ເລກລຳດັບທີ: 1076
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-04-09
ປາກາໂຫ້
Giant Barb
Catlocarpio siamensis Boulenger, 1898
ສັດ
ປາ
 
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ປາກະໂຫ (Giant Carp)
ອະນຸກົມວິຖານ
ຊື່ສະກຸນ
Cyprinidae
ບັນຍາຍລັກສະນະທາງພືດສາດ
ປາຊະນິດນີ້ເປັນປາຕະກຸນ Cyprinidae ທີ່ໃຫຍ່ທີ່ສຸດໃນແມ່ນໍ້າຂອງ, ມີລາຍງານວ່າສາມາດຂະຫຍາຍຕົວໄດ້ຍາວຮອດ 3 ມ, ທີ່ໜ້າສັງເກດຄື ມີຫົວຂະໜາດໃຫຍ່ ແລະ ລຳຕົວຂ້ອນຂ້າງເລິກ. ມີຄີຫຼັງມີ 9 ເສັ້ນ ແລະ ມີແຂ້ວໃນຄໍຫອຍ 4 ເຫຼັ້ມເປັນແຖວດຽວໃນແຕ່ລະດ້ານ.
ຂະໜາດ: 250 ຊມ SL (ຄວາມຍາວແຕ່ຈະງອຍປາກຮອດປາຍຫາງ).
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Cambodia; Lao People's Democratic Republic; Thailand; Viet Nam. [2]

Global distribution of Catlocarpio siamensis between 1934 to 2026. Source: [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ
ປາຊະນິດນີ້ອາໄສຢູ່ທັງພື້ນທີ່ທົ່ງພຽງທີ່ມີນ້ຳຖວ້ມ ແລະ ແມ່ນນ້ຳສາຍຫຼັກ, ລູກປາມັກພົບໄດ້ໃນພື້ນທີ່ທົ່ງພຽງທີ່ມີນ້ຖ້ວມຮອດ ໃນຂະນະທີ່ປາໂຕເຕັມໄວ ມັກອາໄສຢູ່ອ່າງນ້ຳເລິກຂອງແມ່ນ້ຳຂອງ ໂດຍສະເພາະຢ່າງຍິ່ງໃນຊ່ວງລະດູແລ້ງ [2]. ປາກະໂຫ້ທີໂຕເຕັມໄວມັກອາໄສຢູ່ເຂດອ່າງນໍ້າໃຫຍ່ໃນແມ່ນ້ຳຂອງ. [4]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ສູນພັນສູງສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ I: ຊະນິດພັນປະເພດຫວງຫ້າມ
ບັນຊີ NTFP
ບັນຊີ I (ຫາຍາກ / ໃກ້ສູນພັນ / ໄດ້ຮັບການຄຸ້ມຄອງ)
ບັນຊີໄມ້
N/A
