ເລກລຳດັບທີ: 1068
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2025-03-25

ໝາກໂຕນ
Winter Melon

Benincasa hispida (Thunb.) Cogn.


ພືດ
ພືດເຄືອ
ພືດເຄືອ (ບໍ່ມີເນື້ອໄມ້)

1 / 3
Image 1
2 / 3
Image 2
3 / 3
Image 3


ຊື່ທ້ອງຖີ່ນ:
ໝາກຟັກ ( Ash Gourd, White Gourd, Winter Gourd, Tallow Gourd, Chinese Pre-serving Melon, Wax Gourd)

ຊື່ພ້ອງ :
Benincasa cerifera Savi
Benincasa cerifera f. emarginata K.Kimura & H.Sugiy.
Benincasa cylindrica Ser.
Benincasa hispida var. chieh-qua F.C.How
Benincasa hispida var. hispida
Benincasa pruriens f. hispida (Thunb.) W.J.de Wilde & Duyfjes
Cucurbita alba Roxb.
Cucurbita alba Roxb. ex Wight & Arn.
Cucurbita cerifera Fisch. ex Savi
Cucurbita farinosa Blume
Cucurbita hispida Thunb.
Cucurbita littoralis Hassk.
Cucurbita pruriens Sol.
Cucurbita pruriens Sol. ex G.Forst.
Cucurbita villosa Blume
Gymnopetalum septemlobum Miq.
Lagenaria dasystemon Miq.
Lagenaria leucantha var. clavata Makino
Lagenaria leucantha var. hispida (Thunb.) Nakai
Lagenaria siceraria var. hispida (Thunb.) H.Hara
Lagenaria vulgaris var. hispida (Thunb.) Nakai
Pepo farinosus (Blume) Peterm.
Pepo villosus (Blume) Peterm.

ຊື່ສະກຸນ:
Cucurbitaceae

ຊະນິດໃກ້ຄຽງ:
ໝາກນອຍ / Angled Loofah
ໝາກແຕງລາຍ / Musk Melon
ໝາກອຶ / Pumpkin
ໝາກຊູ/ Chayote
ຕົ້ນໝາກນ້ຳ / Bottle Gourd
ໝາກບວບ / Sponge Bourd

ບັນຍາຍລັກສະນະທາງພືດສາດ:
ລຳຕົນເປັນລຳເລືອ ມີລັກສະນະສີ່ຫຼຽມ, ມີເສັ້ນຜ່າສູນກາງ 3 ຫາ 4 ມມ., ປົກຄຸມດ້ວຍຂົນຍາບ. ໃບດ່ຽວ, ອອກຮຽງສະຫຼັບ, ກ້ານໃບຍາວ 6 ຫາ 8 ຊມ., ໃບຮູບຝາມື ແຍກອອກເປັນ 5 ແສກມີຂະໜາດແຕກຕ່າງກັນ ແລະ ມີເນື້ອສຳພັດຂ້ອນຂ້າງບາງ. ດອກເປັນດອກດ່ຽວ, ອອກຕາມງ່າມໃບ, ກ້ານດອກຍາວ 5 ຫາ 10 ຊມ. ກາບດອກແຍກອອກເປັນ 5 ແສກ, ຮູບຮີ ຍາວປະມານ 8 ມມ. ກີບດອກສີເຫຼືອງ, ແຍກອອກເປັນ 5 ແສກ, ຜິວບາງ, ຮູບກົມ. ໝາກມີຂະໜາດໃຫຍ່ ແລະ ເປັນຮູບຮີ, ຍາວຮອດ 40 ຊມ., ຂອບລຽບງາມ ແລະ ມີສີເທົາເລັກນ້ອຍ. [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Bismarck Archipelago, Borneo, Jawa, Lesser Sunda Is., Maluku, New Caledonia, New Guinea, Queensland, Solomon Is., Sulawesi. [3]
ຊະນິດພັນພື້ນໃນໝູ່ເກາະບິສມາກ, ບອລນຽ້ວ, ຊາວາ, ເກາະສຸດາເລັກ, ມາລູກູ, ນິວແຄລິໂດເນຍ, ນິວກີນີ, ຄວີນແລນ, ເກາະໂຊໂລມອນ ແລະ ສຸລາເວສີ. [3]

Global distribution between 2005 to 2024. Source: [2]
ເຂດກະຈາຍພັນລະຫວ່າງປີ2005 ຫາ 2024. ແຫຼ່ງທີ່ມາ: [2]

ເຂດກະຈາຍພັນໃນລາວ :
ເຂດພູສູງພາກເໜືອຂອງລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ທົ່ງພຽງວຽງຈັນ
ເຂດສາຍພູຫຼວງພາກເໜືອ
ເຂດສາຍພູຫຼວງຕອນລຸ່ມ
ສາຍພູຫຼວງພາກໃຕ້
ເຂດລຽບແມ່ນ້ຳຂອງພາກໃຕ້
ພູພຽງບໍລິເວນ
ເຂດສາຍພູຫຼວງພາກກາງ

ເຂດກະຈາຍພັນຕາມພູມສັນຖານ :
ສວນຄົວ
ເຂດຜະລິດພືດຜົນເນີນສູງ
ອື່ນໆ

ສະເພາະຖິ່ນໃນລາວ:
ຕ່າງຖິ່ນ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ບໍ່ມີຄວາມສ່ຽງ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບໍ່ຖືກລະບຸໃນບັນຊີປະເພດໃດ

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:
ອາຫານ: ໝາກໂຕນອ່ອນໃຊ້ຮັບປະທານເປັນຜັກ ໂດຍຈະປຸ່ງຕົ້ມກິນກັບແຈ່ວ, ຂົ້ມ, ແກງ ຫຼື ໃສ່ໃນອາຫານຕ່າງໆ [4]. ນອກຈາກນີ້າກຍັງສາມາດນຳມາປຸ່ງໄດ້ອີກຫຼາຍວິທີ ເຊ່ນ ຕົ້ມ, ຂົ້ວ, ດອກ ແກ ແລະ ເຮັດໝາກໄມ້ເຊື່ອມໄດ້. [5]
ສະໝຸນໄພ: ໝາກໂຕນຖືກນຳມາໃຊ້ໃນສະໝຸນໄພບູຮານເພື່ອຮັກສາພະຍາດທາງລະບົບປະສາດ, ພະຍາດໝາກໄຂ່ຫຼັງ, ໄຂ້ ແລະ ໄອມີເສມຫະ, ແລະ ມີລິດຊ່ວຍຕ້ານການອັກເສບ [6]. ໝາກໃຊ້ຮັກສາອາການຜິດປົກກະຕິຂອງລະບົບທາງເດີນປັດສະວະ ເຊັນ ນິ້ວ ແລະ ປັດສະວະລຳບາກ, ຂັບເສມຫະ, ຫຼຸດໄຂ້, ຂັບຖ່າຍໜັກ ແລະ ບຳລຸງຮ່າງກາຍ. [5]

ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
ສະພາບໂດຍລວມ:

ອຸນຫະພູມ: ເຄື່ອໝາກໂຕນ ເປັນພືດເຂດຮ້ອນທີ່ປູກໃນພື້ນທີ່ເຄິ່ງເຂດຮ້ອນ ເຊັ່ນກັນ ພືດຊະນິດສາມາດຈະເລີນເຕີບໂຕໄດ້ໃນລະດັບຄວາມສູງຮອດ 1,500 ມ. ພືດຊະນິດນີ້ຈະເລີນເຕີບໂຕໄດ້ດີທີ່ສຸດໃນພື້ນທີ່ທີ່ມີອຸນຫະພູມກາງເວັນ ປະຈຳປີຢູ່ລະຫວ່າງ 24 ຫາ 30 ອົງສາ ແລະ ສາມາດທົນຕໍ່ອຸນຫະພູມໄດ້ຕັ້ງແຕ່ 12 ຫາ 37 ອົງສາ ເມື່ອຢູ່ໃນໄລຍະພັກຕົວ. ເປັນພືດທີ່ສາມາດຢູ່ລອດໃນອຸດຫະພູມຕ່ຳຮອດ 2 ອົງສາ ເຖິງວ່າຕົ້ນອ່ອນອາດໄດ້ຮັບຄວາມເສຍຫາຍ ຢ່າງຮຸນແຮງ ເມື່ອອຸຫະພູມ 0 ອົງສາ. [11]

ປະລິມານນ້ຳຝົນ: ເຄືອໝາກໂຕນຈະເລີນເຕີບໂຕໄດ້ດີ ໃນພື້ນທີ່ທີ່ມີປະລິມານນ້ຳຝົນສະເລ່ຍຕໍ່ປີຢູ່ທີ່ 400 ຫາ 800 ມມ2., ແຕ່ສາມາດທົນຕໍ່ປະລິມານນໍ້າຝົນໄດ້ຕັ້ງແຕ່ 300 ຫາ 2,800 ມມ2. ເຖິ່ງແມ່ນວ່າປະລິມານນໍ້າຝົນຫຼາຍເກີນໄປ ອາດເຮັດໃຫ້ຜົນຜະລິດຫຼຸດລົງ ແຕ່ພື້ນທີ່ປູກຍັງຕ້ອງການນ້ຳໃນປະລິມານຫຼາຍ, ໂດຍສະເພາະໃນຊ່ວງເລີ່ມຕົ້ນການຈະເລີນເຕີບໂຕ, ເຖິ່ງຢ່າງໃດກໍ່ຕາມ ປະລິມານນ້ຳຝົນທີ່ຫຼາຍອາດສົງຜົນເສຍຕໍ່ການຈະເລີນເຕີບໂຕ ເມື່ອພືດຂະຫຍາຍຕົວເຕັມທີແລ້ວ ເປັນພືດທີ່ທົນແລ້ງໄດ້ໃນລະດັບປານກາງ. [11]

ສະພາບດິນປູກ: ມັກດິນທີ່ມີຄ່າ pH ລະຫວ່າງ 5.6 ຫາ 6.8 ໃນຂະນະທີ່ສາມາດທົນຕໍ່ລະດັບຄ່າ pH ໄດ້ຕັ້ງແຕ່ 5 ຫາ 7.5, ການຮັກສາຄ່າ pH ທີ່ເໝາະສົມເປັນສິ່ງທີ່ສໍາຄັນ ເພື່ອໃຫ້ໝັ້ນໃຈວ່າມີສານອາຫານທີ່ພຽງພໍ, ເໝາະສົມ ແລະ ສົ່ງເສີມການຈະເລີນເຕີບໂຕຢ່າງແຂງແຮງ. [11]

ການເກັບກ່ຽວ: ໝາກໂຕນຕ້ອງໃຊ້ເວລາຮອດ 5 ເດືອນ ນັບຕັ້ງແຕ່ກ້າແກ່ນຈົນຮອດ ການຜິລິດໝາກໃຫຍ່ເຕັມທີ່ ຖິ່ງແມ່ນວ່າໝາກຈະສາມາດຮັບປະທານໄດ້ແຕ່ຍັງນ້ອຍກໍ່ຕາມ. [11]

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ 12 N/A
ຄາໂບໄຮເດຣດ 3.96 N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A Zn 0.6 mg, Fe 11.8 mg, calcium 30 mg
ເສັ້ນໄຍ 2.9 N/A

ອ້າງອິງ
ເຄດິດຮູບພາບ:
Flower of the Winter Melon plant. [1] iNaturalist [Online]. Uploaded on 13 April 2023 by: anuvindad. Avail-able: https://www.inaturalist.org/observations/154732368. [Accessed: 14 October 2024]
Fruit of the Winter Melon Plant. [2] iNaturalist [Online]. Uploaded on 11 August 2021 by: vivek_patel. Available: https://www.inaturalist.org/observations/90800814. [Accessed: 14 October 2024]
Vines of the Winter Melon Plant. [3] iNaturalist [Online]. Uploaded on 9 July 2020 by: naufalurfi. Available: www.inaturalist.org/observations/52490747. [Accessed: 14 October 2024]

ອ້າງອິງ:
[1] C. Wiart, "Antiparasitic Asian medicinal plants in the Clade Fabids," in Medicinal Plants in Asia and Pacific for Parasitic Infections, 2021.
[2] Global Biodiversity Information Facility, “Benincasa hispida (Thunb.) Cogn.,” [Online]. Available: https://www.gbif.org/species/2874524. [Accessed: 14 October 2024]
[3] Plants of the World Online (POWO), “Royal Botanic Gardens,” [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:817077-1. [Accessed: 24 June 2024]
[4] J. Stephens, "Gourd, Wax—Benincasa hispida (Thunb.) Cogn.," UF IFAS Extension, 607, 2018.
[5] N. Pahari and et al., "A concise review on Benincasa hispida (Thunb.) Cogn. Plant," International Journal of Health Sciences, pp. 844-853, 2022.
[6] M. Islam, "A Literature-Based Update on Benincasa hispida (Thunb.) Cogn.: Traditional Uses, Nutraceutical, and Phytopharmacologi-cal Profiles," Oxidative Medicine and Cellular Longevity, pp. 1-19, 2021.
[10] "Dillenia suffruticosa," National Parks Board (NParks), 2024. [Online]. Available: https://www.nparks.gov.sg/florafaunaweb/flora/5/8/5878. [Ac-cessed: Feb. 21, 2025].
[11] "Benincasa hispida," Tropical Plant Database, 2024. [Online].
Available: https://tropical.theferns.info/viewtropical.php?id=Benincasa+hispida. [Accessed: Feb. 21, 2025].
[12] A. Aggarwal and et al., "Nutritional Significance of Benincasa hispida," International Journal of Pharmaceutical Quality Assurance, pp. 410-415, 2023

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: