ເລກລຳດັບທີ: 1204
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19
ແມງຕັກກະແຕນຂາລາຍຂ້າງແທບ
White-banded Rufous Grasshopper
Pternoscirta caliginosa (Haan, 1842)
ສັດ
ສັດທີ່ມີຂໍ້ຕໍ່
ແມງໄມ້
×
ຊື່ທ້ອງຖີ່ນ:
Thai: ตั๊กแตนขาลายข้างแถบ
ຊື່ພ້ອງ
:
Acridium caliginosum Haan, 1842
Epacromia caliginosa (Haan, 1842)
Flatovertex cyaneitibialis Zhang, D.-C. & H.-Y.Han, 2010
Oedipoda caliginosa (Haan, 1842)
Epacromia caliginosa (Haan, 1842)
Flatovertex cyaneitibialis Zhang, D.-C. & H.-Y.Han, 2010
Oedipoda caliginosa (Haan, 1842)
ຊື່ສະກຸນ:
Acrididae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ລັກສະນະທົ່ວໄປ: ແມງຕັກກະແຕນຂາລາຍຂ້າງແທບ ແຕ່ມີຮ່າງກາຍຂະໜາດນ້ອຍ-ປານກາງ. ຮ່າງກາຍຂອງແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ຂະໜາດຮ່າງກາຍ 30,5 ມມ. ລໍາຕົວເປັນສີນໍ້າຕານເຂັ້ມ ຄ້າຍຄືກັບເປືອກໄມ້, ລ້ຳໂຕເປັນສີດຳ, ດ້ານຂ້າງຂອງເອິກ ແລະ ດ້ານຂ້າງຂອງຂາຄູ່ຫຼັງມີລາຍແທບສີນໍ້າຕານສະລັບສີຂີມ ຂະໜາດໃຫຍ່ທີ່ມີລັກສະນະເປັນແບບເສັ້ນດາຍ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform), ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ(Jumping leg), ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli) ຢູ່ລະຫວ່າງກາງຂອງຕາລວມ. ແຫຼ່ງທີ່ພົບແມງຕັກກະແຕນຂາລາຍຂ້າງແທບ: ສາມາດພົບໄດ້ທົ່ວໄປຕາມທົ່ງຫຍ້າ, ຕາມທົ່ງນາ, ເດີນບ້ານທີ່ມີຫຍ້າ. ອາຫານຂອງແມງຕັກກະແຕນຂາລາຍຂ້າງແທບ: ກິນພືດເປັນອາຫານ ໂດຍສະເພາະພືດທາງດ້ານກະສີກຳ.
ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A
ເຂດກະຈາຍພັນໃນລາວ
:
ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະພາບການອະນູຮັກ IUCN
:
N/A
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ບັນຍາຍການນຳໃຊ້:
ສາມາດພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກ ທາດໂປຼຕີນ (Protein), ນິຍົມນຳມາເປັນອາຫານຮັກສາພະຍາດຂາດສານອາຫານ, ນໍາມາຂາຍເປັນສິນຄ້າ, ນໍາມາເປັນອາຫານຂອງສັດ. ລາຄາຂາຍຕັກກະແຕນຂາລາຍຂ້າລແທບຍຕາມທ້ອງຕະຫຼາດ 10,000-15,000 ກີບ/ກິໂລກຣາມ.
ການປູກ ການລ້ຽງ:
N/A
ລະດູການເກັບກູ້:
ການຄຸ້ມຄອງຈັດການ:
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
ພັດທະວີ ວິວັດພານິດ. (2542). ແມງໄມ້ໃນອານາຄົດຂອງມະນຸດ. ໂຮງພິມອົງການສົງເຄາະທະຫານຜ່ານເສິກ, ກຸງເທບ. 226 ນ.
ພົງພັດ ສັງເຜືອກ ແລະ ປະພາສີຣິິ ພູວະສະຖຽນ. (2526). ຄຸນຄ່າອາຫານຂອງແຫຼ່ງໂປຣຕີນຂອງຊາວຊົນນະບົດ: ແມງໄມ້. ໂພສະນາການສານ 17(1): 5-12.
ສາວິຕຣິ ມາໄລພັນ ພ້ອມດ້ວຍຄະນະ. (2538). ບົດທົດລອງແມງໄມ້ວິທະຍາເບື້ອງຕົ້ນ. ພາກວິຊາຊີວະວິທະຍາ,ຄະນະກະເສດສາດ, ມະຫາວິທະຍາໄລກະເສດສາດ. ກຸງເທບ. ພິມຄັ້ງທີ 2 ພສ. 2542. 266 ນ.
Charles A. Triplehorn and Norman F. Johnson. 2005. Borror and delong’s introduction to the STUDY OF INSECTS. 7th edition.
Anderson, N.L. 1973. The vegetation of rangeland sites associated with some grasshopper studies in Montana. Montana Agr. Exp. Stn. Bill.668.

ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: