ເລກລຳດັບທີ: 1146
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-04-30

ປາເໝັ້ນ
Elephant Ear Fish

Osphronemus exodon (Roberts, 1994)


ສັດ
ປາ

1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4


ຊື່ທ້ອງຖີ່ນ:
( Elephant Ear Fish)

ຊື່ພ້ອງ :

ຊື່ສະກຸນ:
Osphronemidae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ປາຊະນິດນີ້ມີລຳຕົວສັ້ນ ແລະ ເລິກ, ມີກ້ານຄີຫຼັງ 14 ຫາ 16 ກ້ານ, ກ້ານອອ່ນຂອງຄີຫຼັງມີ 10 ຫາ 11 ກ້ານ, ກ້ານຄີຫາງ 11 ຫາ13 ກ້ານ ແລະ ຄີຫາງອອ່ນ 19 ຫາ 19 ກ້ານ. ປາຊະນິດນີ້ມີຂະໜາດໃຫຍ່ກວ່າ 40 ຊມ (ຄວາມຍາວແຕ່ຈະງອຍປາກ ຫາປາຍຫາງ), ແຂ້ວຕາມຄາງກະໄຕຈະຂະຫຍາຍໃຫຍ່ຂື້ນຢ່າງເຫັນໄດ້ຊັດເຈນ ໂດຍສະເພາະແຂ້ວໃນແຖວນອກສຸດ ແຂ້ວເຫຼົ່ານີ້ຈະຢູ່ດ້ານນອກຂອງຄາງກະໄຕທັງໝົດ ແລະ ຍັງຄົງຢູ່ນອກປາກ ເຖິ່ງວ່າຈະປິດປາກ. ລູກປາ ແລະ ປາໂຕເຕັມໄວຈະມີລັກສະນະສະເພາະ.
ປາໜ້ອຍທີ່ມີຂະໜາດໜ້ອຍກ່ວາ 10 ຊມ ຈະມີແຖບແນວຕັ້ງ 6 ຫາ 7 ແຖບຕາມລຳຕົວ ແລະ ມີຈຸດຮູບໄຂ່ສີເຂັ້ມຢູ່ເທິງຄີຫາງ ແຕ່ຈຸດເຫຼົ່ານີ້ຈະບໍ່ພົບໃນປາໂຕເຕັມໄວ ຫຼື ປາໄວຈະເລີນພັນ, ປານ້ອຍທີ່ມີຂະໜາດໃຫຍ່ກວ່າ ຈະມີແຖບສີສົ້ມປົນສີແດງບໍລິເວນສ່ວນລຸ່ມຂອງຫົວ ແລະ ໜ້າເອິກ ເຊິ່ງເປັນລັກສະນະເດັ່ນທີ່ບໍ່ພົບໃນຊະນິດພັນອື່ນ, ປາໂຕເຕັມໄວຈະມີບໍລິເວນທ້ອງສີເຂັ້ມ (ເກືອບດຳ) ແລະ ບໍລິເວນຫຼັງສີອອ່ນ, ນອກຈາກນີ້ປາຂະໜາດໃຫຍ່ບາງຕົວຈະມີຮອຍແດງຂະໜາດໃຫຍ່ບໍ່ສະໝ່ຳສະເໝີຕາມລຳຕົວ ເຊິ່ງມີລັກສະນະຄ້າຍຮ້ອຍຝົກຊ້ຳ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Cambodia; Lao People's Democratic Republic; Thailand. [2]

Global distribution of Osphronemus exodon between 1994 to 2013. Source: [3]

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :
ແຄມຝັ່ງນໍ້າ
ແມ່ນ້ຳ ແລະ ລຳທານ
ທະເລສາບ ແລະ ສະນ້ຳ
ໜອງບຶງ ແລະ ດິນຖານຕົມ
ທົ່ງນາ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງສູນພັນ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບໍ່ຖືກລະບຸໃນບັນຊີປະເພດໃດ

ບັນຊີ NTFP:
N/A

ບັນຊີໄມ້:
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ

ບັນຍາຍການນຳໃຊ້:
ອາຫານ: ປາຊະນິດນີ້ໃຊ້ກິນເປັນອາຫານ. [3]

ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ອາຫານ: ປາຊະນິດນີ້ກິນພືດເປັນອາຫານຫຼັກ ໂດຍກິນໃບໄມ້ (ລວມທັງຫຍ້າ), ໝາກໄມ້ດ ດອກໄມ້ ແລະ ບາງຄັ້ງກໍ່ກິນແພຼງຕ່ອນ [4]. ອາຫານຂອງມັນສ່ວນໃຫຍ່ປະກອບດ້ວຍພືດ ເຊັ່ນ ໝາກໄມ້, ໃບໄມ້ ແລະ ດອກໄມ້ ໂດຍກິນແມງໄມ້ ແລະ ສັດຈຳພວກກຸ້ງ, ປູເປັນສ່ວນປະກອບເລັກນ້ອຍ. [2]
ການສືບພັນ: ປາຊະນິດນີ້ເປັນທີ່ຮູ້ຈັກກັນດີວ່າຈະສືບພັນໃນນ້ຳນິ້ງ ໃກ້ແຄມຝັ່ງເມື່ອລະດັບນ້ຳຫຼຸດລົງ. [2]

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ໄພຂົ່ມຂູ່ທີ່ສຳຄັນຕໍ່ຊະນິດນີ້ໃນແມ່ນ້ຳຂອງ ຄືການເຊື່ອມໂຊມຂອງແຫຼ່ງທີ່ຢູ່ອາໄສອັນເນື່ອງມາຈາກການສ້າງເຂື່ອນ ແລະ ໂຄງການຈັດການນ້ຳອື່ນໆ ການພັດທະນາເຫຼົ່ານີ້ ຂັດຂວາງວົງຈອນນ້ຳທ້ວມ-ໄພແລ້ງຕາມທຳມະຊາດຂອງແມ່ນ້ຳ ແລະ ປ່ຍນແປງການຕົກຕະກອນ ແລະ ລະດັບອອັກຊີເຈນ, ການປ່ຽນແປງທາງວິທະຍາຂອງນ້ຳ ອາດສົ່ງຜົນກະທົບຫຼາຍຕໍ່ປາເໝັ້ນ, ນອກຈາກນີ້ຍັງມີລາຍງານລະດັບມົນລະພິດສູງໃນແມ່ນ້ຳຂອງ ເນື່ອງຈາກນ້ຳຖືກນຳໄປໃຊ້ໃນການຊົນລະປະທານທາງການກະເສດ ແລະ ການຈັດຫານ້ຳໃນເມືອງຢ່າງກວ້າງຂວາງ ເຮັດໃຫ້ເກີດການຍຸດຊະງັກເພີ່ມເຕີມຕໍ່ນິເວດວິທະຍາຕາມທຳມະຊາດ, ສາຍພັນນີ້ຍັງຖືກນຳໄປໃຊ້ປະໂຫຍດເປັນອາຫານທົ່ວທັງພື້ນທີ່ອີກດ້ວຍ. [2]

ການຕິດຕາມປະຊາກອນ:
ຄາດວ່າປະຊາກອນຫຼຸດລົງຫຼາຍກ່ວາ 30% ໃນຊ່ວງທົດສັດຕະວັດທີ່ຜ່ານມາ ເຖິ່ງວ່າຈະຂາດຂໍ້ມູນທາງປະລິມານໂດຍລະອຽດກໍ່ຕາມ. [2]

ການເກັບກູ້ແບບຍືນຍົງ:
ປັດຈຸບັນຍັງບໍ່ມີການອານຸຮັກໃດໆ ທີ່ເຮັດໃຫ້ຮູ້ວ່າມີການດຳເນີນການໃນລະດັບທ້ອງຖິ່ນທີ່ຢູ່ ຫຼື ລະດັບສາຍພັນນີ້. [2]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] “Elephant Ear Giant Gourami (Osphronemus exodon),” Aqua Imports. [Online]. Available: https://www.aqua-imports.com/product/elephant-ear-giant-gourami/. [Accessed: Apr. 30, 2026].
[2] “Osphronemus exodon,” Aquarium Glaser GmbH. [Online]. Available: https://www.aquariumglaser.de/en/25-perchlike-fishes/osphronemus-exodon-2/. [Accessed: Apr. 30, 2026].

ອ້າງອິງ:
[1] “Osphronemus exodon,” FishBase. [Online]. Available: https://www.fishbase.se/summary/Osphronemus-exodon. [Accessed: Apr. 30, 2026].
[2] A. Jenkins, F. F. Kullander, and H. H. Tan, “Osphronemus exodon,” International Union for Conservation of Nature, The IUCN Red List of Threatened Species, 2009. [Online]. Available: https://www.iucnredlist.org/species/169508/6640069. [Accessed: Apr. 30, 2026].
[3] “Osphronemus exodon,” Global Biodiversity Information Facility. [Online]. Available: https://www.gbif.org/species/2394167. [Accessed: Apr. 30, 2026].
[4] T. R. Roberts, “Osphronemus exodon, a new species of giant gouramy with extraordinary dentition from the Mekong,” Natural History Bulletin of the Siam Society, vol. 42, no. 1, pp. 67–77, 1994. [Online]. Available: https://thesiamsociety.org/wp-content/uploads/2020/04/NHBSS_042_1l_Roberts_OsphronemusExodon.pdf. [Accessed: Apr. 30, 2026].
[5] “Osphronemus exodon,” Seriously Fish. [Online]. Available: https://www.seriouslyfish.com/species/osphronemus-exodon/. [Accessed: Apr. 30, 2026].

ຜູ້ສ້າງ Factsheet:
Duangkhae Keonoy

ຜູ້ກວດສອບ Factsheet:
,