ເລກລຳດັບທີ: 1216
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ແມງຄາມ
Fighting Beetle
Xylotrupes gideon (Linnaeus, 1767)
ສັດ
ສັດທີ່ມີຂໍ້ຕໍ່
ແມງໄມ້
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ແມງກວ່າງ Thai: ด้วงกว่างชน, กว่างโซ้ง
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Arthropoda
ຊັ້ນ
Insecta
ອັນດັບ
Coleoptera
ຊື່ສະກຸນ
Scarabaeidae
ສະກຸນ
Xylotrupes
ຊະນິດ
Xylotrupes gideon
ຊະນິດຍ່ອຍ
Xylotrupes gideon borneensis
Xylotrupes gideon gideon
Xylotrupes gideon lakorensis
Xylotrupes gideon sawuensis
Xylotrupes gideon sondaicus
ຊື່ພ້ອງ
Scarabaeus gideon Linnaeus, 1767
Geotrupes dentatus Weber, 1801
Scarabaeus alcibiades Dejean, 1833
Scarabaeus furcifer Voet, 1806
Scarabaeus nimrod Voet, 1806
Scarabaeus oromedon Drury, 1770
Scarabaeus phorbanta Olivier, 1789
Scarabaeus scorticum Voet, 1806
Scarabaeus simson Voet, 1806
ບັນຍາຍລັກສະນະທາງພືດສາດ
ລັກສະນະທົ່ວໄປ: ແມງຄາມ ໂຕຜູ້ມີຮ່າງກາຍຂະໜາດໃຫຍ່ກວ່າໂຕແມ່ (ໂຕຜູ້ຂະໜາດ 28-79 ມມ ແລະ ໂຕແມ່ຂະໜາດ 23-36 ມມ) ໂຕຜູ້ມີເຂົາຂະໜາດໃຫຍ່ຍື່ນໄປຫາໜ້າ ແລະ ໂຄ້ງລົງບ່ອນປາຍແຍກອອກເປັນສອງແງ່ມ. ບາງໂຕມີຂົນສີເຫຼືອງອ່ອນຢູ່ພື້ນທ້ອງ. ສ່ວນໂຕແມ່ບໍ່ມີເຂົາ. ລໍາຕົວເປັນສີນໍ້າຕານແດງ, ສີດຳ. ປີກຄູ່ທໍາອິດໜາ, ແຂງ, ເປັນສີເຫຼື້ອມ (elytra) ແລະ ຄູ່ຫຼັງ ເປັນແຜ່ນໃສ (membrane). ຮ່າງກາຍແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອິກ ແລະ ສ່ວນທ້ອງ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບ (Lamellate) ລັກສະນະຄ້າຍໃບໄມ້ຊ້ອນກັນ, ດ້ານປາຍໜວດມີລັກສະນະແປທາງດ້ານຂ້າງ ແລະ ຕິດລຽນກັນ. ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (elytra) ປົກຫຸ້ມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs), ປາຍສຸດຂອງຂາຈະມີເລັບເປັນຕະຂໍ ສອງແຊກ. ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່. ແຫຼ່ງທີ່ພົບແມງຄາມ: ສາມາດພົບທົ່ວໄປ. ອາຫານຂອງແມງຄາມ: ໂຕອ່ອນ (ດ້ວງ) ກິນຊາກພືດ ແລະ ຊາກສັດ. ໂຕເຕັມໄວກິນອ້ອຍ, ເປືອກໄມ້, ຢາງໄມ້ ແລະ ໝາກໄມ້ເປັນອາຫານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ

ລາຄາຂາຍແມງຄາມຕາມທ້ອງຕະຫຼາດ 25,000-50,000 ກີບ/ກິໂລກຣາມ. ແຕ່ບາງໂຕທີສວຍງາມ, ໃຫຍ່, ເກັ່ງ ລາຄາຂາຍ 50,000-250,000 ກີບ/ໂຕ ຫຼື ຫຼາຍກວ່ານີ້. ສາມາດພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກທາດໂປຼຕີນ (Protein), ນໍາມາຂາຍເປັນສິນຄ້າ, ສັດລ້ຽງສວຍງາມ, ລ້ຽງເພື່ອການກິລາ, ນໍາມາເປັນອາຫານຂອງສັດ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,