ຂະໜາດຂອງປະລິມານການຈັບປາລວມທັງຂະໜາດຕົວ ຫຼຸດລົງໃນຊ່ວງບໍ່ກີ່ປີທີ່ຜ່ານມາ ເນື່ອງຈາກມີແຮງກົດດັນຈາກການປະມົງ ໂນຊ່ວງສອງທົດສັດຕະວັດທີ່ຜ່ານມາ ຄວາມອຸດົມສົມບູນຂອງສາຍພັນນີ້ຫຼຸດລົງເປັນຈຳນວນຫຼາຍ ແລະ ປັດຈຸບັນພົບໄດ້ໜ້ອຍຫຼາຍໃນແມ່ນ້ຳຂອງ ແລະ ສາຂາແມ່ນ້ຳຂອງໃນໄທ ແລະ ລາວ, ຂໍ້ມູນເຫຼົ່ານີ້ບົ່ງຊີ້ວ່າປະຊາກອນທີ່ໂຕເຕັມໄວຫຼຸດລົງຢ່າງມີໃນສຳຄັນ. ຈາກການບັນທຶກທີ່ສະແດງໃຫ້ເຫັນເຖິ່ງການຫຼຸດລົງ 80 ຫາ 95% ໃນຊ່ວງ 30 ປີທີ່ຜ່ານມາ ສາຍພັນນີ້ໄດ້ຮັບການປະເມີນວ່າຢູ່ໃນພາວະໃກ້ສູນພັນສູງສຸດ (A2abcd) [2]. ປາຊະນິດນີ້ຈັດຢູ່ໃນບັນຊີປະເພດໜຶ່ງ ຂອງສະຖານະການອານຸຮັກແຫ່ງຊາດລາວ. [5]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດປະດັບ, ອາຫານ
ອາຫານ ແລະ ການລ້ຽງເພື່ອຄວາມສວຍງາມ: ປາກະໂຫ້ເປັນອາຫານທີ່ສຳຄັນໃນໄທ, ລາວ ແລະ ກຳປູເຈຍ, ມີການໃຊ້ປະໂຫຍດຢ່າງກວ້າງຂວາງໃນການປະມົງທາງການຄ້າ ແລະ ການລ້ຽງເປັນສັດນ້ຳ ແລະ ບາງຄັ້ງກໍ່ພົບປາຂະໜາດນ້ອຍໃນຕະຫຼາດປາເພື່ອຄວາມສວຍງາມ. [2]
ການປູກ ການລ້ຽງ
ປູກ ແລະ ທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ໃນບໍ່ເພາະພັນປາສາມາດປ່ອຍປາທີ່ມີນ້ຳໜັກ 5 ຫາ 20 ກລ ທີ່ມີຄວາມໜາແໜ້ນ 1 ຕົວຕໍ່ 80 ຫາ 160 ຕາແມັດ. [4]

ໂຮງເຮືອນລ້ຽງ ຫຼື ທີ່ຢູ່ອາໄສ:
ເຕັກນິກການລ້ຽງລູກປາ: ລູກປາສາມາດລ້ຽງໄດ້ໃນບໍ່ທີ່ມີເຮືອນຮົ່ມ ຫຼື ໃນບໍ່ທີ່ກຽມໄວ້ໂດຍຕົງ ກ່ອນປ່ອຍລູກປາລງບໍ່ ຕ້ອງລະບາຍນ້ຳ ໂດຍເຮັດໃຫ້ແຫ້ງ ແລະ ຫວ່ານປູນຂາວໃນອັດຕາ 0.06 ກິໂລ/ຕາແມັດ ຫຼັງຈາກນັ້ນ2 ຫາ 3 ວັນ ຈະໃສ່ຝຸ່ນຄອກຂີ້ໄກ່ ຫຼື ຝຸ່ນຄອກຂີ້ງົວໃນອັດຕາ 0.25 ຫາ 0.38 ກິໂລ/ຕາແມັດ. ຈາກນັ້ນເຕີ່ມນ້ຳລົງໃສນບໍ່ທີ່ໃສ່ຝຸ່ນແລ້ວໃຫ້ເລິກປະມານ 0.5 ມ, ໂດຍໃຊ້ຕາຂ່າຍໄນລອນລະອຍດກັ້ນ ເພື່ອປ້ອງກັນແມງໄມ້ ແລະ ປ້ອງກັນປາທຳມະຊາດເຂົ້າມາ, ການເສີມດ້ວຍຢູເຣຍ ແລະ ທິບເປິນຊູເປີຟອສເຟສ (triple superphosphate) ໃນອົດຕາ 3 ຫາ 5 ກຼາມ/ຕາແມັດ ຈະຊ່ວຍເພີ່ມການຜະລິດອາຫານຕາມທຳມະຊາດ ເມື່ອນ້ຳໃນບໍ່ອະນຸບານປ່ຽນເປັນສີຂຽວ ເມື່ອລູກປາມີອາຍຸ 3 ຫາ 5 ວັນສາມາດນຳມາປ່ອຍລົງໄດ້, ຄວາມນາແໜ້ນຂອງການປ່ອຍຂື້ນຢູ່ກັບຄຸນນະພາບນ້ຳ ແລະ ຂະໜາດຂອງລູກປາໃນຂະນະທີ່ປ່ອຍ ແຕ່ໂດຍທົ່ວໄປແລ້ວລູກປາອາຍຸ 3 ວັນຈະຖືກປ່ອຍໃນອັດຕາ 500 ຫາ 1.000 ຕົວ/ຕາແມັດ. [4]

ການໃຫ້ອາຫານ ແລະ ໂພຊະນາການ:
ສຳຫຼັບລູກປາ: ປາຕົວອອ່ນຈະໄດ້ຮັບອາຫານເປັນໄຂ່ແດງຕົ້ມສຸກໃນຊ່ວງ 4 ຫາ 5 ວັນແລກຫຼັງຈາກປ່ອຍລົງບໍ່ ຈາກນັ້ນຈຶ່ງໄດ້ຮັບຮຳເຂົ້າທີ່ລະອຽດ, ໄຮນ້ຳ ຫຼື ສວ່ນປະສົມປາປົ່ນແຫ້ງ ແລະ ຮຳເຂົ້າ ຫຼັງຈາກ 30 ວັນ, ອັດຕາການລອດຊີວິດໂດຍທົ່ວໄປຈະຢູ່ທີ່ປະມານ 20 %. [4]
ອາຫານຕາມທຳມະຊາດ: ປາກະໂຫ້ມັກກິນສາຫຼ່າຍ, ແພຼງຕ່ອນພືດ ແລະ ມາກໄມ້ ຂອງພືດບົກທີ່ຖືກນ້ຳຖ້ວມ. Eung (1995) ມີການລາຍງານວ່າປາກະໂຫ້ຈະບໍ່ກິນອາຫານຫາກຖືກລົບກວນໃນບໍ່ ຫຼື ໜອງ, ປາຊະນິດນີ້ຍັງກິນປາແຫ້ງ, ສາລີ, ຖົ່ວເຫຼືອງ, ຖົ່ວຂຽວ ແລະ ຮຳເຂົ້າອີກດວ້ຍ. ປາພໍ່ແມ່ພັນຈະໄດ້ຮັບອາຫານໃນອັດຕາຮ້ອຍລະ 2 ຂອງນ້ຳໝັກຕົວຕໍ່ວັນ ໂດຍໃຊ້ເມັດອາຫານ ຫຼື ອາຫານສູດສຳເລັດຮູບທີ່ມີໂປຣຕີນຮ້ອຍລະ 40. [4]

ຂະບວນການປະສົມພັນ:
ການສັງເກດໄລຍະການຈະເລີນເຕີບໂຕຂອງໄວສືບພັນ: ໃນປາໂຕແມ່ມີຕົວບົ່ງຊີ້ພາຍນອກ ເຊັ່ນ ທ້ອງທີ່ໃຫຍ່ ແລະ ນິ້ມ, ມີຕິ່ງອາໄວຍະວະສືບພັນທີ່ບວມ ສາມາດໃຊ້ໃນການກຳນົດຄວາມສົມບູນໄດ້. ໃນເພດຜູ້ ການກົດເບົາໆ ບໍລິເວນທ້ອງຈະເຮັດໃຫ້ນ້ຳເຊື້ອໄຫຼ່ອອກມາ ເຊິ່ງເປັນການຍືນຍັນ ຄວາມພ້ອມໃນການສືບພັນ. [4]
ເຕັກນິກການປະສົມພັນ: ການກະຕຸ້ນການວາງໄຂ່ຂອງປາກະໂຫ້ ມີປະສິດທິພາບສູງ ໂດຍໃຊ້ການສີດ GnRHa ພຍງຄັ້ງດຽວຮ່ວມກັບ Domperidone ແລະ ສານສະກັດຈາກຕ່ອມໃຕ້ສະໝອງ. [4]
