- ຊື່ສະກຸນ
- Tettigoniidae
ລັກສະນະທົ່ວໄປ: ແມງຕັກກະແຕນຈິງໂຈະ ມີຮ່າງກາຍຂະໜາດໃຫຍ່ ຍາວປະມານ 75 ມມ. ລໍາຕົວເປັນສີນໍ້າຕານ ປີກຈະມີຈຸດສີດໍາເປັນຈຸດໆ ແຕ່ລັກສະນະຂອງສີຮ່າງກາຍແມ່ນສາມາດປັບໂຕໃຫ້ເຂົ້າກັບສະພາບແວດລ້ອມທີ່ຢູ່ອາໃສ ເຊັ່ນ: ສີຂຽວແກ່, ສີຂຽວ, ສີນໍ້າຕານແກ່, ສີນໍ້າຕານອ່ອນ, ສີເທົ່າ, ສີເຫຼືອງອ່ອນ... ປາຍຂອງສ່ວນທ້ອງຈະມີອະໄວຍະວະຄືກັບດາບ (Ovipositor) ຊ່ວຍໃນການວາງໄຂ່. ຮ່າງກາຍຂອງແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform). ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs), ຂາຄູ່ໜ້າເຮັດໜ້າທີ່ຍຶດ ຫຼື ຈັບເຫຍື່ອ (grasping Legs), ຂາຄູ່ການເປັນຂາໄຕຄານ (Walking legs) ແຕ່ມີຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະ ໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ (Jumping leg). ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli) ຢູ່ລະຫວ່າງກາງຂອງຕາລວມ. ແຫຼ່ງທີ່ພົບແມງຕັກກະແຕນຈິງໂຈະ: ສາມາດພົບທົ່ວໄປຕາມທົ່ງຫຍ້າ, ຟຸ່ມໄມ້, ປ່າໂດກ, ປ່າເລົ່າ. ອາຫານຂອງແມງຕັກກະແຕນຈິງໂຈະ (ໂຕອ່ອນ ແລະ ໂຕເຕັມໄວ) ກິນພືດເປັນອາຫານ.
ສາມາດພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກທາດໂປຼຕີນ (Protein), ນິຍົມນຳມາເປັນອາຫານຮັກສາພະຍາດຂາດສານອາຫານ, ນໍາມາຂາຍເປັນສິນຄ້າ, ນໍາມາເປັນອາຫານຂອງສັດ. ລາຄາຂາຍຕັກກະແຕນຈິງໂຈະຕາມທ້ອງຕະຫຼາດ 15,000-25,000 ກີບ/ກິໂລກຣາມ.
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ພົງພັດ ສັງເຜືອກ ແລະ ປະພາສີຣິິ ພູວະສະຖຽນ. (2526). ຄຸນຄ່າອາຫານຂອງແຫຼ່ງໂປຣຕີນຂອງຊາວຊົນນະບົດ: ແມງໄມ້. ໂພສະນາການສານ 17(1): 5-12.
ສາວິຕຣິ ມາໄລພັນ ພ້ອມດ້ວຍຄະນະ. (2538). ບົດທົດລອງແມງໄມ້ວິທະຍາເບື້ອງຕົ້ນ. ພາກວິຊາຊີວະວິທະຍາ,ຄະນະກະເສດສາດ, ມະຫາວິທະຍາໄລກະເສດສາດ. ກຸງເທບ. ພິມຄັ້ງທີ 2 ພສ. 2542. 266.
Charles A. Triplehorn and Norman F. Johnson. 2005. Borror and delong’s introduction to the STUDY OF INSECTS. 7th edition.