ເລກລຳດັບທີ: 120
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2025-06-07
ເຫັດເຜາະໜັງ
Smooth Ball Mushroom
Astraeus odoratus Phosri, Watling, M.P. Martín & Whalley
ເຊື້ອເຫັດ
ເຊື້ອຣາທີ່ເກີດຕາມດິນ
×
ຊື່ທ້ອງຖີ່ນ:
ຊື່ພ້ອງ
:
Astraeus thailandicus Petcharat
ຊື່ສະກຸນ:
Diplocystidiaceae
ຊະນິດໃກ້ຄຽງ:
ເຫັດເຜາະຝ້າຍ / Cotton Ball Mushroom
ບັນຍາຍລັກສະນະທາງພືດສາດ:
ເຫັດອ່ອນເຊິ່ງໂດຍ ທົ່ວໄປຈະມີຄວາມກວ້າງ 2 ຫາ 3 ຊມ., ມີທັງຮູບກົມ ແລະ ຮູບຮີ, ໃນຕອນທຳອິດຈະເປັນສີນ້ຳຕານອ່ອນ ແຕ່ເມື່ອເຕີບໂຕໃນດິນ ອາດເປັນສີດຳເນື່ອງຈາກມີດິນຕິດ, ຜິວດ້ານນອກເປັນສີນ້ຳຕານ ແລະ ໜາກ່ວາ 1 ມມ. ເຊິງມີສີມ່ວງອົມດຳ.
ເມື່ອແຫ້ງແລ້ວດອກເປືອກດ້ານນອກຈະແຕກອອກເປັນກີບແຫຼມ 3-9 ກີບ, ກີບດອກເຫຼົ່ານີ້ມີຄວາມຍືດຍຸນ ແລະ ສາມາດໂຄ້ງງໍໄດ້ເມື່ອໄດ້ຮັບຄວາມຊຸ່ມ ແຕ່ເມື່ອແຫ້ງກີບເຫຼົ່ານັ້ນຈະໂຄ້ງງໍລົງ, ດ້ານເທິງຈະມີຖົງຂອງສະປໍທີ່ມີໂຄງສ້າງເອີ້ນວ່າ ເພຣິສຕອມ (peristome) ເຊິ່ງມີຮູຂະໜາດນ້ອຍສຳຫຼັບພັນສະປໍອອກ.
ສະປໍມີສນ້ຳຕານເຂັ້ມ ແລະ ຈະຖືກປ່ອຍອອກມາຜ່າຮູເປີດ ເມື່ອສະພາບແວດລ້ອມເໝາະສົມ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to India, Thailand, Finland and Laos. [2]
Global distribution of Astraeus odoratus between 2010 to 2022. Source: [2]

ເຂດກະຈາຍພັນໃນລາວ
:
ລຽບແມ່ນ້ຳຂອງພາກເໜືອ
ພູພຽງບໍລິເວນ
ເຂດສາຍພູຫຼວງພາກກາງ
ພູພຽງບໍລິເວນ
ເຂດສາຍພູຫຼວງພາກກາງ

ເຂດກະຈາຍພັນຕາມພູມສັນຖານ
:
ປ່າໂຄກ

ສະເພາະຖິ່ນໃນລາວ:
ພື້ນເມືອງ
ຮຸກຮານ
:
ບໍ່ຮຸກຮານ
ສະຖານະພາບການອະນູຮັກ IUCN
