ເລກລຳດັບທີ: 1086
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-06
ປາສູດຈຸດດຳ
Eye-spot Barb
Hampala dispar (Smith, 1934)
ສັດ
ປາ
×
ຊື່ທ້ອງຖີ່ນ:
Cambodian: Trey khmann
Thai: Pla kra sube jud, Pla sood
Viet: Ca ngua xam
ຊື່ພ້ອງ
:
ຊື່ສະກຸນ:
Cyprinidae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
D: 8; A: 5; P1: 8; P2: 7. ຮູບແບບລໍາໂຕສັ້ນ (oblong) ແລະ ແປເຂົ້າດ້ານຂ້າງ, ຄວາມເລິກ ຂອງລໍາຕົວເທົ່າ 32.30-36% ຂອງຄວາມຍາວມາດຖານ (SL), ຄວາມຂອງຫົວ 31.36-32% ຂອງ SL. ຫົວ: ມີຂະໜາດນ້ອຍ, ດ້ານເທິງມີເສັ້ນສີສົ້ມ, ປາກໃຫຍ່, ຮີມສົບດ້ານເທິງ ແລະ ດ້ານລຸ່ມເທົ່າກັນ, ມີໜວດ 1 ຄູ່ຢູ່ຄາງກະໄຕເບື້ອງເທິງສັ້ນກວ່າເສັ້ນຜ່ານສູນກາງຕາ, ມີດັງ 1 ຄູ່ ແລະ ຕາ 1 ຄູ່ ຂ້ອນຂ້າງນ້ອຍ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 23.43-25.10% ຂອງ ຄວາມຍາວຫົວ (HL). ລຳໂຕ: ບໍລິເວນກາງລໍາໂຕມີເມັດດຳຂະໜາດໃຫຍ່ຢູ່ເຄິ່ງກາງຂອງຄີຫຼັງ ແລະ ຄີທ້ອງ, ຄີຕ່າງໆ ເປັນສີສົ້ມ, ເສັ້ນຂ້າງໂຕສົມບູນ, ມີເກັດເສັ້ນຂ້າງ 25-26 ເກັດ, ເກັດກ່ອນ ຄີຫຼັງ 9 ເກັດ, ເກັດອ້ອມກົກຫາງ 12 ເກັດ, ເກັດຈາກເກັດກ່ອນຄີຫຼັງ ລົງໄປຫາ ເສັ້ນຂ້າງຕົວຕາມແນວສະຫຼຽງ 5 ແລະ ເກັດໜ້າຄີກົ້ນຂຶ້ນນໄປຫາຕາມເສັ້ນຂ້າງຕົວຕາມ ແນວສະຫຼຽງ 5 ເກັດ, ຄີຕ່າງໆ ເປັນສີສົ້ມ, ຈຸດເລີ່ມຕົ້ນຂອງຄີຫຼັງ ແລະ ຄີທ້ອງຢູ່ກົງກັນຂ້າມ ກັບເກັດທີ 8-9 ຂອງເກັດເສັ້ນຂ້າງໂຕ, ຄີຫຼັງ 8 ເສັ້ນກ້ານຄີອ່ອນ, ຄີກົ້ນ 5 ເສັ້ນກ້ານຄີອ່ອນ, ຄີເອິກ 8 ເສັ້ນກ້ານຄີອ່ອນ, ຄີທ້ອງ 7 ເສັ້ນກ້ານຄີອ່ອນ. ຫາງ: ຂອບດ້ານຂ້າງ ຂອງຫາງມີສີດໍາ ຢູ່ຫາງປ່ຽງເທິງ ແລະ ລຸ່ມ, ຄີຫາງມີສີສົ້ມ, ຫາງງ່າມວໍ້າຢູ່ສ່ວນກາງເປັນ 2 ຊີກ. ສີຂອງລຳໂຕ: ສີເງີນອົມສົ້ມ.
ເຂດກະຈາຍພັນ: ອ່າງແມ່ນໍ້າຂອງ ຂອງສປປລາວ, ຢຸນນານ (ສສປ ຈີນ), ໄທ, ກໍາປູເຈຍ ແລະ ຫຽວດນາມເປັນຕົ້ນ.
ເຂດກະຈາຍພັນ: ອ່າງແມ່ນໍ້າຂອງ ຂອງສປປລາວ, ຢຸນນານ (ສສປ ຈີນ), ໄທ, ກໍາປູເຈຍ ແລະ ຫຽວດນາມເປັນຕົ້ນ.
ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A
ເຂດກະຈາຍພັນໃນລາວ
:
ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະພາບການອະນູຮັກ IUCN
:
ມີຄວາມສ່ຽງໜ້ອຍສຸດ
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ບັນຍາຍການນຳໃຊ້:
ປາສູດເປັນປາທີ່ຖືກມອງ, ເບັດ, ຈັ່ນ, ຕຸ້ມ ແລະ ລີ້ຂອງຊາວບ້ານ. ສາມາດນຳມາເຮັດອາຫານ ໄດ້ຫຼາຍ ປະເພດເຊັ່ນ: ເອາະ, ແກງ, ປາແຫ້ງ ແລະ ປາແດກ.
ການປູກ ການລ້ຽງ:
N/A
ລະດູການເກັບກູ້:
ການຄຸ້ມຄອງຈັດການ:
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
Kano et al. (2013) An online database on freshwater fish diversity and distribution in Mainland Southeast Asia. Ichthyological Research 60: 293-295.
Watanabe et al. (2010) GEDIMAP: a database of genetic diversity for Japanese freshwater fishes. Ichthyological Research, 57: 107-109.
Kano et al. (2016) Impacts of Dams and Global Warming on Fish Biodiversity in the Indo-Burma Hotspot. PLOS ONE 11: e0160151
Rainboth, W.J., 1996. Fishes of the Cambodian Mekong. FAO species identification field guide for fishery purposes. FAO, Rome, 265 p.
Watanabe et al. (2010) GEDIMAP: a database of genetic diversity for Japanese freshwater fishes. Ichthyological Research, 57: 107-109.
Kano et al. (2016) Impacts of Dams and Global Warming on Fish Biodiversity in the Indo-Burma Hotspot. PLOS ONE 11: e0160151
Rainboth, W.J., 1996. Fishes of the Cambodian Mekong. FAO species identification field guide for fishery purposes. FAO, Rome, 265 p.
ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: