ເລກລຳດັບທີ: 1214
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ແມງຕັກກະແຕນໃບໄມ້
Giant False Leaf Katydid
Pseudophyllus titan White, 1846
ສັດ
ສັດທີ່ມີຂໍ້ຕໍ່
ແມງໄມ້
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Arthropoda
ຊັ້ນ
Insecta
ອັນດັບ
Orthoptera
ຊື່ສະກຸນ
Tettigoniidae
ສະກຸນ
Pseudophyllus
ຊະນິດ
Pseudophyllus titan
ຊື່ພ້ອງ
Pseudophyllus rex (Brunner von Wattenwyl, 1893
ບັນຍາຍລັກສະນະທາງພືດສາດ
ລັກສະນະທົ່ວໄປ: ແມງຕັກກະແຕນໃບໄມ້ ຄວາມຍາວຂອງຮ່າງກາຍຂະໜາດໃຫຍ່ປະມານ 11 ຊມ. ລໍາຕົວເປັນສີເຫຼືອງອົມຂຽວອ່ອນ-ແກ່, ໜວດຍາວ, ສີຂອງແມງໄມ້ຊະນິດນີ້ອາດຂຽວອ່ອນ ຫຼື ເຂັ້ມ ຂຶ້ນກັບສະພາບແວດລ້ອມທີມັັນອາໄສຢູ່, ປີກຄ້າຍໃບໄມ້ ເສັ້ນປີກຄ້າຍເສັ້ນໂຄງສ້າງຂອງກາງໃບໄມ້, ຂາຫຼັງມີໜາມແຫຼມ, ຂາຄູ່ໜ້າເປັນຂາຈັບເຫຍື່ອ (grasping Legs) ຂາຄູ່ກາງເປັນຂາໄຕ່ຄານ ແລະ ຂາຄູ່ຫຼັງເປັນຂາກະໂດດ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform). ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຄ່ອນຂ້າງໜາ 2 ຄູ່, ຄູ່ທໍາອິດຄ່ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ (Jumping leg), ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli) ຢູ່ລະຫວ່າງກາງຂອງຕາລວມ. ແຫຼ່ງທີ່ພົບແມງຕັກກະແຕນໃບໄມ້: ສາມາດພົບທົ່ວໄປຕາມພຸ້ມໄມ້. ອາຫານຂອງແມງຕັກກະແຕນໃບໄມ້: ໂຕອ່ອນ ແລະ ໂຕເຕັມໄວກິນພືດເປັນອາຫານ ປະເພດໃບອ່ອນ, ເປືອກອ່ອນຂອງພືດ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງພາກກາງ, ເຂດພູສູງພາກເໜືອຂອງລາວ, ເຂດສາຍພູຫຼວງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ

ສາມາດພົບເຫັນແມງໄມ້ຊະນິດນີ້ໄດ້ທົ່ວທຸກພາກຂອງ ສປປລາວ. ປະຊາຊົນນິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ສາມາດໃຫ້ສານອາຫານສູງຈຳພວກທາດໂປຼຕີນ (Protein), ນໍາມາຂາຍເປັນສິນຄ້າ, ນໍາມາເປັນອາຫານຂອງສັດ. ລາຄາຂາຍຕັກກະແຕນໃບໄມ້ຕາມທ້ອງຕະຫຼາດ 15,000-20,000 ກີບ/ກິໂລກຣາມ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,