ເລກລຳດັບທີ: 1091
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2025-12-15
ປາດຸກອຸຍ
Broadhead Catfish
Clarias macrocephalus Günther, 1864
ສັດ
ປາ
×
ຊື່ທ້ອງຖີ່ນ:
ປາດຸກນາ ( Nigerian clarias, Asian Catfish, Bighead Catfish, Freshwater Catfish, Native Catfish and Native Hito.)
ຊື່ພ້ອງ
:
ຊື່ສະກຸນ:
Clariidae
ຊະນິດໃກ້ຄຽງ:
ປາດຸກພັນ/ African Catfish
ປາດຸກດ້ານ/ Walking Catfish
ປາດຸກດ້ານ/ Walking Catfish
ບັນຍາຍລັກສະນະທາງພືດສາດ:
ສາຍພັນນີ້ຈະແຕກຕ່າງຈາກສາຍພັນອື່ນໃນອາຊີຕາເວັນອອກສຽງໃຕ້ບໍລິເວນສ່ວນງອນດ້ານຫຼັງຈະສັ້ນ ແລະ ໂຄ້ງມົນເປັນພິເສດ, ຄີດ້ານຫຼັງຈະສູງຂັກສະນະເຫຼົ່ານີ້ຈະລວມກັນເປັນລັກສະນະເດັນ, ຄີບໍລິເວນດ້ານຫຼັງກວ້າງ ແລະ ໂຄ້ງກວ້າງ 3 ຫາ 5 ເທົ່າ, ໄລຍະຫ່າງລະຫວ່າງຄີຫຼັງ ແລະ ສ່ວນທ້າຍຍງອນຫຼາຍກ່ວາໄລ່ຍະຫ່າງຈາກປາຍດັງ ຫາປາຍຄີບໍລິເວນທ້າຍຫົວ 5 ຫາ 7 ເທົ່າ.
ຂະໜາດ: ຄວາມຍາວລວມ 120 ຊມ.
ອາຫານ: ປາຊະນິດນີ້ກິນແມງໄມ້ນ້ຳ, ກຸ້ງນ້ອຍ, ປາຂະໜາດນ້ອຍ, ຫອຍ ແລະ ແພຼງຕ່ອນສັດ, ໃນແມ່ນ້ຳຂອງອາຫານຫຼັກຂອງພວກມັນແມ່ນປາ, ໃນຂະນະທີ່ທະເລສາບ ແລະ ໜອງນ້ຳບໍລິເວນນ້ຳຖ້ວມ ມັນຈະກິນຂີ້ກະເດືອນ, ແມງໄມ້ອອນ, ຫອຍ ແລະ ເສດພືດ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Cambodia; Lao People's Democratic Republic; Malaysia (Peninsular Malaysia); Thailand; Viet Nam. [2]
Global distribution of Clarias macrocephalus between 1931 to 2025. Source: [3]

ເຂດກະຈາຍພັນໃນລາວ
:
ລຽບແມ່ນ້ຳຂອງພາກເໜືອ
ເຂດກະຈາຍພັນຕາມພູມສັນຖານ
:
ແມ່ນ້ຳ ແລະ ລຳທານ
ທະເລສາບ ແລະ ສະນ້ຳ
ໜອງບຶງ ແລະ ດິນຖານຕົມ
ທົ່ງນາ
ທະເລສາບ ແລະ ສະນ້ຳ
ໜອງບຶງ ແລະ ດິນຖານຕົມ
ທົ່ງນາ
ສະເພາະຖິ່ນໃນລາວ:
ພື້ນເມືອງ
ຮຸກຮານ
:
ບໍ່ຮຸກຮານ
ສະຖານະພາບການອະນູຮັກ IUCN
:
ມີຄວາມສ່ຽງໜ້ອຍສຸດ
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ບັນຍາຍການນຳໃຊ້:
