ປາໝາກຈັນ
Sabretooth thryssa
Lycothrissa crocodilus (Bleeker, 1850)
ສັດ
ປາ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
- ຊື່ສະກຸນ
- Engraulidae
ຊື່ພ້ອງ
Engraulis crocodilus Bleeker, 1850
ບັນຍາຍລັກສະນະທາງພືດສາດ
ປາຊະນິດນີ້ມີຮູບຮ່າງລຳຕົວຍາວ, ຄີກົ້ນມີກ້ານຄີອອ່ນ 44 ຫາ 48 ກ້ານ ແລະ ທ້ອງມີເກັດແຂງເປັນສັນ 16 ຫາ 19 ເກັດ, ຮຽງຈາກໂຄນຄີເອິກຈົນຮອດທະວານໜັກ, ກະດູກຄາງກະໄຕເທິງສັ້ນ, ປາຍແຍກອອກເປັນສອງແສກ ແລະ ບໍ່ມີກະດູກເໜືອຂາກະໄຕເທິງຕົວທຳອິດ (ກະດູກຂະໜາດນ້ອຍເທິງຄາງກະໄຕເທິງ) ແຂ້ວຊີ່ລຸ່ມສັ້ນ ແລະ ມີຮອຍຍັກຂະໜາດໃຫຍ່ຄ້າຍແຂ້ວ. ຄີກົ້ນເລີ່ມຈາກດ້ານໜ້າຄີຫຼັງເລັກນ້ອຍ ປະມານຄວາມາວຂອງດວງຕາ. ຄີເອິກມີສີດຳທັງໝົດ ຫຼື ບາງສ່ວນ ໃນຂະນະທີ່ຄີຫາງມີສີເຫຼືອງຂອບດຳ ປາຊະນິດນີ້ສາມາດຈຳແນກໄດ້ງ່າຍຈາກແຂ້ວຂາກະໄຕທີ່ໃຫຍ່ຂື້ນ ຊຶ່ງເຮັດໃຫ້ແຕກຕ່າງຈາກປາໃນກຸ່ມ anchovies ຊະນິດອື່ນ, ໃນພູມິພາກອິໂດ-ປາຊີຟິກຕາເວັນຕົກ, ນອກຈາກນີ້ ມັນຍັງມີຫົວທີ່ຂ້ອນຂ້າງນ້ອຍ, ມີລັກສະນະຫຼັງແປ ແລະ ມີເກັດຂ້າງທີ່ຍາວ (ເກັດທີ່ໂຄນຄີເອິກ ແລະ ຄີຂ້າງ).
ແຫຼ່ງທີ່ມາ: [1]
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Indonesia (Kalimantan, Sumatera); Lao People's Democratic Republic; Malaysia (Sarawak); Thailand; Viet Nam. [2]
Global distribution of Lycothrissa crocodilus between 1929 to 2023. Source: [3]
Global distribution of Lycothrissa crocodilus between 1929 to 2023. Source: [3]
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ຈາກຂໍ້ມູນຂອງ GBIF, ພົບວ່າສາຍພັນນີ້ຖືກບັນທຶກໄວ້ໃນແຂວງຈຳປາສັກ (ມ. ໂຂງ). [3]
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ທົ່ງນາ
ເປັນປາທີ່ອາໄສຢູ່ໃນແມ່ນ້ຳ ແລະ ທະເລສາບ, ອາດຜ່ານຈາກປາກແມ່ນ້ຳລົງສູ່ທະເລ ພົບໄດ້ໃນນ້ຳຈືດ ອາໄສຢູ່ໃນນ້ຳຂະໜາດກາງຫາຂະໜາດໃຫຍ່ ລວມທັງທະເລສາບອີກດ້ວຍ. [2]
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
N/A
ບັນຊີໄມ້
N/A
ປາຊະນິດນີ້ມີແນວໂນ້ມທີ່ຈະໄດ້ຮັບຜົນກະທົບຈາກການໃຊ້ປະໂຫຍດທີ່ຫຼາຍເກີນໄປ, ການສ້າງເຂື່ອນ ແລະ ມົນສະພາວະໃນລະດັບທ້ອງຖິ່ນ ແຕ່ສິ່ງເຫຼົ່ານີ້ບໍ່ຖືເປັນໄພຂົ່ມຂູ່ທີ່ສຳຄັນຕໍ່ປະຊາກອນໂດຍລວມ ສາຍພັນນີ້ຍັງຄົງແພ່ຫຼາຍ ແລະ ການຫຼຸດລົງຂອງປະຊາກອນທົ່ວໂລກ ບໍ່ຈັດຢູ່ໃກ້ເກນທີ່ມີຄວາມສ່ຽງຕໍ່ການສູນພັັນ ດັງນັ້ນ ສາຍພດັນນີ້ຈຶ່ງໄດ້ຮັບການປະເມີນວ່າ ມີຄວາມສ່ຽງໜ້ອຍທີ່ສຸດ. [2]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ປາຊະນິດນີ້ໃຊ້ເປັນອາຫານ ແລະ ຫາເພື່ອການຄ້າຂາຍ ແລະ ກນດຳລົງຊີວິດ, ມີມູນຄ່າທາງການຕະຫຼາດຂ້ອນຂ້າງຕ່ຳ ແລະ ມັກນຳໄປແປຮູບເປັນຜະລິດຕະພັນປາແດກ. [2]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ການອົບພະຍົບ: ເປັນທີ່ຮູ້ກັນດີວ່າປາຊະນິດນີ້ຈະອົບພະຍົບໄປຕົ້ນນ້ຳໃນຊ່ວງລະດູແລ້ງ (ຕຸລາ ຫາ ມີນາ) ແລະ ອົບພະຍົບລົງປາຍນ້ຳໃນຊ່ວງຕົ້ນລະດູຝົນ (ພຶດສະພາ ຫາ ກໍລະກົດ), ມີລາຍງານວ່າອົບພະຍົບເຫຼົ່ານີ້ຖືກກະຕຸ້ນ ໂດຍລະດັບນ້ຳທີ່ຫຼຸດລົງ ຫຼື ເພີ່ມຂື້ນ. [2]
ອາຫານ: ພວກມັນກິນກຸ້ງ, ປູ, ແມງໄມ້ ແລະ ປາຂະໜາດນ້ອຍ. ການວາງໄຂ່ເກີດຂື້ນໃນພື້ນທີ່ທ່ງພຽງທີ່ຖືກນ້ຳຖ້ວມຮອດ ໂດຍຕາມຮູບແບບການອົບພະຍົບຕາມແມ່ນ້ຳແບບປາ Whitefish. [2]
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ປາຊະນິດນີ້ມີແນວໂນ້ມທີ່ຈະໄດ້ຮັບຜົນກະທົບຈາກການໃຊ້ປະໂຫຍດທີ່ເກີດຈຳເປັນ, ການສ້າງເຂື່ອນ ແລະ ມົນສະພາວະໃນລະດັບທ້ອງຖິ່ນ ແຕ່ສິ່ງເຫຼົ່ານີ້ບໍ່ຖືກເປັນໄພຂົ່ມຂູ່ທີ່ສຳຄັນຕໍ່ປະຊາກອນໃນລະດັບໂລກ, ການກຳສິກຳແບບໄຮ່, ການປ່ຽນແປງການກະຈາຍຕົວຂອງນ້ຳຜິວດິນ, ມົນສະພາວະຈາກຢາຂ້າແມງໄມ້ ແລະ ການຕົກຕະກອນທີ່ເກີດຂື້ນ. [2]
ການຕິດຕາມປະຊາກອນ:
ບໍ່ມີຂໍ້ມູນກ່ຽວກັບຂະາດປະຊາກອນ ຫຼື ແນວໂນ້ມຂອງສາຍພັນນີ້. [2]
ການເກັບກູ້ແບບຍືນຍົງ:
ບໍ່ມີມາດຕະການອານຸລັກສະເພາະສາຍພັນສຳຫຼັບ ປາໝາກຈັນ ໃນໄທ, ສາຍພັນນີ້ຖືກຈັດຢູ່ໃນລາຍຊື່ທີມີຄວາມສ່ຽງລະດັບຊາດ ເຖິ່ງວ່າຈະບໍ່ມີລະບຸຜົນກະທົບ ແລະ ບໍ່ຊັດເຈນວ່າມີໂຄງການອານຸຮັກໃດໆ ແນະນຳໃຫ້ມີການສຶກສາເພີ່ມເຕີມກ່ຽວກັບຂະໜາດ ແລະ ແນວໂນ້ມຂອງປະຊາກອນ, ການກະຈາຍພັນ ແລະ ໄພຂົ່ມຂູ່, ພ້ອມທັງຕິດຕາມລະດັບການເກັບກ່ຽວ ແລະ ການຫຼຸດລົງຂອງຖິ່ນທີ່ຢູ່ອາໄສ. [2]

ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
[1] Kalapeedia, “Kalapeedia entry (ID 12613).” [Online]. Available: https://www.kalapeedia.ee/12613.html. [Accessed: Apr. 28, 2026].
[2] FishBioSystem, “Lycothrissa crocodilus (Engraulidae) species account.” [Online]. Available: http://www.fishbiosystem.ru/CLUPEIFORMES/Engraulidae/Lycothrissa_crocodilus2.html. [Accessed: Apr. 28, 2026].

[1] FishBase, “Lycothrissa crocodilus summary page.” [Online]. Available: https://www.fishbase.se/summary/Lycothrissa-crocodilus. [Accessed: Apr. 28, 2026].
[2] International Union for Conservation of Nature, “IUCN Red List of Threatened Species: Species ID 180690.” [Online]. Available: https://www.iucnredlist.org/species/180690/1652045. [Accessed: Apr. 28, 2026].
[3] iNaturalist, “Lycothrissa crocodilus taxon page.” [Online]. Available: https://www.inaturalist.org/taxa/104897-Lycothrissa-crocodilus. [Accessed: Apr. 28, 2026].

ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,