ເລກລຳດັບທີ: 1077
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-04-21
ປາຕອງກາຍ
Royal Featherback
Chitala blanci (d'Aubenton, 1965)
ສັດ
ປາ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ປາກາຍລາວ (Indochinese Featherback)
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Teleostei
ອັນດັບ
Osteoglossiformes
ຊື່ສະກຸນ
Notopteridae
ສະກຸນ
Chitala
ຊະນິດ
Chitala blanci
ຊື່ພ້ອງ
Chilata blanci (d'Aubenton, 1965)
Notopterus blanci d'Aubenton, 1965
ຊະນິດໃກ້ຄຽງ
ປາຕອງດາວ/ Clown knifefish
ບັນຍາຍລັກສະນະທາງພືດສາດ
ລຳຕົວມີລັກສະນະຮຽວຍາວ ທາງຫົວ ແລະ ຫາງ, ບໍລິເວນກາງລຳຕົວກວ້າງ, ສາຍພັນນີ້ມີຈຸດສີດຳຂະໜາດນ້ອຍຈຳນວນຫຼາຍ, ເຊິ່ງບໍລິເວນສ່ວນຫາງຈະຮ່ວມກັນເປັນແຖບອ່ຽງທີ່ບໍ່ສະໝ່ຳສະເໝີໄປຈົນຮອດຄູທະວານ ແລະ ຄີຫາງ. ໃນປາຕອງກາຍຈະມີຈຸດສີດຳທີ່ບໍລິເວນໂຄນຄີເອິກ ຈະເລີມມີໃນລູກປານ້ອຍຂະໜາດ 6 ຊມ ແລະ ຈະມີຕະຫຼອດຊິວິດ.
ຂະໜາດ: 80 ຊມ (ຄາມຍາວແຕ່ຈະງອຍປາກຮອດຫາງ).
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
This species is endemic to the Mekong basin, where it is found in Lao, Cambodia, Thailand, Viet Na. [2]

Global distribution of Chitala blanci between 1971 to 2026. Source: [3]
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ຂໍ້ມູນເຂດກະຈາຍພັນຂອງຂອງປາຊະນິດນີ້ຖືກບັນທຶກວ່າພົບຢູ່ແຂວງວຽງຈັນ, ຈຳປາສັກ (ມກ ໂຂງ), ບໍລິຄຳໄຊ (ມ. ບໍລິຄັນ) ແລະ ຫຼວງພະບາງ. [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ
ປາຊະນິດນີ້ອາໄສຢູ່ໃນນ້ຳຂອງສາຍຫຼັກ ແລະ ແມ່ນ້ຳສາຂາໃຫຍ່ຂອງແມ່ນ້ຳຂອງ ໂດຍສະເພາະໃນບໍລິເວນແກ້ງຫີນ ແລະ ພື້ນທີ່ທີ່ມີໄມ້ຈົ່ມຢູ່ໃຕ້ນ້ຳ, ຈາກການສັງເກດໃນທ້ອງຖິ່ນລະບຸວ່າມີການວາງໄຂ່ຕາມຜິວຫີນ ໂດຍປາໂຕເຕັມໄວຈະດູແລລູກປາກ. [2]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ຖືກຄຸກຄາມ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
ບັນຊີ III (ຍືນຍົງ / ທົ່ວໄປ)
ບັນຊີໄມ້
N/A
ປາຊະນິດນີ້ທີ່ຢູ່ອາໄສຈຳກັດສະເພາະພື້ນທີ່ເປັນຫີນ ແລະ ມີຄວາມສ່ຽງຈາກຜົນກະທົບໃນການພັດທະນາເຂື່ອນ. ປັດຈຸບັນໄດ້ຮັບການປະເມີນວ່າຢູ່ໃນສະຖານະພາບໃກ້ຖືກຂົ່ມຂູ່ ເນື່ອງຈາກຈຳນວນປະຊາກອນຫຼຸດລົງ ແລະ ມີຄວາມສ່ຽງຕໍ່ການສູນເສຍແຫຼ່ງທີ່ຢູ່ອາໄສໃນອານາຄົດ ຈາກການສະເໜີສ້າງເຂື່ອນໃນແມ່ນ້ຳຂອງສາຍຫຼັກ ຄາດວ່າການວາງແຜນສ້າງເຂື່ອນຫຼາຍແຫ່ງ ຈະສົ່ງຜົນກະທົບຕໍ່ປະຊາກອນພາຍໃນເຂດກະຈາຍພັນຂອງປາຊະນິດນີ້ ເຖິ່ງວ່າຂະໜາດ ແລະ ຊ່ວງເວາຂອງຜົນກະທົບນີ້ຍັງບໍ່ແນ່ນອນ. ເນື່ອງຈາກປາຊະນິດນີ້ເພີງພາຖິ່ນທີ່ຢູ່ອາໄສທີ່ເປັນຫີນເປັນຫຼັກ ປະຊາກອນສ່ວນໃຫຍ່ຈຶ່ງມີແນວໂນ້ມທີ່ຈະໄດ້ຮັບຜົນກະທົບຈາກການສ້າງເຂື່ອນ ຈຳເປັນຕ້ອງມີການສຶກສາເພີ່ມເຕີ່ມ ແລະ ປາຊະນິດນນີ້ອາດຈະຖືກຈັດຢູ່ໃນກຸ່ມທີ່ຢູ່ໃນລະດັບໄພຂົ່ມຂູ່ທີ່ສູງຂື້ນ ຫາກມີການສ້າງເຂື່ອນທີ່ມີການວ່າງແຜນສະເໜີສ້າງທັງໝົດໃນເຂດກະຈາຍພັນຂອງປາຊະນິດນີ້. [2]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ປາຊະນິດນີ້ນິຍົມບໍລິໂພກໃນທ້ອງຖິ່ນ ແລະ ພົບໄດ້ທົ່ວໄປໃນຕະຫຼາດ ຕັ້ງແຕ່ພາກໃຕ້ຂອງລາວໄປຈົນຮອດ ເມືອງ ກຣະຕີ, ກຳປູເຈຍ. [2]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ
ພຶດຕິກຳ: ມັກແສງສະລົວ ແລະ ທີ່ລົບໄພ ເຊັ່ນ ເສດໄມ້, ຫີນກ້ອນໃຫຍ່ ຫຼື ທໍ່ພຼາສຕິກ. [4]
ການກິນອາຫານ: ເປັນສັດນັກລ່າທີ່ອອກຫາກິນໃນເວລາກາງຄືນ ໂດຍກິນປາຂະໜາດນ້ອຍ, ກຸ້ງ ແລະ ສັດບໍ່ມີກະດູກສັນຫຼັງອື່ນໆໃນທຳມະຊາດ ແຕ່ໂດຍທົ່ວໄປແລ້ວສາມາດປັບຕົວໄດ້ດີກັບແຫຼ່ງອາຫານທີ່ບໍ່ແມ່ນສິ່ງມີຊີວິດໃນທີ່ລ້ຽງ ປານ້ອຍສາມາດກິນຕົວອອ່ນຂອງແມງໄມ້ແຄມຝັ່ງ (ຂີ້ກະເດືອນແດງ) ຂີ້ກະເດືອນດິນຂະໜາດນ້ອຍ, ກຸ້ງສັບ ແລະ ອາຫານທີ່ຄ້າຍກັນ, ໃນຂະນະທີ່ປາໂຕເຕັມໄວ ຈະກິນຊີ້ນປາທີ່ຊ່ອຍເປັນຕ່ອນໄດ້, ກິນກຸ້ງເປັນໂຕ, ຫອຍແມງພູ່, ກຸ້ງທີ່ຍັງມີຊີວິດຢູ່, ຂີ້ກະເດືອນທີ່ມີຂະໜາດໃຫຍ່ ແລະ ອາຫານທີ່ກ່ຽວຂ້ອງ. [4]
ການຂະຫຍາຍພັນ: ໃນທຳມະຊາດຕົວຜູ້ຈະສ້າງຮັງຈາກກິ່ງໄມ້ ແລະ ໃບໄມ້ ແລ້ວຈະຄ່ອຍເຝົ້າດູແລໄຂ່ ແລະ ລູກປາຫຼັງຈາກການວາງໄຂ່ ເຊິ່ງຈະເກີດຂື້ນໃນພື້ນທີ່ປ່າທີ່ຖືກນ້ຳຖ້ວມໃນຊ່ວງລະດູຝົນ. [4]
ສະພາບນ້ຳ:
• ອຸນຫະພູມ: 20-28 ອົງສາ
• ຄ່າຄວາມເປັນກົດດ່າງ 6.0-8.0 pH
• ຄວາມກະດ້າງຂອງນ້ຳ: 36–268 ppm. [4]

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ການປ່ຽນແປງຖິ່ນທີ່ຢູ່ອາໄສທີ່ເກີດຈາກການສ້າງເຂື່ອນ ແລະ ການພັດທະນາໂຄງສ້າງພື້ນຖານອື່ນໆ ໃນແມ່ນ້ຳຂອງ ແລະ ແມ່ນນ້ຳສາຂາຂະໜາດໃຫຍ່ກໍ່ໃຫ້ເກີດຄວາມສ່ຽງສູງຕໍ່ປາຊະນິດນີ້ ເຄື່ອນທີ່ມີແຜນສ້າງໃນແມ່ນ້ຳຂອງສາຍຫຼັກເປັນໄພຂົ່ມຂູ່ຖິ່ນທີ່ຢູ່ອາໄສສຳຄັນ, ນອກຈາກນີ້ການຫາປາທີ່ຫຼາຍເກີນໄປ ທັງເພື່ອການຄ້າເພື່ອລ້ຽງໃນຕູ້ປາ ແລະ ການບໍລິໂພກໃນທ້ອງຖິ່ນອາດສົ່ງຜົນກະທົບໃຫ້ປະຊາກອນປາຊະນິດນີ້ຫຼຸດລົງໃນຕໍ່ໜ້າ. [2]

ການຕິດຕາມປະຊາກອນ:
ພົບໄດ້ທົ່ວໄປໃນພື້ນທີ່ທາງຕາເວັນອອກສ່ຽງເໜືອຂອງກຳປູເຈຍ ແລະທາງໃຕ້ຂອງລາວ ພົບໄດ້ໜ້ອຍໃນ້ແມ່ນ້ຳຂອງໄທ. [2]

ການເກັບກູ້ແບບຍືຍຍົງ:
ການຈັດການແຫຼ່ງທີ່ຢູ່ອາໄສ ແລະ ການປະມົງ ໂດຍອາໄສການມີສ່ວນຮ່ວມຂອງຄົນໃນທ້ອງຖິ່ນເປັນສິ່ງສຳຄັນ ແນະນຳໃຫ້ມີການຄວບຄຸມການຄ້າ ແລະ ໂຄຕາການສົ່ງອອກ. [2]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,