:
ມີຄວາມສ່ຽງໜ້ອຍສຸດ
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
ບໍ່ຖືກລະບຸໃນບັນຊີປະເພດໃດ
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ
ພືດເປັນຢາ
ບັນຍາຍການນຳໃຊ້:
ອາຫານ: ເປັນອາຫານທີ່ກິນໄດ້ໃນລາວ, ອິນເດຍ ແລະ ເນປານ [5]. ເຫັດຊະນິດນີ້ຈະໃຊ້ຮັບປະທານສະເພາະເຫັດອ່ອນທີ່ຍັງບໍ່ແກ່ [1]. ເຊິ່ງສາມາດນຳມາປຸ່ງແຕ່ງອາຫານໄດ້ຫຼາຍວິທີ ຄື: ຕົ້ມຊຸບ, ຂົ້ວ ແລະ ແກງ. [4]
ສະມຸນໄພ: ເຊື່ອກັນວ່າມີສັບພະຄຸນທາງສະມຸນໄພ ເຫັດຊະນິດນີ້ ຊ່ວຍບຳລຸງຮ່າງກາຍ, ບຳລຸງຮ່າງກາຍ ແລະ ເພີ່ມຄວາມຕ້ອງການທາງເພດ, ຮັກສາອາການຊ້ຳໃນ, ຫ້າມເລືອດ, ສະມານແຜ, ຫຼຸດອາການບວມ ລວມທັງອາການນິ້ວຕີນ-ນິ້ວມືບວມ ແລະ ຊ່ວຍຫຼຸດໄຂ້ຕົວຮ້ອນ. [4]

ການປູກ ການລ້ຽງ:
ຊະນິດທຳມະຊາດ
ລະດູການເກັບກູ້:
ພຶກສະພາ
ມິຖຸນາ
ມິຖຸນາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
ເຫັດເຜາະເປັນເຫັດປ່າ ທີ່ເປັນສັບພະຍາກອນທາງເສດຖະກິດທີ່ສຳຄັນ ເນື່ອງຈາກມີຣົດຊາດທີ່ແຊບ ແລະ ລະອຽດອ່ອນ, ເປັນແຫຼ່ງລາຍໄດ້ທີ່ສຳຄັນ ໂດຍສະເພາະໃນພື້ນທີ່ຊົນນະບົດ ແລະ ປະຊາຊົນບັນດາເຜົ່າ ມີການເກັບເຫັດເພື່ອຂາຍໃນຕະຫຼາດທ້ອງຖິ່ນ ແລະ ແຖມຫົນທາງ. [4]
ການຄຸ້ມຄອງຈັດການ
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ການເຜົ່າປ່າເພື່ອການກະຕຸ້ນເຊື້ອເຫັດ ອາດເປັນໄພຂົ່ມຂູ່ຕໍ່ປະຊາກອນຂອງເຊື້ອຣາຊະນິດນີ້ ແລະ ອາດຊົ່ງຜົນໃຫ້ມີຈຳນວນຫຼຸດລົງ ຫາກເຮັດເປັນປະຈຳ. [5]
ການເກັບກູ້ແບບຍືຍຍົງ: ແຜ່ນການຈັດການປ່າເຫັດກໍ່ແດງ ໄດ້ຮັບການອອກແບບມາເພື່ອສອດຄ່ອງກັນລະຫວ່າງຄວາມຕ້ອງການຂອງປະຊາຊົນ ແລະ ສິ່ງແວດລ້ອມ ໂດຍແບ່ງປ່າອອກເປັນ 3 ປະເພດ ໄດ້ແກ່: ປ່າຄຸ້ມຄອງ, ປ່າອານຸລັກ ແລະ ປ່າຜະລິດ. ໂດຍປ່າຄຸ້ມຄອງ ແລະ ປ່າອານຸລັກແບ່ງອອກເປັນ 2 ເຂດ ຄື ພື້ນທີ່ຄຸ້ມຄອງທັງໝົດ (ຫວງຫ້າມເດັດຂາດ) ເຊິ່ງເປັນພື້ນທີ່ທີ່ອ່ອນໄຫວທີ່ສຸດ (ພື້ນທີ່ສຳຄັນ) ແລະ ພື້ນທີ່ທີ່ຄວບຄຸມ ຫຼື ຈຳກັດການໃຊ້ ເຊິ່ງມີຄວາມສ່ຽງໜ້ອຍກ່ວາ ແຕ່ຍັງຄົງຕ້ອງມີການຈັດການ ຢ່າງລະມັດລະວັງ ເມື່ອທຽບກັບພື້ນທີ່ນອກປ່າສະຫງວນ ແລະ ປ່າສະງວນ. [5]
ກົດໝາຍ ແລະ ນະໂຍບາຍ: ອີງຕາມການກຳນົດ ໃນມາດ ຕາ 39 ຂອງກົດໝາຍວ່າດ້ວຍປ່າໄມ້ເລກທີ່ 64/ສພຊ ລົງວັນທີ່ 13 ມິຖຸນາ 2019 (ກົມປ່າໄມ້, 2019). ດັງນັ້ນຈຶ່ງໄດ້ມີການອອກຂໍ້ກຳນົດໃນການຄຸ້ມຄອງເຄື່ອງປ່າຂອງດົງ (ເຫັດກໍ່ແດງ) ດັງນີ້:
• ຫ້າມປະຊາຊົນມີການເກັບເຫັດປ່າຕາມທຳມະຊາດແບບດັບສູນ
• ຫ້າມຕັດໄມ້ທຳລາຍປ່າ ເຊັ່ນ: ປ່າໄມ້ກໍ່ ຫຼື ປ່າໄມ້ທີ່ໃຫ້ຄວາມຊຸ່ມ ແລະ ເປັນເຂດ ຜະລິດເຊື້ອເຫັດຕາມທຳມະຊາດ.
• ຫ້າມບໍ່ໃຫ້ປະຊາຊົນ ຫຼື ຜູ້ເກັບກູ້ເຫັດນຳໃຊ້ອຸປະກອນ ເຊັ່ນ: ສຽມ, ຈົກ ແລະ ພ້າ ໃນການຂຸດພວນດິນ ໃນການເກັບກູ້ເຫັດກໍ່ແດງ ຫຼື ເຫັດປ່າຊະນິດອື່ນ ທີ່ເກີດຕາມທຳມະຊາດເດັດຂາດ ເພາະຈະເປັນການທຳລາຍເຊື້ອເຫັດທີ່ເກີດຕາມທຳມະຊາດ ແລະ ອາດນຳໄປສູ່ການຫຼຸດລົງຂອງເຫັດປ່າ.
• ຫ້າມຕັດໄມ້ທຳລາຍປ່າຕາມທຳມະຊາດເພື່ອກະສິກຳ ແລະ ລ້ຽງສັດ ໂດຍບໍ່ໄດ້ຮັບຄຳອານຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ.
• ຫ້າມຈູດປ່າເພື່ອລ່າສັດ ແລະ ຫ້າມຈູດປ່າໃນພື້ນທີ່ຄຸ້ມຄອງເຫັດ ແລະ ເຄື່ອງປ່າຂອງດົງຊະນິດອື່ນ
• ຫ້າມຜູ້ທີ່ເປັນຊະມາຊິກ ຫຼື ບໍ່ເປັນຊະມາຊິກກຸ່ມ ເກັບກູ້ເຫັດຕາມທຳມະຊາດກ່ອນໄດ້ຮັບອານຸຍາດຈາກຄະນະກຸ່ມ ຫຼື ກຳນົດເກັບກູ້ຢ່າງເປັນທາງການ.
