Smittle BJ. 1981. Feeding response of mole cricket nymphs (Orthoptera: Gryllotalpidae: Scapteriscus) to radiolabeled grasses with, and without, alternative foods available. Journal of the Georgia Entomological Society 16: 492-495.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: