ເລກລຳດັບທີ: 1093
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-04-29
ປາຊວາຍໝາກໄມ້
Swai
Pangasianodon hypophthalmus (Sauvage, 1878)
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ປາຊວາຍ (Striped catfish and iridescent shark-catfish)
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Teleostei
ອັນດັບ
Siluriformes
ຊື່ສະກຸນ
Pangasiidae
ສະກຸນ
Pangasianodon
ຊະນິດ
Pangasianodon hypophthalmus
ຊື່ພ້ອງ
Helicophagus hypophthalmus Sauvage, 1878
Pangasius hypophthalmus (Sauvage, 1878)
Pangasius sutchi Fowler, 1937
ບັນຍາຍລັກສະນະທາງພືດສາດ
ປາຊວາຍມີຮູບຮ່າງລຳຕົວຍາວ ຄີມີສີເທົາເຂັ້ມ ຫຼື ດຳ ແລະ ຄີຫຼັງມີກ້ານຄີ 6 ກ້ານ. ຊີ້ເຫງືອກພັດທະນາດີ ໂດຍມີຊີ້ເຫງືອກຂະໜາດນ້ອຍສະຫຼັບກັບຊີ້ເຫງືອກຂະໜາດໃຫຍ່ເປັນໄລຍະ, ປານ້ອຍມີແຖບສີດຳເດັ່ນຊັດຕາມແນວເສັ້ນຂ້າງລຳຕົວ ແລະ ມີແຖບສີດຳອີກແຖບຢູ່ໃຕ້ເສັ້ນຂ້າງລຳຕົວ ໃນຂະນະທີ່ປາໂຕເຕັມໄວຈະມີສີເທົາສະໝ່ຳສະເໝີ ມີແຖບສີເຂັ້ມຢູ່ກາງຄີກົ້ນ ແລະ ມີແຖບສີເຂັ້ມເທິງແຕ່ລະກີບຂອງຄີຫາງ.
ຂະໜາດ: ຄວາມຍາວສູງສຸດ 130 ຊມ (ຄວາມຍາວແຕ່ຈະງອຍປາກຮອດປາຍຫາງ); ນ້ຳໜັກສູງສຸດທີ່ບັນທຶກ 44 ກິໂລ.
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Lao People's Democratic Republic; Thailand; Viet Nam. [3]

