ເລກລຳດັບທີ: 1075
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-04-07
ປາແຂ້ວໄກ້
Blue botia
Yasuhikotakia modesta (Bleeker, 1864)
ສັດ
ປາ
×
ຊື່ທ້ອງຖີ່ນ:
ປາໝູ, ປາໝູມັນ
ຊື່ພ້ອງ
:
Botia modesta Bleeker, 1864
Botia rubripinnis Sauvage, 1876
Botia rubripinnis Sauvage, 1876
ຊື່ສະກຸນ:
Cobitidae
ຊະນິດໃກ້ຄຽງ:
ປາແຂ້ວໄກ້/ Pa Khaew Kai
ບັນຍາຍລັກສະນະທາງພືດສາດ:
ປາແຂ້ວໄກ້ມີຮູບຮ່າງທົ່ວໄປຄືກັບປ່າໃນສະກຸນດຍວກັນຄື Botia ທ້ອງແບນ, ຫຼັງໂຄ້ງ ແລະ ລຳຕົວຍາວຊົງກະບອກ, ປາຍຫາງແຍກອອກເປັນສອງແສກ, ສີມີຄວາມແຕກຕ່າງກັນໄປຕາມທີ່ຢູ່ອາໄສໃນທຳມະຊາດ ລຳຕົວອາດມີສີເທົາອົມຟ້າ ຫາ ສີຟ້າອອ່ນ, ບາງຄັ້ງອາດມີສີຂຽວປົນເລັກນ້ຍ, ສ່ວນທ້ອງເປັນສີຂາວ, ຄີມັກເປັນສີແດງ, ສົ້ມ ຫຼື ເຫຼືອງ ແລະ ມັກມີແຖບສີເຂັ້ມຕາມລວງຂວາງບໍລິເວນໂຄນຄີຫາງ, ເມື່ອປາໃຫຍ່ຂື້ນສີລຳຕົວຈະປ່ຍນໄປ ແລະ ແຕ່ລະຕົວອາດຈະແຕກຕ່າງກັນໄປ, ລູກປາ ຫຼື ປາທີ່ຍັງນ້ອຍມັກມີແຖບສີເຂັ້ງແຄບໆຫຼາຍແຖບຕາມລຳຕົວ ປາຊະນິດນີ້ຍັງສາມາດຈຳແນກໄດ້ຈາກຄີທີ່ມີສີສົ້ມ ຫຼື ສີແດງສົດ ແລະ ມີກ້ານຄີລັງຂ້ອນຂ້າງນ້ອຍ ໂດຍປົກກະຕິຈະມີພຽງແປດກ້ານ, ນອກຈາກນີ້ປາແຂ້ວໄກ້ມັກຈະມີຄີຫາງທີ່ແຫຼມກວ່າ ເຊິ່ງສາມາດຈຳແນກອອກຈາກປາຊະນິອື່ນໃນສະກຸນດຽວກັນໄດ້ ເຊິ່ງມີຄືຫາງທີ່ກົມກວ່າ
ຂະໜາດ: 25 ຊມ (ຄວາມຍາວຈາກຈະງອຍປາກ ຫາປາຍຫາງ)
ຄວາມແຕກຕ່າງລະຫວ່າງເພດ: ໂດຍທົ່ວໄປແລ້ວເພດແມ່ທີ່ໂຕເຕັມໄວຈະມີຮູບຮ່າງທີ່ແຂງແຮງກວ່າ ແລະ ມີແນວໂນ້ມທີ່ຈະໃຫຍ່ກວ່າໂຕຜູ້ເລັກນ້ອຍ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Cambodia; Lao People's Democratic Republic; Thailand; Viet Nam. [3]
Global distribution of Yasuhikotakia modesta between 1904 to 2024. Source: [4]

ເຂດກະຈາຍພັນໃນລາວ
:
ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນຕາມພູມສັນຖານ
:
ແມ່ນ້ຳ ແລະ ລຳທານ
ທົ່ງນາ
ທົ່ງນາ
ສະເພາະຖິ່ນໃນລາວ:
ພື້ນເມືອງ
ຮຸກຮານ
:
ບໍ່ຮຸກຮານ
ສະຖານະພາບການອະນູຮັກ IUCN
:
ມີຄວາມສ່ຽງໜ້ອຍສຸດ
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP:
N/A
ບັນຊີໄມ້:
N/A
ການນຳໃຊ້
ປະເພດການນຳໃຊ້:
ພືດປະດັບ
ອາຫານ
ອາຫານ
ບັນຍາຍການນຳໃຊ້:
ອາຫານ ແລະ ລ້ຽງເພື່ອຄວາມສວຍງາຍ: ເປັນປາທີ່ນິຍົມກິນເປັນອາຫາຮນ ແລະ ເປັນປາສວຍງາມ ທີ່ມີມູນຄ່າການຄ້າສູງ. [3]
ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ
ລະດູການເກັບກູ້:
ພຶກສະພາ
ມິຖຸນາ
ກໍລະກົດ
ມິຖຸນາ
ກໍລະກົດ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ອຸນຫະພູມທີ່ເໝາະສົມ: 23–28 °C.
