- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Liliopsida
- ອັນດັບ
- Poales
- ຊື່ສະກຸນ
- Poaceae
- ສະກຸນ
- Thysanolaena
- ຊະນິດ
- Thysanolaena latifolia
Agrostis maxima Roxb.
Melica latifolia Roxb. ex Hornem.
ດອກແຂມ ມີການເອີ້ນຊື່ທີ່ແຕກຕ່າງກັນຕາມພາສາທ້ອງຖິ່ນຂອງ ສປປ ລາວ ເຊັ່ນ: ແຂມໂຂງ, ຫຍ້າຍູງ, ດອກຄີນ, ບົງກະຈຶ່ງ, ໂຕກາອູ. ແຕ່ປະຊາຊົນສ່ວນຫຼາຍມັກເອີ້ນວ່າ: ແຂມ ຫຼື ດອກແຂມ. ຢູ່ ສປປ ລາວ, ປະຊາຊົນແມ່ນນຳແຂມມາເຮັດເປັນຍູກວາດເຮືອນ ຫຼື ເຮັດເປັນຟອຍທາສີ. ນອກນັ້ນ, ປະຊາຊົນບາງເຂດຍັງໃຊ້ດອກແຂມມາຍັດເປັນເຊື່ອນອນ ແລະຍັດໝອນເພື່ອຮັບໃຊ້ໃນຄອບຄົວ. ປະຊາຊົນໃນຊົນນະບົດມັກເອົາໜໍ່ອ່ອນຂອງຕົ້ນແຂມມາເຜົາກິນເປັນອາຫານ, ໃບແຂມຍັງສາມາດນໍາມາລ້ຽງສັດໄດ້ເຊັ່ນ: ງົວ, ຄວາຍ. ແຂມ - ເປັນເຄື່ອງປ່າຂອງດົງທີ່ຕິດພັນກັບການການດໍາລົງຊີວິດຂອງປະຊາຊົນໃນເຂດຊົນນະບົດຂອງ ສປປ ລາວ ມາເປັນເວລາດົນນານ ແລະແຂມໄດ້ກາຍເປັນແຫຼ່ງລາຍຮັບໃຫ້ແກ່ຄອບຄົວຂອງຄົນໃນເຂດພູດອຍ ເປັນເວລາດົນນານມາຈົນເຖິງປັດຈຸບັນ. ນອກຈາກຈະນຳແຂມມາຜະລິດເປັນຍູກວາດເພື່ອຂາຍພາຍໃນທ້ອງຖິ່ນ ແລະຕະລາດພາຍໃນແລ້ວ, ແຂມດິບຍັງເປັນເຄື່ອງປ່າຂອງດົງປະເພດໜຶ່ງ ທີ່ມີຄວາມຕ້ອງການຫຼາຍຂອງຕ່າງປະເທດ ໂດຍສະເພາະແມ່ນ: ສປ ຈີນ, ສສ ຫວຽດນາມ ແລະປະເທດໄທ. ປະຊາຊົນຈຳນວນໜຶ່ງຮັກສາແຂມໃນເຂດປ່າເລົ່າຂອງຕົນ ແລະມີບາງຄອບຄົວກໍ່ໄດ້ນຳເອົາແຂມເຂົ້າມາປູກເປັນສວນແຂມເພື່ອສະດວກໃນການເກັບ ແລະຜະລິດແຂມດິບຂາຍເປັນສິນຄ້າ.
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
NAFRI, 2007. ເຄື່ອງປ່າຂອງດົງ 100 ສະນິດທີ່ສຳຄັນໃນ ສປປ ລາວ. ສະຖາັບັນຄົ້ນຄ້ວາກະສິກຳ ແລະ ປ່າໄມ້ແຫ່ງຊາດ, ກະຊວງກະສິກຳ ແລະ ປ່າໄມ້
NUDP, 2013. ບົດລາຍງານຕ່ອງໂສ້ການຕະຫຼາດແຂມທີ່ເມືອງຂວາ, ແຂວງຜົ້ງສະລີ. ກົມແຜນການ ແລະ ການຮ່ວມມື, ກະຊວງກະສິກຳ ແລະ ປ່າໄມ້.
Phonephanom, P. 2007. Broom grass planting study: a comparison of different rhizome planting rate in Tha Pho Village, Phonexay District, Luangprabang Province Vientiane, NAFRI: 8.