Global distribution of Pangasianodon hypophthalmus between 1935 to 2026. Source: [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ
ມັກອາໄສຢູ່ໃນແມ່ນ້ຳຫຼັກ ແລະ ທີ່ທົ່ງພຽງນ້ຳຖ້ວມຮອດຂອງແມ່ນ້ຳສາຍໃຫຍ່ ແລະ ກະຈາຍຕົວຕາມລະດູການໄປຮອດທົ່ງພຽງທີ່ມີນ້ຳຖ້ວມຮອດ ແລະ ພື້ນທີ່ຊຸ່ມນ້ຳເພື່ອຫາອາຫານ ແລະ ລ້ຽງລູກ. [3]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ສູນພັນ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ II: ສະນິດພັນປະເພດຄຸ້ມຄອງ
ບັນຊີ NTFP
N/A
ບັນຊີໄມ້
N/A
ເນື່ອງຈາກເປັນສາຍພັນອົບພະຍົບທີ່ມີຂະໜາດໃຫຍ່ ແລະ ມີມູນຄ່າທາງການຄ້າ ເຊິ່ງມີຄວາມສ່ຽງເປັນພິເສດຕໍ່ໄພຂົ່ມຂູ່ທີ່ເກີດຂື້ນຢ່າງຕໍ່ເນື່ອງຈາກການໃຊ້ປະໂຫຍດຫຼາຍເກີນໄປ, ການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໄສ (ລວມທັງການປ່ຍນແປງຄຸນນະພາບນ້ຳ ແລະ ການໄຫຼຂອງນ້ຳ) ແລະ ການແຕກແຍກຂອງແຫຼ່ງນ້ຳ ເມື່ອພິຈາລະນາຈາກການຫຼຸດລົງຂອງເຂດກະຈາຍພັນ (ເກືອບຈະສູນພັນໄປຈາກແມ່ນ້ຳເຈົ້າພະຍາ ແລະ ແມ່ນ້ຳຂອງໃນໄທ) ການຫຼຸດລົງຂອງປະຊາກອນໃນອາດີດທີ່ບັນທຶກໄວ້ ແລະ ການຄາດຄະເນການຫຼຸດລົງໃນອານຄົດຈາກການໃຊ້ປະໂຫຍດຢ່າງຕໍ່ເນື່ອງ ແລະ ການສູນເສຍແຫຼ່ງທີ່ຢູ່ອາໄສ ທີ່ກ່ຽວຂ້ອງກັບການພັດທະນາເຂື່ອນໄຟຟ້າພະລັງງານນ້ຳທີ່ອາດເກີດຂື້ນໃນແມ່ນ້ຳຂອງສາຍຫຼັກ, ສາຍພັນນີ້ຈຶ່ງໄດ້ຮັບການປະເມີນວ່າເປັນສາຍພັນທີ່ໃກ້ສູນພັນສູງສຸດ [3]. ປາຊະນິດນີ້ຈັດຢູ່ໃນບັນຊີທີ່ 2 ໃນສະຖານະພາບອານຸຮັກແຫ່ງຊາດລາວ. [5]
ການນຳໃຊ້
ປະເພດການນຳໃຊ້
ພືດປະດັບ, ອາຫານ
ອາຫານ: ປາຊະນິດນີ້ທີ່ຈັບໄດ້ຈາກທຳມະຊາດ ເຄີຍເປັນປາອາຫານທີ່ສຳຄັນໃນປະເທດໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ. ປາຊະນິດນີ້ລວມທັງໄຂ ແລະ ລູກປາ ຖືກຈັບມາໃຊ້ປະໂຫຍດຫຼາຍ, ລູກປາເປັນທີ່ນິຍົມໃນການຄ້າປາເພື່ອຄວາມສວຍງາມ ຄືກັນ [3]. ມີການນຳໃຊ້ປະໂຫຍດຫາການປະມົງ (ເພື່ອເສດຖະກິດ), ການເພາະລ້ຽງສັດນ້ຳ (ການຄ້າຂາຍ) ແລະ ການສະແດງໂຊໃນຫໍພິໆຕະພັນສັດນ້ຳ (ພິພິຕະພັນສັດນ້ຳສາທາລະນະ). [1]
ການປູກ ການລ້ຽງ
ປູກ ແລະ ທຳມະຊາດ
ປາຊະນິດນີ້ໄດ້ຮັບການເພາະລ້ຽງຢ່າງແຜ່ຫຼາຍທ່ວທັງພູມມິພາກ. [3]
ລະດູການເກັບກູ້
ພຶກສະພາ, ມິຖຸນາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ການລ້ຽງ:

ສະພາບໂດຍລວມ:
ສະພາບແວດລ້ອມທີ່ເໝາະສົມ: ເປັນປານ້ຳຈືດ ທີອາໄສຢູ່ພື້ນ້ຳ ແລະ ພື້ນທີ່ມວນກະແສນ້ຳ.
ຄຸນນະພາບນ້ຳ: ຄ່າຄວາມເປັນກົດດ່າງ 6.5-7.5 pH, ຄ່າ dH 2–29, ອຸຫະພູມ 22 ຫາ 26 ອົງສາ.
ສະພາບອາກາດທີ່ເໝາະສົມ: ພົບເຂດຮ້ອນ.
ແຫຼ່ງຂໍ້ມູນ: [1]

ໂຮເຮືອນລ້ຽງ ຫຼື ທີ່ຢູ່ອາໄສ:
ການກຽມບໍອານຸບານ: ບໍ່ດິນ, ໂດຍທົ່ວໄປມີພື້ນທີ່ 1.000 ຫາ 5.000 ຕາແມັດ, ຈະຖືກກຽມໂດຍການເຮັດໃຫ້ແຫ້ງ (1-3 ວັນ ຂື້ນຢູ່ກັບລະດູການ) ແລະ ໃສ່ປູນຂາວ (1 ໂຕນ/ ເຮັກຕາ) ແລະ ເຕີມນ້ຳ, ນ້ຳທີ່ໃສ່ໃນບໍ່ອານຸບານຈະຖືກກອງຜ່ານຜ້າຕາຂາຍຖີ່ໆ ເພື່ອປ້ອງກັນສັດຕູຜູ້ລ່າ. [6]

