ເລກລຳດັບທີ: 1088
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-04-28
ປາໜ້າໜູ
Rat-faced Pangasiid
Helicophagus leptorhynchus Ng & Kottelat, 2000
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ປາຍອນຫ້ວຍ
ອະນຸກົມວິຖານ
ຊື່ສະກຸນ
Pangasiidae
ຊະນິດໃກ້ຄຽງ
ປາຊວາຍໝາກໄມ້/ Swai
ບັນຍາຍລັກສະນະທາງພືດສາດ
ປາຊະນິດນີ້ມີຫົວສັ້ນ ແລະ ຮຽວແຫຼມ, ປາກຢູ່ໃກ້ປາຍຫົວ, ມີແຂ້ວຕາມກະດູກຄາງກັນໄກເທິງ ແລະ ກະດູກໂວເມີ (vomer) ຮູບຊົງຈວຍ ໜວດຄາງກັນໄກເທິງຍື່ນໄປຮອດ ຫຼື ກາຍຝາປິດເຫງືອກ ໃນຂະນນະທີ່ເຫງືອກຄາງກະໄຕລຸ່ມຢື່ນກາຍສ່ວນຄອດ ເງືອກຊີ້ທຳອິດມີ 10 ຫາ 18 ຊີ່.
ລຳຕົວແຄບ ແລະ ຍາວ ມີໄລຍະຫ່າງລະຫວ່າງຄີຫຼັງກັບຄີຂ້າງຍາວ ແລະ ໄລ່ຍະຫ່າງລະຫວ່າງຄີອິກ ກັບຄືຂ້າງ, ຄີກົ້ນມີໂຄນສູງ ແລະ ຍາວ, ມີກ້ານຄີ 35 ຫາ 41 ກ້ານ. ປາຊະນິດນີ້ມີກະດູກສັນຫຼັງ 46 ຫາ 48 ອັນ ແລະ ຂະໜາດໃຫຍ່ທີ່ສຸດທີ່ພົບຄື 472 ມມ (ຄວາມຍາວມາດຕະຖານແຕ່ຈະງອຍປາກ ຫາ ປາຍຫາງ).
ບໍລິເວນຫຼັງ ແລະ ສ່ວນເທິງໜຶ່ງໃນສາມສ່ວນຂອງລຳຕົວດ້ານຂ້າງມີສີເທົາ ໂດຍມີຈຸດສີເທົາຂະໜາດນ້ອຍ ຢູ່ເໜືອຄີເອິກໃນບໍລິເວນໄຫຼ່ ສ່ວນດ້ານລຸ່ມສອງໃນສາມຂອງລຳຕົວດ້ານຂ້າງ ແລະ ບໍລິເວນທ້ອງມີສີຂາວປົສີເທົາ ໂຄນີມີສີເຫຼືອງເຂັ້ມ ໂດຍສ່ວນປາຍຂອງຄີຫຼັງ ແລະ ຄືຫາງເປັນສີດຳ ໃນຂະນະທີ່ສ່ວນປາຍຂອງຄີອື່ນໆມີລັກສະນະໂປ່ງແສງ (ໂປ່ງໃສ) ເມື່ອຍັງມີຊີວິດຢູ່. ລຳຕົວມີສີເງິນຫາຊີເທົາ ຫຼື ສີສົມພູ ໂດຍຄີຫຼັງ, ກີກົ້ນ, ຄີຫາງ ແລະ ຄີຂ້າງຈະມີສີແດງປນສີບົວ.
ແຫຼ່ງທີ່ມາ: [1], [2]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Lao People's Democratic Republic; Thailand; Viet Nam. [3]

global distribution of Helicophagus leptorhynchus between 1970 to 2024. Source: [4]
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ຂໍ້ມູນຈາກ GBIF ບັນທຶກເຂດກະຈາຍພັນຂອງປາຊະນິດນີ້ໃນແຂວງຄຳມ່ວນ (ມ. ທ່າແຂກ) ແລະ ຈຳປາສັກ (ມ. ໂຂງ). [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ
ມັກພົບໃນແມ່ນ້ຳສາຍຫຼັກຖາວອນ ແລະ ລຳທານຂະໜາດໃຫຍ່, ຍົກເວັ້ນປ່າ ແລະ ພື້ນທີ່ທີ່ຖືກນ້ຳຖ້ວມ ມັກຈະອົບພະຍົບຂື້ນໄປຕົ້ນນ້ຳເມື່ອຕົ້ນລະດູຝົນ ແລະ ອົບພະຍົບກັບປາຍນ້ຳເມື່ອນ້ຳຫຼຸດ. [3]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ II: ສະນິດພັນປະເພດຄຸ້ມຄອງ
ບັນຊີ NTFP
N/A
ບັນຊີໄມ້
N/A
ປະຊາກອນໃນບາງສ່ວນຂອງແຫຼ່ງນ້ຳ ເຊັ່ນ ແມ່ນ້ຳເຈົ້າພະຍາ ບໍ່ສະແດງຫຼັກຖານການຫຼຸດລົງຢ່າງມີໄລຍະສຳຄັນໃນປັດຈຸບັນ ເຖິ່ງວ່າຈະມີຄວາມສ່ຽງຕໍ່ມົນລະພິດຢູ່ກໍ່ຕາມ ສາຍພັນນີ້ອາດມີຄວາມອອ່ນໄຫວຕໍ່ຜົນກະທົບຈາກການສ້າງເຂື່ອນຂອງແມ່ນ້ຳສາຍຫຼັກໜ້ອຍກ່ວາສາຍພັນອື່ນໆ ແຕ່ປັດຈຸບັນຍັງໄດ້ຮັບການປະເມີນວ່າຢູ່ໃນສະຖານະພາບທີ່ມີຂໍ້ມູນບໍ່ພຽງພໍ ຈຳເປັນຕ້ອງມີຂໍ້ມູນເພີ່ມເຕີມກ່ຽວກັບຊ່ວງເວລາ ແລະ ຜົນກະທົບຂອງການພັດທະນາເຂື່ອນ ແລ ຂໍ້ແນະນຳໃຫ້ມີການຕິດຕາມການສຳຫຼວດປະຊາກອນ ແລະ ແຫຼ່ງທີ່ຢູ່ອາໄສຢ່າງຕໍ່ເນື່ອງ. [3]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ບໍລິໂພກໃນທ້ອງຖິ່ນເປັນປາສຳຫຼັບບໍລິໂພກຕະຫຼອດເຂດກະຈາຍພັນ. [2]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ອາຫານ: ປາຊະນິດນີ້ກິນຫອຍ ໂດຍສ່ວນໃຫຍ່ຈະເປັນຫອຍສອງຝາ. [1], [4]

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ເຂື່ອນໃນແມ່ນ້ຳສາຍຫຼັກ ແລະ ນ້ຳສາຂາໃຫຍ່ອາດເຮັດໃຫ້ແຫຼ່ງທີ່ຢູ່ອາໄສເຊື່ອມໂຊມ ຫຼື ປ່ຽນແປງໄປ ໂດຍສະເພາະຢ່າງຍິ່ງຫາກມີການສ້າງໂຄງສ້າງຫຼາຍແຫ່ງ, ປາຊະນິດນີ້ຖືເປັນຊະນິດພັນທີ່ອົບພະຍົບໃນໄລ່ຍະສັ້ນຫາໄລຍະກາງ ແລະ ອາດມີຄວາມສ່ຽງໜ້ອຍກ່ວາບາງສາຍພັນຈາກຜົນກະທົບຈາກເຂື່ອນໃນນ້ຳສາຍຫຼາກ, ແຕ່ເຖິ່ງຢ່າງໃດກໍ່ຕາມ ຈຳເປັນຕ້ອງມີການສຶກສາເພີ່ມເຕີມ ເພື່ອປະເມີນຜົນກະທົບຂອງການປ່ຽນແປງຮູບແບບການໄຫຼແຕ່ລະປີຕໍ່ອ່າງນ້ຳເລິກ ແລະ ແຫຼ່ງທີ່ຢູ່ອາໄສທີ່ສຳຄັນອື່ນໆ ສາຍພັນນີ້ຖືວ່າມີຄວາມສ່ຽງຕໍ່ມົນລະພິດອີກດ້ວຍ. [3]

ການຕິດຕາມປະຊາກອນ:
ພົບໄດ້ທົ່ວໄປຕາມລະດູການໃນແມ່ນ້ຳຂອງ ເຊິ່ງເປັນໜຶ່ງໃນປາທີ່ພົບຫຼາຍໃນປາຫາປາ ປະຊາກອນບໍ່ສະແດງຫຼັກຖານວ່າຫຼຸດລົງຢ່າງມີໄນສຳຄັນໃນຊ່ວງບໍ່ກີ່ປີທີ່ຜ່ານມາ. [3]

ການເກັບກູ້ແບບຍືນຍົງ:
ແນະນຳໃຫ້ມີການຄວບຄຸມ ແລະ ຈຳກັດການປະມົງ ລວມທັງການອານຸຮັກແຫຼ່ງທີ່ຢູ່ອາໄສຜ່ານແນທາງການມີສ່ວນຮ່ວມຂອງຄົນໃນທ້ອງຖິ່ນ ນອກຈາກນີ້ຍັງຈຳເປັນຕ້ອງມີການສຶກສາກ່ຍວກັບຜົນກະທົບຂອງໄພຂົ່ມຂູ່. [3]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,