- ຊື່ສະກຸນ
- Cyprinidae
Cirrhina sauvagei Fang, 1942
Cirrhinus marginipinnis Fowler, 1937
Cirrhinus siamensis (Sauvage, 1881)
Crossocheilus reba (Hamilton, 1822)
Crossocheilus thai Fowler, 1944
Gymnostomus siamensis (Sauvage, 1881)
Henicorhynchus siamensis (de Beaufort, 1927)
Morara siamensis Sauvage, 1881
Tylognathus brunneus Fowler, 1934
Tylognathus siamensis de Beaufort, 1927
ປາສ້ອຍ/ Ornate-Finned Labeo
ປາສ້ອຍ/ Striped Labeo
ປາຊະນິດນີ້ມີປາກຢູ່ປາຍສຸດທີີ່ອ່ຽງຂື້ນຢ່າງເຫັນໄດ້ຊັດ ບໍ່ມີໜວດຢູ່ຄາງກັນໄກເທິງ ຂອບຂອງສ່ວນຫົວຊື່ ແລະ ບໍ່ມີຮອຍວ້ຳບໍລິເວນກາງ.
ຄີເອິກມີກ້ານຄີປະມານ 14 ຫາ 16 ກ້ານ. ມີເກັດຕາມແນວເສັ້ນຂ້າງລຳຕົວ 33 ຫາ 35 ເກັດ ແລະ ມີເກັດທີເປັນຮູເພີ່ມອີກ 2 ຫາ 4 ເກັດຕາມຄີຫາງ ນອກຈາກນີ້ ຍັງມີເກັດກ່ອນຄີຫຼັງ 9 ຫາ 11 ເກັດ ເປັນ 5 ແຖວເໜືອເສັ້ນຂ້າງລຳຕົວ (ບາງຄັ້ງອາດມີ 6 ແຖວ) ເກັດມີ 5 ແຖວໃຕ້ເສັ້ນຂ້າງລຳຕົວ ແລະ ເກັດ 4 ແຖວ ລະຫວ່າງເສັ້ນຂ້າງລຳຕົວກັບໂຄນຄີເອິກ.
ຫົວ ແລະ ລຳຕົວດ້ານເທິງເປັນສີນ້ຳຕານ, ສີດ້ານທ້ອງມີຕັ້ງຕ່ສີຄີມຫາສີເຫຼືອງ, ແກ້ມ ແລະ ຝາປິດເຫງືອກອາດມີສີເງິນ, ສ່ວນດ້ານເທິງໜ່ງສ່ວນສາມຂອງລຳຕົວ ມີສີນ້ຳຕານອອ່ນ ຫາເຂັ້ມ, ບາງຄັ້ງມີຈຸຸດສີເຂັ້ມກະຈາຍຢູ່ຕາມເກັດ ໃນຂະນະທີ່ສອງໃນສາມສ່ວນຂອງດ້ານລຸ່ມມີສີຄີມ, ເຫຼືອງ ຫຼື ນ້ຳຕານອອ່ນ, ທ້ອງມີສີຄີມ, ເຫຼືອງ ຫຼື ນ້ຳຕານອອ່ນ, ຄີເອິກ, ຄີຂ້າງ, ຄີກົ້ນ ແລະ ຄີຫາງໂປ່ງໃສ.
ຂະໜາດ: 12 ຊມ (ຄວາມຍາວແຕ່ຈະງອຍປາກຫາປາຍຫາງ).
ແຫຼ່ງທີ່ມາ: [1]
Global distribution of Henicorhynchus siamensis between 1935 to 2025. Source: [3]
ການອົບພະຍົບ: ສັດຊະນິດນີ້ຈະເຄືອນຫຍ້າຍໄປຍັງແຫຼ່ງນ້ຳນິ້ງຊົ່ວຄາວໃນຊ່ວງລະດູຝົນ ເພື່ອສືບພັນ ແລະ ເປັນທີ່ຮູ້ຈັກກັນດີໃນເລື່ອງການອົບພະຍົບຄັ້ງໃຫຍ່ຂອງສັດຫຼາຍຊະນິດໃນຊ່ວງປາຍລະດູປະສົມພັນ. [5]
ອາຫານ: ມັກກິນພືດ, ສາຫຼ່າຍ ແລະ ຈຸລິນຊີອື່ນໆ. [5]
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ປາຊະນິດນີ້ມີຄວາມສຳຄັນຫຼາຍຕໍ່ການປະມົງໃນທ້ອງຖິ່ນ ແຕ່ມີຄວາມສ່ຽງຕໍ່ການຖືກລົບກວນຮູບແບບການອົບພະຍົບເນື່ອງຈາກການສ້າງເຂື່ອນ ໂດຍສະເພາະເຂື່ອນທີ່ສະເໜີສ້າງໃນແມ່ນ້ຳຂອງສາຍຫຼັກ ເຖິ່ງວ່າຈະສາມາດປັບຕົວໄດ້ຂ້ອນຂ້າງດີ ແຕ່ເຂື່ອນ ແລະ ນ້ຳທີ່ກັກເກັບໄວ້ ກໍ່ໃຫ້ເກີດໄພຂົ່ມຂູ່ ແຮງກົດດັນເພີ່ມເຕີມໄດ້ແກ່ ນ້ຳປ່າ, ສານອາຫານທີ່ປົນເປື້ອນ ແລະ ການເຮັດການປະມົງທີ່ບໍ່ຍືນຍົງ. [5]
ການຕິດຕາມປະຊາກອນ:
ມີຫຼາຍໃນແຫຼ່ງນໍ້າທີ່ເໝາະສົມ ພົບໄດ້ໜ້ອຍໃນແຫຼ່ງນໍ້ານິ້ງ ພົບເປັນຈຳນວນຫຼາຍໃນລຸ່ມແມ່ນ້ຳຂອງ. [5]
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | 17.9 | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | 10 | N/A |
| ວິຕາມິນ | N/A | Vitamin A 63.2 μg |
| ແຮ່ທາດ | N/A | Calcium 107 mg, Iron = 2.16 mg and Zinc 3.01 mg. |
| ເສັ້ນໄຍ | N/A | N/A |
[2] iNaturalist [Online]. Uploaded on 01 February 2020 by Local fishermen. Available: https://www.gbif.org/occurrence/2592187491. [Accessed 23 April 2026].
[3] iNaturalist [Online]. Uploaded on 06 June 2022 by Randall. Available: https://www.gbif.org/occurrence/3891505303. [Accessed 23 April 2026].
[4] iNaturalist [Online]. Uploaded on 10 October 2021 by Woraphot Bunkhwamdi. Available: https://www.inaturalist.org/observations/97978078. [Accessed 23 April 2026].
[2] Nagao Natural Environment Foundation, Fishes of the Indochinese Mekong. Tokyo, Japan: Nagao Natural Environment Foundation, 2021. [Online]. Available: https://phakhaolao.la/en/resource/https-www-nagaofoundation-or-jp-e-publication-e-book-mekongfishes-book-index-htmltarget-page_no13/
[3] Global Biodiversity Information Facility (GBIF), “Species: Henicorhynchus siamensis,” GBIF Backbone Taxonomy. [Online]. Available: https://www.gbif.org/species/2361369. [Accessed: Apr. 23, 2026].
[4] R. Froese and D. Pauly, Eds., “Henicorhynchus siamensis (Siamese mud carp),” FishBase, 2026. [Online]. Available: https://www.fishbase.se/summary/Henicorhynchus-siamensis. [Accessed: Apr. 23, 2026].
[5] IUCN, “Henicorhynchus siamensis,” The IUCN Red List of Threatened Species, 2012. [Online]. Available: https://www.iucnredlist.org/species/188112/1855409. [Accessed: Apr. 23, 2026].
[6] S. S. De Silva, A. D. Amarasinghe, and T. T. Nguyen, “Population dynamics and fisheries of small cyprinids in the Mekong River basin,” Fisheries Research, vol. 235, p. 105815, 2021. [Online]. Available: https://www.sciencedirect.com/science/article/abs/pii/S0889157520314368. [Accessed: Apr. 23, 2026].