ອາຫານ: ປາດຸກສາມາດນຳມາປຸ່ງເປັນອາຫານໄດ້ໂດຍການທອດ, ປີ້ງ ຫຼື ອົບ. [5]
ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ
ລະດູການເກັບກູ້:
ພຶກສະພາ
ມິຖຸນາ
ກໍລະກົດ
ສິງຫາ
ກັນຍາ
ຕຸລາ
ມິຖຸນາ
ກໍລະກົດ
ສິງຫາ
ກັນຍາ
ຕຸລາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ການຄຸ້ມຄອງຈັດການ
ຊະນິດພັນທີມີການປູກ:
ສະພາບໂດຍລວມ:
ພື້ນທີ່ທີ່ເໝາະສົມສຳຫຼັບການລ້ຽງປາດຸກ: ພື້ນທີ່ຄວນໄດ້ຮັບການປ້ອງກັນນ້ຳຖ້ວມຢ່າງເຕັມທີ ແລະ ປາສະຈາກມົນລະພິດທາງການກະເສດ, ອຸດສາຫະກຳ ແລະ ຄົວເຮືອນ. ແຫຼ່ງນ້ຳອາດຈະລວມທັງລຳທານ, ນ້ຳພຸ, ຄອງຊົນລະປະທານ ຫຼື ເຂື່ອນ. ເຖິ່ງແມ່ນວ່າສິ່ງເຫຼົ່ານີ້ຈະນຳພາສິ່ງທີ່ມີຊີວິດທີ່ເປັນສັດຕູທີ່ຫຼາກຫຼາຍຊະນິດເຂົ້າມາ, ໃນທາງກົງກັນຂ້າມ ນ້ຳບາດານຈະປາສະຈາກສິ່ງທີ່ມີຊີວິດທີ່ບໍ່ພຶງປະສົງ ແຫຼ່ງນ້ຳຄວນໄຫຼ່ລົງສູ່ບໍ່ນ້ຳ ໂດຍແຮງໂນ້ມຖ່ວງ ເຊິ່ງບໍ່ຈຳເປັນຕ້ອງໃຊ້ພະລັງງານ, ແຫຼ່ງນ້ຳຕ້ອງສະອາດພຽງພໍ ແລະ ເຊື່ອຖືໄດ້, ຄວນເຕີມນ້ຳເມື່ອຈຳເປັນ ເຊັ່ນໃນຊ່ວງທີ່ມີການລະບາດຂອງພະຍາດ ຫຼື ເມື່ອໃຫ້ອາຫານຫຼາຍເກີນໄປ ເພື່ອຮັກສາຄຸນນະພາບທີ່ດີ ແລະ ຄວາມເລິກຂອງບໍນ້ຳໃຫ້ພຽງພໍ ພື້ນທີ່ຕ້ອງສາມາດເຂົ້າຜ່ານເສັ້ນທາງທີ່ສະດວກ ແລະ ຢູ່ໃກ້ກັບຜູ້ຊື້ຂາຍ. [6]
ປະເພດດິນທີ່ເໝາະສົມ: ດິນໜຽວປົນຊາຍ ແລະ ດິນລວນປົນດິນໜຽວ ດິນຕ້ອງອັດແໜ້ນໄດ້ດີລະຫວ່າງການສ້າງເຂື່ອນ ແລະ ສາມາດກັກເກັບນ້ຳໄວ້ໃນບໍ່ໄດ້ ບໍ່ແນະນຳໃຫ້ໃຊ້ດິນຊາຍ, ດິນພຸນ ຫຼື ດິນລວນປົນຊາຍ, ພື້ນທີ່ມີຕົ້ນໄມ້ ຫຼື ຫີນ ອາດຈະເກີດປັນຫາເຊັນ ການຊຶມຮົ່ວ. ຄ່າ pH ຂອງດິນທີ່ເໝາະສົມຢູ່ລະຫວ່າງ 6.5 ຫາ 7.5. [6]
ການຄັດເລືອກສາຍພັນ:
ການຄັດເລືອກລູກປາ:
• ເລືອກລູກປາທີ່ແຂງແຮງ, ປາສະຈາກພະຍາດ ແລະ ລອຍນ້ຳເປັນກຸ່ມຢ່າງກະຕືລືລົ້ນ
• ລ້ຽງລຽງລູກປາທີ່ມີອາການຕໍ່ໄປນີ້: ຮອຍພະຍາດຜິວໜັງ, ລຳຕົວຈືດ, ຜອມ ຫຼື ອອນແອ, ເຫງືອກບວມ ຫຼື ປ່ຽນສີ, ຫາງເນົ່າ ແລະ ມີພຶດຕິກຳການລອຍນ້ຳທີ່ຜິດປກກະຕິ ພາວະເຫຼົ່ານີ້ມັກກ່ຽວຂ້ອງກັບພະຍາດ ຂາດການເບິ່ງແຍງທີ່ດີ ຫຼື ບັນຫາທີ່ກ່ຽວຂ້ອງກັບຄວາມຄຽດ.
• ຂະໜາດທີ່ເໝາະສົມ: ລູກປາຕ້ອງມີຂະໜາດໃຫຍ່, ນ້ຳໜັກສະເລ່ຍ 3 ຫາ 5 ກຼາມ ໂດຍທົ່ວໄປແລ້ວລູກປາມີຂະໜາດໃຫຍ່ໃກ້ຄຽງກັນຈະມີອັດຕາການລອດຊີວິດສູງກວ່າ ແລະ ໄລ່ຍະເວລາການເພາະລ້ຽງທີ່ສັ້ນກ່ວາ.
ແຫຼ່ງຂໍ້ມູນ: [6]
ໂຮງເຮືອນລ້ຽງ ຫຼື ທີ່ຢູ່ອາໄສ:
ການລ້ຽງປາດຸກໃນບໍ່ດິນ ເປັນວິທີການລ້ຽງປາດຸກທີ່ໄດ້ຮັບຄວາມນິຍົມ ແລະ ແພ່ຫຼາຍທີ່ສຸດ, ບໍ່ເຫຼົ່ານີ້ເປັນແຫຼ່ງນ້ຳບົນບົກທີ່ອ້ອມຮອບດ້ວຍຄັນດິນ ຫຼື ຄັນຄອນກີດ.
• ຂະໜາດບໍ່: ໂດຍທົ່ວໄປມີຂະໜາດຕັ້ງແຕ່ 50 ຫາ 3.000 ຕາລາງແມັດ, ຄວາມເລິກ 0,7 ຫາ 2 ມ.
• ປະຕູ: ສ້າງຈາກໄມ້, ຊີເມັນ ຫຼື ທໍ່ ເພື່ອຄວບຄຸມການໄຫຼ່ເຂົ້າ ແລະ ອອກຂອງນ້ຳ.
• ພື້ນບໍ່: ອອກແບບໃຫ້ມີຄອງກາງ ທີ່ລາດອ່ຽງໄປທາງປະຕູລະບາຍນ້ຳ ເພື່ອຄວາມສະດວກໃນການລະບາຍນ້ຳ.
• ເຂື່ອນ: ດ້ານໃນຕ້ອງແຂງແຮງເພື່ອປ້ອງກັນບໍ່ໃຫ້ປາດຸກຮູ ແລະ ໜີນ້ຳ.
• ການກໍ່ສ້າງ: ຄວນໃສ່ໃຈກັບຂະໜາດ ແລະ ການອອກແບບບໍ່ນ້ຳໃນລະຫວ່າງການກໍ່ສ້າງ.
• ຄວາມໜາແໜ້ນຂອງການປ່ອຍປາ: ແນະນຳໃຫ້ປ່ອຍໃນປະລິມານຄວາມໜາແໜ້ນຕ່ຳ ໃນບໍຂະໜາດໃຫຍ່ ເພື່ອໃຫ້ແນ່ໃຈວ່າຈະເລືອນເຕີບໂຕໄດ້ດີ.
• ການຄຸມຫຍ້າ: ປູກຫຍ້າເທິງຄານດິນ ເພື່ອປ້ອງກັນນ້ຳໂຄນໄຫຼ່ບ່າໃນຊ່ວງລະດູຝົນ.
ຂັ້ນຕອນການກຽມບໍ່:
• ລະບາຍນ້ຳ, ປັບລະດັບ ແລະ ປິດປະຕູບໍ່ດ້ວຍດິນ ປ່ອຍໃຫ້ກົ້ນບໍ່ແຫ້ງເປັນເວລາ 2 ຫາ 3 ອາທິດ.
• ຊ້ອມແຊມປະຕູ ແລະ ມຸງລວດ ແລະ ແກ້ໄຂຮອຍຮົວ ຫຼື ຊຶມຂອງຄັນດິນ.
• ກຳຈັດສັດຕູທີ່ບໍ່ເພິງປະສົງໂດຍການໃຊ້ປູນຂາວປະສົມກັບປຸ໋ຍສູດ 21-0-0 ໃນອັດຕາສ່ວນ 5:1
• ຕິດຕັ້ງຮົ້ວຮອບຂອບໃຫ້ໃກ້ (ສູງ 20 ຫາ 30 ຊມ) ໂດຍໃຊ້ຕາຂ່າຍເກົ່າຕາມຄັນດິນ.
• ໃສ່ປູນຂາວອັດຕາ 500 ຫາ 1.000 ກກ./ຮຕ
• ໃສ່ປຸ໋ຍຄອກງົວ ຫຼື ຂີ້ໄກ່ອັດຕາ 500 ຫາ 1.000 ກກ./ຮຕ
• ຄ່ອຍໆເຕີມນ້ຳໃນບໍ່ໃຫ້ເລິກ 10 ຫາ 20 ຊມ ແລະ ປ່ອຍໃຫ້ນ້ຳນິ້ງເປັນເວລາ 7 ວັນ
• ໃສ່ປຸຍອິນຊີ: ແອມໂມເນຍຟອສເຟສ(16-20-0) ອັດຕາ 50 ກກ./ຮຕ ແລະ ຢູເຣຍ (45-0-0) ອັດຕາ 25ກກ./ຮຕ
• ເພີ່ມລະດັບນ້ຳເປັນ 50 ຫາ 60 ຊມ, ປູກຜັກບົ້ງ/ຜັກບົ້ງຈີນ ແລະ ຜັກຕົບ ເປັນທີ່ກຳບັງ ຮັກສາ ຫຼື ຫຼຸດອາການຈະເລີນເຕີບໂຕຂອງພືດໃຫ້ຄຸມພື້ນທີ່ບໍ່ພຽງ 10 ຫາ 20% ເພື່ອລີກລ່ຽງອຸປະສັກຕໍ່ການກິນອາຫານ.
• ເຕີມນ້ຳ 20 ຫາ 30% ແລະ ດຳເນີນການປ່ອຍປາ.
ແຫຼ່ງຂໍ້ມູນ: [6]
ການໃຫ້ອາຫານ ແລະ ໂພຊະນາການ:
ປາດຸກເປັນສັດກິນຊີ້ນ ແລະ ຕ້ອງການໂປຣຕີນຈຳນວນຫຼາຍ ເພື່ອການຈະເລີນເຕີບໂຕທີ່ເໝາະສົມ. ເມື່ອໂຕເຕັມໄວປາດຸກຈະກິນຂີ້ກະເດືອນ, ແມງໄມ້, ສັດຈຳພວກກຸ້ງ ສິ່ງທີ່ມີຊີວິດພື້ນນ້ຳ, ໂປຣຕີນທີ່ເນົ່າເປືອຍ ແລະ ສານອິນຊີອື່ນໆ ທີ່ພົບຢູ່ກົ້ນບໍ່ ປາດຸກຍັງກິນໄດ້ມີທັງ ປາສິດ ຫຼື ເຄື່ອງໃນໄກ່ປະສົມກັບຮຳເຂົ້າ ຫຼື ເຂົ້າຫັກຕົ້ມ, ເສດອາຫານຈາກຄົວເຮືອນ ຜົນພອຍໄດ້ຈາກໂຮງງານບັນຈຸປາກະປ໋ອງ, ອາຫານສຳເລັດຮູບ, ເຂົ້າໜົມປັງເກົ່າ (ໃຊ້ເປັນອາຫານເສີມ), ສຳຫຼັບອາຫານເສີມ ໃຫ້ຕິດຕັ້ງໄຟໃນເວລາກາງຄືນເພື່ອດຶງດູດແມງໄມ້ ເຊິ່ງຈະຕົກລົງໄປໃນນ້ຳ ແລະ ເປັນແຫຼ່ງອາຫານຕາມທຳມະຊາດ.
ປາດຸກອາດໄດ້ຮັບອາຫານປຽກທີ່ເຮັດຈາກປາດຸກສັບ ຫຼື ເຄື່ອງໃນໄກ່, ລວກຜັກປະສົມກັບຮຳເຂົ້າ (10% ໃນ 2 ເດືອນທຳອິດ ແລະ 20% ຫຼັງຈາກນັ້ນ) ປົນກັບເຂົ້າຫັກຫຸງສຸກ ປັ້ນເປັນກ້ອນກົມໆ, ໃຫ້ວັນລະ 2 ຄັ້ງ (7:00 ແລະ 17:00) ໂດຍໃຫ້ປະລິມານ 10% ຂອງປະລິມານສານອາຫານກ່ອນເລີ່ມລ້ຽງ ແລະ ຫຼຸດລົງເຫຼືອພຽງ 8% ຕັ້ງແຕ່ເດືອນທີ່ 3 ຈົນຮອດລະດູການເກັບກ່ຽວ ຫຼື ອີກທາງເລືອກໜຶ່ງຄື ແນະນຳໃຫ້ສານອາຫານສູດພິເສດທີ່ມີໂປຣຕີນດິບປະມານ 34% ໃນຮູບແບບເມັດຂະໜາດນ້ອຍ ເປັນເວລາ 2 ເດືອນ ແລະ ໃຫ້ເມັດຂະໜາດໃຫຍ່ 2.5 ມມ ຫຼັງຈາກນັ້ນ ໂດຍມີຄ່າ FCR 1.8 ຫາ 2.3. ຄວນໃຫ້ອາຫານປາດຸກໃນເວລາ ແລະ ສະຖານທີ່ເກົ່າທຸກວັນ, ກວດສອບການຕອບສະໜອງດ້ວຍປະລິມານເລັກນ້ອຍ ແລະ ຍຸດໃຫ້ອາຫານຫາກມີບັນຫາ ເຊັ່ນ ການຂາກອອກຊີເຈັນ, ນ້ຳເນົ່າເສຍ, ນ້ຳຂຸ່ນ, ອຸນຫະພູມຜັນຜວນ ຫຼື ພະຍາດ. ຫຼີກລ່ຽງການໃຫ້ອາຫານຫຼາຍເກີນໄປເພື່ອປ້ອງກັນມົນລະພິດ, ອັດຕາການຕາຍ ແລະ ຕົ້ນທຶນທີ່ສູງຂື້ນ.
ແຫຼ່ງຂໍ້ມູນ: [6]
ສຸຂະພາບ ແລະ ສຸຂະອານາໄມ:
ພະຍາດໃນປາດຸກມັກເກີດຈາກຄຸນນະພາບນ້ຳທີ່ບໍ່ດີ ແລະ ຄວາມຄຽດທີ່ເກີດຈາກການຈັດການ ຫຼື ຄວາມໜາແໜ້ນຂອງການປ່ອຍປາທີ່ສູງ, ພະຍາດເຫຼົ່ານີ້ອາດເກີດຈາກແບັກທິເຣຍ, ເຊື້ອຣາ, ໄວຣັສ, ສານອາຫານ ຫຼື ສິ່ງແວດລ້ອມ ແລະ ມັດເກີດຂື້ນໃນຊ່ວງເດືອນທີ່ມີອາກາດເຢັນ. ໃນການລ້ຽງປາແບບປ່ອຍອັດຕາການຕາຍ 50% ຫຼື ຫຼາຍກ່ວາ, ເຊິ່ງອາດຈະເກີດຂື້ນພາຍໃນ 2 ອາທິດຫຼັງຈາກການປ່ອຍປາ ເນື່ອງຈາກຜົນກະທົບຮ່ວມກັນຂອງພະຍາດເຫຼົ່ານີ້.
ອາການຂອງພະຍາດ:
• ເບື່ອອາຫານ ຫຼື ກິນອາຫານໜ້ອຍລົງ
• ພຶດຕິກຳການລອຍນ້ຳຜິດປົກກະຕິ
• ລຳຕົວ ແລະ ເຫງືອກປ່ຽນສີ
• ອັດຕາການຕາຍເປັນແບບຄ່ອຍເປັນຄ່ອຍໄປ ຫຼື ຕາຍເປັນກຸ່ມ
• ໜວດປາກົດກ່ອນ, ຫາງເນົ່າ ແລະ ມີຮອຍພະຍາດຕາມລຳຕົວ
• ສີຈືດ ແລະ ມີນ້ຳໜັກຫຼຸດ.
ພະຍາດທີ່ເກີດຈາກແບັກທິເຣຍໃນປາດຸກ: ປາຈະມີພຶດຕີກຳການລອຍນ້ຳຜິດປົກກະຕິ ເຊັ່ນ ການລອຍນ້ຳໃນແນວຕັ້ງເທິງຜິວນ້ຳ ອາດໄດ້ຮັບຜົນກະທົບຈາກການຕິດເຊື້ອແທັກທິເຣຍ. ອາການທີ່ເຫັນໄດ້ຊັດເຈນ ໄດ້ແກ່ຈຸດສີຂາວ ຫຼື ຮອຍພະຍາດເທິງຜິວໜັງ, ຄີ ແລະ ປາກ, ເຊື້ອກໍ່ພະຍາດທີ່ພົບຫຼາຍໄດ້ແກ່ ເຊື້ອ Aeromonas hydrophila, Pseudomonas ແລະ Myxobacteria.
ປະສິດ: ປະສິດຈະເກາະກັບຜິວໜັງ, ເຫງືອກ, ລະບົບຍ່ອຍອາຫານ ແລະ ອະໄວຍະວະຕ່າງໆຂອງປາ. ປາຈະລອຍຢູ່ຜິວນ້ຳ ຫຼື ຖູຫົວຢ່າງແຮງບໍລິເວນເໜືອພື້ນບໍ່ ບາງຄັ້ງຜິວໜັງຈະປົກຄຸມດ້ວຍເມືອກສີຂາວເທົາ ເຮັດໃຫ້ປາມີສີຈືດລົງ ອັດຕາການຕາຍອາດຄ່ອຍໆເພີ່ມຂື້ນ. ປະສິດບາງຊະນິດທີ່ໂຈມຕີປາໄດ້ແກ່ protozoans (Chilodonella, Trichodina spp., Ichthyophthirius multifiliis), ພະຍາດໃບໄມ້ (Dactylogyrus, Gyrodactylus) and ປີງ (Hirudina).
ພະຍາດທີ່ເກີດຈາກເຊື້ອຣາໃນປາດຸກ: ການຕິດເຊື້ອຣາຮ່ວມກັບພະຍາດຫົວແຕກ (ເຊິ່ງເປັນອາການຂອງການຂາດສານອາຫານ) ມັກເກີດຂື້ນກັບປາດຸກເປັນປົກກະຕິ, ປາທີ່ຕິດເຊື້ອຈະມີຕຸ່ມທີ່ຄ້າຍສຳລີຂື້ນຕາມຜິວໜັງ, ປາກ ແລະ ໜວດ, ເຊື້ອຣາເຫຼົ່ານີ້ມັກເກີດຂື້ນຕາມຜິວໜັງທີ່ໄດ້ຮັບບາດເຈັບຈາກການສຳຜັດ ຫຼື ຈາກປະສິດພາຍນອກ, ການຕິດເຊື້ອຮຸນແຮງອາດນຳໄປສູ່ພຶດຕິກຳການລອຍນ້ຳທີ່ຜິດປົກກະຕິ ແລະ ອາດສົ່ງຜົນເຮັດໃຫ້ເສຍຊິວິດໄດ້.
ສານອາຫານ: ພະຍາດທີ່ເກີດຈາກການໃຫ້ອາຫານສຳເລັດຮູບ ທີ່ຂາດສານອາຫານທີ່ຈຳເປັນ ຫຼື ຈາກການໃຊ້ອາຫານເມັດສຳເລັດຮູບທີ່ເນົ່າເສຍ, ພາວະທີ່ສົງໃສວ່າກ່ຽວຂ້ອງກັບໂພຊະນາການ ໄດ້ແກ່ພະຍາດຫົວແຕກ ຫຼື ຫົວຫັກ, ພະຍາດທ້ອງເປີດ, ສີຜິວຈະປ່ຍນເປັນສີເຫຼືອງ, ເລືອດອອກໃຕ້ປາກ, ຄວາມຜິດປົກກະຕິຂອງຮ່າງກາຍ ແລະ ເບື່ອອາຫານ.
ສິ່ງແວດລ້ອມ: ປາດຸກຈະສ່ຽງຕໍ່ການເກີດພະຍາດຫຼຍຂື້ນເມື່ອສຳພັດກັບນ້ຳທີ່ປົນເປື້ອນຈາກການໄຫຼ່ບ່າຂອງອຸດສາຫະກຳ ຫຼື ທາງການກະເສດ, ອຸນຫະພູມຂອງນ້ຳທີ່ສູງ ຫຼື ຕ່ຳເກີນໄປ ຫຼື ສະພາບແວດລ້ອມທີ່ບໍ່ເອື້ອອຳນວຍອື່ນໆ.
ການປ້ອງກັນພະຍາດໃນປາດຸກ:
• ປັບສະພາບ ແລະ ຈັດການປາຢ່າງລະມັດລະວັງໃນລະຫວ່າງການເກັບກ່ຽວ, ການຍ້າຍປາ ແລະ ການລ້ຽງປາ, ຫຼຸດການຈັດການກັບປາເພື່ອຫຼຸດຄວາມຄຽດ
• ໂຮຍປູນຂາວລົງໃນບໍ່ນ້ຳ (5–10 ppm) ທຸກໆ 2 ອາທິດ ຫຼື 1 ເດືອນ ແລະ ຮັກສາລະດັບປູນຂາວຂອງຄັນກັ້ນນ້ຳ.
• ປ້ອງກັນແມງໄມ້ ແລະ ເພ້ຍ ໃນນາເຂົ້າ ເພື່ອຫຼຸດການຕິດເຊື້ອແຊກຊ້ອນ
• ວາງຖົງຂີ້ເຖົາ ຫຼື ຖ່ານໄມ້ໄວ້ທີ່ມຸມບໍ່ເພື່ອຊ່ວຍຮັກສາຄຸນນະພາບນ້ຳ.
• ໃຊ້ອາຫານຄຸນນະພາບດີ ຫຼື ປາສົດຈາກບ່.
• ແຍກບໍ່ ແຕ່ລະບໍ່ຄວນມີນ້ຳເຂົ້າ ແລະ ອອກຂອງຕົວເອງເພື່ອໃຫ້ການຈັດການນ້ຳງ່າຍຂື້ນ.
• ເຕີມນ້ຳສະໝ່ຳສະເໝີເພື່ອຮັກສາຄຸນນະພາບນ້ຳ
• ການບຳບັດດ້ວຍເກືອ ຫຼຸດຄວາມເລິກຂອງບໍ່ລົງເຫຼືອ 8 ຫາ 10 ຊມ ແລະ ແຊ່ປາດຸກໃນນ້ຳເຄັມ (20–25 ppt) ເປັນເວລາ 30 ຫາ 60 ວິນາທີ , ທຸກໆສອງອາທິດ ຫຼື ທຸກໆສອງເດືອນ ຫາກບໍ່ມີນ້ຳທະເລໃຫ້ຮວຍເກືອເມັດ (20–25 g/L) ລົງໃນບໍ່ ແລ້ວເຕີມນ້ຳໃຫ້ເຕັມໃນຄວາມເລິກສູງສຸດ, ຄວນລະບາຍນ້ຳ ແລະ ໃສ່ເກືອໃນຊ່ວງທີ່ອາກາດເຢັນ.
• ພັດທະນາທັກສະການຈັດການພະຍາດ: ປັບປຸງການກວດຈັບ, ປ້ອງກັນ ແລະ ຮັກສາ.
• ສົ່ງຕົວຢ່າງສົດໄປຍັງຫ້ອງປະຕິບັດສຸຂະພາບຂອງປາທັນທີຫາກສົງໃສວ່າມີການລະອາດຂອງພະຍາດ.
ແຫຼ່ງທີ່ມາ: [6]
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ປາຊະນິດນີ້ພົບກັບໄພຂົ່ມຂູ່ເພີ່ມຈາກການເພາະລ້ຽງສັດນ້ຳ ແລະ ຈາກລູກປະສົມທີ່ຫຼຸດອອກມາ ເຊິ່ງກໍ່ໃຫ້ເກີດຄວາມສ່ຽງຈາກການປະສົມຂ້າມສາຍພັນ ແລະ ການແຂງຂັນໃນພື້ນທີ່ທາງພາກເໜືອຂອງຖິ່ນທີ່ຢູ່ອາໄສ ຜົນກະທົບເຫຼົ່ານີ້ບໍ່ໜ້າຈະສົ່ງຜົນກະທົບຕໍ່ກັບປະຊາກອນຍ່ອຍໃນມາເລຍເຊຍ ເຖິງແມ່ນວ່າໄພຂົ່ມຂູ່ເຫຼົ່ານີ້ອາດຈະສົມຄວນໄດ້ຮັບການພິຈາລະນາ ໃຫ້ຈັດຢູ່ໃນປະເພດໃກ້ສູນພັນ ຫຼື ສ່ຽງຕໍ່ການສູນພັນ ແຕ່ຈຳເປັນຕ້ອງມີການປະເມີນສະຖານະປະຊາກອນໃນທັນທີ ແລະ ການຕິດຕາມແນວໂນ້ມຖິ່ນທີ່ຢູ່ເປັນລະບົບຢ່າງເລັ່ງດ່ວນ. [2]
ການຕິດຕາມປະຊາກອນ:
ເຊື່ອກັນວ່າປະຊາກອນຫຼຸດລົງຂອງຖິ່ນທີ່ຢູ່ອາໄສ ແລະ ການຫຼຸດລົງຂອງປະຊາກອນຈະຍັງບໍ່ໄດ້ວັດປະລິມານ ຈຳເປັນຕ້ອງມີການຄົ້ນຄ້ວາເພີ່ມເຕີມທົ່ວທັງພື້ນທີ່ ກ່ຽວກັບຜົນກະທົບຂອງລູກປະສົມທີ່ຫຼຸດລອດຕໍ່ປະຊາກອນໃນປ່າ ຄວນມີການກວດສອບຂອບເຂດ ແລະ ຄຸນນະພາບຂອງຖິ່ນທີ່ຢູ່ອາໄສ. [2]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ແຫຼ່ງໂປຣຕີນທີ່ສຳຄັນ
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | 16.4 | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | Calcium 304.82 mg, sodium 142.29 mg, phosphorus 279.45 mg, magnesium 11.45 mg, iron 17.33 mg, manganese 1.17 mg and zinc 2.92 mg. |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
[1] iNaturalist [Online]. Uploaded in August 2023 by Aiman Azmi. Available: https://www.inaturalist.org/observations/176469669. [Accessed 04 December 2025].
[2] iNaturalist [Online]. Uploaded in January 2023 by Azamuddeen Aasir. Available: https://www.inaturalist.org/observations/146809813. [Accessed 04 December 2025].
[3] iNaturalist [Online]. Uploaded in August 2023 by Niran Anurakpongsathorn. Available: https://www.inaturalist.org/observations/180752813. [Accessed 04 December 2025].

ອ້າງອິງ:
[1] R. Froese and D. Pauly, Editors, FishBase. [Online]. Available: https://www.fishbase.se/FieldGuide/FieldGuideSummary.php?genusname=Clarias&speciesname=macrocephalus&c_code=608&print=1. [Accessed: 04-Dec-2025].
[2] Clarias macrocephalus (Broadhead Catfish), The IUCN Red List of Threatened Species 2021: e.T166020A1105959. [Online]. Available: https://www.iucnredlist.org/species/166020/1105959. [Accessed: 04-Dec-2025].
[3] Clarias macrocephalus, GBIF Backbone Taxonomy, species 5202728. [Online]. Available: https://www.gbif.org/species/5202728. [Accessed: 04-Dec-2025].
[4] Nagao Natural Environment Foundation, Fishes of the Indochinese Mekong. [Online]. Available: https://www.nagaofoundation.or.jp/e/publication/e-book/mekongfishes/book/index.html#target/page_no=258. [Accessed: 04-Dec-2025].
[5] Clarias macrocephalus, iNaturalist. [Online]. Available: https://www.inaturalist.org/taxa/97943-Clarias-macrocephalus. [Accessed: 04-Dec-2025].
[6] E. B. Coniza et al., Grow-out Culture of the Asian Catfish Clarias macrocephalus (Gunther), Aquaculture Extension Manual 41, Southeast Asian Fisheries Development Center, 2008. [Online]. Available: https://repository.seafdec.org.ph/bitstream/handle/10862/2403/2403-ConizaEB2008-AEM41.pdf?sequence=3&isAllowed=y. [Accessed: 05-Dec-2025].
[7] H. E. Abdel-Mobdy, H. A. Abdel-Aal, S. L. Souzan, and A. G. Nassar, “Nutritional Value of African Catfish (Clarias gariepinus) Meat,” Asian Journal of Applied Chemistry Research, vol. 8, no. 2, pp. 31–39, 2021. [Online]. Available: https://www.researchgate.net/publication/358044862_Nutritional_Value_of_African_Catfish_Clarias_gariepinus_Meat. [Accessed: 05-Dec-2025].

ຜູ້ສ້າງ Factsheet:
ບຸນສົງ ວົງວິຈິດ
ຜູ້ກວດສອບ Factsheet:
,