ການໃຫ້ອາຫານ ແລະ ໂພຊະນາການ:
ການໃຫ້ອາຫານລູກປາ: ໃນຊ່ວງສອງອາທິດທຳອິດຈະໃຫ້ໄຂ່ແດງຕົ້ມ ແລະ ກາກຖົ່ວເຫຼືອງ 5 ຫາ 6 ຄັ້ງຕໍ່ວັນ ຫຼັງຈາກນັ້ນຈຶ່ງເລີ່ມໃຫ້ອາຫານເມັດສຳເລັດຮູບ. [6]
ອາຫານຕາມທຳມະຊາດ: ປາຊວາຍກິນພືດ ແລະ ສັດເປັນອາຫານ ໂດຍກິນສາຫຼ່າຍ, ພືດ, ແພຼງຕ່ອນສັດ ແລະ ແມງໄມ້, ໃນຂະນະທີ່ຕົວໃຫຍ່ກ່ວາຈະກິນໝາກໄມ້ ແລະ ປາອີກດ້ວຍ. [6]

ຂະບວນການປະສົມພັນ:
ການປະສົມພັນ: ພໍ່ແມ່ພັນປາຊວາຍທີ່ໂຕເຕັມໄວ ຈະຖືກກະຕຸ້ນໃຫ້ວາງໄຂ່ໃນໂຮງເຮືອນເພາະພັນ ໂດຍໃຊ້ HCG ຫຼື ສ່ວນປະສົມຂອງ HCG ແລະສານສະກັດຈາກຕ່ອມໃຕ້ສະໝອງ ໂດຍທົ່ວໄປແລ້ວພໍ່ແມ່ພັນຕົວແມ່ຈະໄດ້ຮັບການສີດຮໍໂມນ 2-4 ຄັ້ງໃນຂະນະທີ່ຕົວຜູ້ຈະໄດ້ຮັບການສີດພຽງຄັ້ງດຽວ ໃນຂະນະດຽວກັນທີ່ຕົວແມ່ໄດ້ຮັບຢາ ການວາງໄຂ່ຈະດຳເນີນການເປັນຄູ່ດຽວ ຫຼື ເປັນກຸ່ມໃຫຍ່ ແລະ ໂດຍປົກກະຕິແລ້ວພໍ່ແມ່ພັນຈະຖືກຮີດນ້ຳເຊື້ອແບບແຫ້ງ. [6]
ໄຂ່ຈະຖືກຝັກໃນກະໂຖຮູບຈວຍທີ່ເຮັດຈາກສະແຕນເລດ ຫຼື ແກ້ວ, ໂດຍມີກະແສນ້ຳໄຫຼຂື້ນເພື່ອຄົງສະພາບການລອຍຕົວ ຂື້ນຢູ່ກັບອຸນຫະພູມຂອງນ້ຳ. ການຟັກໄຂ່ຈະເກີດຂື້ນພາຍໃນ 22 ຫາ 24 ຊົ່ວໂມງ, ການດູດຊຶມອາຫານຈາກໄຂ່ແດງຕ້ອງໃຊ້ເວລາອີກ 24 ຊົ່ວໂມງ, ຕົວອອ່ນຈະຖືກຍ້າຍຈາກໂຮງຟັກໄຂ່ກ່ອນທີການດູດຊຶມໄຂ່ແດງຈະສິ້ນສຸດ. [6]
ການລ້ຽງລູກປາ ຈະດຳເນີນເປັນ 2 ຂັ້ນຕອນ ເພື່ອຫຼຸດຄວາມໜາແໜ້ນຂອງລູກປາ:
1. ໃນໄລ່ຍະທຳອິດ ລູກປາຈະຖືກປ່ອຍລົງບໍ່ໃນອັດຕາ 400-500 ຕົວຕໍ່ຕາແມັດ ກ່ອນທີ່ລູກປາຈະດູຊືມຈາກຖົງໄຂ່ແດງ, ໂດຍໃຫ້ແນ່ໃຈວ່າລູກປາສາມາດເຂົ້າເຖິ່ງອາຫານຕາທຳມະຊາດ ແລະ ມີພື້ນທີ່ພຽງພໍ ເພື່ອຫຼຸດການກິນກັນເອງ ໃນໄລ່ຍະນີ້ ໂດຍຈະເຕີມນ້ຳເທົ່ານັ້ນ ແລະ ຈະບໍ່ປ່ຽນນ້ຳ ຍົກເວັ້ນຄຸນນະພາບນ້ຳເຊື່ອມໂຊມໄດ້ຢ່າງຊັດເຈນ ເຮັດໃຫ້ປາເກີດຄວາມຄຽດ.
2. ຫຼັງຈາກຜ່ານໄປ 4 ອາທິດ ຫຼັງຈາກງົດອາຫານໄປ 24 ຊົ່ວໂມງ ບໍ່ອານຸບານປາຈະຖືກລະບາຍນ້ຳອອກບາງສ່ວນ (ເຫຼືອນ້ຳເລິກປະມານ 1 ສ່ວນສາມ) ແລະ ລູກປາທີ່ມີນ້ຳໜັກ 0,3-1 ກຼາມ ຈະຖືກຈັບໂດຍໃຊ້ມອງລາກ ແລະ ຍ້າຍໄປບ່ອນທີ່ກຽມໄວ້ອີກບໍ່ໜຶ່ງ ໂດຍປ່ອຍລົງໃນອັດຕາ 150-200 ຕົວຕໍ່ຕາແມັດ
ແຫຼ່ງຂໍ້ມູນ: [6]
ບໍ່ດິນ: ບໍ່ດິນໂດຍທົ່ວໄປມີຂະໜາດຕັ້ງແຕ່ 1.000 ຫາ 10.000 ຕາແມັດ, ມີການອອກແບບທີ່ລຽບງ່າຍ ແລະ ຕັ້ງຢູ່ຕິດກັບ ຫຼື ໃກ້ແມ່ນ້ຳ ຫຼື ສາຂາຂອງແມ່ນ້ຳ, ຜູ້ຜະລິດຈະເຕີມອາກາດໃນບໍ່ ແລະ ປ່ຽນນ້ຳເປັນເວລາຫຼາຍຊົ່ວໂມງໃນຊ່ວງໄລ່ຍະເວລາການລ້ຽງ ໂດຍການແລກປ່ຽນນ້ຳຂື້ນນ້ຳລົງ ແລະ ການສູບນ້ຳ ເຊິ່ງຊ່ວຍຫຼຸດກິ່ນຄາວ ແລະ ເຮັດໃຫ້ຊີ້ປາຂາວຂື້ນ, ຄວາມໜາແໜ້ນທີ່ແນະນຳຄື 20 ຫາ 40 ຕົວຕໍ່ຕາແມັດ. [6]
ກະຊັງ: ກະຊັງຕາຂ່າຍຈະຕັ້ງຢູ່ຕາມແຄມແມ່ນ້ຳສາຍຫຼັກ ແລະ ມີຂະໜາດຕັ້ງແຕ່ 50 ຫາ 1.600 ຕາແມັດ, ໂດຍກະຊັງຂະໜາດໃຫຍ່ມັກຈະມີທີ່ພັກອາໄສອາໄສຢູ່ເໜືອນ້ຳ ກົງທີ່ລ້ຍງປາທີ່ກຳລັງຂະຫຍາຍຕົວໂດຍທົ່ວໄປຈະລ້ຽງໃນອັດຕາ 100-150 ຕົວຕໍ່ຕາແມັດ ໂດຍ. [6]

ສຸຂະພາບ ແລະ ສຸຂະອານາໄມ:
ພະຍາດ ແລະ ການປ້ອງກັນ:
• ການຕິດເຊື້ອຈາກພະຍາດກາຟາກ ລວມທັງ including Ichthyophthirius ແລະ Trichodina, ອາດເກີດຂື້ນໃນໄລ່ຍະລູກປາ ໂດຍທົ່ວໄປຈະຮັກສາໂດຍໃຊ້ຟໍມາລີນທີ່ມີຄວາມເຂັ້ມຂຸ້ນ 15-20 ppt ເປັນເວລາ 30 ນາທີ ພ້ອມກັບການເຕີມອາກາດ ຕາມດ້ວຍການປ່ຽນນ້ຳ.
• ພະຍາດໃບໄມ້ໃນຕັບ (Clonorchis sinensis) ສາມາດຕິດເຊື້ອໃນປາໄດ້ໃນລະຫວ່າງການລ້ຽງ ການປ້ອງກັນໂດຍການກຽມຢ່າງລະອຽດຖີ່ຖ້ວນ ເປັນສິ່ງຈຳເປັນ ເນື່ອງຈາກການຮັກສາດ້ວຍຢາຕ້ອງໃຊ້ເວລາດົນ ແລະ ໂດຍທົ່ວໄປມີປະສິດທິພາບຕ່ຳ.
ແຫຼ່ງຂໍ້ມູນ: [6]

