ເລກລຳດັບທີ: 1206
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-17

ແມງຕັກກະແຕນໃບບອນ
Stripe-winged Grasshoppers

Ceracris fasciata (Brunner von Wattenwyl, 1893)


ສັດ
ສັດທີ່ມີຂໍ້ຕໍ່
ແມງໄມ້

1 / 1
Image 1


ຊື່ທ້ອງຖີ່ນ:
Thai: ตั๊กแตนบอนแถบตาล

ຊື່ພ້ອງ :
Ceracris gracilis Ramme, 1941
Mecostethus fasciatus (Brunner von Wattenwyl, 1893)
Parapleurus fasciatus Brunner von Wattenwyl, 1893
Rammeacris gracilis (Ramme, 1941

ຊື່ສະກຸນ:
Acrididae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ລັກສະນະທົ່ວໄປ: ແມງຕັກກະແຕນໃບບອນ ມີຮ່າງກາຍຂະໜາດນ້ອຍ-ປານກາງ ປະມານ 30 ມມ. ລໍາຕົວເປັນສີນໍ້າຕານ ມີແຖບສີດໍາ ແລະ ນໍ້າຕານພາດຕັ້ງແຕ່ຈຸດເຄິ່ງຕາຈົນຮອດປາຍປີກທາງດ້ານຂ້າງ ຂ້າງລະ 1 ແຖບ, ປາຍໜວດເປັນສີຂຽວ. ຮ່າງກາຍຂອງແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform) ປາຍໜວດເປັນສີຂາວ. ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ (Jumping leg), ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli) ຢູ່ລະຫວ່າງກາງຂອງຕາລວມ. ແຫຼ່ງທີ່ພົບແມງຕັກກະແຕນໃບບອນ: ສາມາດພົບທົ່ວໄປຕາມພື້ນດິນ. ອາຫານຂອງແມງຕັກກະແຕນໃບບອນ: ໂຕອ່ອນ ແລະ ໂຕເຕັມໄວກິນພືດເປັນອາຫານ. 

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :
ທົ່ງພຽງວຽງຈັນ

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
N/A

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ

ບັນຍາຍການນຳໃຊ້:

ສາມາດພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກທາດໂປຼຕີນ (Protein), ນິຍົມນຳມາເປັນອາຫານຮັກສາພະຍາດຂາດສານອາຫານ, ນໍາມາຂາຍເປັນສິນຄ້າ, ນໍາມາເປັນອາຫານຂອງສັດ. ລາຄາຂາຍຕັກກະແຕນໃບບອນປີກລາຍຕາມທ້ອງຕະຫຼາດ 10,000-15,000 ກີບ/ກິໂລກຣາມ.



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
ພັດທະວີ ວິວັດພານິດ. (2542). ແມງໄມ້ໃນອານາຄົດຂອງມະນຸດ. ໂຮງພິມອົງການສົງເຄາະທະຫານຜ່ານເສິກ, ກຸງເທບ. 226
ພົງພັດ ສັງເຜືອກ ແລະ ປະພາສີຣິິ ພູວະສະຖຽນ. (2526). ຄຸນຄ່າອາຫານຂອງແຫຼ່ງໂປຣຕີນຂອງຊາວຊົນນະບົດ: ແມງໄມ້. ໂພສະນາການສານ 17(1): 5-12
ສາວິຕຣິ ມາໄລພັນ ພ້ອມດ້ວຍຄະນະ. (2538). ບົດທົດລອງແມງໄມ້ວິທະຍາເບື້ອງຕົ້ນ. ພາກວິຊາຊີວະວິທະຍາ,ຄະນະກະເສດສາດ, ມະຫາວິທະຍາໄລກະເສດສາດ. ກຸງເທບ. ພິມຄັ້ງທີ 2 ພສ. 2542. 266 .
Charles A. Triplehorn and Norman F. Johnson. 2005. Borror and delong’s introduction to the STUDY OF INSECTS. 7th edition.
Anderson, N.L. 1973. The vegetation of rangeland sites associated with some grasshopper studies in Montana. Montana Agr. Exp. Stn. Bill.668.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: