ເລກລຳດັບທີ: 119
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໄຄ
River weed
Spirogyra spp.
ພືດ
ພືດລົ້ມລຸກ
ພືດນ້ຳເປັນທີ່ເປັນພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄຄ, ໄກ, ໄກຼ, ຊວ່າ Eng: River weed (ໄຄ,ໄກ, ໄກຼ, ຊວ່າ, river weed)
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Charophyta
ຊັ້ນ
Zygnematophyceae
ອັນດັບ
Zygnematales
ຊື່ສະກຸນ
Zygnemataceae
ສະກຸນ
Spirogyra
ຊື່ພ້ອງ
Zygnema varians Hassall
ບັນຍາຍລັກສະນະທາງພືດສາດ
ໄຄຊະນິດນີ້ເປັນທີ່ຮູ້ຈັກກັນດີໃນສາຂາເທົາສີຂຽວ. ມັກເກີດລວມກັນເປັນກຸ່ມ, ອາດຈະເກີດຕາມແມ່ນ້ຳທີ່ມີກ້ອນຫິນ ຫຼື ຕາມແຄມນ້ຳ ທີ່ສະອາດ. ລັກສະນະເປັນ ເສັ້ນສາຍຍາວຄ້າຍ ເສັ້ນຜົມແຕ່ເປັນສີຂຽວສົດ, ເມື່ອສໍາຜັດຈະມີລັກສະນະ ມື່ນມື, ເນື່ອງຈາກມີເມືອກຫຸ້ມ ຢູ່ຊັ້ນນອກສຸດ, ຈຸລັງຈະມີຮູບຊົງກະບອກ, ເຊິ່ງມີຂະໜາດແຕ່ລວງຍາວເທົ່າກັບ ລວງກວ້າງ ແລະ ຍາວເຖິງ 1 ແມັດຂຶ້ນໄປ. ເຈັ້ຍຫຸ້ມຈຸລັງຈະມີ 3 ຊັ້ນຄື: ຊັ້ນໃນ ແລະ ຊັ້ນກາງຈະເປັນພວກເຊລລູໂລສ, ສ່ວນຊັ້ນນອກຈະເປັນພວກເພກໂຕສ (Pectose) ພາຍໃນ ຈຸລັງມີແວຄິວໂອລຢູ່ເຄີ່ງກາງເມັດໃຫຍ່ ມີນິວຄຽດແຂນລອຍຢູ່ ໂດຍມີສາຍໄຊໂຕພລາດຊືມ ເຊື່ອມໂຍງກັນ ແລະ ຍືດໄວ້ກັບເຈັ້ຍຫຸ້ມ ຈຸລັງ. Spirogyra ຊັ້ນຫຸ້ມຈຸລັງເປັນທາດເມືອກ (mucilaginous) 3 ຊັ້ນດ້ວຍກັນ ການທີ່ມີທາດເມືອກຫຸ້ມຢູ່ເຮັດ ໃຫ້ເຊື້ອໄຄ ຊະນິດອື່ນ ບໍ່ສາມາດຈະເລີນເຕິບໂຕໃນໄຄພວກນີ້ໄດ້. ບໍ່ມີການແຕກງ່າ. ການຂະຫຍາຍພັນໂດຍບໍ່ອາໄສເພດ ໂດຍມີເສັ້ນ ຕັດຂາດອອກຈາກກັນ ເປັນຫຼາຍໆເສັ້ນ. ໄຄເປັນພືດນ້ຳຊະນິດໜຶ່ງ ທີ່ມີສານ chlorophyll ເຊິ່ງເປັນສານທີ່ມີສີຂຽວເປັນອົງປະກອບ, ຈຶ່ງເປັນທີ່ມາຂອງຊື່ໄຄ ສີຂຽວ ຂອງພືດຊະນິດນີ້, ຂະໜາດຂອງໄຄມີແຕ່ໄມຄຣອນແມັດ (µm) ຫາຫຼາຍແມັດ (m) ຂຶ້ນຢູ່ກັບຕະກຸນ ແລະ ມີ 3 ຊະນິດຄື: Cladophora, Microspora ແລະ Sirogyra. ສຳລັບພັນທີ່ເຫັນໃນທ້ອງຖິ່ນ ຂອງ ສປປ ລາວ ສ່ວນໃຫຍ່ແມ່ນ Spirogyra ເຊິ່ງມີລັກສະນະເສັ້ນສາຍກົງຄືກັນແຕ່ຈະຕ່າງກັນໃນການຈັດລຽງຂອງ Chloroplast ໂດຍໄຄສະກຸນ Spirogyra ແມ່ນມີການຈັດລຽງຂອງ Chloroplast ລັກສະນະກ້ຽວວຽນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ

ອາຫານ:ໄຄເປັນອາຫານທີ່ມີຄຸນຄ່າທາງດ້ານໂພຊະນາການສູງ ແລະ ປະຊາຊົນສາມາດຊອກຫາໄດ້ງ່າຍ. ປະຊາຊົນຫລາຍທ້ອງຖິ່ນ ເຄີຍມີພູມປັນຍາສຶບທອດກັນມາແຕ່ດົນນານໃນການປຸງແຕ່ງໄຄມາບໍລິໂພກເປັນອາຫານດ້ວຍຫລາຍວິທີ ແລະຫລາຍຮູບແບບ.
ສິນຄ້າ: ໄຄຢູ່ບາງທ້ອງຖິ່ນໄດ້ກາຍເປັນສິນຄ້າ ເຊຶ່ງປະຊາຊົນເອົາມາຈໍາໜ່າຍໃນຮູບແບບໄຄດິບ ແລະ ໄຄປຸງແຕ່ງ ໂດຍສະເພາະ ແມ່ນໄຄແຜ່ນທີ່ຕະຫລາດມີຄວາມຕ້ອງການສູງ. ຈາກການສໍາຫລວດໃນປີ 2015 ພົບວ່າ ການຜະລິດ ແລະ ຈໍາໜ່າຍໄຄແຜ່ນຕໍ່ ຄອບຄົວຕໍ່ລະດູການຜະລິດໃນ 25 ບ້ານຢູ່ ແຂວງຫຼວງພະບາງ ມີລາຍຮັບສະເລ່ຍ 6 ລ້ານກີບ (ສູງສຸດ 38 ລ້ານກີບ ແລະ ຕໍ່າສຸດ 1 ລ້ານກີບຕໍ່ຄອບຄົວຕໍ່ລະດູການຜະລິດ)

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,