ເລກລຳດັບທີ: 1074
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2026-04-09
ປາຫວາໜ້ານໍ
Bump-headed Fish
Bangana behri (Fowler, 1937)
ສັດ
ປາ
 
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ປາຫວາໜ້າໝໍ້ (Pla Wah Na Nor)
ອະນຸກົມວິຖານ
ອານາຈັກ
Animalia
ເຫຼົາ
Chordata
ຊັ້ນ
Teleostei
ອັນດັບ
Cypriniformes
ຊື່ສະກຸນ
Cyprinidae
ສະກຸນ
Bangana
ຊະນິດ
Bangana behri
ຊື່ພ້ອງ
Incisilabeo behri (Fowler, 1937)
Labeo behri Fowler, 1937
Osteochilus tatumi Fowler, 1937
ຊະນິດໃກ້ຄຽງ
ປາເພົ້າເຫຼືອງ/ Lippus Barb
ປາຫວ້າຊວງ/ Va soang
ປາເພົ້າ/ Elegant Golden Barb
ບັນຍາຍລັກສະນະທາງພືດສາດ
ເປັນປາຂະໜາດໃຫຍ່, ລຳຕົວຕຸ້ຍກົມ ຢູ່ໃນຕະກຸນ Cyprinidae ມີລັກສະນະເດັ່ນຄືຮູບຮ່າງທີ່ບໍ່ຄືໃຜ, ປາຫວາໜ້າໝໍ້ ຕົວເຕັມໄວມີສີສົ້ມ ແລະ ມີຮອຍວ້ຳຂວາງທີ່ເຫັນໄດ້ຊັດເຈນບໍລິເວນສ່ວນເທິງຂອງດັງ ໃນຂະນະທີ່ລູກປາຈະມີສ່ວນນູນເທິງຫົວຂະໜາດນ້ຍ ແລະ ມີສີນ້ຳຕານປົນສີເທົາເຂັ້ມທັງຫົວ ແລະ ລຳຕົວ.
ຂະໜາດ: 45 ຊມ (ຄວາມຍາວຈາກຈະງອຍປາກ ຫາປາຍຫາງ).
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Cambodia; China (Yunnan); Lao People's Democratic Republic; Thailand; Viet Nam. [2]