ຊະນິດພັນໃນທຳມະຊາດ:

ສະພາບໂດຍລວມ:
ການອົບພະຍົບ: ປາຊວາຍເປັນປາແມ່ນ້ຳທີ່ອົບພະຍົບຍ້າຍຖິ່ນທີ່ຢູ່ອາໄສເປັນໄລຍະທາງໄກຫຼຍຮ້ອຍກິໂລ ລະຫວ່າງແຫຼ່ງຫຼົບໄພ ແລະ ແຫຼ່ງວາງໄຂ່ຕົ້ນນ້ຳກັບແຫຼ່ງຫາກິນ ແລະ ອະນຸບານລູກປາປາຍນ້ຳ. [6]
ວົງຈອນຊີວິດ: ວົງຈອນຊີວິດຂອວປາຊວາຍມີຄວາມເຊື່ອມໂຍງຢ່າງໃກ້ຊິດກັບວົງຈອນນ້ຳຖ້ວມຈາກລະດູຝົນປະຈຳປີ ໂດຍການວາງໄຂ່ ຈະເກີດຂື້ນໃນເດືອນ ພຶດສະພາ ຫາ ມິຖຸນາ ໃນຊ່ວງເລີ່ມຕົ້ນຂອງລະດູຝົນ. [6]
ການວາງໄຂ່: ປາຕົວແມ່ທີ່ໂຕເຕັມໄວ ເຊິ່ງມີນ້ຳໜັກປະມານ 10 ກິໂລກຼາມ ສາມາດວາງໄຂ່ໄດ້ຫຼາຍກ່ວາ 1 ລ້ານໜ່ວຍ, ພໍ່ແມ່ພັນໃນທຳມະຊາດມັກຈະວາງໄຂ່ປີລະສອງຄັ້ງ. ໄຂ່ມີລັກສະນະໜຽວ ແລະ ຖືກວາງໄວ້ເທິງຮາກຕົ້ນໄມ້ທີ່ໂລ່ງຕາມກະແສນ້ຳໄຫຼ. [6]

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ການໃຊ້ປະໂຫຍດຫຼາຍເກີນໄປ ການເສື່ອມໂຊມຂອງແຫຼ່ງທີ່ຢູ່ອາໄສ ແລະ ການປ່ຽນແປງຄຸນນະພາບນ້ຳ ແລະ ການໄຫຼ່ຂອງນ້ຳເປັນໄພຂົ່ມຂູ່ຫຼັກຕໍ່ສາຍພັນນີ້, ການສ້າງເຂື່ອນທີ່ສະເໜີໃນແມ່ນ້ຳຂອງ ອາດຂັດຂວາງວົງຈອນຊີວິດຂອງສາຍພັນນີ້ ເນື່ອງຈາກສາຍພັນນີ້ອາດຈະກ່ຽວຂ້ອງກັບການໄຫຼ່ ແລະ ຄຸນນະພາບນ້ຳ ເພື່ອອຳນວນຄວາມສະດວກໃນການອົບພະຍົບ, ກະຕຸ້ນການວາງໄຂ່ ແລະ ສະໜັບສະໜູນການກະຈາຍພັນຂອງລູກປາ. [3]

ການຕິດຕາມປະຊາກອນ:
ປັດຈຸບັນສາຍພັນນີ້ຫາຍາກໃນທຳມະຊາດ ໂດຍເຫຼືອພຽງປະຊາກອນທີ່ຫຼຸດລອດ ຫຼື ເຄິ່ງຖືກກັກຂັງເທົ່ານັ້ນ ເຖິ່ງວ່າປະຊາກອນໃນທຳມະຊາດຈະຫຼຸດລົງ ແຕ່ຍັງຄົງເປັນສາຍພັນທີ່ນິຍົມລ້ຽງ ແລະ ເພາະລ້ຽງສັດນ້ຳຢ່າງແພ່ຫຼາຍໃນໄທ, ກຳປູເຈຍ ແລະ ຫວຽດນາມ ໂດຍມີການຜະລິດຫຼາຍພັນໂຕນຕໍ່ປີ. [3]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ 15.8 N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A Vitamin A 8.53 μg
ແຮ່ທາດ N/A Calcium 80.1 mg; Iron 0.463 mg and Zinc 0.6 mg
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
ສົມພັນ ພິລາວົງ
ຜູ້ກວດສອບ Factsheet
,