ເລກລຳດັບທີ: 1203
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ແມງຊອນໃຕ້
Southern mole cricket
Neoscapteriscus borellii (Giglio-Tos, 1894)
ສັດ
ສັດທີ່ມີຂໍ້ຕໍ່
ແມງໄມ້
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Unwelcome Mole Cricket Thai: แมลงกระชอน
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Arthropoda
ຊັ້ນ
Insecta
ອັນດັບ
Orthoptera
ຊື່ສະກຸນ
Gryllotalpidae
ສະກຸນ
Neoscapteriscus
ຊະນິດ
Neoscapteriscus borellii
ຊື່ພ້ອງ
Scapteriscus borellii Giglio-Tos 1894
Scapteriscus acletus Rehn & Hebard 1916
ບັນຍາຍລັກສະນະທາງພືດສາດ
ລັກສະນະທົ່ວໄປ: ແມງຊອນໃຕ້ ຮ່າງກາຍແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອິກ ແລະ ສ່ວນທ້ອງ. ຂະໜາດຮ່າງກາຍປານກາງ ຮູບຮ່າງເປັນແບບທໍ່ກົມຍາວ (ຂະໜາດຮ່າງກາຍປະມານ 25-35 ມມ). ຮ່າງກາຍເປັນສີນໍ້າຕານອົ້ມບົວອ່ອນ, ພາກສ່ວນເອິກທາງດ້ານເທິງເປັນສີດໍາທີ່ມີຈຸດສີນໍ້າຕານ 4 ຈຸດ, ຂາຄູ່ໜ້າເປັນຂາແບບຄັວດ, ໜວດສັ້ນ-ນ້ອຍແຕ່ມີປ້ອງຈຳນວນຫຼາຍ, ປີກທັງສອງຄູ່ຍາວກວ່າພາກສ່ວນເອີກປະມານ 2-3 ເທົ່າ ແຕ່ປີກຄູ່ຫຼັງຍາວກວ່າປີກຄູ່ໜ້າ, ປີກບ່ອນຜະລິດສຽງໃກ້ກັບຖານຂອງກົກປີກ 2 ຈຸດ ແລະ ເປັນຊະນິດທີ່ມີການຜະລິດສຽງຕໍ່າປະມານ 50 ຄັ້ງ/2 ວິນາທີ. ໂດຍປົກກະຕິແລ້ວຈະໄດ້ຍິນສຽງຮ້ອງຂອງພວກມັນຫຼັງຈາກ 2 ຊົ່ວໂມງ ຫຼັງຈາກຕາເວັນຕົກດິນ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform), ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ໜ້າຈະມີຂະໜາດໃຫຍ່ເປັນຂາແບບຄັວດ (Digging leg), ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ສັ້ນ ແລະ ມີໜາມແຂງ. ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວຂ້ອນຂ້າງໃຫຍ່ (Ocelli). ແຫຼ່ງທີ່ພົບແມງຊອນ: ສາມາດພົບໄດ້ທົ່ວໄປຕາມດິນຕົມຕາມທົ່ງນາ, ຕາມແຄມແມ່ນໍ້າ, ຕາມກ້ອງຊາກເສດຕ່າງໆ. ອາຫານຂອງແມງຊອນ: ກິນໃບພືດ ແລະ ສັດເປັນອາຫານ (Omnivores)
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ

ເປັນແມງຊອນອີກຊະນິດໜຶ່ງທີ່ປະຊາຊົນເຮົາສ່ວນຫຼາຍນິຍົມນໍາມາກິນເປັນອາຫານຄືກັນກັບແມງຊອນຊະນິດອື່ນໆ, ລາຄາຂາຍຕາມທ້ອງຕະຫຼາດ 35,000-50,000 ກີບ/ກິໂລກຼາມ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,