• ຫ້າມພໍ່ຄ້າ ຫຼື ບຸກຄົນທີ່ບໍ່ມີໃບອານຸຍາດເກັບຊື້ເຫັດເຂົ້າມາເກັບຊື້ເຫັດເດັດຂາດ. [5]
ມາດຕະການຕໍ່ຜູ້ທີ່ລະເມີດສິດ:
ຫາໃຜຫາກຜ່າຝືນກົດລະບຽບທາງຄະນະກຸ່ມຈະເອີ້ນມາຕັກເຕືອນໃນຄັ້ງທຳອິດ ຫາກຍັງເຮັດຜິດຊໍ້າຄັ້ງທີ່ສອງ ຄະນະບ້ານຈະເອ້ນມາຕັກເຕືອນ ແລະ ຂຽນໃບປະຕິຍານຕົນ, ແຕ່ຖ້າມີຄັ້ງທີ່ສາມ ຈະໄດ້ປັບໄໝຕາມມູນຄ່າການເກັບຊື້ເຫັດຕົວຈິງ. [5]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | 2.2 | N/A |
ຄາໂບໄຮເດຣດ | 8.6 | N/A |
ໄຂມັນ | 2.4 | N/A |
ວິຕາມິນ | N/A | ໄທອາມີນ (VB1) 0.04 mg, ໄຣໂບຟຣາວີນ (ວິຕາມິນ B2) 0.03 mg, ໄນອາຊີນ (ວິຕາມິນ B3) 0.7 mg and ວິຕາມິນ C 12 mg. |
ແຮ່ທາດ | N/A | ແຄລຊ້ຽມ 39 mg, ຟໍສຟໍຣັດ 85 mg, ທາດເຫຼັກ 3.6 mg. |
ເສັ້ນໄຍ | 2.3 | N/A |
ອ້າງອິງ
ເຄດິດຮູບພາບ:
Astraea Odoratus Young. [1] Flickr [Online]. Uploaded on 10 June 2016 by: Sierra Sunrise. Available: https://www.flickr.com/photos/eddingrid/. [Accessed 23 May 2025].
Characteristics of Astraeus odoratus in natural. [2] "Astraeus odoratus in Konaje: Immature and mature fruit bodies on loamy laterite soil," ResearchGate, 2024. [Online]. Available: https://www.researchgate.net/figure/Astraeus-odoratus-in-Konaje-Immature-and-mature-fruit-bodies-on-loamy-laterite-soil_fig4_273002810. [Accessed 23 May 2025].
Characteristics of Astraeus odoratus flowers in bloom. [3] "Introduction to the Edible Poisonous and Medicinal Fungi of Northern Laos," 2024. [Online]. Available: file:///C:/Users/duang/Downloads/IntroductiontotheEdiblePoisonousandMedicinalFungiofNorthernLaos.pdf. [Accessed 26 May 2025].

ອ້າງອິງ:
[1] "Introduction to the Edible Poisonous and Medicinal Fungi of Northern Laos," 2024. [Online]. Available: file:///C:/Users/duang/Downloads/IntroductiontotheEdiblePoisonousandMedicinalFungiofNorthernLaos.pdf. [Accessed 26 May 2025].
[2] "Astraeus odoratus," Global Biodiversity Information Facility, 2024. [Online]. Available: https://www.gbif.org/species/5239765. [Accessed 26 May 2025].
[3] Ł. Łuczaj, et al. "Wild food plants and fungi sold in the markets of Luang Prabang, Lao PDR," *Journal of Ethnobiology and Ethnomedicine*, vol. 16, no. 1, p. 23, 2020. [Online]. Available: https://ethnobiomed.biomedcentral.com/articles/10.1186/s13002-020-00423-y. [Accessed 26 May 2025].
[4] ບັນຊາ ທຳມະວົງ. 2025. ການຄຸ້ຄອງເຄື່ອງປ່າຂອງດົງ (ເຫັດເຜາະ). ສະຖາບັນຄົ້ນຄ້ວາກະຊິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສູນຄົ້ນຄ້ວາປ່າໄມ້, ໂຄງການກະຊິກຳເພື່ແໂພຊະນາການ ໄລຍະ II. ໜ້າ 1-28.
[5] "Astraeus odoratus," IUCN Red List of Threatened Species, 2019. [Online]. Available: https://redlist.info/iucn/species_view/488422/. [Accessed 26 May 2025].
[6] PKL website, "ວິຖີຊິວິດຊາວບ້ານໃນເກັບເຫັດເຜາະຕາມທຳມະຊາດ," phakhao lao, Upload on May 16 2025. [Online Video]. Available: https://youtu.be/GQDBG9wkjNo. [Accessed: May. 26, 2025].

ຜູ້ສ້າງ Factsheet:
Keooudone Souvannakhoummane
ຜູ້ກວດສອບ Factsheet:
,