ເລກລຳດັບທີ: 1079
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-04-23

ປາພອນ
Smallscale mud carp

Cirrhinus microlepis Sauvage, 1878


ສັດ
ປາ

1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4


ຊື່ທ້ອງຖີ່ນ:
ປາສະອີ້

ຊື່ພ້ອງ :
Cirhinus microlepis Sauvage, 1878
Cirrhina aurata Sauvage, 1878
Cirrhina microlepis Sauvage, 1878
Cirrhinus auratus Sauvage, 1878
Labeo aurovittatus Sauvage, 1878
Labeo pruol Tirant, 1885

ຊື່ສະກຸນ:
Cyprinidae

ຊະນິດໃກ້ຄຽງ:
ປາແກງ / Mud Carp

ບັນຍາຍລັກສະນະທາງພືດສາດ:
ປາຊະນິດນີ້ມີຮູບຮ່າງຮຽວຍາວ ໝາຍຄວາມວ່າລຳຕົວຮຽວ ແລະ ຮຽວຍາວທາງດ້ານຫົວ ແລະ ຫາງ ເຊິ່ງຊ່ວຍໃຫ້້ມັນເຄື່ອນທີ່ໄດ້ຢ່າງມີປະສິດທິພາບ, ມີກ້ານຄີອອ່ນ 15 ຫາ 16 ກ້ານ (ກ້ານຄີຫຼັງ ແລະ ມີກະດອກສັນຫຼັງ 40 ຂໍ້, ປາຊຊະນິດນີ້ສາມາດຈຳແນກໄດ້ຈາກເກັດ 50 ຫາ 60 ເກັດຕາມແນນວເສັ້ນຂ້າງງລລຳຕົວ ເຊິ່ງເປັນອາໄວຍະວະຮັບຄວາມຮູ້ສຶກທີ່ທອດຍາວໄປຕາມລຳຕົວ. ປາຊະນິດນີ້ເປັນປາຂະໜາດໃຫຍ່ທີ່ມີເກັດຂະໜາດນ້ອຍຫຼາຍ, ບໍ່ມີໜວດ (ໂຄງສ້າງຄ້າຍໜວດ) ແລະ ມີສີສັນທີ່ເປັນເອກະລັກ, ປານ້ອຍຈະມີສີເງິນ ແລະ ມີຄີຫາງງສີແດງ ໃນຂະນະທີ່ປາໂຕເຕັມໄວຈະມີຫົວ ແລະ ລຳຕົວສີມ່ວງ, ສີບົວ ຫຼື ສີນ້ຳເງິນ ໂດຍມີຄີຫາງງສີີເຂັ້ມກວ່າ.
ຄວາມຍາວສູງສຸດທີ່ບັນທຶກໄວ້: 65.0 ຊມ, ຄວາມຍາວມາດຕະຖານ (SL) ສໍາຫຼັບຕົວຜູ້ ແລະ ຕົວຢ່າງທີ່ບໍລະບຸເພດ.
ນ້ຳໜັກສູງສຸດທີ່ບັນທຶກໄວ້: 5 ກິໂລ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Cambodia; Lao People's Democratic Republic; Thailand; Viet Nam. [2]

Global distribution of Cirrhinus microlepis between 1921 to 2024. Source: [3]

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :
ແມ່ນ້ຳ ແລະ ລຳທານ
ທະເລສາບ ແລະ ສະນ້ຳ
ທົ່ງນາ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງສູນພັນ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ

ບັນຊີ NTFP:
ບັນຊີ III (ຍືນຍົງ / ທົ່ວໄປ)

ບັນຊີໄມ້:
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ

ບັນຍາຍການນຳໃຊ້:
ອາຫານ: ປາຊະນິດນີ້ໃຊ້ໃນອຸດສາຫະກຳການປະມົງດ້ານພານິດ ແລະ ທ້ອງຖິ່ນ ແລະເປັນປາທີ່ມີລາຄາສູງ ແລະ ເປັນທີ່ນິຍົມໃນກຸ່ມຜູ້ບໍລິໂພກ, ປາທີ່ຈັບໄດ້ດ້ວຍເບັດ ຫຼື ກັບດັກອື່ນໆ ມັກຈະຖືກລ້ຽງໄວ້ໃນຕູ້ເພື່ອຂາຍໃນພາຍຫຼັງ ມີການຈຳນ່າຍທັງແບບສົດ ແລະ ບາງຄັ້ງກໍ່ມີການຕາກແຫ້ງ ແລະ ດອງເກືອໄດ້. [2]

ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ

ລະດູການເກັບກູ້:

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ອາຫານ: ກິນພືດໃບຂຽວ, ແພຼງຕອນພືດ ແລະ ແມງໄມ້. [2]
ການອົບພະຍົບ: ຮູບແບບການອົບພະຍົບຈະແຕກຕ່າງກັນຢ່າງເຫັນໄດ້ຊັດເຈນທັງເໜືອ ແລະ ໃຕ້ໂຂດຫີນເຂດນ້ຳຕົກຕາດໃນລຸ່ມແມ່ນ້ຳຂອງ. ຕັ້ງແຕ່ໄຊຍະບູລີໃນລາວໄປຈົນຮອດຊຽງແສນຂອງໄທ, ການອົບພະຍົບໄປຕົ້ນນ້ຳເກີດຂື້ນລະຫວ່າງເດືອນ ມີນາ ຫາ ເດືອນສິງຫາ, ຫຼັກຖານຊີ້ໃຫ້ເຫັນການອົບພດະຍົບທີ່ແຕກຕ່າງກັນສອງຊ່ວງຄື ຊ່ວງຈະເລີນພັນ (15-50 ຊມ) ໃນຊ່ວງເດືອນ ມີນາ ຫາ ເດືອນເມສາ ແລະ ອີກຊ່ວງໜຶ່ງແມ່ນກຸ່ມຕົວທີ່ໃຫຍ່ກວ່າ (40-90 ຊມ) ໃນຊ່ວງເດືອນມິຖຸນາ ຫາ ກໍລະກົດ. [2]