ການກະຕຸ້ນການວາງໄຂ່: ເພື່ອຊັກນຳການວາງໄຂ່ໃນປາກະໂຫ້ ພໍ່ແມ່ພັນຈະຖືກສີກດວ້ຍສານສະກັດຈາກມຕ່ອມໃຕ້ສະໝອງ (PG) ແລະ ຮໍໂມນ (HCG) ໃນປະລິມານ 0.8 ຫາ 1.0 PG/ໂຕ ບວກ 100 IU HCG/ກກ, ຕາມດ້ວຍ PG 1.8 ຫາ 2.0/ໂຕ ບວກ HCG 200 ຫາ 500 IU ຕໍ່ກິໂລກຼາມໃນເວລາ 8 ຊົ່ວໂມງ, ປາສາມາດຮີດໄຂ່ໄດ້ 4 ຫາ 6 ຊົ່ວໂມງຫຼັງຈາກສີດຄັ້ງທີ່ສອງ ຕົວຜູ້ຈະໄດ້ຮັບການສີດ PG ພຍງຄັ້ງດຽວ (0.5–1.0 PG/ໂຕ) ໃນເວລາດຽວກັບການສີຄັ້ງທີ່ສອງໃນຕົວແມ່. ໄຂ່ທີ່ເປັນສີເຫຼືອງອອ່ນຫາສີນ້ຳຕານເຂັ້ມ ແລະ ລອຍນ້ຳໄດ້ເລັກນ້ອຍ, ມີຂະໜາດເສັ້ນຜ່າສູນກາງປະມານ 1 ມມ ໃນຕອນທຳອິດ ຫຼັງຈາກດູດຊັບນ້ຳແລ້ວ ໄຂ່ຈະບວມຂື້ນໂດຍມີຂະໜາດປະມານ 3 ມມ. [4]
ການຟັກໄຂ່: ຫຼັງຈາກປະສົມພັນແລ້ວໄຂ່ຈະຟັກພາຍໃນ 11 ຫາ 13 ຊົ່ວໂມງ ທີອຸ່ນຫະພູມ 28 ຫາ 29 ອົງສາ, ໄຂ່ສາມາດຟັກໄດ້ໃນໂຖ, ອ່າງຊີເມັນ ຫຼື ກະຊັງ (ຕາຂ່າຍທີ່ແຂວນຢູໃນນ້ຳສຳຫຼັບລ້ຽງໄຂ່ ແລະ ຕົວອອ່ນ) ໂດຍຕ້ອງມີອັດຕາການໄຫຼ່ຂອງນ້ຳສູງ ຫຼື ມີການເຕີມອອັກຊີເຈນເລັກນ້ອຍ. [4]

ສະພາບໂດຍລວມ:
ໃນທຳມະຊາດປາທີ່ວາງໄຂສາມາດມີນ້ຳໜັກຕົວໄດ້ຮອດ 60 ກິໂລກຼາມ ໂດຍທົ່ວໄປຕົວແມ່ຈະມີຂະໜາດໃຫຍ່ກວ່າຕົວຜູ້ ແລະ ໃນຊ່ວງລະດູການວາງໄຂ່ ທ້ອງຂອງຕົວແມ່ຈະໂປງພອງກວ່າຕົວຜູ້ຢ່າງເຫັນໄດ້ຊັດເຈນ. [4]
ໃນທຳມະຊາດ ແຕ່ລະຕົວສາມາດມີນ້ຳໜັກຮອດ 2 ຫາ 4 ກິໂລ ພາຍໃນ 8 ເດືອນ ຄວາມຍາວສູງສຸດທີ່ບັນທຶກໄວ້ຄືປະມານ 3 ມ, ເຖິ່ງວ່າຕົວຢ່າງສ່ວນໃຫຍ່ຈະມີຄວາມຍາວ 1-2 ມ ແລະ ມີນ້ຳໜັກ 70-120 ກິໂລກຼາມ. [4]

ການອານຸລັກທີ່ຢູ່ອາໄສ
ໄພຂົ່ມຂູ່:
ແມ່ນນ້ຳຫຼາຍສາຍໃນເຂດການກະຈາຍພັນຂອງສາຍພັນນີ້ ໄດ້ຮັບຜົນກະທົບຈາກການຂະຫຍາຍຕົວເມືອງ, ການສ້າງເຂື່ອນ ແລະ ມົນລະພິດຈາກພື້ນທີ່ກະສິກຳ, ຈາກຕົວເມືອງ ແລະ ອຸດສາຫະກຳ ສົ່ງຜົນໃຫ້ຖິ່ນທີ່ຢູ່ອາໄສສູນຫາຍ ແລະ ເສື່ອມໂຊມ, ນອກຈາກນີ້ ສາຍພັນນີ້ຍັງມີມູນຄ່າສູງໃນດ້ານການປະມົງ ລະ ຖືກຈັບຫຼາຍເກີນໄປ ໂດຍສະເພາະການໃຊ້ມອງຈັບປາ ເຊິ່ງເປັນໄປຄຸກຄາມທີ່ໃຫຍ່ທີ່ສຸດ.
ໄພຂົ່ມຂູ່ຫຼັກຕໍ່ປາກະໂຫ້ ໄດ້ແກ່ການຈັບຫຼາຍເກີນໄປ ແລະ ການແບ່ງແຍກຖິ່ນທີ່ຢູ່ອາໄສ, ການຈັບຫຼາຍເກີນໄປເປັນເລື່ອງທີ່ໜ້າເປັນຫ່ວງທີ່ສຸດ ເນື່ອງຈາກປາຊະນິດມີມູນຄ່າທາງການຄ້າສູງ, ແຕ່ການຂຂະຫຍາຍຕົວຊ້າ, ມີຂະໜາດໃຫຍ່ ແລະ ມັກຖືກຈັບເປັນສ່ວນໜຶ່ງຂອງການປະມົງແບບປະສົມປະສານໃນພື້ນທີ່ທີ່ມີແຮງກົດດັນຈາກການປະມົງສູງ.
ການພັດທະນາເຂື່ອນຫຼັກຕາມແມ່ນ້ຳຂອງ ຄາດວ່າຈະເຮັດໃຫ້ປະຊາກອນທີ່ເຫຼືອຢູ່ຫຼຸດລົງອີກ ໂດຍການຂັດຂວາງການອົບພດະຍົບໄລ່ຍະສັ້ນ ແລະ ການຫຼຸດ, ການເພີ່ມຈຳນວນປະຊາກອນ ເຖິ່ງຢ່າງໃດກໍ່ຕາມ ຈຳເປັນຕ້ອງມີການສຶກສາເພີ່ມເຕີມ ເພື່ອອສຶກສາການຮູບແບບການອົບພະຍົບຂອງສາຍພັນນີ້.
ແຫຼ່ງຂໍ້ມູນ: [2]

ການຕິດຕາມປະຊາກອນ:
ໃນໄລ່ຍະ 20 ປີ ທີ່ຜ່ານມາ ຄວາມອຸດົມສົມບູນຂອງສາຍພັນນີ້ຫຼຸດລົງຫຼາຍ ໃນປະຊາກອນທຳມະຊາດບໍ່ພົບໃນແມ່ນ້ຳເຈົ້າພະຍາແລ້ວ ແລະ ສາຍພັນນີ້ຫາຍາກຫຼາຍໃນແມ່ນ້ຳຂອງໃນຂອບເຂດໄທຍ ແລະ ລາວ, ລວມທັງສາຂາຂອງແມ່ນ້ຳຂອງ. ພື້ນທີ່ການວາງໄຂ່ບໍ່ເປັນທີ່ຊັດເຈນ ແລະ ມັກຈະຖືກຈັບກ່ອນທີ່ຈະຮອດໄວຂະຫຍາຍພັນ ເຮັດໃຫ້ການເພີ່ມຈຳນວນປະຊາກອນຫຼຸດລົງຈາກຂໍ້ມູນການຈັບ ຄາດວ່າປະຊາກອນຫຼຸດລົງ 80 ຫາ 95% ໃນໄລຍະ 30 ປີທີ່ຜ່ານມາ. [2]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,