Distribution of Bangana behri between 1972 to 2023. Source: [3]
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ຈາກການບັນທຶກໃນ GBIF ພົບເຂດກະຈາຍພັນຂອງປາຫວາໜ້າໝໍ້ທີ່ມີການບັນທຶກໄວ້ໃນແຂວງ ຈຳປາສັກ (ມ.ໂຂງ) [3].ນອກຈາກນີ້ຍັງພົບປາຊະນິດນີ້ໃນ ແຂວງ ອັດຕະປື ແລະ ເຊກອງອີກດ້ວຍ. [2]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແມ່ນ້ຳ ແລະ ລຳທານ
ປາຫວາໜ້າໝໍ້ພົບໄດ້ໃນທາງພາກເໜືອຕາມແມ່ນ້ຳຂອງໃນຊວງລະດູແລ້ງ ເຊິ່ງມັກອາໄສຢູ່ບໍລິເວນຂວດຫີນຂອງແມ່ນ້ຳສາຍຫຼັກ ໃນຂະນະທີ່ຊ່ວງນ້ຳຫຼາຍ ມັກຈະອົບພະຍົບໄປຕາມສາຂາຍ່ອຍ ພົບໄດ້ທັງບໍລິເວນທີ່ເປັນກະແສນ້ຳໄຫຼ່ແຮງ ແລະ ບໍລິເວນທີ່ນ້ຳໄຫຼ່ຊ້າ ແລະ ເລິກ [4]. ໂດຍລວມແລ້ວມັກຈະມັກອາໄສຢູ່ສະເພາະແມ່ນ້ຳ ແລະ ລຳທານຂະໜາດລຸ່ມແມ່ນ້ຳຂອງ [2].
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງສູນພັນ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ປັດຈຸບັນສາຍພັນນີ້ໄດ້ຮັບການປະເມີນວ່າຢູ່ໃນສະຖານະພາບທີ່ມີຄວາມສ່ຽງຕໍ່ການສູນພັນ ໂດຍອີງຈາກສົມໝຸດຕິຖານເຊີງປ້ອງກັນວ່ ປະຊາກອນຈະຫຼຸດລົງປະມານ 30% ທົ່ວທັງພື້ນ. ຈຳເປັນຕ້ອງມີການສຶກສາລາຍລະອຽດເພີ່ມເຕີມ ເພື່ອທຳຄວາມເຂົ້າໃຈລະບົບນິເວດ ແລະ ຜົນກະທົບທາງລົບຢ່າງມີໃນສຳຄັນຂອງການພັດທະນາເຂື່ອຕໍ່ປະຊາກອນຂອງສາຍພັນນີ້ ອາດຈະສົມຄວນໄດ້ຮັບການປະເມີນໃໝ່ພາຍໃຕ້ລະດັບໄພຂົ່ມຂູ່ທີ່ສູງຂື້ນ. [2]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ
ອາຫານ: ປາຊະນິດນີ້ຖືກຈັບເພື່ອບໍລິໂພກຂອງມະນຸດໃນທາງການຄ້າ ແລະ ບາງຄັ້ງພົບເຫັນໃນການຄ້າສັດນ້ຳລະຫວ່າງປະເທດ. [2]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ອາຫານ: ປາຊະນິດນີ້ກິນພືດເປັນອາຫານຫຼັກ ໂດຍກິນສາຫຼ່າຍ, ແພຼງຕອນ ແລະ ເພີຣີໄຟຕອນ. [4]
ພຶດຕິກຳ: ປາຫວາໜ້າໝໍ້ອົບພະຍົບຕາມລະດູການ ໂດຍຈະອົບພະຍົບໄປຕົ້ນນ້ຳໃນນຳເຊກອງ ແລະ ສຣີໂປກ ໃນຊ່ວງ ເດືອນພຶດສະພາ ຫາ ເດືອນມິຖຸນາ ເມື່ອເລີ່ມຕົ້ນລະດູຝົນ ແລະ ອົບພະຍົບກັບຕາມນ້ຳໃນຊ່ວງລະຫວ່າງເດືອນ ພະຈິກ ຫາ ເດືອນກຸມພາ, ຫຼັກຊີ້ໃຫ້ເຫັນເຖິ່ງການອົບພະຍົບທັງສອງສະຖານະການທີ່ແຕກຕ່າງກັນ ຄື ເຫດການທີ່ໜຶ່ງຈະກ່ຽວຂ້ອງກັບປາຂະນ້ອຍທີ່ອົບພະຍົບໄປຍັງແຫຼ່ງຫາກິນທີ່ເໝາະສົມ ແລະ ອີກເຫດການໜຶ່ງແມ່ນກ່ຍວຂ້ອງກັບປາທີ່ໂຕເຕັມໄວ ແລະ ອົບພະຍົກຕາມນ້ຳຂື້ນໄປເພື່ອວາງໄຂ່. [5]

ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ສາຍພັນນີ້ຖືກຈັບດ້ວຍມອງຈັບປາໃນຊ່ວງລະດູການວາງໄຂ່ ແລະ ການຈັບດ້ວຍມອງຈຳນວນຫຼາຍໃນຊ່ວງອົບພະຍົບເພື່ອຫາອາຫານ ຖືເປັນໄພຂົ່ມຂູ່ເພີ່ມເຕີມ ເຂື່ອນທີ່ສ້າງໃນແມ່ນ້ຳຂອງ ແລະ ແມ່ນ້ຳອື່ນໆ ອາດຂັດຂວາງການອົບພະຍົບຢ່າງຮຸນແຮງ ແລະ ສົ່ງຜົນກະທົບຕໍ່ສາຍພັນໃນບາງພື້ນທີ່ຂອງຖິ່ນທີ່ຢູ່ອາໄສ ໂດຍແຮງກົດດັນຈາກການຈັບປາຢ່າງໜັກສົ່ງຜົນໃຫ້ຈຳນວນປະຊາກອນຫຼຸດລົງປະມານ 30 ຫາ 50% ໃນຊ່ວງ 21 ປີທີ່ຜ່ານມາ. ການສ້າງເຂື່ອນຫຼັກໃນແມ່ນ້ຳຂອງ ຖືເປັນໄພຂົ່ມຂູ່ທີ່ສຳຄັນໃນອານາຄົດ ເນື່ອງຈາກໂຄງການພັດທະນາເຫຼົ່ານີ້ຈະຂັດຂວາງການອົບພະຍົບໄລ່ຍະໄກຂອງສາຍພັນນີ້. [2]

ການຕິດຕາມປະຊາກອນ:
ສາຍພັນນີ້ຍັງຄົງມີຈຳນວນຫຼາຍຕະຫຼອດຊ່ວງການຈະເລີນເຕີບໂຕ ຢ່າງໃດກໍ່ຕາມຄາດວ່າປະຊາກອນຈະຫຼຸດລົງປະມານ 30 ຫາ 50% ເນື່ອງຈາກການຈັບປາເປັນຈຳນວນຫຼາຍ ຄາດວ່າຈະມີການຫຼຸດລົງຢ່າງຕໍ່ເນື່ອງໃນນອັດຕານີ້ ຫຼື ອາດຈະສູງກວ່ານີ້ໃນອານາຄົດ, ເນື່ອງຈາກໂຄງການກໍ່ສ້າງເຂື່ອນທີ່ສະເໜີພາຍໃນຊ່ວງການກະຈາຍພັນມີແນວໂນ້ມທີ່ຈະສົ່ງຜົນກະທົບຢ່າງສູງ ແລະ ທັນຕໍ່ການອົບພະຍົບ. [2]

ການເກັບກູ້ແບບຍືນຍົງ:
ໃນແຂວງອັດຕະປື ແລະ ເຊກອງທາງພາກໃຕ້ຂອງລາວ ມີຄວາມພາຍາຍາມຫ້າມໃນກນຈັບປາໃນຊ່ວງລະດູການວາງໄຂ່, ພື້ນທີ່ສະຫງວນຂອງບ້ານທົ່ວເຂດກະຈາຍພັນຂອງປາຊະນິດນີ້ ແຕ່ສາມາດຫາໄດ້ໃນຊ່ວງລະດູແລ້ງ, ແຕ່ເຖິ່ງຢ່າງໃດກໍ່ຕາມ ຈຳເປັນຕ້ອງມີການສຶກສາເພີ່ມເຕີມ ແລະ ສາຍພັນນີ້ຈະໄດ້ຮັບຜົນປະໂຫຍດຈາກການວາງແຜນການອານຸຮັກທີ່ເຂັ້ມແຂງຂື້ນທົ່ວເຂດກະຈາຍພັນຂອງປາຊະນິດນີ້. ຈຳເປັນຕ້ອງໃຫ້ຄວາມສົນໃຈຢ່າງເລັ່ງດ່ວນເພື່ອປັບປຸ່ງຄວາມເຂົ້າໃຈກ່ຽວກັບລະບົບນິເວດຂອງສາຍພັນນີ້ ໂດຍສະເພາະຢ່າງຍິງຜົນກະທົບຂອງເຂ່ອນຫຼັກທີ່ມີຜົນກະທົບຕໍ່ການອົບພະຍົບໄລ່ຍະໄກໃນແມ່ນ້ຳຂອງ. [2]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,