ຄ່າຄວາມເປັນກົດດ່າງຂອງນ້ຳ: 6.0–8.0 pH
ໝາຍເຫດ: ປາຊະນິດບໍ່ຄວນພາໄປໃສ່ໃນລະບົບທາງຊີວະພາບບໍ່ຈະເລີນເຕັມທີ ແລະ ພວກມັນຈະປັບຕົວໄດ້ດີທີ່ສຸດກັບຕູ້ປາທີ່ມີຄວາມສະຖຽນ ແລະ ມີຄວາມອຸດົມສົມບູນເຕັມທີແລ້ວ.
ແຫຼ່ງຂໍ້ມູນ: [5]
ໂຮງເຮືອນລ້ຽງ ຫຼື ທີ່ຢູ່ອາໄສ:
ສຳຫຼັບການດູແລຮັກຮັກສາໃນໄລ່ຍະຍາວ ຄວນພິຈາລະນາໃນການໃຊ້ຕູ້ປາທີ່ມີຂະໜາດ 150X45 ຊມ ຫຼື ທຍບເທົ່າກັບຂະໜາດນ້ອຍທີ່ສຸດ ແນະນຳໃຫ້ໃຊ້ຕົວກອງທີ່ມີອັດຕາການໄລ່ຂອງນ້ຳເທົ່າກັບ 4 ຫາ 5 ເທົ່າຂອງປະລິມານຕູ້ປາ. [5]
ການຈັດຕູ້ປາໃກ້ຄຽງກັບທຳມະຊາດອາດລວມເຖິ່ງພື້ນຕູ້ທີ່ເປັນຊາຍ ຫຼື ຂວດຫີນລະອຽດ, ເສີມດ້ວຍຫີນລຽບທີ່ຖືກນ້ຳກັດເຊາະ, ກອ້ນກວດ ແລະ ຮາກ ຫຼື ກິ່ງໄມ້ທີ່ລອຍນ້ຳ. ແສງສະຫວ່າງສາມາດຫຼຸດລົງໄດ້ ເພື່ອໃຫ້ພືດສາມາດຈະເລີນເຕີບໂຕໄດ້ດີ ພືດເຫຼົ່ານີ້ມີປະໂຫຍດຫຼາຍເມື່ອຕິດກັບຂອງຕົບແຕ່ງ ເພາະຈະໃຫ້ຮົ່ມ ແລະ ທີ່ກຳບັງ. [5]
ເຖິ່ງວ່າປາໃນກຸ່ມ botiids ຈະບໍ່ຕ້ອງການສະພາບແວດລ້ອມທີ່ມີກະແສນໍ້າປັ່ນປ່ວນຫຼາຍ ແຕ່ພວກມັນກໍ່ຈະເລີນເຕີບໂຕໄດ້ດີໃນນ້ຳທີ່ມີອອັກຊີເຈນສູງ ແລະ ມີກະແສນ້ຳໄຫຼເລັກນ້ອຍ ພວກມັນບໍ່ທົນຕໍ່ນ້ຳເສຍທີ່ເກີດຈາກການສະສົມຂອງອິນຊີ ດັງນັ້ນ ຈຶ່ງຕ້ອງການນ້ຳສະອາດ ແລະ ໄດ້ຮັບການດູແລເປັນຢ່າງດີເປັນພິເສດ ເພື່ອໃຫ້ມີສຸຂະພາບດີ. [5]
ການໃຫ້ອາຫານ ແລະ ໂພຊະນາການ:
ການໃຫ້ອາຫານ: ເຖິ່ງວ່າປາສະກຸນນີ້ສ່ວນໃຫຍ່ຈະກິນຊີ້ນເປັນອາຫານ ແຕ່ພວກມັນກໍ່ກິນພືດໄດ້ຄືກັນຖ້າມີ ໂດຍມັກຈະກິນພືດນ້ຳທີ່ມີໃບອອ່ນ, ອາຫານຕາມທຳມະຊາດຂອງພວກມັນປະກອບດວ້ຍຫອຍນ້ຳ, ແມງໄມ້, ໜອນ ແລະ ສັດບໍ່ມີກະດູກສັນຫຼັງອື່ນໆ ໃນການລ້ຽງ ພວກມັນມັກບໍ່ເລືອກກິນ ແຕ່ຄວນໃຫ້ອາຫານທີ່ຫຼາກຫຼາຍ ເຊິ່ງອາດລວມເຖິງອາຫານແຫ້ງທີ່ມີຄຸນນະພາບສູງ ອາຫານສົດ ຫຼື ແຊ່ແຂງ ເຊັ່ນ ໜອນແດງ, ຂີ້ກະເດືອນນ້ຳ (Tubifex), ໄຮທະເລ (Artemia), ລວມທັງໝາກໄມ້ ແລະ ຜັກສົດ ເຊັ່ນ ໝາກແຕງ, ໝາກໂມ, ຜັກຫົມລວກ ຫຼື ໝາກບວບ. [5]
ສຸຂະພາບ ແລະ ສຸຂະອານາໄມ:
ເພື່ອການບຳລຸງຮັກສາທີ່ເໝາະສົມ ຄວນປ່ຽນນ້ຳອາທິດລະ 30 ຫາ 50% ຂອງປະລິມາຮນຖັງນ້ຳເປັນປະຈຳ. [5]
ສະພາບໂດຍລວມ:
ການສືບພັນ: ໃນທຳມະຊາດປາສະກຸນ Yasuhikotakia ສ່ວນໃຫຍ່ຈະວາງໄຂ່ຕາມລະດູການ ແລະ ອົບພະຍົບຍ້າຍຖິ່ນ ເມື່ອເລີ່ມຕົ້ນລະດູຝົນ ພວກມັນຈະອົບພະຍົບໄປຍັງພື້ນທີ່ນ້ຳຖ້ວມເພື່ອວາງໄຂ່, ໂດຍໄຂ່ ແລະ ລູກປາຈະກະຈາຍໄປຕາມແຫຼ່ງທີ່ຢູ່ອາໄສຊົ່ວຄາວເຫຼົ່ານີ້ໃນແມ່ນ້ຳຂອງຕອນເທິງ, ເໜືອນ້ຳຕົກແມ່ນ້ຳຂອງ ມີການບັນທຶກປາແຂ້ວໄກ້ ທີ່ອົບພະຍົບໄປຕາມຕົ້ນນ້ຳລະຫວ່າງເດືອນກຸມພາ ຫາ ເດືອນພຶດສະພາ. ຫຼາຍຄັ້ງຈະຢູ່ຮ່ວມກັບປາສະກຸນ Henicorhynchus ນອກຈາກນີ້ຍັງເຂົ້າໄປແມ່ນ້ຳສາຂາຍ່ອຍ ແລະ ແມ່ນໍ້າຂະໜາດນ້ອຍ ເພື່ອວາງໄຂ່ເມື່ອເລີ່ມຕົ້ນລະດູຝົນ ແລະ ລູກປາຈະຖືກພັດພາໄປຍັງພື້ນທີ່ນ້ຳຖ້ວມຄືກັນ ເຊິ່ງເປັນພື້ນທີ່ໃນການພັດທະນາໃນໄລ່ຍະທຳອິດ. [5]
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ບໍ່ມີຂໍ້ມູນ ການຈັບປາຈາກທຳມະຊາດເພື່ອການຄ້າຕູ້ປາຄວນໄດ້ຮັບການສຳຫຼວດ. [3]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
[1] iNaturalist [Online]. Uploaded on 07 November 2022 by Er. Available: https://www.inaturalist.org/observations/141354801. [Accessed 06 April 2026].
[2] iNaturalist [Online]. Uploaded on 15 June 2022 by Gabriel Somarriba. Available: https://www.inaturalist.org/observations/121882808. [Accessed 06 April 2026].
[3] iNaturalist [Online]. Uploaded on 10 February 2024 by Sila Ngamsomchol. Available: https://www.inaturalist.org/observations/198882407. [Accessed 06 April 2026].

ອ້າງອິງ:
[1] Nagao Natural Environment Foundation, “Mekong Fishes,” Nagao Natural Environment Foundation e-Book. [Online]. Available: https://www.nagaofoundation.or.jp/e/publication/e-book/mekongfishes/book/index.html#target/page_no=210. [Accessed: Apr. 6, 2026].
[2] Diszhal.info, “Yasuhikotakia modesta (Redtail Loach),” Diszhal Tropical Fish Database. [Online]. Available: https://diszhal.info/english/loaches/en_Yasuhikotakia_modesta.php. [Accessed: Apr. 6, 2026].
[3] IUCN, “Yasuhikotakia modesta,” The IUCN Red List of Threatened Species, Species ID: 188006. [Online]. Available: https://www.iucnredlist.org/species/188006/8640546. [Accessed: Apr. 6, 2026].
[4] GBIF, “Yasuhikotakia modesta,” Global Biodiversity Information Facility. [Online]. Available: https://www.gbif.org/species/2367775. [Accessed: Apr. 6, 2026].

ຜູ້ສ້າງ Factsheet:
Duangkhae Keonoy
ຜູ້ກວດສອບ Factsheet:
,