ເລກລຳດັບທີ: 1215
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-10

ແມງຈັກຈົງ
Pacific Ducetia

Ducetia japonica (Thunberg, 1815)


ສັດ
ສັດທີ່ມີຂໍ້ຕໍ່
ແມງໄມ້

1 / 1
Image 1


ຊື່ທ້ອງຖີ່ນ:
White medium-striped katydidThai: ตั๊กโต่งKorea: 줄베짱이

ຊື່ພ້ອງ :
Ducetia quinquenervis (Haan, 1843)

ຊື່ສະກຸນ:
Tettigoniidae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ລັກສະນະທົ່ວໄປ: ແມງຈັກຈົງ ມີຮ່າງກາຍຂະໜາດໃຫຍ່ ຍາວປະມານ 15-20  ມມ. ລໍ້າຕົວເປັນສີນໍ້າຕານ, ສີຂຽວ, ສີຂີ້ເທົາ. ປີກຄູ່ທໍາອິດໜາ ແລະ ມີລັກສະນະຄາຍໃບໄມ້ ເນື້ອປີກເປັນສີຂຽວ, ສີນໍ້າຕານ, ສີຂີ້ເທົາ. ປາຍຂອງສ່ວນທ້ອງຈະມີອະໄວຍະວະຄືກັບດາບ (Ovipositor) ຊ່ວຍໃນການວາງໄຂ່. ສາມາດພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກທາດໂປຼຕີນ (Protein), ນິຍົມນໍາມາເປັນອາຫານ, ນໍາມາຂາຍເປັນສິນຄ້າ, ນໍາມາເປັນອາຫານຂອງສັດ. ຮ່າງກາຍຂອງແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ລາຄາຂາຍຕັກກະແຕນຈັກຈົງຕາມທ້ອງຕະຫຼາດ 15,000-25,000 ກີບ/ກິໂລກະລຼາມ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform) ຍາວກ່ວາຮ່າງກາຍ. ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs), ຂາຄູ່ໜ້າ ແລະ ກາງເປັນຂາໄຕຄານ (Walking legs)  ແຕ່ມີຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະ ໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ (Jumping leg), ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli) ຢູ່ລະຫວ່າງກາງຂອງຕາລວມ. ແຫຼ່ງທີ່ພົບແມງຕັກກະແຕນຈັກຈົງ: ສາມາດພົບທົ່ວໄປ.
ອາຫານຂອງແມງຕັກກະແຕນຈັກຈົງ: ກິນແມງໄມ້ຊະນິດອືນເປັນອາຫານ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :
ລຽບແມ່ນ້ຳຂອງພາກເໜືອ

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
N/A

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ

ບັນຍາຍການນຳໃຊ້:

ລາຄາຂາຍຕັກກະແຕນຈັກຈົງຕາມທ້ອງຕະຫຼາດ 15,000-25,000 ກີບ/ກິໂລກະລຼາມ.



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
ພັດທະວີ ວິວັດພານິດ. (2542). ແມງໄມ້ໃນອານາຄົດຂອງມະນຸດ. ໂຮງພິມອົງການສົງເຄາະທະຫານຜ່ານເສິກ, ກຸງເທບ. 226 ນ.
ພົງພັດ ສັງເຜືອກ ແລະ ປະພາສີຣິິ ພູວະສະຖຽນ. (2526). ຄຸນຄ່າອາຫານຂອງແຫຼ່ງໂປຣຕີນຂອງຊາວຊົນນະບົດ: ແມງໄມ້. ໂພຊະນາການສານ 17(1): 5-12.
ສາວິຕຣິ ມາໄລພັນ ພ້ອມດ້ວຍຄະນະ. (2538). ບົດທົດລອງແມງໄມ້ວິທະຍາເບື້ອງຕົ້ນ. ພາກວິຊາຊີວະວິທະຍາ,ຄະນະກະເສດສາດ, ມະຫາວິທະຍາໄລກະເສດສາດ. ກຸງເທບ. ພິມຄັ້ງທີ 2 ພສ. 2542. 266 ນ.
Charles A. Triplehorn and Norman F. Johnson. 2005. Borror and delong’s introduction to the STUDY OF INSECTS. 7th edition.
Kim JI and Kim TW 2001. Taxonomic review of Korean Phaneropterinae (Orthoptera: Tettigoniidae). Korean J. Entomol. 31(3): 147-156.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: