ເລກລຳດັບທີ: 1196
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2025-04-19
ແມງຈິງຫຼີດທ້ອງແດງ
Cambodian field crickets
Modicogryllus confirmatus (F.Walker, 1859)
ສັດ
ສັດທີ່ມີຂໍ້ຕໍ່
ແມງໄມ້
×
ຊື່ທ້ອງຖີ່ນ:
Thai: จิ้งหรีดทองแดง , จี้งโหลน
ຊື່ພ້ອງ
:
Acheta confirmata F.Walker, 1859
Gryllulus confirmatus (F.Walker, 1859)
Gryllus confirmatus (F.Walker, 1859)
Gryllulus confirmatus (F.Walker, 1859)
Gryllus confirmatus (F.Walker, 1859)
ຊື່ສະກຸນ:
Gryllidae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ລັກສະນະທົ່ວໄປ: ແມງຈິງຫຼີດທ້ອງແດງ ຮ່າງກາຍຂອງຈິງຫຼີດທ້ອງດໍາແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ຂະໜາດຮ່າງກາຍປານກາງ ຮູບຮ່າງກົມຊົ່ງກະບອກ (ຂະໜາດຮ່າງກາຍກ້ວາງປະມານ 0.8-1.2 ຊມ ແລະ ຍາວປະມານ 2.5-2.8 ຊມ). ລໍາຕົວເປັນສີນໍ້າຕານ ຫຼື ສີນໍ້າຕານປົ່ນແດງ (ສີນໍ້າຕານເຂັ້ມ), ສີຂອງປີກເປັນສີນໍ້າຕານປົນແດງດໍາ, ສີແກ່ນຂາມ. ຕົວແມ່ປີກຈະກ້ຽງ ແລະ ສ່ວນໂຕຜູ້ກົກປີກຈະມີຄື້ນຍິກໆໄວ້ສຳພັດກັນເພື່ອຜະລິດເປັນສຽງໃນການກ້ຽວພາລາສີ. ໜວດຍາວ 1 ຄູ່ ເປັນແບບເສັ້ນດາຍ (Filiform) ມີປ້ອງຈຳນວນຫຼາຍ. ມີຂາ 3 ຄູ່. ຂາຄູ່ຫຼັງປ້ອງ tibia ຈະປະກອບດ້ວຍໜາມລຽນເປັນແຖວຈໍານວນຫຼາຍ, ສໍາລັບຕົວແມ່ມີອະໄວຍະວະສຳລັບໄວ້ວ່າງໄຂ່ເປັນທໍ່ຍາວໆຢູ່ບໍລີເວນກົ້ນ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform), ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ (Jumping leg). ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli). ແຫຼ່ງທີ່ພົບແມງຈິງຫຼີດທ້ອງແດງ: ສາມາດພົບໄດ້ທົ່ວໄປຕາມກ້ອງກ້ອນຂີ້ໄຖ, ກ້ອງກ້ອນຫີນ, ກ້ອງຊາກເສດໃບໄມ້ ແລ ອື່ນໆ. ອາຫານຂອງແມງຈິງຫຼີດທ້ອງແດງ: ກິນໃບພືດ ແລະ ສັດເປັນອາຫານ (Omnivores).
ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A
ເຂດກະຈາຍພັນໃນລາວ
:
ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະພາບການອະນູຮັກ IUCN
:
N/A
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ບັນຍາຍການນຳໃຊ້:
ສາມາດພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກ ທາດໂປຼຕີນ (Protein), ນິຍົມນຳມາເປັນອາຫານຮັກສາພະຍາດຂາດສານອາຫານ, ນໍາມາລ້ຽງເປັນສິນຄ້າ, ນໍາມາເປັນອາຫານຂອງສັດ. ລາຄາຂາຍຈິງຫຼີດຕາມທ້ອງຕະຫຼາດ 45,000-60,000 ກີບ/ກິໂລກຼາມ.
ການປູກ ການລ້ຽງ:
N/A
ລະດູການເກັບກູ້:
ການຄຸ້ມຄອງຈັດການ:
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
Charles A. Triplehorn and Norman F. Johnson. 2005. Borror and delong’s introduction to the STUDY OF INSECTS. 7th edition.
ສຸກໄຊ ພວງສຸວັນ. ການລ້ຽງຈິງຫຼີດພັນທ້ອງແດງລາຍ. ສູນສົ່ງເສີມ ແລະ ພັດທະນາອາຊີບການກະເສດ(ເຜິ້ງ) ຂອນແກ່ນ.
Miech, Phalla and Berggren, Åsa and Lindberg, Jan Erik and Chhay, Ty and Khieu, Borin and Jansson, Anna. (2016). Growth and survival of reared Cambodian field crickets (Teleogryllus testaceus) fed weeds, agricultural and food industry by-products. Journal of insects as food and feed. 2:4, 285-292
Dun Wang, Yao-yu Bai, Jiang-hong Li, and Chuan-xi Zhang. (2004). NUTRITIONAL VALUE OF THE FIELD CRICKET (GRYLLUS TESTACEUS WALKER). ENTOMOLOGIA SINICA Vol.11, No.4, December 2004, pp275-70
Walker, F. 1869. Catalogue of the Specimens of Dermaptera Saltatoria and supplement to the Blattaria in the collection of the British Museum I-II. British Museum, London, pp. 1-423.

ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: