ແມງຕັກກະແຕນຕົ້ນເຂົ້າສີຂີ້ເທົ່າ
Short-horned grasshopper
Phlaeoba infumata Brunner von Wattenwyl, 1893
ສັດ
ສັດທີ່ມີຂໍ້ຕໍ່
ແມງໄມ້
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Thai: ตั๊กแตนหนวดสั้นสีจาง
ອະນຸກົມວິຖານ
- ອານາຈັກ
- Animalia
- ເຫຼົາ
- Arthropoda
- ຊັ້ນ
- Insecta
- ອັນດັບ
- Orthoptera
- ຊື່ສະກຸນ
- Acrididae
- ສະກຸນ
- Phlaeoba
- ຊະນິດ
- Phlaeoba infumata
ບັນຍາຍລັກສະນະທາງພືດສາດ
ລັກສະນະທົ່ວໄປ: ແມງຕັກກະແຕນຕົ້ນເຂົ້າສີຂີ້ເທົ່າ ມີຮ່າງກາຍຂະໜາດປານກາງປະມານ 30-35 ມມ. ລໍາຕົວເປັນສີນໍ້າຕານອ່ອນ, ສີຂີ້ເທົ່າ, ຫົວເປັນຮູບກະສວຍ. ຮ່າງກາຍຂອງແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform). ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ (Jumping leg), ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli) ຢູ່ລະຫວ່າງກາງຂອງຕາລວມ. ແຫຼ່ງທີ່ພົບແມງຕັກກະແຕນຕົ້ນເຂົ້າສີຂີ້ເທົ່າ: ສາມາດພົບທົ່ວໄປຕາມທົ່ງຫຍ້າ, ຕາມທົ່ງນາ, ເດີນຫຍ້າ, ປ່າເລົົ່າ, ປ່າໂຄກ. ອາຫານຂອງແມງຕັກກະແຕນຕົ້ນເຂົ້າສີຂີ້ເທົ່າ: ໂຕອ່ອນ ແລະ ໂຕເຕັມໄວກິນພືດເປັນອາຫານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ສາມາດພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ສາມາດໃຫ້ສານອາຫານສູງຈຳພວກທາດໂປຼຕີນ (Protein), ນໍາມາຂາຍເປັນສິນຄ້າ, ນໍາມາເປັນອາຫານຂອງສັດ.ລາຄາຂາຍຕັກກະແຕນຕົ້ນເຂົ້າຕາມທ້ອງຕະຫຼາດ 20,000-30,000 ກີບ/ກິໂລກຣາມ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ພັດທະວີ ວິວັດພານິດ. (2542). ແມງໄມ້ໃນອານາຄົດຂອງມະນຸດ. ໂຮງພິມອົງການສົງເຄາະທະຫານຜ່ານເສິກ, ກຸງເທບ. 226 ນ.
ພົງພັດ ສັງເຜືອກ ແລະ ປະພາສີຣິິ ພູວະສະຖຽນ. (2526). ຄຸນຄ່າອາຫານຂອງແຫຼ່ງໂປຣຕີນຂອງຊາວຊົນນະບົດ: ແມງໄມ້. ໂພສະນາການສານ 17(1): 5-12.
ສາວິຕຣິ ມາໄລພັນ ພ້ອມດ້ວຍຄະນະ. (2538). ບົດທົດລອງແມງໄມ້ວິທະຍາເບື້ອງຕົ້ນ. ພາກວິຊາຊີວະວິທະຍາ,ຄະນະກະເສດສາດ, ມະຫາວິທະຍາໄລກະເສດສາດ. ກຸງເທບ. ພິມຄັ້ງທີ 2 ພສ. 2542. 266 ນ.
Charles A. Triplehorn and Norman F. Johnson. 2005. Borror and delong’s introduction to the STUDY OF INSECTS. 7th edition.
ພົງພັດ ສັງເຜືອກ ແລະ ປະພາສີຣິິ ພູວະສະຖຽນ. (2526). ຄຸນຄ່າອາຫານຂອງແຫຼ່ງໂປຣຕີນຂອງຊາວຊົນນະບົດ: ແມງໄມ້. ໂພສະນາການສານ 17(1): 5-12.
ສາວິຕຣິ ມາໄລພັນ ພ້ອມດ້ວຍຄະນະ. (2538). ບົດທົດລອງແມງໄມ້ວິທະຍາເບື້ອງຕົ້ນ. ພາກວິຊາຊີວະວິທະຍາ,ຄະນະກະເສດສາດ, ມະຫາວິທະຍາໄລກະເສດສາດ. ກຸງເທບ. ພິມຄັ້ງທີ 2 ພສ. 2542. 266 ນ.
Charles A. Triplehorn and Norman F. Johnson. 2005. Borror and delong’s introduction to the STUDY OF INSECTS. 7th edition.
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,