ເລກລຳດັບທີ: 1191
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-03-18
ແມງດານາ
Giant Water Bug
Lethocerus indicus (Lepeletier & Serville, 1825)
ສັດ
ສັດທີ່ມີຂໍ້ຕໍ່
ແມງໄມ້
1 / 7
Image 1
2 / 7
Image 2
3 / 7
Image 3
4 / 7
Image 4
5 / 7
Image 5
6 / 7
Image 6
7 / 7
Image 7
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
ຊື່ສະກຸນ
Belostomatidae
ບັນຍາຍລັກສະນະທາງພືດສາດ
ແມງໄມ້ຊະນິດນີ້ມີລັກສະນະເດັ່ນ ຄື ມີຮູບຮ່າງລຳຕົວເປັນຮູບໄຂ່ ແລະ ມີລວດລາຍສີສັນທີ່ໂດດເດັ່ນ ບໍລິເວນດ້ານຫຼັງ (ດ້ານເທິງ) ຂອງແມງໄມ້ຊະນິດນີ້ມີສີເທົາ ເຮັດໃຫ້ພາງຕົວໄດ້ຢ່າງແນບນຽນ ໃນຂະນະທີ່ດ້ານທ້ອງມີສີນ້ຳຕານອອ່ນ.
ອົກ ແລະ ແຜ່ນຫຼັງຂອງແມງໄມ້ຊະນິດນີ້ ມີສີນ້ຳຕານອົມເຫຼືອງເຂັ້ມດ້ານເທິງ ເຮັດໃຫ້ມີໂທນສີເຂັ້ມຄ້າຍດິນ ໃນຂະນະທີ່ດ້ານທ້ອງຈະມີສີອ່ອນກວ່າ. ດວງຕາມີຮູບຮ່າງເປັນເອກະລັກທີ່ຍາວກວ່າລວງຂວາງ. ມີປາກທີ່ແຂງປະກອບດ້ວຍສາມສ່ວນ ເຮັດໃຫ້ແມງໄມ້ໄມ້ສາມາດກິນອາການໄດ້ດີ.
ສ່ວນເອິກ (pronotum) ເຊິ່ງເປັນໂຄງສ້າງຄ້າຍແຜ່ນແຜ່ນຢູ່ດ້ານຫຼັງຫົວ ມີໂຄງສ້າງຄ້າຍແທບຍາວຕາມແນວຂອບດ້ານຫຼັງ ແລະ ດ້ານຂ້າງ, ສວ່ນຫຼັງ (scutellum) ມີສີຂ້ອນຂ້າງອອ່ນກວ່າບໍລິເວນຖານ ໂດຍມີເສັ້ນກາງແຄບໆທີ່ໂດດເດັ່ນພາດຜ່ານ.
ປີກໜ້າຂອງແມງໄມ້ຊະນິດນີ້ມີສີເຫຼືອງອົມນ້ຳຕານ ເຊິ່ງເປັນສີເຫຼືອງນ້ຳຕານອອ່ນ ເຍື້ອບາງໆທີ່ຍາວລະຫວ່າງປີກ ໂດດເດັ່ນດວ້ຍເສັ້ນໄຍຕາມແນວຍາວ ເຊິ່ງກໍ່ຕົວເປັນຈຸລັງຮູບຕົວ S. ຂາໜ້າຂອງແມງໄມ້ຈະມີເລັບໜຶ່ງອັນ ໃນຂະນະທີ່ຂາຄູ່ກາງ ແລະ ຂາຫຼັງມີເລັບ 2 ອັນຊ່ວຍໃນການເຄື່ອນທີ່ ແລະ ການຍຶດເກາະ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to South and Southeast Asia, as well as southeast China, the Ryukyu Islands, and New Guinea. [2]

Global Districbution of Lethocerus indicus between 1930 to 2025. Source: [3]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ
ຂໍ້ມູນຈາກ GBIF ໄດ້ບັນທຶກເຂດກະຈາຍພັນຂອງພືດຊະນິດນີ້ໃນຫຼວງພະບາງ ແລະ ວຽງຈັນ. [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ແມງດານາເຫຼົ່ານີ້ອາໄສໃນນ້ຳຈືດທີ່ນິ້ງເປັນຫຼັກ ເຊິ່ງລວມທັງພື້ນທີ່ຊຸ່ມນ້ຳຕາມທຳມະຊາດ ເຊັ່ນ ໜອງ, ທະເລສາບ, ຄູ່ນ້ຳ, ບຶງ ແລະ ໜອງນ້ຳ ແລະ ພື້ນທີ່ຊຸ່ມນ້ຳທີ່ມະນຸດສ້າງຂື້ນ ເຊັ່ນ ຮ່ອງນ້ຳ ແລະ ນາເຂົ້າ. [5]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
N/A
ບັນຊີໄມ້
N/A
ແມງດານາຈັດຢູ່ໃນບັນຊີທີ່ສາມຂອງສະຖານະພາບການອານຸລັກແຫ່ງຊາດລາວ. [7]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ແມງດາເປັນອາຫານທີ່ຄົນລາວສ່ວນໃຫຍ່ນິຍົມກັນຫຼາຍ ລວມທັງປະເທດອື່ນໆ [6]. ອາດຈະເປັນເລື່ອງໜ້າປະຫຼາດໃຈທີ່ແມງໄມ້ຊະນິດນີ້ມີຣົດຊາດທີ່ແຊບ ແຕ່ກໍເປັນແບບນັ້ນ ເນື່ອງຈາກສານຄົດຫຼັ່ງທີ່ມີກິ່ນຫອມຈາກແມງດາຈະຊືມຊັບເຂົ້າໄປໃນເຄື່ອງປຸ່ງຣົດທີ່ປຸ່ງດວ້ຍໝາກເຜັດຂົ້ວ ແລະ ກະທຽມ, ເຮັດໃຫ້ມີຣົດຊາດທີ່ເປັນເອກະລັກ ເຄື່ອງປຸ່ງຣົດນີ້ມັກຈະເສີບພ້ອມກັບໝາກບວບນື້ງ ຫຼື ຜັກລວກອື່ນໆ. [8]
ການປູກ ການລ້ຽງ
ປູກ ແລະ ທຳມະຊາດ
ລະດູການເກັບກູ້
ມິຖຸນາ, ກໍລະກົດ, ສິງຫາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
ແຫຼ່ງໂປຣຕີນທີ່ສຳຄັນ
ແມງດາມີໄຂມັນ ແລະ ໂປຣຕີນດິບສູງກວ່າ ພວກມັນມີສານອາຫານທີ່ດີ ແລະ ມີກົດອາມີໂນ, ແຮ່ທາດ ແລະ ວິຕາມິນ, ແຮ່ທາດຂະໜາດນ້ອຍ ໄດ້ແກ່: ທອງແດງ, ແມັກນິຊ້ຽມ, ເຫຼັກ, ແຄລຊ້ຽມ, ແມງການິສ, ໂຊດ້ຽມ, ຊີລີນ້ຽມ, ຟອສຟໍຣັສ, ສັງກະສີ ແລະ ໂພແທັກຊ້ຽມ ແລະ ວິຕາມິນ ໄດ້ແກ່ ແພນໂທເທນິກ, ໃບໂອຕິນ ແລະ ໄຣໂບຟຣາວິນ. [6]
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
ລີພອນ ໜໍ່ປະເສີດ
ຜູ້ກວດສອບ Factsheet
,