ເລກລຳດັບທີ: 1085
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-04-27
ປາໂຈກ
Spotfin Barb
Cyclocheilichthys enoplos (Bleeker, 1849)
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Soldier River Barb)
ອະນຸກົມວິຖານ
ຊື່ສະກຸນ
Cyprinidae
ຊື່ພ້ອງ
Barbus enoploides Tirant, 1885
Barbus enoplos Bleeker, 1849
Barbus enoplus Bleeker, 1849
Barbus macracanthus Bleeker, 1854
Capoeta enoplos (Bleeker, 1849)
Cyclocheilichthys amblyceps Fowler, 1937
Cyclocheilichthys dumerilii Sauvage, 1881
Cyclocheilichthys enoplus (Bleeker, 1849)
Cyclocheilichthys macracanthus (Bleeker, 1854)
Leuciscus dumerilii (Sauvage, 1870)
ຊະນິດໃກ້ຄຽງ
ປາດອກງິ້ວຫາງແດງ/ Beardless Barb
ປາດອກງິ້ວ/ Pla Saiton Tah Khao
ປາດອກງິ້ວ/ Pla Saiton Tah Khao
ປາເອີນຕາແດງ/ Ikan temoleh
ບັນຍາຍລັກສະນະທາງພືດສາດ

ປາໂຈກມີຮູບຮ່າງລຳຕົວຍາວ ແລະ ມີລັກສະນະເດັ່ນ ຄືທໍ່ເສັ້ນຂ້າງລຳຕົວທີ່ແຍກເປັນສອງແສກ ເຊິ່ງເປັນສ່ວນໜຶ່ງຂອງລະບົບຄວາມຮູ້ສຶກ, ມີໜວດ 4 ເສັ້ນ (ໂຄງສ້າງຄ້າຍໜວດຢູ່ຈະງອຍປາກ), ເຫງືອກມີ 16 ຫາ 20 ຊີ່ (ໃຊ້ສຳຫຼັບກອງອາຫານ) ແລະ ໜາມຫຼັງທີ່ຍາວຫຼາຍ.

ປາຊະນິດນີ້ສາມາດຂະຫຍາຍຕົວໄດ້ຍາວສູງສຸດຮອດ 74 ຊມ (ຄວາມຍາວແຕ່ຈະງອຍປາກຮອດປາຍຫາງ) ສຳຫຼັບຕົວຜູ້ ແລະ ຕົວຢ່າງທີ່ບໍລະບຸເພດ.

ແຫຼ່ງທີ່ມາ: [1]

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Indonesia; Lao People's Democratic Republic; Malaysia; Thailand; Viet Nam. [2]

Global distribution of Cyclocheilichthys enoplos between 1959 to 2015. Source: [3]
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ຂໍ້ມູນຈາກ GBIF ພົບການບັນທຶກພືດຊະນິດນີ້ໃນແຂວງຈຳປາສັກ (ມ. ໂຂງ) [3]. ຂໍ້ມູນເພີ່ມເຕີມພົບເຂດກະຈາຍພັນຂອງປາຊະນິດນີ້ໃນແຂວງບໍລິຄຳໄຊ ແລະ ແຂວງ ໄຊຍະບູລີ. [4]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ
ປາຊະນິດນີ້ກະຈາຍຕົວຢູ່ທົ່ວແມ່ນ້ຳຫຼັກຂອງແມ່ນ້ຳຂອງຕອນໃຕ້ ພົບໄດ້ໃນລະດັບກາງນ້ຳຫາພື້ນນ້ຳ [1]. ພາຍໃນແມ່ນ້ຳຂອງຕອນໃຕ້ ສາຍພັນນີ້ອາດອົບພະຍົບຕາມລະດູການຈາກທະເລສາບໂຕນລີໄປຍັງພາກຕາເວັນອອກສ່ຽງເໜືອຂອງໄທ. [2]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ປາຊະນິດນີ້ມີການກະຈາຍພັນຢ່າງກວ້າງຂວາງທົ່ວອາຊີຕາເວັນອອກສ່ຽງໃຕ້ ໄປຈົນຮອດອິນໂດເນເຊຍ ແລະ ມາເລເຊຍ, ປັດຈຸບັນໄດ້ຮັບການປະເມີນວ່າມີຄວາມສ່ຽງຕ່ຳ ແຕ່ເນື່ອງຈາກເປັນສາຍພັນອົບພະຍົບ ຈຶ່ງຄາດວ່າຈະໄດ້ຮັບຜນສກະທົບຫຼາຍໃນແມ່ນ້ຳຂອງ ແລະ ພູມິພາກອື່ນໆ ຈາກການສ້າງເຂື່ອນໄຟຟ້າພະລັງງານນ້ຳ ຈຳເປັນຕ້ອງມີການສຶກສາເພີ່ມເຕີມເພື່ອຊີ້ແຈງການກະຈາຍຕົວ. [2]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ນິຍົມບໍລິໂພກກັນທົ່ວໄປໃນພື້ນທີ່ທີ່ມີການສ່ົງອອກຕັ້ງແຕ່ກຳປູເຈຍໄປຈົນຮອດໄທ [2]. ເປັນປາທີ່ນິຍົມບໍລິໂພກ ແລະ ມັກຈຳນ່າຍແບບສົດ. [1]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ກໍລະກົດ, ສິງຫາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ອາຫານ: ສັດຊະນິດນີ້ກິນຫອຍສອງຝາ, ຮາກພືດ, ແພຼງຕອນສັດ ແລະ ສາຫຼ່າຍຂຽວເປັນຫຼັກ, ລູກປາອອ່ນກິນແພຼງຕ່ອນສັດ ໃນຂະນະທ່ປາໂຕເຕັມໄວຍັງກິນຕົວອອ່ນຂອງແມງໄມ້, ກຸ້ງ ແລະ ປາອີກດ້ວຍ. [2]
ການສືບພັນ: ອາໄສຢູ່ໃນແມ່ນ້ຳ ແລະ ວາງໄຂ່ໃນຊ່ວງລະດູຝົນ ໂດຍສ່ວນໃຫຍ່ຈະຢູ່ໃນພື້ນທີ່ທົ່ງພຽງທີ່ນ້ຳຖ້ວມຮອດ ຫຼື ປ່າແຄມນ້ຳທີ່ຖືກນ້ຳຖ້ວມ ຫຼັງຈາກວາງໄຂ່ແລ້ວ ຈະກັບໄປແມ່ນ້ຳໃນລະຫວ່າງເດືອນ ຕຸລາ ຫາ ເດືອນ ທັນວາ. [2]

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ສາຍພັນນີ້ມີແນວໂນ້ມທີ່ຈະໄດ້ຮັບຜົນກະທົບໃນທາງລົບຈາກການສ້າງເຂື່ອນຕາມແມ່ນ້ຳຂອງສາຍຫຼັກ ແລະ ສາຂາສຳຄັນ ເນື່ອງຈາກການອົບພະຍົບຖິ່ນທີ່ຢູ່ອາໄສຂອງສາຍພັນນີ້ຖືກຂັດຂວາງ. [2]

ການຕິດຕາມປະຊາກອນ:
ເຖິ່ງວ່າປະຊາກອນຈະຍົງຄົງມີຈຳນວນຫຼາຍໃນແມ່້ຳຂອງສາຍຫຼັກ ແຕ່ຈຳນວນປະຊາກອນກໍ່ຫຼຸດລົງໃນຊ່ວງບໍ່ກີ່ປີທີ່ຜ່ານມາ ເນື່ອງຈາກການຈັບປາຫຼາຍເກີນໄປ. [2]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,