ເລກລຳດັບທີ: 1153
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນໄຊ່ນໍ້າ
Balloon vine
Cardiospermum halicacabum L.
ພືດ
ພືດລົ້ມລຸກ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
Thai: ໂຄກກະອອມ, ໂພອອມ, ສະໄລ່ນໍ້າ... Eng: Balloon vine, Heart pea, Heart seed, Smooth leaved heart Pea Chinese: 倒地鈴, 包袱草
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Sapindales
ຊື່ສະກຸນ
Sapindaceae
ສະກຸນ
Cardiospermum
ຊະນິດ
Cardiospermum halicacabum
ຊື່ພ້ອງ
Cardiospermum acuminatum Miq.
Cardiospermum corycodes Kunze
Cardiospermum glabrum Schumach. & Thonn.
Cardiospermum halicacabum var. grandiflorum A.Chev.
Cardiospermum halicacabum var. halicacabum
Cardiospermum inflatum Salisb.
Cardiospermum luridum Blume
Cardiospermum moniliferum Sw. ex Steud.
Cardiospermum truncatum A.Rich.
Corindum halicacabum (L.) Medik.
ບັນຍາຍລັກສະນະທາງພືດສາດ
ຕົ້ນໄຊ່ນໍ້າຈັດເປັນພືດປະເພດລົ້ມລຸກຂະໜາດກາງ, ມີອາຍຸປະມານ 1 ປີ, ລໍາຕົ້ນແຕກກິ່ງຈໍານວນຫຼາຍ, ມີເຄືອຍາວ1-3 ມ, ມັກເລື້ອຍເກາະພັນກັນຂຶຶ້ນຕາມຕົ້ນໄມ້ ຫຼື ງ່າໄມ້ ຫຼື ຕາມພື້ນດິນ, ລັກສະນະເຄືອເປັນຫຼ່ຽມມີສັນ 5-6 ຫຼ່ຽມ, ຜິວຂອງເຄືອເປັນສີຂຽວ . ໃບເປັນໃບປະກອບແບບຂົນນົກລຽງສະຫຼັບ, ມີໃບຍ່ອຍ 3 ໃບ ລັກສະນະຂອງໃບຍ່ອຍເປັນຮູບສາມຫຼ່ຽມ, ໃບມີຂະໜາດກວ້າງ 1.5-2.5 ຊມ ແລະ ຍາວ 5-12 ຊມ, ແຜ່ນໃບບາງເປັນສີຂຽວ, ໃບຫຼັງມີຂະໜາດນ້ອຍກວ່າ ແລະ ມີກ້ານຍາວ. ດອກອອກເປັນຊໍ່ໆ ມີ 3-4 ດອກ ໂດຍຈະອອກຕາມງ່າມໃບ, ດອກມີຂະນາດນ້ອຍສີຂາວ, ມີກີບດອກ 4-5 ກີບ, ດອກມີຂະໜາດບໍ່ເທົ່າກັນ ດອກຍາວປະມານ 2.5 ຊມ, ສ່ວນກີບລ້ຽງດອກມີ 4 ກີບ, ມີເກສອນຜູ້ 8 ກ້ານ. ໝາກມີລັກສະນະຄ້າຍຄືຖົງລົມເປັນເຍື່ອບາງໆ, ລັກສະນະຂອງໝາກເປັນຮູບ 3 ຫຼ່ຽມ ມີ 3 ພູ, ເປືອກໝາກບາງ ແລະ ເປັນສີຂຽວ ເມື່ອໝາກແກ່ຈະມີສີດໍາ, ພາຍໃນໝາກຈະເມັດຂະໜາດກາງ 1-3 ເມັດ, ເມັດຈະມີສີຂຽວ ເມື່ອແກ່ຈະເປັນສີດໍາ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ປະໂຫຍດ:
- ໃຊ້ເປັນຍາສະຜົມຊ່ວຍກໍາຈັດຂີ້ຣັງແຄ ດ້ວຍການນໍາເຄືອຕົ້ໄຊ່ນໍ້າມາທັບຄັ້ນແຊ່ນໍ້າໃຫ້ຂຸ້ນໆ ແລ້ວນໍາມາສະໂລມຫົວແລ້ວປະໄວ້ຈັກໜ່ອຍແລ້ວຈື່ງລ້າງອອກ.
- ຍອດອ່ອນຂອງຕົ້ນໄຊ່ນໍ້າສາມາດນໍາໃຊ້ຮັບປະທານໄດ້ຄືຜັກສົດ ຫຼື ນໍາໄປເຜົາໄພ ໂດຍຈະມີລົດຂົມ, ຊ່ວຍບໍາລຸງສຸຂະພາບເພາະມີສານຕ້ານອະນຸມູນອິດສະຫຼະທີ່ຊ່ວຍຍັບຍັ້ງຄວາມແກ່ ແລະ ຊ່ວຍໃນການຕໍ່ຕ້ານພະຍາດມະເຮັງໄດ້ອີກຕ່າງຫາກ.
ສັບພະຄຸນ:
- ທັງຕົ້ນມີລົດຂົມ ແລະ ເພັດເລັກນ້ອຍໃຊ້ເປັນຢາເຢັນໂດຍຈະອອກລິດຕໍ່ຕັບ ແລະ ໄຕ, ສາມາດໃຊ້ເປັນຢາຂັບຜິດຮ້ອນຖອນຜິດໄຂ້ໄດ້.
- ຊ່ວຍເຮັດໃຫ້ເລືອດເຢັນ (ທັງຕົ້ນ).
- ດອກມີລົດຂົມ ໃຊ້ເປັນຢາຂັບໂລຫິດ.
- ເມັດມີສັບພະຄຸນຊ່ວຍຂັບເຫືອ ຫຼື ໃຊ້ທັງຕົ້ນນໍາມາຕົ້ມກິນຕ່າງນໍ້າກໍ່ຊ່ວຍຂັບເຫືອໄດ້.
- ໃບໃຊ້ຮັກສາອາການອັກເສບບວມຕາມຮ່າງກາຍ ໂດຍນໍາໃຊ້ໃບສົດມາຕໍາກັບເກືອແລ້ວໃຊ້ທາບໍລິເວນທີ່ມີອາການອັກເສບບວມ.
- ທັ້ງຕົ້ນໃຊ້ເປັນຍາຮັກສາພະຍາດຜິວໜັງ, ຝີ, ກາກ.
ວິທີໃຊ້ສະໝຸນໄພຕົ້ນໄຊ່ນໍ້າ:
- ວິທີໃຊ້ຕາມ ຕົ້ນແຫ້ງໃຫ້ໃຊ້ປະມານ 10-18 ກຼາມ ນໍາມາຕົ້ມກັບນໍ້າຮັບປະທານ.
- ວິທີໃຊ້ຕາມ ຫາກເປັນຕົ້ນສົດ ໃຫ້ໃຊ້ປະມານ 35-70 ກຼາມ ນໍາມາຕໍາຄັ້ນເອົານໍ້າຮັບປະທານ ຫຼື ໃຊ້ເປັນຢາພອກພາຍນອກ.
- ຜູ້ຍິງຖືພາຫ້າມຮັບປະທານສະໝຸນໄພຊະນິດນີ້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,