ເລກລຳດັບທີ: 1197
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ແມງຊອນປີກສັ້ນ
Shortwinged mole cricket
Neoscapteriscus abbreviatus (Scudder, 1869)
ສັດ
ສັດທີ່ມີຂໍ້ຕໍ່
ແມງໄມ້
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Thai: แมลงกระชอนปีกสั้น
ອະນຸກົມວິຖານ
ຊື່ສະກຸນ
Gryllotalpidae
ຊື່ພ້ອງ
Scapteriscus abbreviates Scudder, 1869
ບັນຍາຍລັກສະນະທາງພືດສາດ
ລັກສະນະທົ່ວໄປ: ແມງຊອນປີກສັ້ນເປັນແມງຊອນອີກຊະນິດໜຶ່ງທີ່ຄ້າຍຄືກັບແມງຊອນອັບຟຣິກາ ທີ່ປະຊາຊົນເຮົາສ່ວນຫຼາຍນິຍົມນໍາມາກິນເປັນອາຫານ, ຮ່າງກາຍແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ຂະໜາດຮ່າງກາຍປານກາງຫາໃຫຍ່ ຮູບຮ່າງກົມເປັນຮູບທໍ່ຍາວ (ຂະໜາດຮ່າງກາຍຍາວປະມານ 22-29 ມມ). ຮ່າງກາຍເປັນສີນໍ້າຕານແດງ, ພາກສວ່ນເອີກຂະໜາດໃຫຍ່ເປັນສີນໍ້າຕານມີຈຸດສີດຳເປັນຈຸດໆ, ພາກສວ່ນທ້ອງຂ້ອນຂ້າງສັ້ນຈະມີຈຸດສີດຳຂອງແຕ່ລະປ້ອງເປັນແຖວຍາວຕາມດ້ານເທິງຂອງທ້ອງ. ແມງຊອນປີກສັ້ນຈະບໍ່ຮ້ອງອອກສຽງແຕ່ຈະໃຊ້ການສັ່ນສະເທືອນປະມານ 1-5 ຄັ້ງ ໃນການກ້ຽວພາລາສີໃນແຕ່ລະຄັ້ງ. ໜວດສັ້ນ-ນ້ອຍແຕ່ມີປ້ອງຈໍານວນຫຼາຍ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform), ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ໜ້າຈະມີຂະໜາດໃຫຍ່ເປັນຂາແບບຄັວດ(Digging leg), ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ສັ້ນ ແລະ ມີໜາມແຂງ. ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວຂ້ອນຂ້າງໃຫຍ່ (Ocelli). ແຫຼ່ງທີ່ພົບແມງຊອນ: ສາມາດພົບໄດ້ທົ່ວໄປຕາມດິນຕົມຕາມທົ່ງນາ, ຕາມແຄມແມ່ນໍ້າ, ຕາມກ້ອງຊາກເສດຕ່າງໆ. ອາຫານຂອງແມງຊອນ: ກິນໃບພືດ ແລະ ສັດເປັນອາຫານ (Omnivores).
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ

ລາຄາຂາຍຕາມທ້ອງຕະຫຼາດ 35,000-50,000 ກີບ/ກິໂລກຼາມ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,