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ສາຍພັນນີ້ມີແນວໂນ້ມທີ່ຈະໄດ້ຮັບຜົນກະທົບຈາກມົນສະພາວະ, ການຫາປາຫຼາຍເກີນໄປ ແລະ ການສູນເສຍແຫຼ່ງທີ່ຢູ່ອາໄສທີ່ເໝາະສົມ ເຊັ່ນ: ປາແຄມແມ່ນ້ຳ ແລະ ປ່າທົ່ງພຽງເຂດຕ່ຳທີ່ນ້ຳຖ້ວມຮອດ, ການກີດຂວາງເສັ້ນທາງການອົບພະຍົບຈາກການສ້າງເຂື່ອນໃນແມ່ນ້ຳສາຍຫຼັກ ຖືເປັນໄພຂົ່ມຂູ່ເພີ່ມເຕີມ ແລະ ປັດໄຈເຫຼົ່ານີ້ໄດ້ນຳໄປສູ່ການສູນພັນຂອງປະຊາກອນປາໃນແມ່ນ້ຳເຈົ້າພະຍາ. [2]

ການຕິດຕາມປະຊາກອນ:
ໃນແມ່ນ້ຳຂອງ ປະຊາກອນເພີ່ມຂື້ນຢ່າງມີໄນສຳຄັນ ເມື່ອການປະມົງຫຼຸດລົງໃນຍຸກຂະເມນແດງໃນກຳປູເຈຍ, ແຕ່ຫຼຸດລົງຕັ້ງແຕ່ປາຍທົດສັດຕະວັດ 1970 ໃນຊ່ວງສອງສາມປີທີ່ຜ່ານມາ ປະຊາກອນໃນແມ່ນນ້ຳຂອງຫຼຸດລົງຫຼາຍຮອດ 50% ເຊິ່ງສ່ວນໃຫຍ່ເກີດຈາກການປະມົງ. ປະຊາກອນໃນນ້ຳເຈົ້າພະຍາໄດ້ສູນພັນໄປແລ້ວໃນຊ່ວງ 25 ປີທີ່ຜ່ານມາ ເນື່ອງຈາກມົນລະພິດ, ການສ້າງເຂື່ອນ ແລະ ການຈັບປາຫຼາຍເກີນໄປ. [2]

ການເກັບກູ້ແບບຍືນຍົງ:
ຈຳເປັນຕ້ອງມີການສຶກສາເພີ່ມເຕີມກ່ຽວກັບການກະຈາຍພັນ ລະດັບການເກັບກູ້ ແນວໂນ້ມປະຊາກອນ, ຖິ່ນທີ່ຢູ່ອາໄສ ແລະ ນິເວດວິທະຍາຂອງສາຍພັນນີ້ ຈຳເປັນຕ້ອງມີຂໍ້ມູນໂດຍລະອຽດກ່ຽວກັບວິທີການສ້າງເຂື່ອນຫຼັກທີ່ຂັດຂວາງເສັ້ນທາງການອົບພະຍົບ. [2]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] “Cirrhinus microlepis aka small scale mud carp (at fish story),” MonsterFishKeepers Forum. [Online]. Available: https://www.monsterfishkeepers.com/forums/threads/cirrhinus-microlepis-aka-small-scale-mud-carp-at-fish-story.717372/. [Accessed: Apr. 21, 2026].
[2] “Smallscale mud carp (Cirrhinus microlepis) swimming underwater,” Shutterstock. [Online]. Available: https://www.shutterstock.com/th/video/clip-29347168-smallscale-mud-carp-cirrhinus-microlepis-swimming-underwater. [Accessed: Apr. 21, 2026].
[3] “Taxon detail: Cirrhinus microlepis,” Thailand Biodiversity Information Facility (TH-BIF). [Online]. Available: https://thbif.onep.go.th/taxons/detail/9364. [Accessed: Apr. 21, 2026].

ອ້າງອິງ:
[1] “Cirrhinus microlepis, Country Species Summary (Lao PDR),” FishBase. [Online]. Available: https://www.fishbase.se/country/CountrySpeciesSummary.php?c_code=764&genusname=Cirrhinus&speciesname=microlepis. [Accessed: Apr. 22, 2026].
[2] I. G. Baird, “Cirrhinus microlepis,” The IUCN Red List of Threatened Species, 2011, e.T180904A7654985. [Online]. Available: https://www.iucnredlist.org/species/180904/7654985. [Accessed: Apr. 22, 2026].
[3] “Cirrhinus microlepis,” GBIF. [Online]. Available: https://www.gbif.org/species/5206472. [Accessed: Apr. 22, 2026].
[4] “Fishes of the Indochinese Mekong,” Nagao Natural Environment Foundation, 2021. [Online]. Available: https://phakhaolao.la/en/resource/https-www-nagaofoundation-or-jp-e-publication-e-book-mekongfishes-book-index-htmltarget-page_no13/. [Accessed: Apr. 22, 2026].

ຜູ້ສ້າງ Factsheet:
Duangkhae Keonoy

ຜູ້ກວດສອບ Factsheet:
,